ພຣະວໍຣະສານ ໂດຍນັກບຸນ ມັດເທວ

ພາກທີ 21

ພຣະເຢຊູເຈົ້າສະເດັດເຂົ້ານະຄອນເຢຣູຊາແລມ

1.ເມື່ອພຣະເຢຊູເຈົ້າພ້ອມດ້ວຍພວກສາວົກສະເດັດໄປເກືອບຈະເຖິງນະຄອນເຢຣູຊາແລມ. ພໍມາເຖິງບ້ານເບັດຟາເຢ ໃກ້ກັບ“ພູໝາກກອກ”. ພຣະອົງເລີຍສັ່ງບອກພວກລູກ ສິດສອງຄົນວ່າ: 2.“ພວກເຈົ້າຈົ່ງພາກັນໄປບ້ານທີ່ຢູ່ຕໍ່ໜ້າພວກເຈົ້າ. ເມື່ອໄປຮອດ ພວກເຈົ້າຈະແນມເຫັນລາແມ່ຕົວໜຶ່ງລ່າມຢູ່, ແລະລູກນ້ອຍຂອງມັນລ່າມຢູ່ໃກ້ໆ. ຈົ່ງແກ້ເອົາທັງສອງ ແລ້ວຈູງມາໃຫ້ເຮົາ. 3.ຖ້າມີໃຜຖາມພວກເຈົ້າແນວໃດແນວໜຶ່ງ, ໃຫ້ພວກເຈົ້າຕອບວ່າ: “ພຣະອາຈານຕ້ອງການລາຊຸມນີ້. ແລ້ວພຣະອົງຈະສົ່ງຄືນມາໃຫ້ໃນບໍ່ຊ້າ”. 4.ນີ້ກໍເພື່ອໃຫ້ເປັນໄປຕາມປະພາສົກໄດ້ເວົ້າວ່າ: “ຈົ່ງບອກກັບນະຄອນເຢຣູຊາແລມວ່າ: 5.“ນີ້ແຫລະ ອົງກະສັດຂອງເຈົ້າສະເດັດມາຫາເຈົ້າ ດ້ວຍພຣະໄທເມດຕາອ່ອນຫວານ, ພຣະອົງໄດ້ປະທັບເທິງຫລັງລາແມ່ແລະລານ້ອຍ ອັນແມ່ນລູກຂອງສັດພາຫະນະ”. 6.ພວກລູກສິດທັງສອງກໍໄດ້ໄປແລະປະຕິບັດຕາມຄຳສັ່ງຂອງພຣະອົງ. 7.ພວກເຂົາໄດ້ນຳເອົາລາແມ່ແລະລູກມັນມາ, ໄດ້ເອົາເສື້ອຄຸມຂອງຕົນປູເທິງຫລັງລາທັງສອງ ແລະເຊີນພຣະເຢຊູເຈົ້າສະເດັດຂຶ້ນປະທັບນັ່ງ. 8.ຝູງຊົນເປັນຈຳນວນມາກປູເສື້ອຜ້າຂອງຕົນຕາມເສັ້ນທາງສະເດັດ. ມີຫລາຍຄົນຕັດເອົາງ່າໄມ້ມາປູຕະຫລອດເສັ້ນທາງ. 9.ແລ້ວທຸກຄົນທີ່ເດີນທາງໜ້າແລະທາງຫລັງພຣະອົງ ພາກັນຮ້ອງໂຮວ່າ: “ໂຮຊັນນາບຸດພະຍາດາວິດ, ຂໍຊົງພະຈະເລີນ. ຂໍຖະຫວາຍພອນໃຫ້ທ່ານຜູ້ສະເດັດມາເດຊະພຣະນາມຂອງພຣະອົງເຈົ້າ. ໂຮຊັນນາຢູ່ສະຫວັນສູງສຸດ”.10.ເມື່ອພຣະອົງສະເດັດເຂົ້າສູ່ນະຄອນເຢຣູຊາແລມ, ທົ່ວທັງເມືອງພາກັນແຕກຕື່ນ ເວົ້າກັນວ່າ: “ຜູ້ນີ້ແມ່ນໃຜ?” 11.ຝູງຊົນຕອບວ່າ: “ແມ່ນເຢຊູ ປະພາສົກຊາວນາຊາແຣັດ ແຂວງກາລີເລ”.

