ພຣະວໍຣະສານ ໂດຍນັກບຸນ ມັດເທວ
ພາກທີ 24
ເລື່ອງສິ້ນພິພົບ
1.ເວລາທີ່ພຣະເຢຊູເຈົ້າສະເດັດອອກຈາກພຣະວິຫານ, ພວກສາວົກພ້ອມກັນເຂົ້າມາຫາພຣະອົງ, ຊີ້ໃຫ້ພຣະອົງທອດພຣະເນດຕຶກຕ່າງໆໃນພຣະວິຫານ. 2.ແຕ່ພຣະອົງຊົງຕອບພວກເຂົາວ່າ: “ພວກເຈົ້າເຫັນສິ່ງເຫລົ່ານີ້ທັງໝົດແລ້ວແມ່ນບໍ? ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: “ທຸກສິ່ງເຫລົ່ານີ້ຈະຖືກທຳລາຍໝົດ ຈົນບໍ່ມີຫີນເຫລືອຊ້ອນກັນອີກ”. 3.ເມື່ອມາເຖິງໂນນສວນໝາກກອກ ແລະເມື່ອຊົງປະທັບນັ່ງແລ້ວ, ພວກສາວົກກໍເຂົ້າມາທູນຖາມພຣະອົງຕ່າງຫາກ: “ໂຜດບອກໃຫ້ພວກຂ້ານ້ອຍຮູ້ດ້ວຍວ່າ ເວລາໃດເຫດການເຫລົ່ານັ້ນຈະເປັນມາ, ແລະແມ່ນຫຍັງຈະເປັນເຄື່ອງໝາຍຊີ້ບອກເຖິງການສະເດັດມາຂອງພຣະອົງ ແລະເຖິງສິ້ນພິພົບ”.
ເຫດການທີ່ຈະມາກ່ອນ
4.ພຣະເຢຊູເຈົ້າຕອບພວກເຂົາວ່າ: “ຈົ່ງລະວັງຢ່າໃຫ້ໃຜມາຕົວະຫລອກພວກເຈົ້າ. 5.ດ້ວຍວ່າຈະມີຫລາຍຄົນມາໃນນາມຂອງເຮົາ ແລະຈະໂຄສະນາວ່າ: ແມ່ນເຮົານີ້ເອງເປັນພຣະກຣິສໂຕເຈົ້າ, ແລະພວກເຂົາຈະທຳໃຫ້ຫລາຍຄົນຫລົງເຊື່ອ. 6.ເມື່ອພວກເຈົ້າໄດ້ຍິນເວົ້າເລື່ອງເສິກສົງຄາມ ແລະສຽງເລົ່າລືເຖິງເສິກສົງຄາມ, ຢ່າມີຄວາມຕົກໃຈ, ຈຳເປັນສິ່ງເຫລົ່ານີ້ຕ້ອງເປັນມາ, ແຕ່ຍັງບໍ່ທັນແມ່ນວາລະສຸດທ້າຍດອກ. 7.ຈະມີການຂັດສູ້ກັນຊາດຕໍ່ຊາດ, ອານາຈັກຕໍ່ອານາຈັກ, ຈະເກີດມີການອຶດຢາກໝາກແຄ້ນ ແລະແຜ່ນດິນໄຫວຢູ່ຫລາຍແຫ່ງ. 8.ນີ້ແຫລະແມ່ນຂັ້ນຕົ້ນແຫ່ງຄວາມເຈັບປວດຂອງການປະສູດ. 9.ເວລານັ້ນ ເຂົາຈະຈັບກຸມພວກເຈົ້າໄປທໍຣະມານແລະຂ້າໃຫ້ຕາຍ. ທຸກຊາດຈະຄຽດຊັງພວກເຈົ້າຍ້ອນພຣະນາມຂອງເຮົາ. 10.ແລະເວລານັ້ນ ຄົນຈຳນວນມາກຈະຕ້ອງສະດຸດຫລົງຜິດ, ຈະມີແຕ່ການທໍລະຍົດຕໍ່ກັນແລະຄຽດຊັງກັນ. 11.ປະພາສົກເທັດທຽມຈຳນວນມາກຈະລຸກຢືນຂຶ້ນ ໂຄສະນາ ແລະຈະຕົວະຫລອກໃຫ້ຫລາຍໆຄົນຫລົງເຊື່ອ. 12.ແລະຍ້ອນວ່າຄວາມອະທຳແຜ່ຜາຍຂະຫຍາຍຕົວອອກ, ຄວາມຮັກຄວາມສາມັກຄີຂອງຄົນຈຳນວນມາກກໍຈະມຸດມອດຖອຍນ້ອຍລົງ. 13.ແຕ່ວ່າຜູ້ໃດຈະຕັ້ງໝັ້ນເຖິງຂັ້ນສຸດທ້າຍ ກໍຈະເອົາຕົວຮອດ. 14.ເວລາໃດຂ່າວປະເສີດແຫ່ງອານາຈັກຈະຖືກປະກາດຈົນທົ່ວໂລກພິພົບ ເພື່ອເປັນຫລັກຖານຢືນຢັນຕໍ່ໜ້ານານາຊາດ, ເວລານັ້ນ ວາລະສຸດທ້າຍຈຶ່ງຈະມາເຖິງ.
