ພຣະວໍຣະສານ ໂດຍນັກບຸນ ມັດເທວ
ພາກທີ 25
ຄວາມປຽບທຽບເລື່ອງນາງສາວສິບຄົນ
ແລະເລື່ອງເງິນທີ່ຝາກໄວ້
1.“ອານາຈັກສະຫວັນຍັງປຽບໄດ້ກັບນາງສາວສິບຄົນ ທີ່ຖືຕະກຽງອອກໄປຕ້ອນຮັບເຈົ້າບ່າວ. 2.ໃນຈຳນວນນາງສາວສິບຄົນນັ້ນ ຫ້າຄົນເປັນຄົນໂງ່ ແລະຫ້າຄົນເປັນຄົນສະຫລາດ. 3.ພວກທີ່ໂງ່ຖືເອົາຕະກຽງຂອງຕົນໄປ ແຕ່ບໍ່ໄດ້ເອົານ້ຳມັນໄປເພື່ອໄວ້. 4.ສ່ວນພວກສະຫລາດຫ້າຄົນ ຖືເອົາຕະກຽງຂອງຕົນ ແລະຍັງໄດ້ເອົານ້ຳມັນໃສ່ຂວດໄປດ້ວຍ. 5.ແຕ່ຍ້ອນວ່າເຈົ້າບ່າວນານມາ ເຂົາທັງໝົດກໍເຫງົານອນ ແລ້ວເລີຍພາກັນຫລັບໄປ. 6.ພໍທ່ຽງຄືນກໍມີສຽງຮ້ອງວ່າ: “ນີ້ເດ໋ ເຈົ້າບ່າວມາແລ້ວ ຈົ່ງອອກໄປຕ້ອນຮັບເພິ່ນເຖີດ.” 7.ເວລານັ້ນ ນາງສາວທັງໝົດພ້ອມກັນຕື່ນນອນ ແລະຈັດແຈງໃຕ້ຕະກຽງຂອງໃຜລາວ. 8.ພວກນາງສາວໂງ່ຈຶ່ງເວົ້າກັບພວກສະຫລາດວ່າ: “ຂໍແບ່ງນ້ຳມັນໃຫ້ພວກເຮົາແດ່ ຍ້ອນວ່າຕະກຽງຂອງພວກເຮົາກຳລັງຈະມອດ.” 9.ພວກນາງສະຫລາດຈຶ່ງຕອບວ່າ: “ຢ້ານບໍ່ມີພໍສຳລັບພວກເຮົາ ແລະພວກເຈົ້າດອກ. ໃຫ້ພວກເຈົ້າໄປຊື້ເອົານຳພວກພໍ່ຄ້າຈະດີກວ່າ.” 10.ເວລາພວກນາງສາວໂງ່ໄປຊື້ນ້ຳມັນ ເຈົ້າບ່າວກໍມາຮອດ ພວກນາງທີ່ຕຽມພ້ອມແລ້ວ ກໍໄດ້ເຂົ້າໃນຫ້ອງງານວິວາຫະມຸງຄຸນນຳເຈົ້າບ່າວ ແລ້ວກໍອັດປະຕູໄວ້. 11.ສຸດທ້າຍພວກນາງອື່ນໆກໍມາຮອດດ້ວຍ ແລະຮ້ອງວ່າ: “ພຣະອົງເຈົ້າເອີຍ! ພຣະອົງເຈົ້າເອີຍ ໄຂເອົາພວກຂ້ານ້ອຍແດ່.” 12.ເຈົ້າບ່າວຈຶ່ງຕອບວ່າ: “ເຮົາບອກພວກເຈົ້າເປັນຄວາມຈິງວ່າ: ເຮົາບໍ່ຮູ້ຈັກພວກເຈົ້າດອກ.” 13.ດັ່ງນີ້ ພວກເຈົ້າຈົ່ງຕື່ນເຝົ້າເຖີດ ຍ້ອນວ່າພວກເຈົ້າບໍ່ຮູ້ຈັກວັນແລະເວລາເລີຍ”.