 

ຊົງຂັບໄລ່ພວກພໍ່ຄ້າອອກຈາກພຣະວິຫານ

12.ຕໍ່ໄປ ພຣະເຢຊູເຈົ້າກໍສະເດັດເຂົ້າໄປໃນພຣະວິຫານ ແລະຂັບໄລ່ພວກຊື້ສິ່ງຂາຍຂອງໃນພຣະວິຫານ: ພຣະອົງໄດ້ຄວ່ຳໂຕະພວກປ່ຽນເງິນ ແລະຄວ່ຳຕັ່ງພວກຂາຍນົກກາງແກ, 13.ແລະຊົງກ່າວກັບພວກເຂົາວ່າ: “ມີຄຳຂຽນໄວ້ວ່າ: ທີ່ພຳນັກຂອງເຮົາຈະໄດ້ຊື່ວ່າເປັນບ່ອນສວດພາວະນາ; ສ່ວນພວກເຈົ້າ, ພວກເຈົ້າໃຊ້ເປັນບ່ອນລີ້ຊ່ອນຂອງພວກໂຈນຜູ້ ຮ້າຍ ”.

14.ໃນພຣະວິຫານນັ້ນ ມີຄົນຕາບອດແລະຂາເຄເຂົ້າມາຫາພຣະອົງ ແລະພຣະອົງກໍຊົງປິ່ນປົວພວກເຂົາໃຫ້ຫາຍດີ. 15.ເມື່ອເຫັນການປະຫລາດອັດສະຈັນທີ່ພຣະອົງຫາກໍກະທຳ ແລະໄດ້ຍິນພວກເດັກນ້ອຍຮ້ອງໃນພຣະວິຫານວ່າ: “ບຸດກະສັດດາວິດ, ຈົ່ງຊົງພະຈະເລີນ”, ພວກຫົວໜ້າສົງແລະອາຈານພຣະຄຳພີກໍຮູ້ສຶກຄຽດແຄ້ນ, 16.ແລະເວົ້າກັບພຣະອົງວ່າ: “ທ່ານໄດ້ຍິນບໍ ພວກເດັກນ້ອຍເຂົາເວົ້າຫຍັງ?” ພຣະເຢຊູເຈົ້າກ່າວຕອບວ່າ: “ໄດ້ຍິນແລ້ວ! ພວກເຈົ້າ ບໍ່ເຄີຍໄດ້ອ່ານຄວາມນີ້ຈັກເທື່ອບທີ່ວ່າ: ພຣະອົງໄດ້ຊົງຈັດໃຫ້ຄຳສັນຣະເສີນພຣະອົງອອກຈາກປາກຂອງພວກເດັກນ້ອຍ ແລະພວກທີ່ຍັງດູດນົມແມ່ຢູ່?” 17.ແລ້ວພຣະອົງກໍປະພວກເຂົາແລະອອກຈາກເມືອງໄປບ້ານເບທານີ, ຄ້າງຄືນຢູ່ທີ່ນັ້ນ.

 

