ພຣະວໍຣະສານ ໂດຍນັກບຸນ ມັດເທວ
ພາກທີ 20
ກຳມະກອນສວນອະງຸ່ນ
1.“ອານາຈັກສະຫວັນປຽບໄດ້ກັບພໍ່ເຮືອນຜູ້ໜຶ່ງທີ່ອອກໄປແຕ່ເຊົ້າໆ ເພື່ອຊອກຈ້າງຄົນໄປທຳງານໃນສວນອະງຸ່ນຂອງລາວ. 2.ເມື່ອໄດ້ຕົກລົງຄ່າຈ້າງກັບພວກລູກຈ້າງວ່າ ວັນລະຫລຽນແລ້ວ ລາວກໍສົ່ງພວກເຂົາໄປທຳງານໃນສວນອະງຸ່ນຂອງລາວ. 3.ພໍປະມານເກົ້າໂມງເຊົ້າ ພໍ່ເຮືອນຜູ້ນັ້ນໄດ້ອອກໄປ ແລະໄດ້ເຫັນຄົນອື່ນອີກຢູ່ຕາມສະໜາມບໍ່ມີວຽກເຮັດ. 4.ພໍ່ເຮືອນຈຶ່ງເວົ້າກັບພວກນັ້ນວ່າ: ໃຫ້ພວກເຈົ້າໄປທຳງານໃນສວນອະງຸ່ນຂອງຂ້ອຍ ຂ້ອຍຈະຈ່າຍຄ່າຈ້າງໃຫ້ຕາມສົມຄວນ. 5.ແລະພວກເຂົາກໍພ້ອມກັນໄປ ເວລາປະມານ ທ່ຽງແລະບ່າຍສາມໂມງ ພໍ່ເຮືອນນັ້ນກໍອອກໄປ ແລະໄດ້ກະທຳດັ່ງເທື່ອກ່ອນ. 6.ປະມານຫ້າໂມງແລງ ພໍ່ເຮືອນກໍອອກໄປອີກ ແລະຍັງໄດ້ພົບຄົນອື່ນໆຢູ່ບ່ອນນັ້ນ ຈຶ່ງເວົ້ານຳພວກເຂົາວ່າ: “ເປັນຫຍັງພວກເຈົ້າຈຶ່ງຢູ່ນີ້ລ້າໆໝົດມື້ໝົດເວັນ.” 7.ພວກເຂົາຈຶ່ງຕອບລາວວ່າ: “ຍ້ອນວ່າບໍ່ມີໃຜມາຈ້າງພວກເຮົາ.” ພໍ່ເຮືອນຈຶ່ງເວົ້າກັບພວກນັ້ນວ່າ: “ໃຫ້ພວກເຈົ້າໄປທຳງານໃນສວນອະງຸ່ນຂອງຂ້ອຍດ້ວຍ.” 8.ເມື່ອຕົກຄ່ຳແລ້ວ ເຈົ້າຂອງສວນອະງຸ່ນບອກຜູ້ຈັດການວ່າ: ຈົ່ງຮ້ອງພວກລູກຈ້າງມາ ແລະຈ່າຍຄ່າຈ້າງໃຫ້ພວກເຂົາ ໂດຍເລີ່ມຈ່າຍໃຫ້ພວກສຸດທ້າຍກ່ອນ.” 9.ພວກທີ່ລົງທຳງານເວລາຫ້າໂມງແລງກໍເຂົ້າມາ ແລະໄດ້ຮັບຜູ້ລະໜຶ່ງຫລຽນ 10.ພວກທີ່ເຂົ້າມາທຳງານກ່ອນກໍເຂົ້າມາດ້ວຍ ຫວັງຈະໄດ້ຮັບຫລາຍກວ່າ ແຕ່ໄດ້ຮັບຜູ້ລະໜຶ່ງຫລຽນຄືກັນດ້ວຍ. 11.ພວກເຂົາຈຶ່ງຮັບເອົາເງິນຫລຽນນັ້ນດ້ວຍຈົ່ມວ່າໃສ່ເຈົ້າຂອງສວນ.” 12.ພວກນີ້ມາຕາມຫລັງໄດ້ທຳງານແຕ່ຊົ່ວໂມງດຽວເທົ່ານັ້ນ ທ່ານກໍໃຫ້ຄ່າຈ້າງເຂົາເທົ່າກັບພວກຂ້ານ້ອຍຜູ້ໄດ້ທົນແດດຮ້ອນຕະຫລອດມື້.” 13.ເຈົ້າຂອງສວນຈຶ່ງຕອບຜູ້ໜຶ່ງໃນພວກນັ້ນວ່າ: “ສະຫາຍເອີຍ! ຂ້ອຍບໍ່ໄດ້ເຮັດຫຍັງຜິດເຈົ້າເລີຍ ພວກເຮົາບໍ່ໄດ້ຕົກລົງກັນໜຶ່ງຫລຽນຊັ້ນບໍ? 14.ເຊີນຮັບເອົາສ່ວນຂອງເຈົ້າ ແລ້ວກໍໄປເສຍ. ຂ້ອຍພໍໃຈໃຫ້ຜູ້ທີ່ມາທີຫລັງເທົ່າກັບເຈົ້າ: 15.ຂ້ອຍບໍ່ມີສິດໃຊ້ຊັບສິນຂອງຂ້ອຍຕາມໃຈຂ້ອຍບໍ ຫລືວ່າເຈົ້າມີໃຈອິດສາຍ້ອນຂ້ອຍໃຈດີບໍ? 16.ດັ່ງນີ້ແລ້ວ ພວກສຸດທ້າຍຈະກັບເປັນພວກທີ່ຕົ້ນ ແລະພວກທີ່ຕົ້ນຈະກັບເປັນພວກສຸດທ້າຍ.