ຄວາມທຸກເວທະນາອັນໃຫຍ່ຫລວງ
15.“ເມື່ອພວກເຈົ້າໄດ້ເຫັນສິ່ງອຸຈາດບາດໃຈມາຕັ້ງຢູ່ໃນສະຖານສັກສິດ, ຕາມທີ່ປະພາສົກດານີແອລໄດ້ກ່າວໄວ້, ໃຫ້ຜູ້ອ່ານເຂົ້າໃຈເອົາເອງເຖີດ, 16.ເວລານັ້ນຜູ້ໃດຢູ່ແຂວງຢູເດ ໃຫ້ໜີຂຶ້ນພູ, 17.ຜູ້ໃດຢູ່ເທິງຫລັງຄາພຽງ ກໍຢ່າລົງມາເອົາຂອງໃນເຮືອນ. 18.ແລະຜູ້ຢູ່ໄຮ່ຢູ່ນາ ກໍຢ່າຫລົບຄືນເມືອເອົາເສື້ອຕຸ້ມຂອງຕົນ. 19.ເວນກຳແກ່ພວກທີ່ຖືພາຫລືລ້ຽງລູກອ່ອນໃນວັນເຫລົ່ານັ້ນ. 20.ຈົ່ງວິງວອນຂໍຢ່າໃຫ້ມື້ວັນທີ່ພວກເຈົ້າຈະປົບໜີນັ້ນ ຕົກຖືກລະດູໜາວຫລືວັນພຣະ. 21.ຍ້ອນວ່າໃນເວລານັ້ນ ຈະເກີດມີຄວາມທຸກເວດທະນາຢ່າງໃຫຍ່ຫລວງ ດັ່ງທີ່ບໍ່ເຄີຍມີຕັ້ງແຕ່ສ້າງໂລກຈົນຮອດມື້ນັ້ນ, ແລະຈະບໍ່ມີສະເໝີເໝືອນອີກຈັກເທື່ອໃນພາຍໜ້າ. 22.ແລະຖ້າຫາກວ່າ ວັນເຫລົ່ານັ້ນບໍ່ຖືກຫຍໍ້ເຂົ້າໃຫ້ສັ້ນແລ້ວ, ຈະບໍ່ມີໃຜເອົາຕົວລອດໄດ້ເລີຍ. ແຕ່ຍ້ອນແກ່ຜູ້ຖືກເລືອກສັນ, ວັນເຫລົ່ານີ້ຈຶ່ງຈະຖືກຫຍໍ້ໃຫ້ສັ້ນເຂົ້າ. 23.ເວລານັ້ນ ຖ້າມີໃຜບອກພວກເຈົ້າວ່າ: “ພຣະກຣິສໂຕຢູ່ບ່ອນນີ້ຫລືຢູ່ບ່ອນນັ້ນ”, ພວກເຈົ້າກໍຢ່າເຊື່ອເຂົາເລີຍ. 24.ຍ້ອນວ່າຈະມີພຣະກຣິສໂຕເທັດທຽມ ແລະປະພາສົກທຽມປາກົດຕົວອອກມາຢ່າງມາກມາຍ. ພວກເຂົາຈະທຳການອັດສະຈັນແລະການແປກປະຫລາດຕ່າງໆ, ຈົນວ່າພວກຖືກເລືອກສັນເອງຫລົງເຊື່ອ, ຫາກວ່າເປັນໄປໄດ້. 25.ເຮົາບອກພວກເຈົ້າໃຫ້ຮູ້ໄວ້ລ່ວງໜ້າດັ່ງນີ້ແລ”.