ຊົງສາບແສ່ງກົກເດື່ອ

18.ຕື່ນເຊົ້າມາ, ເວລາພຣະເຢຊູເຈົ້າສະເດັດກັບໄປນະຄອນເຢຣູຊາແລມ ພຣະອົງຊົງຮູ້ສຶກຫິວ. 19.ພຣະອົງສັງເກດເຫັນກົກໝາກເດື່ອກົກໜຶ່ງຢູ່ແຄມທາງ, ຈຶ່ງຍ່າງເຂົ້າໄປຫາ, ເຫັນແຕ່ໃບ; ພຣະອົງຈຶ່ງກ່າວແກ່ກົກເດື່ອນັ້ນວ່າ: “ເຈົ້າຈະບໍ່ມີໝາກອີກຈັກເທື່ອເລີຍ”. ແລະທັນທີກົກເດື່ອນັ້ນກໍຫ່ຽວແຫ້ງໄປ. 20.ພວກສາວົກເຫັນດັ່ງນັ້ນ ກໍມີຄວາມປະຫລາດໃຈເວົ້າວ່າ: “ເປັນແນວໃດ ກົກເດື່ອຈຶ່ງຫ່ຽວແຫ້ງລົງທັນທີ?” 21.ພຣະເຢຊູເຈົ້າກ່າວຕອບພວກເຂົາວ່າ: “ເຣົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ຖ້າພວກເຈົ້າມີຄວາມເຊື່ອໂດຍບໍ່ສົງໃສເລີຍ,ບໍ່ແມ່ນແຕ່ສິ່ງທີ່ເຮົາຫາກໍກະທຳໃຫ້ກົກເດື່ອນີ້ ທີ່ພວກເຈົ້າຈະເຮັດໄດ້, ແຕ່ແມ່ນວ່າພວກເຈົ້າຈະບອກພູໜ່ວຍນີ້ວ່າ: “ຈົ່ງຖອນຕົວຂຶ້ນ ແລະໂດດໄປຢູ່ທະເລພຸ້ນ”, ກໍຈະເປັນໄປໄດ້. 22.ແລະທຸກສິ່ງທີ່ພວກເຈົ້າຈະພາວະນາວອນຂໍດ້ວຍຄວາມເຊື່ອ ພວກເຈົ້າກໍຈະໄດ້ຮັບ”.

 

ສິດອຳນາດຂອງພຣະເຢຊູເຈົ້າ

23.ພຣະເຢຊູເຈົ້າສະເດັດເຂົ້າໄປໃນພຣະວິຫານແລະເທດສອນ, ໃນເວລານັ້ນ ພວກຫົວໜ້າສົງແລະເຖົ້າແກ່ບ້ານເມືອງເຂົ້າມາຖາມພຣະອົງວ່າ: “ທ່ານເອົາສິດມາແຕ່ໃສເພື່ອກະທຳສິ່ງເຫລົ່ານີ້ ແລະແມ່ນໃຜໄດ້ມອບສິດນີ້ໃຫ້ທ່ານ?” 24.ພຣະເຢຊູເຈົ້າກ່າວຕອບວ່າ: “ສ່ວນເຮົາ ເຮົາຂໍຖາມພວກເຈົ້າຂໍ້ໜຶ່ງ ຖ້າພວກເຈົ້າຕອບໄດ້ ເຮົາຈຶ່ງຈະຕອບພວກເຈົ້າວ່າ ເຮົາເອົາສິດມາແຕ່ໃສເພື່ອກະທຳດັ່ງນີ້. 25.ພິທີລ້າງຂອງທ່ານຢວງມາແຕ່ໃສ? ມາຈາກສະຫວັນຫລືມາຈາກມະນຸດ?” ພວກເຂົາຈຶ່ງຄົບຄິດກັນວ່າ: “ຖ້າພວກເຮົາຕອບວ່າ: “ມາຈາກສະຫວັນ” ເພິ່ນກໍຈະຖາມວ່າ: “ເປັນຫຍັງພວກເຈົ້າບໍ່ເຊື່ອທ່ານ.” 26.ແລະຖ້າພວກເຮົາຕອບວ່າ “ມາຈາກມະນຸດ.” ພວກເຮົາກໍຢ້ານປະຊາຊົນ ຍ້ອນວ່າປະຊາຊົນຖືທ່ານຢວງເປັນປະພາສົກຜູ້ໜຶ່ງ.” 27.ພວກເຂົາຈຶ່ງຕອບພຣະເຢຊູເຈົ້າວ່າ: “ພວກເຮົາບໍ່ຮູ້.” ສ່ວນພຣະອົງກໍຊົງຕອບພວກເຂົາວ່າ: “ເຮົາຄຶືກັນ ເຮົາກໍບໍ່ບອກພວກເຈົ້າວ່າ ເຮົາເອົາສິດມາແຕ່ໃສເພື່ອກະທຳດັ່ງນີ້”. 

