ພຣະວໍຣະສານ ໂດຍນັກບຸນ ມັດເທວ

ພາກທີ 23

ຄວາມທຽມໃຈບຸນ

 

ຂອງພວກຟາຣີເຊວແລະພວກອາຈານພຣະຄຳພີ

1.ແລ້ວພຣະເຢຊູເຈົ້າຊົງກ່າວແກ່ປະຊາຊົນແລະພວກສາວົກຂອງພຣະອົງວ່າ: 2.“ພວກອາຈານພຣະຄຳພີແລະພວກຟາຣີເຊວນັ່ງເທິງທຳມາດຂອງໂມແຊ. 3.ທຸກສິ່ງທີ່ພວກ ເຂົາສັ່ງສອນ ພວກເຈົ້າຈົ່ງປະຕິບັດຕາມ; ແຕ່ຢ່າເອົາແບບຢ່າງການປະຕິບັດຂອງພວກເຂົາ;ດ້ວຍວ່າ ພວກເຂົາສັ່ງສອນແຕ່ບໍ່ປະຕິບັດຕາມເລີຍ. 4.ພວກເຂົາມັດຂອງໜັກໃສ່ບ່າຄົນອື່ນ ແຕ່ສ່ວນພວກເຂົາເອງ ປາຍນີ້ວກ້ອຍກໍບໍ່ຈຸໃສ່ຊ້ຳ. 5.ພວກເຂົາເຮັດທຸກສິ່ງທຸກຢ່າງເພື່ອໃຫ້ປະຊາຊົນສັງເກດ ຢ່າງວ່າຖືຖົງໃຫຍ່ໃສ່ພຣະຄຳພີ, ແລະນຸ່ງເສື້ອມີຍອຍ. 6.ໃນງານກິນລ້ຽງພວກເຂົາກໍມັກຢູ່ຫົວໂຕະ, ແລະໃນໂຮງທຳ ພວກເຂົາກໍມັກຢູ່ແຖວໜ້າ. 7.ຢູ່ຕາມສະໜາມຫລວງຕ່າງໆ ພວກເຂົາກໍມັກໃຫ້ມີຄົນສະແດງຄາລະວະແລະຮຽກພວກເຂົາວ່າ: “ອາຈານ”. 8.ສຳລັບພວກເຈົ້າ ຢ່າໃຫ້ໃຜຮຽກພວກເຈົ້າວ່າ: “ອາຈານ”. ດ້ວຍວ່າພວກເຈົ້າມີພຣະອາຈານແຕ່ຜູ້ດຽວ ແລະພວກເຈົ້າທັງຫລາຍກໍເປັນອ້າຍນ້ອງກັນທັງໝົດ. 9.ພວກເຈົ້າຢ່າຮຽກໃຜໃນແຜ່ນດິນວ່າ “ບິດາ”, ເພາະພວກເຈົ້າມີພຣະບິດາແຕ່ອົງດຽວ ຄືພຣະບິດາ ເຈົ້າສະຫວັນ. 10.ຢ່າໃຫ້ໃຜຮຽກພວກເຈົ້າວ່າ: “ພຣະອາຈານ”, ຍ້ອນວ່າພວກເຈົ້າມີພຣະອາຈານແຕ່ຜູ້ດຽວ ຄືພະ ກຣິສໂຕເຈົ້າ. 11.ຜູ້ໃຫຍ່ກວ່າໝູ່ໃນພວກເຈົ້າຈົ່ງຮັບໃຊ້ຜູ້ອື່ນເຖີດ. 12.ຜູ້ໃດຍົກຕົວຂຶ້ນ ຈະຖືກຜາບລົງ, ຜູ້ໃດຖ່ອມຕົວລົງ ຈະຖືກຍົກຂຶ້ນໃຫ້ສູງ.

