ພຣະວໍຣະສານ ໂດຍນັກບຸນ ມັດເທວ
ພາກທີ 22
ຄວາມປຽບທຽບເລື່ອງງານວີວາຫະມຸງຄຸນ
1.ແລະພຣະເຢຊູເຈົ້າຊົງກ່າວເປັນຄວາມປຽບທຽບໃຫ້ພວກເຂົາຟັງອີກວ່າ: 2.“ອານາຈັກສະຫວັນປຽບດັ່ງກະສັດອົງໜຶ່ງ ທີ່ຈັດງານວີວາຫະມຸງຄຸນໃຫ້ລາດຊະໂອລົດ. 3.ຈຶ່ງສົ່ງພວກຄົນໃຊ້ໄປຮຽກຜູ້ຖືກເຊີນມາໃນງານ, ແຕ່ບໍ່ມີໃຜຢາກມາ. 4.ກະສັດຈຶ່ງສົ່ງຄົນໃຊ້ ພວກອື່ນອອກໄປອີກ ສັ່ງວ່າ: “ເຮົາໄດ້ຕຽມການກິນລ້ຽງໄວ້ແລ້ວ, ເຮົາໄດ້ຂ້າງົວແລະສັດຕົວອ້ວນພີ. ທຸກສິ່ງຕຽມພ້ອມແລ້ວ ເຊີນພວກທ່ານມາຮ່ວມໃນງານເຖີດ.” 5.ແຕ່ພວກຖືກເຊີນນັ້ນບໍ່ຫົວຊາ. ລາງຄົນໄປເບິ່ງໄຮ່ເບິ່ງນາ ລາງຄົນໄປຄ້າຂາຍ. 6.ອີກພວກໜຶ່ງຈັບກຸມພວກຄົນໃຊ້ ທຸບຕີພວກເຂົາ ແລ້ວຂ້າຖິ້ມເສຍ. 7.ເມື່ອກະສັດຊົງຊາບກໍມີຄວາມໂກດຮ້າຍ ຈຶ່ງສົ່ງທະຫານອອກໄປຂ້າພວກຄົນຮ້າຍເຫລົ່ານັ້ນ ແລະຈູດເຜົາເມືອງຂອງພວກເຂົາ. 8.ແລ້ວກະສັດກ່າວກັບພວກຄົນໃຊ້ວ່າ: “ງານວີວາຫະມຸງຄຸນຈັດຕຽມພ້ອມແລ້ວ, ແຕ່ພວກຖືກເຊີນນັ້ນບໍ່ສົມຄວນ. 9.ດັ່ງນີ້ ໃຫ້ພວກເຈົ້າໄປຕາມຖະໜົນສາຍຕ່າງໆ ພົບພໍ້ໃຜບໍ່ວ່າ, ໃຫ້ເຊີນມາໃນງານນີ້ໝົດ.” 10.ພວກຄົນໃຊ້ກໍໄດ້ແຍກຍ້າຍກັນອອກໄປທຸກທິດທຸກທາງ ຮວບຮວມທຸກຄົນທີ່ໄດ້ພົບພໍ້ ບໍ່ວ່າດີຫລືຊົ່ວ; ດັ່ງນັ້ນຫ້ອງວີວາຫະມຸງຄຸນກໍເຕັມແໜ້ນດ້ວຍຄົນມາກິນລ້ຽງ. 11.ກະສັດຈຶ່ງສະເດັດເຂົ້າມາທອດພຣະເນດພວກທີ່ເຂົ້າມາກິນລ້ຽງ, ແລະເຫັນຄົນຜູ້ໜຶ່ງບໍ່ນຸ່ງເຄື່ອງແບບສຳລັບງານມຸງຄຸນ, 12.ຈຶ່ງກ່າວວ່າ: “ສະຫາຍເອີຍ ເຫດໃດ ຈຶ່ງເຂົ້າມາໃນທີ່ນີ້ ໂດຍບໍ່ນຸ່ງເຄື່ອງແບບສຳລັບງານມຸງຄຸນ?” ຄົນນັ້ນມິດຢູ່ບໍ່ຕອບຫຍັງ. 13.ກະສັດຈຶ່ງຮັບສັ່ງກັບຄົນໃຊ້ວ່າ: “ຈົ່ງຈັບມັນ ມັດມືມັດຕີນ, ເອົາໄປຖິ້ມບ່ອນມືດທາງນອກ; ບ່ອນນັ້ນຈະມີແຕ່ຮ້ອງໄຫ້ແລະກັດແຂ້ວ.” 14.ຍ້ອນວ່າຜູ້ຖືກເຊີນມີຫລາຍ, ແຕ່ຜູ້ຖືກເລືອກນັ້ນມີໜ້ອຍ.”