 

ຄວາມປຽບທຽບເລື່ອງລູກຊາຍສອງຄົນ

28.“ພວກເຈົ້າຄຶດເຫັນແນວໃດ? ຄືບຸລຸດຜູ້ໜຶ່ງມີລູກຊາຍສອງຄົນ ລາວເວົ້າກັບລູກຜູ້ກົກວ່າ: “ລູກເອີຍ ມື້ນີ້ໃຫ້ລູກໄປທຳງານໃນສວນອະງຸ່ນເນີ້.” 29.ລູກຊາຍຕອບວ່າ: “ໂດຍ!” ລູກຈະໄປ” ແຕ່ເຂົາບໍ່ໄດ້ໄປ. 30.ພໍ່ກໍເວົ້ານຳລູກຜູ້ທີ່ສອງຢ່າງດຽວກັນ ລູກຕອບພໍ່ວ່າ: “ບໍ່ ລູກບໍ່ຢາກໄປ” ແຕ່ພາຍລຸນມາຮູ້ສຶກກິນແໜງເຂົາເລີຍໄປ. 31.ໃນລູກສອງຄົນນີ້ ຜູ້ໃດໄດ້ທຳຕາມນ້ຳໃຈພໍ່ຂອງເຂົາ?” ພວກເຂົາຕອບວ່າ: “ແມ່ນລູກຜູ້ທີສອງ”. ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ພວກເກັບສ່ວຍແລະພວກຍິງໂສເພນີ ຈະເຂົ້າອານາຈັກສະຫວັນກ່ອນພວກເຈົ້າ. 32.ດ້ວຍວ່າທ່ານຢວງມາຫາພວກເຈົ້າໃນທາງແຫ່ງຄວາມຊອບທຳ ແລະພວກເຈົ້າກໍບໍ່ໄດ້ເຊື່ອຟັງເພິ່ນ. ສ່ວນພວກເກັບສ່ວຍແລະຍິງໂສເພນີພວກເຂົາໄດ້ເຊື່ອຟັງເພິ່ນ ແລະໃນທີ່ສຸດ ເຖິງວ່າພວກເຈົ້າໄດ້ເຫັນຕົວຢ່າງນີ້ແລ້ວ ກໍຍັງບໍ່ໄດ້ເປັນທຸກກັບໃຈມາເຊື່ອຟັງເພິ່ນເລີຍ.

 