ຊົງທຳນາຍເຖິງມະຫາທໍຣະມານເທື່ອທີສາມ
17.ກ່ອນທີ່ພຣະເຢຊູເຈົ້າສະເດັດຂຶ້ນໄປນະຄອນເຢຣູຊາແລມ ພຣະອົງໄດ້ແຍກເອົາສາວົກທັງສິບສອງໄປຕ່າງຫາກ ແລະລະຫວ່າງທາງ ພຣະອົງໄດ້ກ່າວວ່າ: 18.“ນີ້ແຫລະ ພວກເຮົາກຳລັງເດີນທາງຂຶ້ນໄປນະຄອນເຢຣູຊາແລມ, ແລະບຸດແຫ່ງມະນຸດຈະຖືກມອບໃຫ້ພວກຫົວໜ້າສົງແລະອາຈານພຣະຄຳພີ. ພວກເຂົາຈະຕັດສິນປະຫານຊີວິດພຣະອົງ. 19.ແລະພວກເຂົາຈະມອບພຣະອົງໃຫ້ຄົນຕ່າງຊາດ, ເພື່ອຖືກສົບປະໝາດ, ຂ້ຽນຕີ ແລະຄຶງໃສ່ກາງເຂນ ແລະວັນທີສາມພຣະອົງຈະກັບເປັນຄືນມາ.”
ມານດາຂອງບຸດແຫ່ງເຊເບເດ
20.ເວລານັ້ນ ມານດາຂອງບຸດແຫ່ງເຊເບເດ, ພ້ອມທັງລູກຊາຍ, ກໍເຂົ້າມາຂາບລົງຕໍ່ພຣະພັກພຣະອົງເພື່ອວອນຂໍຢ່າງໜຶ່ງ. 21.ພຣະອົງກ່າວວ່າ: “ນາງປາດຖະໜາສິ່ງໃດ?” ນາງທູນຕອບວ່າ: “ນີ້ແມ່ນລູກຊາຍສອງຄົນຂອງຂ້ານ້ອຍ, ຂໍພຣະອົງຕັ້ງໃຫ້ຜູ້ໜຶ່ງນັ່ງເບື້ອງຂວາຂອງ ພຣະອົງ ແລະຜູ້ໜຶ່ງນັ່ງເບື້ອງຊ້າຍໃນອານາຈັກຂອງພຣະອົງ.” 22.ພຣະເຢຊູເຈົ້າກ່າວຕອບວ່າ: “ພວກເຈົ້າບໍ່ຮູ້ສິ່ງທີ່ພວກເຈົ້າຂໍເລີຍ. ພວກເຈົ້າສາມາດຈະດື່ມຈອກທີ່ເຮົາຈະດື່ມໄດ້ບໍ?” ພວກເຂົາຕອບວ່າ: “ພວກຂ້ານ້ອຍດື່ມໄດ້.” 23.ພຣະອົງກ່າວກັບພວກເຂົາອີກວ່າ: “ແມ່ນແລ້ວ ຈອກຂອງເຮົານັ້ນພວກເຈົ້າຈະດື່ມແທ້. ແຕ່ເລື່ອງຈະນັ່ງເບື້ອງຂວາຫລືເບື້ອງຊ້າຍເຮົານັ້ນ ບໍ່ແມ່ນທຸລະຂອງເຮົາທີ່ຈະທານໃຫ້ ແຕ່ບ່ອນນັ້ນແມ່ນຂອງຜູ້ທີ່ພຣະບິດາຂອງເຮົາໄດ້ກຳໜົດໄວ້ໃຫ້ແລ້ວ.”