ເຄື່ອງໝາຍການສະເດັດມາຂອງບຸດແຫ່ງມະນຸດ
26.ດັ່ງນີ້ ຖ້າມີໃຜມາບອກພວກເຈົ້າວ່າ: “ພຣະກຣິສໂຕຢູ່ທີ່ປ່ຽວ, ກໍຢ່າໄປ; ວ່າພະ ກຣິສໂຕຢູ່ໃນບ່ອນລີ້ລັບ, ກໍຢ່າໄດ້ເຊື່ອ”. 27.ແທ້ຈິງ, ບຸດແຫ່ງມະນຸດຈະສະເດັດມາຄືແສງຟ້າມາບ ຈາກທາງຕາເວັນອອກໄປເຖິງທາງຕາເວັນຕົກ. 28.ບ່ອນໃດມີຊາກສົບ, ບ່ອນນັ້ນກໍມີແຮ້ງກາມາຊຸມຢູ່.
ເຫດການນີ້ຈະເກີດຂຶ້ນທົ່ວໂລກ
29.ທັນທີທັນໃດ ເມື່ອຄວາມທຸກເວດທະນາແຫ່ງວັນເຫລົ່ານັ້ນຈະຜ່ານພົ້ນໄປແລ້ວ, ດວງຕາເວັນກໍຈະມືດມົວ, ເດືອນຈະດັບສູນແສງ, ດວງດາວກໍຈະຕົກຈາກຟ້າ, ແລະອະນຸ ພາບໃນທ້ອງຟ້າກໍຈະພັງທະລາຍລົງ. 30.ແລະເວລານັ້ນເອງ ເຄື່ອງໝາຍຂອງບຸດແຫ່ງມະນຸດຈະປາກົດມາໃນທ້ອງຟ້າ; ແລະມະນຸດທຸກຊາດທຸກຕະກູນທົ່ວໂລກຈະພາກັນຕີເອິກ; ແລະຈະເຫັນບຸດແຫ່ງມະນຸດສະເດັດມາເທິງເມກ ພ້ອມດ້ວຍຣິດທານຸພາບແລະສີມຸງຄຸນອັນຍິ່ງໃຫຍ່. 31.ແລະພຣະອົງຈະຊົງໃຊ້ພວກເທວະດາໄປເປົ່າແກດັງກ້ອງຈາກຂອບຟ້າເບື້ອງນີ້ ໄປຫາຂອບຟ້າເບື້ອງນັ້ນ ເພື່ອຮຽກໂຮມຜູ້ຖືກເລືອກສັນຈາກສີ່ທິດ.
ວັນເວລາທີ່ເຫດການນີ້ຈະມາເຖິງ
32.“ຈົ່ງຟັງຄວາມປຽບທຽບເລື່ອງກົກໝາກເດື່ອ. ເມື່ອເວລາເຫັນມັນແຕກງ່າແລະປົ່ງໃບອ່ອນ, ພວກເຈົ້າກໍຮູ້ວ່າ ຍາມຮ້ອນໃກ້ຈະມາຮອດແລ້ວ. 33.ດັ່ງດຽວກັນ ເມື່ອພວກເຈົ້າຈະເຫັນເຫດການທຸກຢ່າງນີ້ເກີດເປັນມາ, ກໍຈົ່ງຮູ້ໄວ້ວ່າພຣະອົງມາໃກ້, ຢູ່ກັບປະຕູແລ້ວ. 34.ເຮົາບອກພວກເຈົ້າເປັນຄວາມຈິງວ່າ ຄົນເຊັ່ນນີ້ຈະບໍ່ທັນຜ່ານພົ້ນໄປ ກ່ອນເຫດການທຸກຢ່າງນີ້ຈະເປັນມາ. 35.ຟ້າແລະແຜ່ນດິນຈະຜ່ານພົ້ນໄປ, ແຕ່ວາຈາຂອງເຮົາຈະບໍ່ຜ່ານພົ້ນໄປເລີຍ. 36.ສ່ວນເລື່ອງທີ່ວ່າວັນໃດເວລາໃດ ເຫດການນີ້ຈະເປັນມາ, ບໍ່ມີໃຜຮູ້ໄດ້, ແມ່ນແຕ່ພວກເທວະດາຢູ່ສະຫວັນ, ແມ່ນແຕ່ພຣະບຸດເອງກໍບໍ່ຮູ້, ມີແຕ່ພຣະບິດາຜູ້ດຽວເທົ່ານັ້ນຮູ້ຈັກ.
