ພຣະວໍຣະສານ ໂດຍນັກບຸນ ມັດເທວ

ພາກທີ 26

VII. ພຣະມະຫາທໍຣະມານແລະການກັບເປັນຄືນມາ

 

ການປະຊຸມໃສ່ຮ້າຍພຣະເຢຊູເຈົ້າ

1.ແລະເມື່ອພຣະເຢຊູເຈົ້າຊົງກ່າວຂໍ້ຄວາມເຫລົ່ານີ້ສິ້ນສຸດລົງແລ້ວ, ພຣະອົງຊົງກ່າວກັບພວກສາວົກວ່າ: 2.“ພວກເຈົ້າກໍຮູ້ດີຢູ່ແລ້ວວ່າ ອີກສອງວັນຈະເຖິງວັນສົມໂພດປາສກາ, ແລະບຸດແຫ່ງມະນຸດຈະຖືກມອບໃຫ້ຄຶງໃສ່ກາງເຂນ”. 3.ເວລານັ້ນ ພວກຫົວໜ້າສົງແລະພວກເຖົ້າແກ່ບ້ານເມືອງເຂົ້າປະຊຸມກັນຢູ່ທີ່ວັງຂອງເຈົ້າຄະນະສົງໄກຟາ. 4.ແລະພວກເຂົາໄດ້ຕົກລົງກັນ ໃຊ້ອຸບາຍຈັບພຣະເຢຊູເຈົ້າໄປປະຫານຊີວິດ. 5.ແຕ່ພວກເຂົາເວົ້າກັນວ່າ: “ບໍ່ຕ້ອງເຮັດມື້ວັນສະຫລອງ, ເພື່ອບໍ່ໃຫ້ເກີດການວຸ້ນວາຍໃນໝູ່ປະຊາຊົນ”.

 

ການຊະໂລມນ້ຳມັນທີ່ບ້ານເບທານີ

6.ເວລານັ້ນ ພຣະເຢຊູເຈົ້າປະທັບຢູ່ບ້ານເບທານີ ໃນເຮືອນຂອງຊີມອນຜູ້ເປັນໂລກເຮື້ອນ; 7.ເວລາພຣະອົງກຳລັງນັ່ງໂຕະຮັບປະທານອາຫານ, ມີຍິງຜູ້ໜຶ່ງເຂົ້າມາຫາພຣະອົງ, ນາງຖືເຕົ້າຫີນອ່ອນເຕັມດ້ວຍນ້ຳຫອມອັນມີຄ່າ, ແລະນາງຖອກນ້ຳຫອມນັ້ນລົງເທິງສີສະພຣະອົງ. 8.ເຫັນດັ່ງນັ້ນ ພວກສາວົກຮູ້ສຶກແຄ້ນໃຈເວົ້າກັນວ່າ: “ເປັນຫຍັງຈຶ່ງເຮັດເສຍລ້າໆ? 9.ນ້ຳຫອມນີ້ຈະຂາຍໄດ້ລາຄາແພງ ແລະຈະເອົາເງິນໄປທານຄົນທຸກຈົນກໍໄດ້!” 10.ພຣະເຢຊູເຈົ້າຊົງສັງເກດເຫັນ ຈຶ່ງກ່າວວ່າ: “ເປັນຫຍັງພວກເຈົ້າຈຶ່ງເວົ້າໃຫ້ນາງນີ້ເສຍໃຈ? ການທີ່ນາງປະຕິບັດຕໍ່ເຮົານີ້ກໍເປັນການດີແລ້ວ. 11.ທີ່ຈິງ, ພວກຄົນທຸກຈົນຈະມີຢູ່ນຳພວກເຈົ້າສະເໝີ, ແຕ່ສ່ວນເຮົານີ້ ຈະບໍ່ມີຢູ່ນຳພວກເຈົ້າສະເໝີໄປ. 12.ນາງຖອກນ້ຳຫອມຮວາດກາຍຂອງເຮົາ, ກໍແມ່ນເພື່ອການປົງສົບຂອງເຮົາ. 13.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ຢູ່ບ່ອນໃດໃນໂລກ ທີ່ມີການປະກາດຂ່າວປະເສີດ, ເຂົາກໍຈະເລົ່າລືສິ່ງທີ່ນາງໄດ້ກະທຳນີ້ ເພື່ອເປັນທີ່ລະລຶກເຖິງນາງ”.

