ພຣະວໍຣະສານ ໂດຍນັກບຸນ ມັດເທວ

ພາກທີ 2

ພວກບັນດິດນະມັດສະການ

1.ເມື່ອພຣະເຢຊູເຈົ້າຊົງບັງເກີດມາທີ່ເມືອງເບັດເລແຮມແຂວງຢູເດ, ໃນສະໄໝກະສັດເຮຣັອດ, ມີພວກບັນດິດຈາກທິດຕາເວັນອອກມາເຖິງນະຄອນເຢຣູຊາແລມ 2.ແລະຖາມວ່າ: “ກະສັດຂອງຊາວຢິວ ຜູ້ຫາກໍຊົງບັງເກີດມາ ຢູ່ໃສ? ດ້ວຍເຫດວ່າພວກເຮົາໄດ້ເຫັນດວງດາວຂອງພຣະອົງທາງທິດຕາເວັນອອກ ແລະພ້ອມກັນມານະມັດສະການພຣະອົງ”. 3.ພໍຊາບຂ່າວນີ້ແລ້ວ, ກະສັດເຮຣັອດກໍເກີດມີຄວາມສະເທືອນຕົກໃຈ ແລະຊາວນະຄອນເຢຣູຊາແລມທັງຫລາຍກໍກະວົນກະວາຍດ້ວຍ. 4.ກະສັດເຮຣັອດຈຶ່ງມີຄຳສັ່ງໃຫ້ປະຊຸມຄະນະສົງ ແລະຄະນະອາຈານພຣະຄຳພີທັງໝົດ ເພື່ອສືບຖາມວ່າ ພຣະກຣິສໂຕເຈົ້າຕ້ອງບັງເກີດຢູ່ໃສແທ້. 5.ພວກເຂົາຕອບວ່າ: “ຢູ່ທີ່ເບັດເລແຮມແຂວງຢູເດ; ດ້ວຍວ່າປະພາສົກໄດ້ຂຽນໄວ້ດັ່ງນີ້ວ່າ: 6.“ສ່ວນເຈົ້າ, ເບັດເລແຮມ, ດິນແດນແຫ່ງຢູເດເອີຍ, ເຈົ້າບໍ່ແມ່ນຜູ້ຕ່ຳຕ້ອຍເລີຍໃນເຂດແດນແຫ່ງຢູດາ, ດ້ວຍວ່າຜູ້ຈະເປັນຫົວໜ້າແລະຜູ້ນຳຊາດອິດສະຣາແອນລາດສະດອນຂອງເຮົາ ຈະອອກມາຈາກເຈົ້າ”.

7.ກະສັດເຮຣອດຈຶ່ງຮຽກພວກບັນດິດເຂົ້າມາເຝົ້າຢ່າງລັບໆ, ແລ້ວສືບຖາມຢ່າງຖີ່ຖ້ວນເຖິງວັນເວລາທີ່ດາວດວງນັ້ນໄດ້ປາກົດອອກມາ. 8.ແລ້ວກໍສົ່ງພວກບັນດິດໄປເບັດເລແຮມ ພ້ອມທັງສັ່ງວ່າ: “ພວກທ່ານຈົ່ງໄປສືບຖາມເລື່ອງພຣະກຸມານໃຫ້ແຈ່ມແຈ້ງ, ແລະເມື່ອພົບເຫັນແລ້ວ, ໃຫ້ພວກທ່ານຫລົບມາບອກຂ້າພະເຈົ້າ, ເພື່ອຂ້າພະເຈົ້າຈະໄດ້ໄປນະມັດສະການດ້ວຍ”. 9.ເມື່ອຮັບບັນຊາແລ້ວ, ພວກບັນດິດກໍອອກເດີນທາງ. ດາວທີ່ເຄີຍເຫັນຢູ່ທາງທິດຕາເວັນອອກນັ້ນ ກໍປາກົດອອກມານຳທາງໃຫ້ອີກ, ແລະໄດ້ໄປຢຸດຢູ່ບ່ອນພຣະກຸມານປະທັບຢູ່. 10.ພວກບັນດິດເຫັນດາວນັ້ນກໍພາກັນຊື່ນຍິນດີເປັນຢ່າງຍິ່ງ. 11.ເມື່ອເຂົ້າໃນເຮືອນ, ພວກເພິ່ນກໍພົບເຫັນພຣະກຸມານແລະພຣະມານດາມາຣີອາ ແລ້ວກໍພາກັນຂາບລົງນົບໄຫວ້ພຣະກຸມານ. ຕໍ່ໄປ ໄດ້ໄຂຫີບນຳເອົາເຄື່ອງບັນນາການ ມີທອງຄຳ ກຳມະຍານແລະເຄື່ອງຫອມ ຂຶ້ນຖະຫວາຍພຣະອົງ. 12.ຫລັງຈາກນັ້ນ, ພວກບັນດິດໄດ້ຮັບຊາບທາງຄວາມຝັນວ່າ ບໍ່ໃຫ້ຫລົບຄືນໄປຫາພະຍາເຮຣອດ, ຈຶ່ງໄດ້ພາກັນຫລົບເມືອປະເທດຂອງຕົນໂດຍທາງອື່ນ.