14.“ກໍເປັນດັ່ງເລື່ອງຄົນຜູ້ໜຶ່ງ, ກ່ອນຈະອອກເດີນທາງໄປເມືອງໄກ ລາວໄດ້ເອີ້ນພວກຄົນໃຊ້ເຂົ້າມາ ແລະມອບຊັບໃຫ້ພວກເຂົາ. 15.ຄົນໃຊ້ຜູ້ທີໜຶ່ງໄດ້ຫ້າຫລຽນ ຜູ້ທີສອງໄດ້ສອງຫລຽນ ແລະຜູ້ທີສາມໄດ້ໜຶ່ງຫລຽນ ຕາມຄວາມສາມາດຂອງແຕ່ລະຄົນ ແລ້ວຄົນຜູ້ນັ້ນກໍອອກເດີນທາງໄປ. 16.ທັນທີຜູ້ທີ່ໄດ້ຮັບຫ້າຫລຽນ ກໍເອົາເງິນຈຳນວນນັ້ນໄປທຳປະໂຫຍດ ແລະກໍໄດ້ກຳໄລມາຕື່ມອີກຫ້າຫລຽນ. 17.ດັ່ງດຽວກັນ ຜູ້ທີ່ໄດ້ຮັບສອງຫລຽນ ກໍຫາກຳໄລມາຕື່ມອີກສອງຫລຽນ. 18.ສ່ວນຜູ້ທີ່ໄດ້ຮັບແຕ່ໜຶ່ງຫລຽນ ເຂົາໄດ້ໄປຂຸດດິນແລ້ວເອົາເງິນຂອງນາຍໄປຝັງໄວ້. 19.ເຫິງນານຕໍ່ມາ ນາຍຜູ້ນັ້ນໄດ້ກັບມາ ແລະໄດ້ເອີ້ນພວກຄົນໃຊ້ຂອງຕົນເຂົ້າມາລາຍງານ. 20.ຜູ້ໄດ້ຮັບຫ້າຫລຽນເຂົ້າມາ ແລະໄດ້ນຳເອົາເງິນກຳໄລຫ້າຫລຽນນັ້ນມາສະເໜີນາຍເວົ້າວ່າ: “ທ່ານໄດ້ມອບໃຫ້ຂ້ານ້ອຍຫ້າຫລຽນ ນີ້ແຫລະຂ້ານ້ອຍໄດ້ກຳໄລອີກຫ້າຫລຽນ.” 21.ນາຍຈຶ່ງເວົ້າກັບເຂົາວ່າ: “ດີແລ້ວ ຄົນໃຊ້ຜູ້ດີແລະສັດຊື່”. ເຈົ້າໄດ້ສັດຊື່ໃນສິ່ງເລັກນ້ອຍ ເຮົາຈະແຕ່ງຕັ້ງເຈົ້າໃຫ້ຄວບຄຸມໃນສິ່ງຫລວງຫລາຍ ເຊີນມາຮ່ວມຍິນດີກັບນາຍຂອງເຈົ້າ.” 22.ຕໍ່ມາຜູ້ໄດ້ຮັບສອງຫລຽນກໍເຂົ້າມາ ເວົ້າວ່າ: “ທ່ານໄດ້ມອບໃຫ້ຂ້ານ້ອຍສອງຫລຽນ ນີ້ແຫລະຂ້ານ້ອຍໄດ້ກຳໄລມາອີກສອງຫລຽນ.” 23.ນາຍຈຶ່ງເວົ້າວ່າ: “ດີແລ້ວ ຄົນໃຊ້ຜູ້ດີແລະສັດຊື່”. ເຈົ້າໄດ້ສັດຊື່ໃນສິ່ງເລັກນ້ອຍ ເຮົາຈະແຕ່ງຕັ້ງເຈົ້າໃຫ້ຄວບຄຸມສິ່ງໃຫຍ່ຫລວງ ເຊີນມາຮ່ວມຍິນດີກັບນາຍຂອງເຈົ້າ.” 24.ທີ່ສຸດ ຜູ້ໄດ້ຮັບແຕ່ໜຶ່ງ ຫລຽນກໍເຂົ້າມາເວົ້າວ່າ: “ຂ້ານ້ອຍຮູ້ວ່າທ່ານເປັນຄົນເຄັ່ງຄັດ: ທ່ານກ່ຽວເຂົ້າບ່ອນທີ່ທ່ານບໍ່ໄດ້ຫວ່ານ ແລະຮິບໂຮມບ່ອນທີ່ທ່ານບໍ່ໄດ້ແຈກຈ່າຍ. 25.ເພາະສະນັ້ນຂ້ານ້ອຍຢ້ານຫລາຍ ຂ້ານ້ອຍຈຶ່ງໄດ້ເອົາເງິນຂອງທ່ານໄປຝັງດິນໄວ້ ນີ້ແຫລະເງິນຂອງທ່ານ ໃຫ້ທ່ານເອົາຄືນເສຍ.” 26.