 

ການທໍລະຍົດຂອງຢູດາ

14.ເວລານັ້ນ ຜູ້ໜຶ່ງໃນພວກສິບສອງ ຊື່ວ່າຢູດາອິດສະກາຣີອັອດ ໄດ້ເຂົ້າໄປຫາພວກຫົວໜ້າສົງ, 15.ແລະເວົ້າກັບພວກເຂົາວ່າ: “ພວກທ່ານຈະເອົາຫຍັງໃຫ້ຂ້ານ້ອຍ ແລະຂ້ານ້ອຍຈະມອບຜູ້ນັ້ນໃຫ້?” ພວກເຂົາຈຶ່ງໄດ້ເອົາເງິນສາມສິບຫລຽນໃຫ້ຢູດາ. 16.ແລະນັບແຕ່ເວລານັ້ນ ຢູດາກໍຊອກຫາໂອກາດເໝາະເພື່ອມອບພຣະອົງ.

 

ຕຽມການກິນລ້ຽງປາສກາ

17.ວັນທີ່ຕົ້ນແຫ່ງເທດສະການປັງບໍ່ມີເຊື້ອ, ພວກສາວົກເຂົ້າໄປທູນພຣະເຢຊູເຈົ້າວ່າ: “ພຣະອົງປາດຖະໜາໃຫ້ພວກຂ້ານ້ອຍຕຽມການກິນລ້ຽງປາສກາສຳລັບພຣະອົງຢູ່ໃສ?”18.ພຣະເຢຊູເຈົ້າຕອບພວກເຂົາວ່າ: “ຈົ່ງເຂົ້າໄປໃນເມືອງ ໄປເຮືອນຂອງຜູ້ນັ້ນ ແລະບອກເຂົາວ່າ: ພຣະອາຈານສັ່ງໃຫ້ມາບອກທ່ານວ່າ ເວລາຂອງເຮົາໃກ້ເຂົ້າມາແລ້ວ; ເຮົາຈະກິນລ້ຽງປາສກາກັບພວກລູກສິດຂອງເຮົາຢູ່ເຮືອນຂອງທ່ານ.” 19.ພວກສາວົກກໍໄດ້ປະຕິບັດຕາມທີ່ພຣະເຢຊູເຈົ້າສັ່ງບອກ ແລະໄດ້ຕຽມກິນລ້ຽງປາສກາ.

 

ຊີ້ບອກຕົວຜູ້ທໍລະຍົດ

20.ພໍຕົກຄ່ຳ ພຣະອົງກໍສະເດັດເຂົ້າຮ່ວມໂຕະອາຫານພ້ອມກັບສາວົກທັງສິບສອງ. 21.ເວລາກຳລັງຮັບປະທານອາຫານຢູ່ນັ້ນ, ພຣະອົງກ່າວວ່າ: “ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ ມີຜູ້ໜຶ່ງໃນພວກເຈົ້າຈະມອບເຮົາ.” 22.ພວກສາວົກຮູ້ສຶກອຸກໃຈຫລາຍ, ຕ່າງຄົນຈຶ່ງທູນຖາມພຣະອົງວ່າ: “ພຣະອາຈານ, ແມ່ນຂ້ານ້ອຍບໍ?” 23.ພຣະອົງຈຶ່ງຕອບພວກເຂົາວ່າ: “ຜູ້ທີ່ຍື່ນມືລົງໃນຈານພ້ອມກັບເຮົາ, ຜູ້ນັ້ນແຫລະຈະມອບເຮົາ. 24.ບຸດແຫ່ງມະນຸດກຳລັງຈະຈາກໄປ ຕາມທີ່ຂຽນໄວ້ກ່ຽວກັບພຣະອົງ, ແຕ່ເວນກຳຈົ່ງມີແກ່ຜູ້ທີ່ມອບບຸດແຫ່ງມະນຸດ! ຄົນຜູ້ນັ້ນບໍ່ເກີດມາຄົງຈະດີກວ່າ.” 25.ຢູດາ, ຜູ້ຈະມອບພຣະອົງກໍທູນຖາມຂຶ້ນວ່າ: “ແມ່ນຂ້ານ້ອຍບໍ, ພຣະອາຈານ?” ພຣະເຢຊູເຈົ້າຕອບເຂົາວ່າ: “ແມ່ນຄືເຈົ້າເວົ້າ.”