 

ຄວາມສາບແສ່ງຂອງພຣະເຢຊູເຈົ້າ

13.“ເວນກຳຈົ່ງມີແກ່ພວກເຈົ້າ ອາຈານພຣະຄຳພີແລະຟາຣີເຊວຜູ້ທຽມໃຈບຸນ; ຍ້ອນວ່າພວກເຈົ້າອັດປະຕູອານາຈັກສະຫວັນລັດໜ້າຜູ້ອື່ນ ພວກເຈົ້າເອງບໍ່ເຂົ້າ ແລະພວກທີ່ຢາກເຂົ້າ ພວກເຈົ້າກໍຍັງບໍ່ປະປ່ອຍໃຫ້ເຂົ້າຊ້ຳ. (14)15.ເວນກຳຈົ່ງມີແກ່ພວກເຈົ້າອາຈານພຣະຄຳພີແລະຟາຣີເຊວຜູ້ທຽມໃຈບຸນ. ຍ້ອນວ່າພວກເຈົ້າດິ້ນລົນໄປທົ່ວທະເລແລະແຜ່ນດິນເພື່ອໄດ້ລູກສິດແຕ່ພຽງຄົນດຽວ ແລະເມື່ອໄດ້ແລ້ວ ພວກເຈົ້າກໍທຳໃຫ້ເຂົາສົມຈະຕົກນະລົກກວ່າພວກເຈົ້າຕັ້ງສອງເທົ່າ. 16.ເວນກຳຈົ່ງມີແກ່ພວກເຈົ້າຜູ້ນຳຕາບອດ ທີ່ເວົ້າວ່າ: “ຖ້າຜູ້ໃດສາບານອ້າງເຖິງສະຖານສັກສິດໃນພຣະວິຫານ ຄຳສາບານນັ້ນບໍ່ມີຄ່າຫຍັງ ແຕ່ຖ້າຜູ້ໃດສາບານອ້າງເຖິງຄຳໃນສະຖານສັກສິດ ຜູ້ນັ້ນຕ້ອງຖືຕາມ.” 17.ຊາດຄົນໂງ່ແລະຕາບອດ! ແມ່ນອັນໃດປະເສີດກວ່າກັນ ຄຳຫລືສະຖານສັກສິດ ທີ່ເຮັດໃຫ້ຄຳນັ້ນສັກສິດໄປ? 18.ພວກເຈົ້າຍັງເວົ້າອີກວ່າ: “ຖ້າຜູ້ໃດສາບານອ້າງເຖິງພຣະແທ່ນ ຄວາມສາບານນັ້ນບໍ່ມີຄ່າຫຍັງ ແຕ່ຖ້າສາບານອ້າງເຖິງຂອງຖະຫວາຍຢູ່ເທິງພຣະແທ່ນ ຜູ້ນັ້ນຕ້ອງຖືຕາມ.” 19.ຊາດຄົນຕາບອດ ແມ່ນອັນໃດປະເສີດກວ່າກັນ ຂອງຖະຫວາຍບໍຫລືພຣະແທ່ນທີ່ເຮັດໃຫ້ຂອງຖະຫວາຍນັ້ນສັກສິດໄປ? 20.ດັ່ງນີ້ ຜູ້ທີ່ສາບານອ້າງເຖິງພຣະແທ່ນ ກໍແມ່ນສາບານເຖິງພຣະແທ່ນແລະທຸກສິ່ງທີ່ຢູ່ເທິງພຣະແທ່ນນັ້ນດ້ວຍ. 21.ແລະສ່ວນຜູ້ທີ່ສາບານອ້າງເຖິງສະຖານສັກສິດ ກໍສາບານເຖິງສະຖານສັກສິດແລະຜູ້ທີ່ຊົງສະຖິດຢູ່ໃນສະຖານສັກສິດນັ້ນດ້ວຍ. 22.ຜູ້ທີ່ສາບານເຖິງສະຫວັນ ກໍສາບານເຖິງພຣະບັນລັງຂອງພຣະເປັນເຈົ້າ ແລະເຖິງຜູ້ທີ່ປະທັບນັ່ງເທິງພຣະບັນລັງນັ້ນດ້ວຍ. 23.