ແຕ່ນາຍໄດ້ຕອບເຂົາວ່າ: “ຄົນໃຊ້ຜູ້ຊົ່ວຊ້າ ແລະກຽດຄ້ານ! ເຈົ້າຮູ້ແລ້ວວ່າ ເຮົາກ່ຽວເຂົ້າບ່ອນທີ່ເຮົາບໍ່ໄດ້ຫວ່ານ ແລະຮິບໂຮມບ່ອນທີ່ເຮົາບໍ່ໄດ້ແຈກຈ່າຍ. 27.ດັ່ງນັ້ນ ເຈົ້າກໍຄວນເອົາເງິນຂອງເຮົາໄປຝາກທະນາຄານໄວ້ ແລະເວລາເຮົາກັບມາ ເຮົາກໍຈະຖອນເອົາຊັບຂອງເຮົາພ້ອມກັບດອກເບ້ຍ. 28.ຈົ່ງຢຶດເອົາເງິນຫລຽນຂອງມັນໄປໃຫ້ຜູ້ທີ່ມີສິບຫລຽນແລ້ວ. 29.ຍ້ອນວ່າຜູ້ທີ່ມີແລ້ວຈະໄດ້ຮັບຕື່ມອີກ ແລະຈະມີຫລາຍຂຶ້ນ. ສ່ວນຜູ້ທີ່ບໍ່ມີ ແມ່ນວ່າອັນທີ່ມີແລ້ວ ກໍຈະຖືກຢຶດເອົາໄປຊ້ຳ. 30.ສ່ວນຄົນໃຊ້້ທີ່ບໍ່ມີປະໂຫຍດນີ້ ຈົ່ງເອົາມັນໄປຖິ້ມທາງນອກບ່ອນມືດເສຍ ຢູ່ທີ່ນັ້ນຈະມີແຕ່ສຽງຮ້ອງໄຫ້ແລະກັດແຂ້ວ”.
ການພິພາກສາເທື່ອສຸດທ້າຍ
31.ເມື່ອບຸດແຫ່ງມະນຸດຈະສະເດັດມາເຕັມດ້ວຍສີມຸງຄຸນ ແລະແຫ່ແຫນດ້ວຍຝູງເທວະດາທັງຫລາຍ, ເວລານັ້ນພຣະອົງຈະປະທັບເທິງພຣະບັນລັງຂອງພຣະອົງ. 32.ນານາຊາດຈະຊຸມນຸມກັນເຂົ້າມາຢູ່ຕໍ່ພຣະພັກຂອງພຣະອົງ, ແລະພຣະອົງຈະແຍກພວກເຂົາອອກຈາກກັນ ຄືກັນກັບນາຍຊຸມພາບານແຍກແກະອອກຈາກແບ້, 33.ແກະໄວ້ເບື້ອງຂວາ ແລະແບ້ໄວ້ເບື້ອງຊ້າຍ. 34.ເວລານັ້ນພຣະມະຫາກະສັດຈະກ່າວກັບພວກຢູ່ເບື້ອງຂວາວ່າ: “ເຊີນເຂົ້າມາ, ພວກເຈົ້າຜູ້ໄດ້ຮັບພຣະພອນຈາກພຣະບິດາຂອງເຮົາ, ເຊີນມາຮັບສ່ວນໃນອານາຈັກ, ທີ່ໄດ້ຈັດຕຽມໄວ້ສຳລັບພວກເຈົ້າຕັ້ງແຕ່ສ້າງໂລກ. 35.ຍ້ອນວ່າ, ເວລາເຮົາຫິວເຂົ້າ, ພວກເຈົ້າໄດ້ເອົາເຂົ້າໃຫ້ກິນ, ເວລາເຮົາຫິວນ້ຳ, ພວກເຈົ້າໄດ້ເອົານ້ຳໃຫ້ດື່ມ; ເວລາເຮົາເປັນແຂກເດີນທາງໄປ, ພວກເຈົ້າໄດ້ຕ້ອນຮັບ; 36.ເວລາເຮົາເປືອຍເປົ່າຢູ່, ພວກເຈົ້າກໍໄດ້ເອົາເສື້ອຜ້າໃຫ້ນຸ່ງຫົ່ມ; ເວລາເຮົາເຈັບເປັນ, ພວກເຈົ້າໄດ້ເບິ່ງແຍງ; ເວລາເຮົາຖືກກັກຂັງ, ພວກເຈົ້າໄດ້ມາຢ້ຽມຢາມ.” 37.