 

ຊົງຕັ້ງສິນມະຫາສະໜິດ

26.ເວລາຮັບປະທານອາຫານຢູ່ນັ້ນ, ພຣະເຢຊູເຈົ້າຊົງຈັບເອົາເຂົ້າໜົມປັງ, ຊົງສົມມະນາພຣະຄຸນ, ຊົງບິແບ່ງແລ້ວຍື່ນໃຫ້ພວກສາວົກ ພ້ອມທັງກ່າວວ່າ: “ຈົ່ງຮັບເອົາແລະຮັບປະທານເຖີດ, ນີ້ແຫລະກາຍຂອງເຮົາ”. 27.ຕໍ່ໄປພຣະອົງຊົງຈັບເອົາຈອກ, ຊົງສົມມະນາພຣະຄຸນ ແລ້ງຍື່ນໃຫ້ພວກເຂົາ ພ້ອມທັງກ່າວວ່າ: “ຈົ່ງຮັບເອົາ ແລະດື່ມດ້ວຍກັນໝົດທຸກຄົນເຖີດ, 28.ຍ້ອນວ່າ ນີ້ແມ່ນໂລຫິດຂອງເຮົາ, ແມ່ນໂລຫິດແຫ່ງພຣະສຳພັນໄມຕີ ທີ່ຈະໄຫລຫລັ່ງອອກມາສຳລັບຄົນທັງຫລາຍ, ເພື່ອເປັນການໄຖ່ບາບ. 29.ແຕ່ເຮົາບອກພວກເຈົ້າວ່າ: ແຕ່ບັດນີ້ໄປ ເຮົາຈະບໍ່ດື່ມນ້ຳອະງຸ່ນນີ້ອີກເລີຍ ຈົນຮອດມື້ເຮົາຈະດື່ມນ້ຳອະງຸ່ນໃໝ່ ພ້ອມກັບພວກເຈົ້າໃນອານາຈັກຂອງພຣະບິດາຂອງເຮົາ”.

 

ຊົງທຳນາຍວ່າເປໂຕຈະປະຕິເສດ

30.ເມື່ອໄດ້ຂັບຮ້ອງເພງສັກສິດແລ້ວ, ພຣະເຢຊູເຈົ້າພ້ອມກັບພວກສາວົກກໍສະເດັດໄປໂນນສວນໝາກກອກ. 31.ເວລານັ້ນ ພຣະອົງກ່າວກັບພວກສາວົກວ່າ: “ໃນຄືນນີ້ເອງ ພວກເຈົ້າຈະສະດຸດໃຈຍ້ອນເຮົາ. ທີ່ຈິງ ກໍມີຄຳຂຽນໄວ້ແລ້ວວ່າ: “ເຂົາຈະທຸບຕີນາຍຊຸມພາບານ ແລະຝູງແກະກໍຈະແຕກກັນໄປທົ່ວທີບ!” 32.ແຕ່ເມື່ອເຮົາກັບເປັນຄືນມາແລ້ວ, ເຮົາຈະໄປຄອງຖ້າພວກເຈົ້າຢູ່ແຂວງຄາລີເລ”. 33.ເປໂຕທູນພຣະອົງວ່າ: “ແມ່ນໃຜຈະສະດຸດໃຈຍ້ອນພຣະອົງກໍຕາມ, ສ່ວນຂ້ານ້ອຍຈະບໍ່ເປັນດັ່ງນັ້ນ”. 34.ພຣະເຢຊູເຈົ້າຄັດຄ້ານເປໂຕວ່າ: “ເຮົາກ່າວແກ່ເຈົ້າເປັນຄວາມຈິງວ່າ: ຄືນນີ້ເອງ, ກ່ອນໄກ່ຂັນ, ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ”. 35.ເປໂຕຕອບວ່າ: “ແມ່ນຈະຕ້ອງຕາຍກັບພຣະອົງ, ຂ້ານ້ອຍກໍຈະບໍ່ຍອມປະຕິເສດພຣະອົງເລີຍ”. ແລະສາວົກອື່ນໆທຸກຄົນກໍເວົ້າດັ່ງດຽວກັນ.