ເສຍສ່ວຍໃຫ້ເຈົ້າເຊຊາ
15.ເວລານັ້ນ ພວກຟາຣີເຊວໄດ້ອອກໄປປະຊຸມປຶກສາຫາລືກັນ ເພື່ອຈັບຜິດພຣະເຢຊູເຈົ້າໃນຄວາມເວົ້າ. 16.ແລ້ວພວກເຂົາໄດ້ສົ່ງລູກສິດຂອງຕົນພ້ອມທັງລູກນ້ອງຂອງກະສັດເຮຣອດ ເຂົ້າໄປຫາພຣະອົງທູນວ່າ: “ພຣະອາຈານ ພວກຂ້ານ້ອຍຊາບວ່າທ່ານເປັນຄົນຊື່ກົງ ສັ່ງສອນບອກທາງຂອງພຣະເປັນເຈົ້າຕາມຄວາມສັດຈິງ ໂດຍບໍ່ຢ້ານກົວຜູ້ໃດແລະບໍ່ເຫັນແກ່ຊັ້ນວັນນະໃດ. 17.ເຊີນທ່ານບອກໃຫ້ພວກຂ້ານ້ອຍຊາບເຖິງຄວາມຄິດຄວາມເຫັນຂອງທ່ານໃນເລື່ອງທີ່ວ່າ ມີອະນຸຍາດເສຍຊ່ວຍໃຫ້ເຈົ້າເຊຊາຫລືບໍ່?” 18.ແຕ່ພຣະເຢຊູເຈົ້າຊາບເຖິງເຈດຕະນາຊົ່ວຮ້າຍຂອງພວກເຂົາ, ພຣະອົງຈຶ່ງກ່າວວ່າ: “ໂອພວກໜ້າຊື່ໃຈຄົດເອີຍ, ເປັນຫຍັງພວກເຈົ້າຈຶ່ງແຕ່ງອຸບາຍເພື່ອຈັບຜິດເຮົາ? ຈົ່ງເອົາເງິນທີ່ໃຊ້ເສຍຊ່ວຍມາໃຫ້ເຮົາເບິ່ງ”. ພວກເຂົາຈຶ່ງເອົາຫລຽນໜຶ່ງມາຖະຫວາຍ. 20.ແລ້ວພຣະອົງຖາມພວກເຂົາວ່າ: “ຮູບແລະຕົວອັກສອນນີ້ແມ່ນຂອງຜູ້ໃດ?” 21.ພວກເຂົາຕອບພຣະອົງວ່າ: “ແມ່ນຂອງເຈົ້າເຊຊາ”. ພຣະເຢຊູເຈົ້າຕອບພວກເຂົາວ່າ: “ຂອງເຈົ້າເຊຊາກໍຈົ່ງສົ່ງຄືນໃຫ້ເຈົ້າເຊຊາ ແລະຂອງພຣະເປັນເຈົ້າກໍຈົ່ງສົ່ງຄືນໃຫ້ພຣະເປັນເຈົ້າ”. 22.ພວກເຂົາກໍປະຫລາດໃຈໃນຄຳຕອບນີ້ ແລະພາກັນປະພຣະອົງແລ້ວໜີໄປ.