ເວລານັ້ນ, ບັນດາຜູ້ຊອບທຳຈຶ່ງຈະຕອບພຣະອົງວ່າ: “ພຣະອົງເຈົ້າ, ເວລາໃດພວກຂ້າພະເຈົ້າໄດ້ເຫັນພຣະອົງຫິວເຂົ້າ ແລະໄດ້ເອົາເຂົ້າໃຫ້ພຣະອົງກິນ? ເຫັນພຣະອົງຫິວນ້ຳ, ແລະໄດ້ເອົານ້ຳໃຫ້ພຣະອົງດື່ມ? 38.ເຫັນພຣະອົງເປັນແຂກເດີນທາງ ແລະໄດ້ຕ້ອນຮັບ ພຣະອົງ; ເຫັນພຣະອົງເປືອຍເປົ່າ ແລະໄດ້ໃຫ້ພຣະອົງເຄື່ອງນຸ່ງຖື? 39.ເຫັນພຣະອົງເຈັບເປັນຫລືຖືກກັງຂັງ ແລະໄດ້ໄປຢ້ຽມຢາມພຣະອົງ?” 40.ແລະພຣະມະຫາກະສັດຈະຕອບພວກເຂົາວ່າ: “ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ທຸກເທື່ອທີ່ພວກເຈົ້າໄດ້ປະຕິບັດຕໍ່ພີ່ນ້ອງຜູ້ຕ່ຳ ຕ້ອຍທີ່ສຸດຂອງເຮົາ, ພວກເຈົ້າກໍໄດ້ປະຕິບັດຕໍ່ເຮົາເອງ.”
41.ຕໍ່ໄປພຣະອົງຈະກ່າວກັບພວກຢູ່ເບື້ອງຊ້າຍວ່າ: “ສ່ວນພວກເຈົ້າ ສັນຊາດຊົ່ວ, ຮີບໜີໄປໄກເຮົາ, ໄປສູ່ໄຟນິຣັນດອນ, ທີ່ໄດ້ຕຽມໄວ້ສຳລັບຜີປີສາດແລະພວກເທວະດາໝູ່ຂອງມັນ. 42.ຍ້ອນວ່າເວລາເຮົາຫິວເຂົ້າ, ພວກເຈົ້າບໍ່ໄດ້ເອົາເຂົ້າໃຫ້ເຮົາກິນ ເວລາເຮົາຫິວນ້ຳ, ພວກເຈົ້າບໍ່ໄດ້ເອົານ້ຳໃຫ້ດື່ມ. 43.ເວລາເຮົາເປັນແຂກເດີນທາງໄປ, ພວກເຈົ້າກໍບໍ່ໄດ້ຕ້ອນຮັບ; ເວລາເຮົາເປືອຍເປົ່າຢູ່, ພວກເຈົ້າກໍບໍ່ໄດ້ເອົາເສື້ອຜ້າໃຫ້ນຸ່ງຫົ່ມ; ເວລາເຮົາເຈັບເປັນຫລືຖືກກັກຂັງ, ພວກເຈົ້າກໍບໍ່ໄດ້ໄປຢ້ຽມຢາມເລີຍ.” 44.ເວລານັ້ນພວກເຂົາຈຶ່ງຈະຖາມພຣະອົງວ່າ: “ພຣະອົງເຈົ້າ, ເວລາໃດພວກຂ້າພະເຈົ້າໄດ້ເຫັນພຣະອົງຫິວເຂົ້າ, ຫິວນ້ຳ, ເປັນແຂກເດີນທາງ, ເປືອຍເປົ່າຢູ່, ເຈັບເປັນຫລືຖືກກັກຂັງ, ແລະພວກຂ້າພະເຈົ້າບໍ່ໄດ້ຊ່ວຍພຣະອົງເລີຍ?” 45.ພຣະອົງຈຶ່ງຈະຕອບພວກເຂົາວ່າ: “ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ທຸກເທື່ອທີ່ພວກເຈົ້າບໍ່ໄດ້ປະຕິບັດຕໍ່ຜູ້ໃດຜູ້ໜຶ່ງໃນບັນດາຜູ້ຕ່ຳຕ້ອຍນີ້, ພວກເຈົ້າກໍບໍ່ໄດ້ປະຕິບັດຕໍ່ເຮົາດ້ວຍ!” 46.ແລ້ວພວກເຂົາຈະແຍກກັນໄປພວກລະທາງ: ພວກຊົ່ວຊ້ານີ້ຈະໄປສູ່ຄວາມທໍຣະມານຕະຫລອດນິຣັນດອນ; ພວກຊອບທຳຈະໄປສູ່ຊີວິດນິຣັນດອນ”.