ຄວາມປຽບທຽບເລື່ອງພວກເຊົ່າສວນອະງຸ່ນ

33.“ພວກເຈົ້າທັງຫລາຍ ຈົ່ງຟັງຄຳປຽບທຽບອີກເລື່ອງໜຶ່ງ: ຍັງມີພໍ່ເຮືອນຜູ້ໜຶ່ງໄດ້ທໍາສວນອະງຸ່ນໄວ້. ລາວໄດ້ເຮັດຮົ້ວອ້ອມ ໄດ້ຂຸດອ່າງຢຽບໝາກອະງຸ່ນແລະໄດ້ສ້າງຫໍຄອຍໄວ້ໃນສວນນັ້ນ. ແລ້ວໄດ້ໃຫ້ຊາວສວນມາເຊົ່າ, ຕົວລາວເອງກໍອອກເດີນທາງໄປຕ່າງປະເທດ. 34.ເມື່ອເຖິງລະດູເກັບໝາກອະງຸ່ນ, ລາວກໍສົ່ງພວກຄົນໃຊ້ຂອງລາວໄປຫາພວກເຊົ່າສວນ ເພື່ອຮັບເອົາສ່ວນແບ່ງຂອງລາວ. 35.ແຕ່ພວກເຊົ່າສວນຈັບກຸມເອົາພວກຄົນໃຊ້ແລ້ວທຸບຕີກໍມີ, ຂ້າຖິ້ມກໍມີ, ແກ່ວງກ້ອນຫິນໃສ່ກໍມີ. 36.ລາວສົ່ງຄົນໃຊ້ພວກໃໝ່ໄປອີກຫລາຍກວ່າເທື່ອກ່ອນ, ແລະພວກເຊົ່າສວນກໍທຳຮ້າຍພວກເຂົາດັ່ງດຽວກັນ. 37.ເທື່ອສຸດທ້າຍ, ເຈົ້າ ຂອງສວນໄດ້ສົ່ງລູກຊາຍຂອງຕົນໄປ, ໂດຍຄຶດໃນໃຈວ່າ ພວກເຂົາຄົງຈະນັບຖືລູກຂອງເຮົາ 38.ແຕ່ພໍເຫັນລູກຊາຍເຈົ້າຂອງສວນ, ພວກເຊົ່າສວນກໍເວົ້າກັນວ່າ: “ນີ້ແຫລະຜູ້ຮັບມໍລະດົກມາແລ້ວ ຈົ່ງພາກັນໄປຂ້າມັນຖິ້ມ ເພື່ອຈະໄດ້ມໍລະດົກຂອງມັນ. 39.ແລະພວກເຂົາກໍພາກັນຫຸ້ມຈັບລູກຊາຍເຈົ້າຂອງສວນ, ຖູໄຖອອກໄປນອກສວນແລະຂ້າຖິ້ມ. 40.ເມື່ອເຈົ້າຂອງສວນອະງຸ່ນຈະກັບມາ ລາວຈະເຮັດແນວໃດກັບພວກເຊົ່າສວນນີ້?” 41.ພວກເຂົາທູນຕອບພຣະອົງວ່າ: “ເຈົ້າຂອງສວນກໍຈະສັ່ງຂ້າພວກໃຈອຳມະຫິດນີ້ຢ່າງບໍ່ສົງສານ, ແລະຈະເອົາສວນມອບໃຫ້ຄົນອື່ນເຊົ່າ ເພື່ອຈະເກັບໝາກຜົນໄດ້ຕາມລະດູການ”.

42.ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ: “ພວກເຈົ້າບໍ່ໄດ້ອ່ານໃນພຣະຄຳພີຈັກເທື່ອບໍວ່າ: “ຫິນທີ່ພວກຊ່າງກໍ່ໂຍນຖິ້ມນັ້ນ ໄດ້ກາຍເປັນຫິນຈອດມຸມແລ້ວ, ພຣະອົງເຈົ້າຊົງບັນດານໃຫ້ເປັນດັ່ງນີ້ ເກີນວ່າເປັນໜ້າພິດສະຫວົງແກ່ສາຍຕາຂອງພວກເຮົາ”. 43.ສະນັ້ນ ເຮົາຈຶ່ງກ່າວແກ່ພວກເຈົ້າວ່າ: ອານາຈັກຂອງພຣະເປັນເຈົ້າຈະຖືກຖົກຖອນຈາກພວກເຈົ້າ ໄປມອບໃຫ້ຄົນຊາດອື່ນທີ່ຈະປະຕິບັດໃຫ້ເກີດໝາກຜົນໄດ້”. (44)45.ເມື່ອໄດ້ຍິນຄຳປຽບທຽບນີ້, ພວກຫົວໜ້າສົງແລະພວກຟາຣີເຊວກໍເຂົ້າໃຈດີວ່າ ພຣະອົງກ່າວສຽດໃສ່ພວກເຂົາ. 46.ພວກເຂົາຈຶ່ງຊອກຫາວິທີເພື່ອຈະຈັບພຣະອົງ ແຕ່ຍັງຢ້ານປະຊາຊົນທີ່ຖືພຣະອົງເປັນປະພາສົກອົງໜຶ່ງ.