ການກັບເປັນຄືນມາ
23.ມື້ນັ້ນມີພວກຊາດູເຊວ ທີ່ປະຕິເສດການກັບເປັນຄືນມາ, ເຂົ້າມາຫາພຣະເຢຊູເຈົ້າ ແລະທູນຖາມພຣະອົງວ່າ: 24.“ພຣະອາຈານ, ທ່ານໂມແຊໄດ້ກ່າວວ່າ: ຖ້າຜູ້ໜຶ່ງຜູ້ໃດຕາຍໄປໂດຍບໍ່ມີລູກ, ກໍໃຫ້ນ້ອງຊາຍຂອງເຂົາແຕ່ງງານກັບພັນລະຍາຂອງຜູ້ຕາຍ ເພື່ອເກີດລູກສືບເຊື້ອສາຍຂອງຜູ້ຕາຍ. 25.ສະເພາະເລື່ອງນີ້, ໃນບ້ານພວກຂ້ານ້ອຍ ມີອ້າຍນ້ອງເຈັດຄົນ. ອ້າຍຜູ້ກົກແຕ່ງງານແລ້ວກໍຕາຍໂດຍບໍ່ມີລູກ, ປະເມຍໄວ້ໃຫ້ນ້ອງຊາຍ. 26.ຜູ້ທີສອງກໍຕາຍຄືກັນ, ແລ້ວຜູ້ທີສາມຈົນເຖິງຜູ້ທີເຈັດ ກໍຕາຍຄືກັນ. 27.ສຸດທ້າຍ ຍິງຜູ້ນັ້ນກໍຕາຍດ້ວຍ ຕາມຫລັງອ້າຍນ້ອງທັງເຈັດ. 28.ເມື່ອເຖິງວັນກັບເປັນຄືນມາ, ຍິງນັ້ນຈະເປັນພັນລະຍາຂອງຜູ້ໃດ, ດ້ວຍວ່ານາງໄດ້ເປັນພັນລະຍາຂອງອ້າຍນ້ອງທັງເຈັດ?” 29.ພຣະເຢຊູເຈົ້າກ່າວຕອບພວກເຂົາວ່າ: “ພວກເຈົ້າກໍຫລົງໄປແລ້ວ, ດ້ວຍວ່າພວກເຈົ້າຍັງບໍ່ເຂົ້າໃຈພຣະຄຳພີ ແລະພະຣິດທານຸພາບຂອງພຣະເປັນເຈົ້າ. 30.ທີ່ຈິງ ເມື່ອເຖິງວັນກັບເປັນຄືນມາແລ້ວ, ຈະບໍ່ເອົາຜົວເອົາເມຍອີກເລີຍ, ແຕ່ພວກເຂົາຈະເປັນເໝືອນເທວະດາໃນສະຫວັນ. 31.ສ່ວນເລື່ອງການກັບເປັນຄືນມາຂອງພວກຜູ້ຕາຍນັ້ນ, ພວກເຈົ້າບໍ່ໄດ້ອ່ານບໍ ຄຳກ່າວຂອງພຣະເປັນເຈົ້າທີ່ວ່າ: 32.“ເຮົາແມ່ນພຣະເປັນເຈົ້າຂອງອາບຣາຮຳ, ພຣະເປັນເຈົ້າຂອງອີຊາອັກ, ແລະພຣະເປັນເຈົ້າຂອງຢາກອບ?” ພຣະອົງບໍ່ໄດ້ເປັນພຣະເປັນເຈົ້າຂອງພວກຜູ້ຕາຍ ແຕ່ແມ່ນພຣະເປັນເຈົ້າຂອງພວກຜູ້ເປັນ”. 33.ຝູງຄົນທີ່ໄດ້ຟັງຄຳສັ່ງສອນຂອງພຣະອົງ ກໍຮູ້ສຶກປະຫລາດໃຈຫລາຍ.