ເວນກຳຈົ່ງມີແກ່ພວກເຈົ້າ ອາຈານພຣະຄຳພີແລະຟາຣິີເຊວຜູ້ທຽມໃຈບຸນ! ພວກເຈົ້າໄດ້ຖະຫວາຍໜຶ່ງສ່ວນສິບຂອງຜົນປູກຕ່າງໆ ແຕ່ພວກເຈົ້າໄດ້ລະເລີຍພຣະບັນຢັດໃນຂໍ້ທີ່ໜັກກວ່າ ຄືຄວາມທ່ຽງທຳ ຄວາມເມດຕາກະລຸນາແລະຄວາມສັດຊື່; ແມ່ນຂໍ້ນີ້ແລ້ວທີ່ພວກເຈົ້າຕ້ອງປະຕິບັດໂດຍບໍ່ລະເລີຍຂໍ້ນັ້ນດ້ວຍ. 24.ຊາດຜູ້ນຳທີ່ຕາບອດ! ພວກເຈົ້າຕອງຍຸງ ແຕ່ວ່າພວກເຈົ້າຍັງກືນກິນອູດ! 25.ເວນກຳຈົ່ງມີແກ່ພວກເຈົ້າ ອາຈານພຣະຄຳພີແລະຟາຣິີເຊວຜູ້ທຽມໃຈບຸນ! ພວກເຈົ້າຜັດລ້າງຈອກແລະລ້າງແຕ່ທາງນອກ ແຕ່ທາງໃນເຕັມແຕ່ໃຈໂລບລັກແລະບໍ່ຈັກປະມານຕົວ. 26.ຟາຣີເຊວຕາບອດເອີຍ! ຈົ່ງຜັດລ້າງຈອກແລະຈານທາງໃນເສຍກ່ອນ, ເພື່ອທາງນອກຈະໄດ້ສະອາດນຳດ້ວຍ. 27.ເວນກຳຈົ່ງມີແກ່ພວກເຈົ້າ ອາຈານພຣະຄຳພີແລະຟາຣີເຊວຜູ້ທຽມໃຈບຸນ! ພວກເຈົ້າເປັນຄືກັນກັບຂຸມຄົນຕາຍທາສີຂາວ ທາງນອກກໍປາກົດກ້ຽງໃສດີ, ສ່ວນທາງໃນນັ້ນເຕັມແຕ່ກະດູກຊາກສົບ ແລະຂອງເໜົ່າເໝັນທຸກຢ່າງ. 28.ພວກເຈົ້າກໍດັ່ງດຽວກັນ, ພາຍນອກພວກເຈົ້າຖືຕົວເປັນຄົນທ່ຽງທຳຕໍ່ໜ້າຄົນທົ່ວໄປ. ສ່ວນ ພາຍໃນນັ້ນ ພວກເຈົ້າເຕັມແຕ່ຄວາມທຽມໃຈບຸນແລະຄວາມອະຍຸຕິທຳ. 29.ເວນກຳຈົ່ງມີແກ່ພວກເຈົ້າ ອາຈານພຣະຄຳພີແລະຟາຣີເຊວຜູ້ທຽມໃຈບຸນ! ຍ້ອນວ່າພວກເຈົ້າໄດ້ກໍ່ຂຸມສົບໃຫ້ພວກປະພາສົກ ແລະປະດັບເອ້ທາດຂອງພວກທ່ຽງທຳ 30.ແລະພວກເຈົ້າຍັງເວົ້າວ່າ: “ຖ້າພວກເຮົາໄດ້ເກີດມາໃນສະໄໝບັນພະບຸຣຸດ, ພວກເຮົາກໍຈະບໍ່ໄດ້ຮ່ວມມືໃນການຫລັ່ງເລືອດຂອງພວກປະພາສົກ.” 31.ດັ່ງນີ້ ພວກເຈົ້າກໍຢັ້ງຢືນເປັນພິຍານຟ້ອງຕົວເອງວ່າ ເປັນບຸດຫລານຂອງຜູ້ທີ່ໄດ້ຂ້າພວກປະພາສົກຢູ່ແລ້ວ. 32.ຊັ້ນກໍພວກເຈົ້າເອງຊ້ຳຕື່ມໂທດຂອງບັນພະບຸຣຸດຂອງພວກເຈົ້າໃຫ້ເຕັມຂະໜາດ.