ຜູ້ເປັນນາຍຕ້ອງເປັນຜູ້ຮັບໃຊ້
24.ເມື່ອໄດ້ຍິນເລື່ອງນີ້ແລ້ວ, ພວກສາວົກອື່ນທັງສິບກໍຮູ້ສຶກຄຽດແຄ້ນອ້າຍນ້ອງສອງຄົນນັ້ນ. 25.ພຣະເຢຊູເຈົ້າຈຶ່ງຮຽກພວກສາວົກເຂົ້າມາ ແລ້ວກ່າວວ່າ: “ພວກເຈົ້າກໍຮູ້ວ່າ ບັນດາຫົວໜ້າຊາດເຄີຍບັງຄັບຢ່າງເປັນເຈົ້າຊີ້ຂາດ, ແລະບັນດາຜູ້ເປັນໃຫຍ່ກໍມັກໃຊ້ສິດອຳນາດຂອງຕົນ. 26.ແຕ່ໃນໝູ່ພວກເຈົ້າບໍ່ຕ້ອງເປັນດັ່ງນີ້ເລີຍ. ກົງກັນຂ້າມ ຜູ້ໃດໃນພວກເຈົ້າທີ່ຢາກເປັນຜູ້ໃຫຍ່ ກໍຕ້ອງຖືຕົວເປັນຄົນໃຊ້ຜູ້ອື່ນ. 27.ແລະຜູ້ໃດໃນພວກເຈົ້າທີ່ຢາກເປັນທີໜຶ່ງ ກໍຈະຕ້ອງຖືຕົວເປັນຂ້າໃຊ້ຜູ້ອື່ນ. 28.ດັ່ງນັ້ນ ບຸດແຫ່ງມະນຸດໄດ້ສະເດັດມາ ບໍ່ແມ່ນເອົາຜູ້ອື່ນມາຮັບໃຊ້, ແຕ່ເພື່ອຮັບໃຊ້ຜູ້ອື່ນ ແລະມອບຊີວິດຂອງຕົນເປັນຄ່າໄຖ່ເອົາຄົນທັງຫລາຍ.”
ຄົນຕາບອດສອງຄົນ
29.ເມື່ອພຣະເຢຊູເຈົ້າສະເດັດອອກຈາກເມືອງເຢຣີໂກພ້ອມກັບພວກສາວົກ, ຝູງຄົນຈຳນວນມາກພາກັນຕິດຕາມພຣະອົງໄປ. 30.ພໍດີມີຄົນຕາບອດສອງຄົນນັ່ງຢູ່ແຄມທາງ. ເມື່ອພວກເຂົາຮູ້ວ່າ ພຣະເຢຊູເຈົ້າສະເດັດຜ່ານມາທາງນັ້ນ, ພວກເຂົາຈຶ່ງຮ້ອງຂຶ້ນວ່າ: “ໂອພຣະອົງເຈົ້າ, ບຸດກະສັດດາວິດ, ໂຜດເມດຕາພວກຂ້ານ້ອຍແດ່ທ້ອນ”. 31.ຝູງຄົນຮ້າຍຫ້າມພວກເຂົາໄວ້ ແລະສັ່ງໃຫ້ມິດ, ແຕ່ພວກເຂົາແຮງຮ້ອງດັງຂຶ້ນກວ່າອີກວ່າ: “ໂອພຣະອົງເຈົ້າ, ບຸດກະສັດດາວິດ, ໂຜດເມດຕາພວກຂ້ານ້ອຍແດ່ທ້ອນ”. 32.ພຣະເຢຊູເຈົ້າຊົງຢຸດ, ຮຽກພວກເຂົາເຂົ້າມາ, ແລ້ວຖາມວ່າ: “ພວກເຈົ້າປາດຖະໜາຢາກໃຫ້ເຮົາທຳສິ່ງໃດສຳລັບພວກເຈົ້າ?” 33.ພວກເຂົາທູນວ່າ: “ໂອພຣະອົງເຈົ້າ, ຂໍໃຫ້ຕາຂອງພວກຂ້ານ້ອຍເປີດອອກ”. 34.ພຣະເຢຊູເຈົ້າຊົງຮູ້ສຶກສົງສານພວກເຂົາ, ຈຶ່ງບາຍຕາຂອງພວກເຂົາ, ແລະໃນທັນໃດນັ້ນ ພວກເຂົາກໍກັບເຫັນຮຸ່ງແຈ້ງ. ແລ້ວພວກເຂົາກໍຕິດຕາມພຣະອົງໄປ.