ພຣະບັນຢັດທີ່ຍິ່ງໃຫຍ່
34.ເມື່ອຮູ້ວ່າພຣະເຢຊູເຈົ້າເວົ້າອັດປາກພວກຊາດູເຊວແລ້ວ ພວກຟາຣີເຊວກໍພາກັນຫຸ້ມເຂົ້າມາຫາພຣະອົງ. 35.ຜູ້ໜຶ່ງໃນພວກເຂົາຖາມສໍ້ພຣະອົງວ່າ: 36.“ພຣະອາຈານ ພຣະບັນຢັດປະການໃດໃຫຍ່ກວ່າໝົດໃນພຣະທຳບັນຢັດ?” 37.ພຣະເຢຊູເຈົ້າຕອບວ່າ: “ຈົ່ງຮັກພຣະອົງພຣະເປັນເຈົ້າຂອງເຈົ້າ ສຸດດວງໃຈ, ສຸດວິນຍານ ແລະສຸດສະຕິປັນຍາຂອງເຈົ້າ. 38.ນີ້ແຫລະຄືພຣະບັນຢັດທີ່ໃຫຍ່ກວ່າໝູ່ໝົດ ແລະແມ່ນປະການຕົ້ນ. 39.ພຣະບັນຢັດປະການທີສອງກໍຄືກັນກັບປະການຕົ້ນຄື: ຈົ່ງຮັກເພື່ອນມະນຸດຄືຮັກຕົວເອງ. 40.ພຣະທຳບັນຢັດແລະຄຳສອນ ຂອງພວກປະພາສົກທັງໝົດ ກໍບັນຈຸຢູ່ໃນພຣະບັນຢັດທັງສອງປະການນີ້”.
ພຣະກຣິສໂຕບຸດແລະພຣະອົງເຈົ້າຂອງກະສັດດາວິດ
41.ເວລານັ້ນ ພວກຟາຣີເຊວກຳລັງປະຊຸມກັນຢູ່, ພຣະເຢຊູເຈົ້າຈຶ່ງຕັ້ງປັນຫາຖາມພວກເຂົາວ່າ: 42.“ພວກເຈົ້າຄິດແນວໃດໃນເລື່ອງພຣະກຣິສໂຕເຈົ້າ? ພຣະອົງເປັນບຸດຂອງຜູ້ໃດ?” ພວກເຂົາຕອບວ່າ: “ເປັນບຸດຂອງກະສັດດາວິດ”. 43.ພຣະອົງກ່າວອີກວ່າ: “ຖ້າດັ່ງນັ້ນ, ເຫດໃດກະສັດດາວິດ, ເວລາພຣະຈິດດົນໃຈ, ຈຶ່ງຮຽກພຣະກຣິສໂຕວ່າ ພຣະອົງເຈົ້າໄດ້? ກະສັດດາວິດໄດ້ກ່າວດັ່ງນີ້: 44.“ພຣະອົງເຈົ້າໄດ້ກ່າວກັບພຣະອົງເຈົ້າຂອງຂ້າພະເຈົ້າວ່າ: ເຊີນປະທັບນັ່ງຢູ່ເບື້ອງຂວາຂອງເຮົາ ຈົນກວ່າເຮົາຈະທຳໃຫ້ສັດຕູຂອງທ່ານເປັນຕັ່ງຮອງພະບາດຂອງທ່ານ”. 45.ດັ່ງນີ້ ຖ້າຫາກວ່າກະສັດດາວິດຮຽກພຣະກຣິສໂຕວ່າ ພຣະອົງເຈົ້າຂອງຕົນແລ້ວ, ຈະວ່າພຣະອົງເປັນບຸດຂອງດາວິດໄດ້ຢ່າງໃດ?” 46.ບໍ່ມີໃຜສາມາດຕອບພຣະອົງໄດ້ຈັກຄວາມ. ແລະນັບແຕ່ມື້ນັ້ນ ບໍ່ມີໃຜກ້າມາຖາມພຣະອົງອີກເລີຍ.