 

ທີ່ສວນເຢສເຊມານີ

36.ຕໍ່ຈາກນັ້ນ ພຣະເຢຊູເຈົ້າພ້ອມດ້ວຍພວກສາວົກ ກໍມາເຖິງສວນບ່ອນໜຶ່ງຊື່ວ່າເຢສເຊມານີ, ແລະພຣະອົງກ່າວກັບພວກເຂົາວ່າ: “ໃຫ້ພວກເຈົ້າຢຸດຢູ່ນີ້, ສ່ວນເຮົາ ເຮົາຈະໄປສວດພາວະນາຢູ່ພຸ້ນ”. 37.ພຣະອົງໄດ້ເອີ້ນເອົາເປໂຕ ແລະບຸດຂອງເຊເບເດທັງສອງໄປນຳ; ແລ້ວພຣະອົງກໍເລີ່ມຮູ້ສຶກໂສກເສົ້າ ແລະອຸກອັ້ນຕັນພຣະໄທເຕັມທີ. 38.ຈຶ່ງກ່າວກັບພວກສາວົກວ່າ: “ວິນຍານຂອງເຮົາໂສກເສົ້າຈົນເກືອບຈະຕາຍ; ຈົ່ງຖ້າຢູ່ນີ້ ແລະຕື່ນເຝົ້າພ້ອມກັບເຮົາ”. 39.ພຣະອົງສະເດັດອອກໄປໄກກວ່າອີກໜ້ອຍໜຶ່ງ, ກົ້ມລົງພຣະພັກຈຸດິນ ພາວະນາວ່າ: “ໂອພຣະບິດາເຈົ້າ, ຖ້າຫາກວ່າພໍເປັນໄປໄດ້, ຂໍໃຫ້ຈອກນີ້ໜີໄປໄກຈາກລູກເຖີດ! ແຕ່ທັ້ງນັ້ນກໍດີ, ຂໍຢ່າໃຫ້ເປັນໄປຕາມນ້ຳໃຈຂອງລູກ, ແຕ່ຂໍໃຫ້ເປັນໄປຕາມນ້ຳພຣະໄທຂອງພຣະອົງເອງ”. 40.ພຣະອົງຫລົບມາຫາພວກສາວົກ ແລະເຫັນພວກເຂົາກຳລັງນອນຫລັບຢູ່; ແລະພຣະອົງກ່າວກັບເປໂຕວ່າ: “ຢ່າງນີ້ນໍ, ພວກເຈົ້າຕື່ນເຝົ້າຮ່ວມກັບເຮົາຈັກຊົ່ວໂມງໜຶ່ງບໍ່ໄດ້ບໍ? 41.ຈົ່ງຕື່ນເຝົ້າແລະພາວະນາ ເພື່ອບໍ່ໃຫ້ເສຍທີໃນເວລາຖືກຫລອກລວງ: ຈິດໃຈວ່ອງໄວ ແຕ່ເນື້ອໜັງອ່ອນແອ”. 42.ແລ້ວພຣະອົງສະເດັດອອກໄປອີກເປັນເທື່ອທີສອງ ແລະພາວະນາວ່າ: “ໂອພຣະບິດາເຈົ້າ, ຖ້າຫາກວ່າຈຳເປັນຫລີກບໍ່ໄດ້, ລູກຕ້ອງຮັບຈອກນີ້ແລ້ວ, ກໍຂໍໃຫ້ເປັນໄປຕາມນ້ຳພຣະໄທຂອງພຣະອົງເທີ້ນ”. 43.ແລ້ວພຣະອົງສະເດັດກັບມາ ແລະເຫັນພວກເຂົາກຳລັງນອນຫລັບຢູ່ອີກ, ຍ້ອນວ່າພວກເຂົາມືນຕາບໍ່ຂຶ້ນແລ້ວ. 44.ພຣະອົງຈຶ່ງປະພວກເຂົາ ສະເດັດອອກໄປອີກ ແລະພາວະນາຄວາມເກົ່າເປັນເທື່ອທີສາມ. 45.ແລ້ວພຣະອົງກໍສະເດັດມາຫາພວກສາວົກ ແລະກ່າວກັບພວກເຂົາວ່າ: “ໃຫ້ພວກເຈົ້ານອນແລະພັກຜ່ອນເສຍ, ເຖິງເວລາແລ້ວ ທີ່ບຸດແຫ່ງມະນຸດຈະຖືກມອບໃນກຳມືຂອງພວກຄົນບາບ... 46.ຈົ່ງພາກັນລຸກຂຶ້ນ! ໄປ! ຜູ້ມອບເຮົາໃກ້ຈະມາແລ້ວ”.