 

ອາດຍາໂທດທີ່ຈະມາເຖິງ

33.“ສັນຊາດງູພິດ! ພວກເຈົ້າຈະຫວິດພ້ອຍຈາກໂທດນະລົກໄດ້ຢ່າງໃດ? 34.ດ້ວຍເຫດນີ້ເຮົາຈຶ່ງສົ່ງປະພາສົກ, ນັກປາດແລະອາຈານພຣະຄຳພີມາຫາພວກເຈົ້າ: ລາງຄົນພວກເຈົ້າຈະຂ້າໃຫ້ຕາຍແລະຄຶງໃສ່ກາງເຂນ, ລາງຄົນພວກເຈົ້າຈະຂ້ຽນຕີໃນໂຮງທຳ, ແລະຈະບຽດບຽນຕາມຫົວເມືອງຕ່າງໆ, 35.ເພື່ອໃຫ້ເລືອດຂອງຜູ້ຊອບທຳທັງຫລາຍທີ່ໄຫລຫລັ່ງເທິງແຜ່ນດິນນີ້ ຕົກໃສ່ຫົວພວກເຈົ້າ, ນັບແຕ່ເລືອດຂອງອາແບນຜູ້ຊອບທຳ ຈົນເຖິງເລືອດຂອງຊາກາຣີ, ທີ່ພວກເຈົ້າໄດ້ຂ້າລະຫວ່າງສະຖານສັກສິດແລະພຣະແທ່ນ! 36.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ເຫດການເຫລົ່ານີ້ຈະຕົກໃສ່ຄົນເຊັ່ນນີ້ເອງ.

 

ຊົງສາບແຊ່ງນະຄອນເຢຣູຊາແລມ

37.“ເຢຣູຊາແລມ, ເຢຣູຊາແລມເອີຍ! ເຈົ້າຜູ້ເຄີຍຂ້າພວກປະພາສົກແລະແກວ່ງກ້ອນຫິນໃສ່ພວກທີ່ຖືກສົ່ງມາຫາພວກເຈົ້າ, ນັບເທື່ອບໍ່ໄດ້ແລ້ວທີ່ເຮົາຫາວິທີທ້ອນໂຮມບຸດຫລານຂອງເຈົ້າ ຄືກັນກັບແມ່ໄກ່ຕຸ້ມລູກໄວ້ໃຕ້ປີກ, ແຕ່ເຈົ້າຫາກບໍ່ຍອມເລີຍ! 38.ບັດນີ້ເຮືອນຊານຂອງພວກເຈົ້າຈະຖືກປະຖິ້ມໃຫ້ຮ້າງໄປ. 39.ທີ່ຈິງ ເຮົາບອກພວກເຈົ້າວ່າ: ນັບແຕ່ບັດນີ້ໄປ ພວກເຈົ້າຈະບໍ່ເຫັນເຮົາອີກ, ຈົນເຖິງວັນທີ່ພວກເຈົ້າຈະເວົ້າວ່າ: ຂໍຖະຫວາຍພອນໃຫ້ທ່ານຜູ້ສະເດັດມາ ເດຊະພຣະນາມຂອງພຣະອົງເຈົ້າ”.