 

ອົບພະຍົບໄປປະເທດເອຢິບ

 

ການຂ້າເດັກນ້ອຍຜູ້ນິລະມົນ

13.ເມື່ອພວກບັນດິດໄດ້ກັບໄປແລ້ວ ເທວະດາອົງໜຶ່ງຂອງພຣະອົງເຈົ້າໄດ້ປະຈັກແກ່ຢໍແຊທາງຄວາມຝັນ ແລະບອກວ່າ: “ຈົ່ງລຸກຂຶ້ນເຖີດ ເອົາພຣະກຸມານພ້ອມກັບມານດາຂອງພຣະອົງ ແລະຈົ່ງປົບໜີໄປປະເທດເອຢິບ ແລະຢູ່ທີ່ນັ້ນຈົນເຖິງເວລາເຮົາຈະບອກ ດ້ວຍວ່າກະສັດເຮຣັອດຊອກຫາຂ້າພຣະກຸມານ.” 14.ຢໍແຊກໍລຸກຂຶ້ນໃນກາງຄືນນັ້ນເອງ ທ່ານໄດ້ເອົາພຣະກຸມານພ້ອມກັບມານດາຂອງພຣະອົງ ແລະອອກເດີນທາງໜີໄປປະເທດເອຢິບ 15.ແລະຢູ່ທີ່ນັ້ນຈົນກະສັດເຮຣັອດເຖິງແກ່ກຳ ທັງນີ້ກໍເພື່ອໃຫ້ສຳເລັດຕາມພຣະວາຈາຂອງພຣະອົງເຈົ້າ ທີ່ໄດ້ຊົງກ່າວທາງປະພາສົກວ່າ: “ເຮົາໄດ້ຮຽກພຣະບຸດຂອງເຮົາຈາກດິນເອຢິບ.”

16.ສ່ວນກະສັດເຮຣັອດ ເມື່ອເຫັນວ່າຕົນຖືກຕົວະຫລອກຈາກພວກບັນດິດແລ້ວ ກໍເກີດມີຄວາມໂກດຮ້າຍເປັນອັນມາກ ຈຶ່ງມີຮັບສັ່ງໃຫ້ປະຫານຊີວິດເດັກນ້ອຍຜູ້ຊາຍທຸກຄົນ ໃນເມືອງເບັດເລແຮມແລະຕາມບໍລິເວນໃກ້ຄຽງນັ້ນ ນັບແຕ່ອາຍຸສອງປີລົງມາ ຕາມເວລາຊຶ່ງໄດ້ສືບຮູ້ແຈ້ງຈາກພວກບັນດິດ. 17.ທັງນີ້ ກໍເປັນອັນສຳເລັດຕາມຄຳທຳນາຍຂອງປະພາສົກເຢເຣມີທີ່ກ່າວວ່າ: 18.“ສຽງໜຶ່ງດັງກ້ອງຢູ່ໃນເມືອງຣາມາ ເປັນສຽງໄຫ້ແລະສຽງຮ້ອງຄາງ ແມ່ນນາງຣາແຄນທີ່ໄຫ້ຈົ່ມນຳລູກຂອງຕົນ ແລະບໍ່ຍອມຟັງຄຳໂອບອອຍເລີຍ ດ້ວຍວ່າພວກລູກຂອງນາງບໍ່ມີອີກແລ້ວ.”

19.ເມື່ອກະສັດເຮຣອດຕາຍແລ້ວ, ເທວະດາຂອງພຣະອົງເຈົ້າໄດ້ປະຈັກມາຫາຢໍແຊໃນຄວາມຝັນຢູ່ປະເທດເອຢິບ 20.ແລະກ່າວກັບທ່ານວ່າ: “ຈົ່ງລຸກຂຶ້ນ ພາພຣະກຸມານແລະພຣະມານດາຂອງພຣະອົງຫລົບເມືອປະເທດອິສຣາແອນ ຍ້ອນວ່າຜູ້ທີ່ຊອກຂ້າພຣະກຸມານນັ້ນ ກໍຕາຍແລ້ວ”. 21.ຢໍແຊກໍລຸກຂຶ້ນ ພາພຣະກຸມານແລະພຣະມານດາຫລົບເມືອປະເທດອິສຣາແອນ. 22.ແຕ່ເມື່ອຊາບວ່າ ອາກເຄເລົາຂຶ້ນສະເຫວີຍຣາດຢູ່ແຂວງຢູເດແທນກະສັດເຮຣອດຜູ້ບິດາ, ຈຶ່ງບໍ່ກ້າເຂົ້າໄປໃນດິນແດນນັ້ນ. ຢໍແຊໄດ້ຮັບຄຳເຕືອນໃນຄວາມຝັນ ຈຶ່ງເຂົ້າໄປໃນແຂວງຄາລີເລ 23.ແລະຕັ້ງພູມລຳເນົາຢູ່ເມືອງໜຶ່ງຊື່ນາຊາແຣັດ. ທັງນີ້ກໍເພື່ອໃຫ້ສຳເລັດຕາມທີ່ໄດ້ກ່າວໄວ້ທາງປະພາສົກວ່າ: “ພຣະອົງຈະໄດ້ຮັບຊື່ວ່າ ຊາວນາຊາແຣັດ”.