 

ການຈັບກຸມພຣະເຢຊູເຈົ້າ

47.ໃນເວລາພຣະອົງກຳລັງກ່າວຢູ່ນັ້ນ ຢູດາ ຜູ້ໜຶ່ງໃນພວກສາວົກທັງສິບສອງ ກໍມາເຖິງ, ພ້ອມກັບຫລາຍຄົນ ຖືງ້າວແລະຄ້ອນ; ແມ່ນພວກຫົວໜ້າສົງແລະເຖົ້າແກ່ບ້ານເມືອງໄດ້ສົ່ງພວກເຂົາມາ. 48.ຜູ້ທໍລະຍົດໄດ້ໃຫ້ສຳຄັນແກ່ພວກເຂົາວ່າ: “ເຮົາຈູບຜູ້ໃດກໍແມ່ນຜູ້ນັ້ນ; ໃຫ້ຈັບກຸມເອົາ”. 49.ພໍມາຮອດ ເຂົາກໍກົງເຂົ້າໄປຫາພຣະເຢຊູເຈົ້າ ທູນວ່າ: “ສະບາຍດີ, ພຣະອາຈານ!” ແລ້ວເຂົາກໍຈູບພຣະອົງ. 50.ແຕ່ພຣະເຢຊູເຈົ້າກ່າວຕອບເຂົາວ່າ: “ສະຫາຍເອີຍ ເຈົ້າໄດ້ມາກໍເພື່ອອັນນີ້ນໍ!” ເວລານັ້ນເອງ ພວກເຂົາທັງຫລາຍກໍພາກັນຫຸ້ມເຂົ້າ ແລະຈັບພຣະເຢຊູເຈົ້າ. 51.ທັນໃດນັ້ນ, ມີຜູ້ໜຶ່ງທີ່ຢູ່ນຳພຣະເຢຊູເຈົ້າ ຖອດງ້າວອອກຈາກຝັກ, ແລະຟັນຄົນໃຊ້ຂອງເຈົ້າຄະນະສົງ ຖືກໃບຫູຂາດ. 52.ພຣະເຢຊູເຈົ້າຈຶ່ງກ່າວກັບຜູ້ນັ້ນວ່າ: “ເອົາງ້າວໃສ່ຝັກໄວ້ເສຍ, ດ້ວຍວ່າຜູ້ໃດໃຊ້ງ້າວ ກໍຈະຕາຍດ້ວຍງ້າວ. 53.ເຈົ້າຄິດວ່າເຮົາບໍ່ສາມາດຂໍນຳພຣະບິດາຂອງເຮົາ ແລະທັນທີພຣະອົງຈະສົ່ງເທວະດາມາໃຫ້ເຮົາ ຫລາຍກວ່າສິບສອງກອງພັນຊັ້ນບໍ? 54.ບໍ່ດັ່ງນັ້ນ ຈະສຳເລັດຕາມພຣະຄຳພີໄດ້ຢ່າງໃດ, ຍ້ອນພຣະຄຳພີໄດ້ກ່າວໄວ້ວ່າ ຕ້ອງເປັນໄປເຊັ່ນນີ້?” 55.ແລ້ວພຣະເຢຊູເຈົ້າຈຶ່ງກ່າວກັບພວກນັ້ນວ່າ: “ພວກເຈົ້າຖືງ້າວຖືຄ້ອນມາຈັບເຮົາ ຄືມາຫາຈັບຜູ້ຮ້າຍ. ທີ່ຈິງ ເຮົາເຄີຍນັ່ງສອນໃນພຣະວິຫານທຸກໆວັນ, ແລະພວກເຈົ້າບໍ່ໄດ້ຈັບກຸມເຮົາ”. 56.ທຸກສິ່ງເຫລົ່ານີ້ໄດ້ເປັນມາ ກໍເພື່ອໃຫ້ສຳເລັດຕາມທີ່ບັນດາປະພາສົກໄດ້ຂຽນໄວ້. ເວລານັ້ນ ພວກສາວົກໄດ້ພາກັນປະພຣະອົງ ແລ້ວໜີໄປໝົດ.