ຄວນຕື່ນເຝົ້າສະເໝີ
37.“ວັນເວລາທີ່ບຸດແຫ່ງມະນຸດຈະສະເດັດມາ ກໍເປັນຄືກັນກັບສະໄໝຂອງນໍແອ. 38.ໃນສະໄໝກ່ອນນ້ຳວິນາດຖ້ວມນັ້ນ, ມະນຸດກິນດື່ມແລະແຕ່ງງານກັນ ຈົນຮອດມື້ນໍແອເຂົ້າສຳເພົາ. 39.ບໍ່ມີໃຜສົງໄສຫຍັງເລີຍ ຈົນນ້ຳວິນາດມາເຖິງແລະຖ້ວມໄຫລເອົາພວກເຂົາໄປໝົດ. ບຸດແຫ່ງມະນຸດກໍຈະສະເດັດມາຢ່າງດຽວກັນ. 40.ເວລານັ້ນ ຊາຍສອງຄົນໃນທົ່ງນາ: ຜູ້ໜຶ່ງຈະຖືກເອົາໄປ, ຜູ້ໜຶ່ງຈະຖືກປະໄວ້. 41.ຍິງສອງຄົນກຳລັງປົ່ນແປ້ງ: ຜູ້ໜຶ່ງຈະຖືກເອົາໄປ, ຜູ້ໜຶ່ງຈະຖືກປະໄວ້. 42.ດັ່ງນີ້ ຈົ່ງເຝົ້າລະວັງ ດ້ວຍວ່າພວກເຈົ້າບໍ່ຮູ້ວັນໃດພຣະອົງເຈົ້າຂອງພວກເຈົ້າຈະກັບມາ. 43.ຈົ່ງເຂົ້າໃຈດີໆວ່າ: ຖ້າເຈົ້າເຮືອນຮູ້ວ່າຍາມໃດຂະໂມຍຈະມາແນ່ນອນ ລາວຈະຕື່ນເຝົ້າ ແລະຈະບໍ່ປະໃຫ້ຂະໂມຍເຈາະຝາເຮືອນລາວໄດ້. 44.ດັ່ງດຽວກັນ ພວກເຈົ້າຈົ່ງຕຽມພ້ອມໄວ້ ຍ້ອນວ່າບຸດແຫ່ງມະນຸດຈະສະເດັດມາໃນວັນເວລາທີ່ພວກເຈົ້າບໍ່ຄຶດບໍ່ຝັນເລີຍ.
ຄົນໃຊ້ສັດຊື່
45.“ສົມມຸດວ່າ ມີຄົນໃຊ້ຜູ້ໜຶ່ງທີ່ສັດຊື່ແລະສະຫລາດ ຊຶ່ງນາຍໄດ້ແຕ່ງຕັ້ງໃຫ້ຄວບຄຸມດູແລພວກຄົນໃນເຮືອນ ເພື່ອແຈກຢາຍອາຫານຂອງກິນໃຫ່້ຖືກຕ້ອງຕາມເວລາ. 46.ບຸນລາບແກ່ຄົນໃຊ້ຜູ້ນັ້ນທີ່ກຳລັງປະຕິບັດງານດັ່ງນີ້ ໃນເວລາທີ່ນາຍຈະກັບມາຮອດ. 47.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ນາຍຈະແຕ່ງຕັ້ງໃຫ້ເຂົາຄວບຄຸມຊັບສົມບັດຂອງຕົນທັງໝົດ. 48.ແຕ່ຖ້າຄົນໃຊ້ຜູ້ນັ້ນຄຶດໃນໃຈວ່າ: ນາຍຈະນານກັບມາ 49.ແລ້ວກໍທຸບຕີພວກເພື່ອນຂອງຕົນ ແລະໄປກິນດື່ມກັບພວກນັກເລງເຫລົ້າ 50.ນາຍຂອງເຂົາຈະກັບມາຮອດ ໃນມື້ທີ່ເຂົາບໍ່ຄອງຖ້າ ແລະໃນເວລາທີ່ເຂົາບໍ່ນຶກບໍ່ຝັນ. 51.ແລະນາຍກໍຈະຖອດເຂົາອອກ ສົ່ງເຂົາໃຫ້ໄປຢູ່ຮ່ວມກັບພວກທຽມໃຈບຸນ: ບ່ອນນັ້ນຈະມີແຕ່ຮ້ອງໄຫ້ແລະກັດແຂ້ວ”.