 

ພຣະເຢຊູເຈົ້າຢູ່ຕໍ່ໜ້າສານສູງ

57.ເມື່ອໄດ້ຈັບກຸມພຣະເຢຊູເຈົ້າແລ້ວ, ພວກເຂົາກໍຄຸມພຣະອົງໄປວັງຂອງໄກຟາ, ເຈົ້າຄະນະສົງ, ບ່ອນພວກອາຈານພຣະຄຳພີແລະພວກເຖົ້າແກ່ບ້ານເມືອງປະຊຸມກັນຢູ່. 58.ສ່ວນເປໂຕກໍຕິດຕາມພຣະອົງໄປແຕ່ໄກໆ ຈົນຮອດວັງຂອງເຈົ້າຄະນະສົງ, ແລະເຂົ້າໄປທາງໃນ ນັ່ງຮ່ວມກັບພວກຄົນໃຊ້ ເພື່ອຄອຍເບິ່ງວ່າ ສຸດທ້າຍຈະເປັນໄປຢ່າງໃດ. 59.ພວກຫົວໜ້າສົງແລະທີ່ປຶກສາສານຊັ້ນສູງທັງໝົດ ຊອກຫາຫລັກຖານພະຍານເທັດ ໃສ່ຮ້າຍພຣະເຢຊູເຈົ້າ, ເພື່ອຈະປະຫານຊີວິດພຣະອົງ; 60.ແລະແມ່ນວ່າ ມີພະຍານເທັດເປັນຈຳນວນມາກເຂົ້າມາສະເໜີຕົວໃຫ້ການ, ພວກເຂົາກໍຍັງຫາຫລັກຖານຫຍັງບໍ່ໄດ້; ທ້າຍສຸດມີພະຍານເທັດສອງຄົນເຂົ້າມາ, 61.ແລະໃຫ້ການວ່າ: “ຄົນຜູ້ນີ້ໄດ້ເວົ້າວ່າ: ເຮົາສາມາດມ້າງທຳລາຍພຣະວິຫານຂອງພຣະເປັນເຈົ້າ, ແລ້ວສ້າງຂຶ້ນໃໝ່ພາຍໃນສາມວັນໄດ້”. 62.ເຈົ້າຄະນະສົງຈຶ່ງລຸກຢືນຂຶ້ນແລະຖາມພຣະອົງວ່າ: “ທ່ານບໍ່ຕອບຫຍັງຕໍ່ຄຳໃຫ້ການຂອງພວກນັ້ນບໍ?” 63.ແຕ່ພຣະເຢຊູເຈົ້າຊົງມິດຢູ່; ເຈົ້າຄະນະສົງຈຶ່ງເວົ້າອີກວ່າ: “ໃນພຣະນາມຂອງພຣະເປັນເຈົ້າຜູ້ຊົງຊີວິດ, ເຮົາສັ່ງໃຫ້ທ່ານບອກພວກເຮົາວ່າ: ທ່ານແມ່ນພຣະກຣິສໂຕ, ພຣະບຸດຂອງພຣະເປັນເຈົ້າຫລືບໍ່?” 64.ພຣະເຢຊູເຈົ້າຊົງກ່າວຕອບວ່າ: “ແມ່ນຄືທ່ານເອງເວົ້າ. ຍິ່ງກວ່ານັ້ນອີກ, ເຮົາບອກພວກທ່ານວ່າ: ແຕ່ນີ້ໄປພວກທ່ານຈະເຫັນບຸດແຫ່ງມະນຸດປະທັບຢູ່ເບື້ອງຂວາຂອງພຣະເປັນເຈົ້າຜູ້ຊົງຣິດທານຸພາບ ແລະຈະສະເດັດມາເທິງເມກໃນທ້ອງຟ້າ”. 65.ເຈົ້າຄະນະສົງຈຶ່ງຈີກເສື້ອຂອງຕົນ ພ້ອມທັງເວົ້າວ່າ: “ຄົນຜູ້ນີ້ໄດ້ເວົ້າປະໝາດປະຈານ; ພວກເຮົາຍັງຈະຕ້ອງການພະຍານຫຍັງອີກບໍ? ບັດນີ້ ພວກທ່ານເອງກໍໄດ້ຍິນຄຳປະໝາດປະຈານນີ້ແລ້ວ; 66.ພວກທ່ານຈະຄິດຢ່າງໃດ?” ພວກເຂົາຈຶ່ງຕອບວ່າ: “ຄົນຜູ້ນີ້ສົມຕ້ອງຕາຍ”. 67.ແລ້ວພວກເຂົາກໍພາກັນຖົ່ມນ້ຳລາຍໃສ່ພຣະພັກພຣະອົງ, ຕົບພຣະພັກພຣະອົງ. ຄົນອື່ນໆກໍທຸບຕີພຣະອົງ 68.ພ້ອມທັງເວົ້າວ່າ: “ພຣະກຣິສໂຕເອີຍ, ເຊີນທວາຍເບິ່ງວ່າ ແມ່ນໃຜຕີເຈົ້າ”.

 

ເປໂຕປະຕິເສດ

69.ສ່ວນເປໂຕນັ່ງຢູ່ເດີ່ນທາງນອກ. ພໍດີມີຍິງຄົນໃຊ້ຜູ້ໜຶ່ງເຂົ້າມາຫາ ເວົ້າວ່າ: “ເຈົ້ານີ້ດ້ວຍເຄີຍຢູ່ກັບເຢຊູໄທຄາລີເລ”. 70.ເປໂຕກໍປະຕິເສດຕໍ່ໜ້າຄົນທັງຫລາຍວ່າ: “ເຮົາບໍ່ເຂົ້າໃຈເລີຍວ່າເຈົ້າຢາກເວົ້າຫຍັງ”. 71.ເມື່ອເວລາເປໂຕຫຍັບໄປຫາປະຕູ ກໍມີຍິງຄົນໃຊ້ຜູ້ໜຶ່ງອີກ ເວົ້າກັບພວກທີ່ຊຸມກັນຢູ່ນັ້ນວ່າ: “ຕານີ້ກໍເຄີຍຢູ່ນຳເຢຊູໄທເມືອງນາຊາແຣັດດ້ວຍ”. 72.ເປໂຕກໍປະຕິເສດອີກ, ພ້ອມທັງສາບານວ່າ: “ເຮົາບໍ່ເຄີຍຮູ້ຈັກກັບຄົນຜູ້ນັ້ນເລີຍ”. 73.ອີກບໍ່ພໍຄາວ, ພວກທີ່ຢູ່ທີ່ນັ້ນກໍພາກັນເຂົ້າມາຫາເປໂຕ ເວົ້າວ່າ: “ບໍ່ສົງໄສ, ເຈົ້າຕ້ອງເປັນໝູ່ກັບພວກນັ້ນແທ້, ຟັງສຽງປາກກໍຮູ້”. 74.ເປໂຕຈຶ່ງແຊ່ງສາບານວ່າ: ຕົວບໍ່ຮູ້ຈັກກັບຄົນຜູ້ນັ້ນແທ້, ແລະທັນໃດນັ້ນເອງໄກ່ກໍຂັນຂຶ້ນ. 75.ດັ່ງນັ້ນ ເປໂຕຈຶ່ງຄຶດຊວາດເຖິງຄວາມເວົ້າທີ່ພຣະເຢຊູເຈົ້າໄດ້ກ່າວວ່າ: “ກ່ອນໄກ່ຂັນ ເຈົ້າຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ” ເປໂຕຈຶ່ງອອກໄປທາງນອກ ແລ້ວກໍຮ້ອງໄຫ້ຢ່າງຂົມຂື່ນ.