ພຣະວໍຣະສານ ໂດຍນັກບຸນ ມັດເທວ
ພາກທີ 19
VI. ອານາຈັກສະຫວັນໃກ້ຈະມາເຖິງແລ້ວ
ເລື່ອງການຢ່າຮ້າງກັນ
1.ເມື່ອພຣະເຢຊູເຈົ້າຊົງກ່າວໂອວາດເຫລົ່ານີ້ສິ້ນສຸດລົງແລ້ວ ພຣະອົງກໍສະເດັດຈາກແຂວງຄາລີເລໄປສູ່ແຂວງຢູເດ ຊຶ່ງຢູ່ຟາກແມ່ນ້ຳຢໍແດນຟາກນັ້ນ. 2.ຝູງຄົນມາກມາຍຕິດຕາມພຣະອົງໄປ ແລະຢູ່ທີ່ນັ້ນ ພຣະອົງກໍຊົງປິ່ນປົວພວກເຂົາໃຫ້ດີພະຍາດ.
3.ຟາຣີເຊວພວກໜຶ່ງຢາກທົດລອງພຣະເຢຊູເຈົ້າ ຈຶ່ງພາກັນເຂົ້າມາຖາມພຣະອົງວ່າ: “ມີອະນຸຍາດໃຫ້ປະຮ້າງກັບພັນລະຍາຂອງຕົນ ດ້ວຍເຫດໃດກໍຕາມໄດ້ບໍ?” 4.ພຣະເຢຊູເຈົ້າຊົງຕອບວ່າ: “ພວກເຈົ້າບໍ່ໄດ້ອ່ານບໍວ່າ: ແຕ່ຕົ້ນເດີມ ພຣະຜູ້ສ້າງໄດ້ສ້າງຊາຍແລະຍິງ, 5.ແລະໄດ້ກ່າວວ່າ ຍ້ອນເຫດນີ້ ຜູ້ຊາຍຈະປະພໍ່ແມ່ໄປຢູ່ກິນຮ່ວມກັບພັນລະຍາຂອງຕົນ ແລະທັງສອງຈະຮ່ວມເປັນເນື້ອໜຶ່ງໜັງດຽວ. 6.ດັ່ງນີ້ ບໍ່ແມ່ນສອງຄົນອີກແລ້ວ, ແຕ່ເປັນເນື້ອໜຶ່ງໜັງດຽວ. ເພາະສະນັ້ນ ມະນຸດບໍ່ຕ້ອງແບ່ງແຍກສິ່ງທີ່ພຣະເປັນເຈົ້າໄດ້ຊົງຮວມໄວ້ແລ້ວ.” 7.ພວກຟາຣີເຊວຈຶ່ງທູນຕໍ່ອີກວ່າ: ຖ້າເປັນດັ່ງນັ້ນ ເຫດໃດທ່ານໂມແຊຈຶ່ງສັ່ງໃຫ້ທຳໜັງສືຢ່າຮ້າງກັບພັນລະຍາໄດ້ເມື່ອມີການຢ່າຮ້າງກັນ?” 8.ພຣະເຢຊູເຈົ້າຈຶ່ງກ່າວຕອບວ່າ: “ເປັນດັ່ງນັ້ນກໍຍ້ອນວ່າພວກເຈົ້າມີໃຈດື້ດຶງ. ທ່ານໂມແຊຈຶ່ງອະນຸຍາດໃຫ້ຢ່າຮ້າງກັບພັນລະຍາໄດ້; ແຕ່ວ່າ, ເມື່ອດັ້ງເດີມນັ້ນ, ບໍ່ໄດ້ເປັນແນວນີ້ດອກ. 9.ດ້ວຍເຫດນີ້ເຮົາຈຶ່ງກ່າວວ່າ: ຜູ້ໃດປະຮ້າງກັບພັນລະຍາຂອງຕົນ ສິ່ງທີ່ອະນຸຍາດໄດ້ ໃນເວລາມີການຫລິ້ນຊູ້ ແລະໄປແຕ່ງງານໃໝ່ ຜູ້ນັ້ນກໍລ່ວງປະເວນີ.”
ການຖືພົມມະຈັນ
10.ພວກສາວົກທູນວ່າ: “ຖ້າສາມີຕ້ອງຖືດັ່ງນີ້ຕໍ່ພັນລະຍາຂອງຕົນ, ບໍ່ແຕ່ງງານກໍດີ ກວ່າ.” 11.ພຣະອົງຊົງກ່າວຕອບວ່າ: “ທຸກຄົນທີ່ບໍ່ເຂົ້າໃຈຂໍ້ຄວາມເຫລົ່ານີ້ໄດ້ ມີແຕ່ພວກທີ່ ພຣະອົງໂຜດດົນໃຈເທົ່ານັ້ນ ທີ່ເຂົ້າໃຈໄດ້. 12.ດ້ວຍເຫດວ່າ ບາງຄົນເປັນຂັນທີແຕ່ກຳເນີດ, ບາງຄົນເປັນຂັນທີດ້ວຍການກະທຳຂອງມະນຸດ. ບາງຄົນເປັນຂັນທີດ້ວຍຄວາມສະໝັກໃຈ ຂອງຕົນ ຍ້ອນເຫັນແກ່ອານາຈັກສະຫວັນ. ຜູ້ໃດເຂົ້າໃຈໄດ້ ກໍໃຫ້ເຂົ້າໃຈເອົາ.”
ພຣະເຢຊູເຈົ້າແລະພວກເດັກນ້ອຍ
13.ໃນເວລານັ້ນ, ມີຜູ້ນຳເອົາເດັກນ້ອຍເຂົ້າມາຫາພຣະເຢຊູເຈົ້າ ເພື່ອຂໍພຣະອົງປົກພະຫັດແລະອວຍພອນແກ່ພວກເຂົາ ແຕ່ພວກສາວົກຮ້າຍຫ້າມໄວ້. 14.ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ຈົ່ງປ່ອຍໃຫ້ພວກເດັກນ້ອຍເຂົ້າມາຫາເຮົາເຖີດ ບໍ່ຕ້ອງຫ້າມພວກເຂົາ ດ້ວຍວ່າອານາຈັກສະຫວັນເປັນຂອງພວກທີ່ຄືເດັກນ້ອຍນີ້ແລ້ວ.” 15.ແລ້ວພຣະອົງກໍຊົງປົກພະຫັດໃຫ້ພວກເຂົາ ແລະສະເດັດອອກເດີນທາງຕໍ່ໄປ.
ຊາຍໜຸ່ມຜູ້ຮັ່ງມີ
16.ແລ້ວມີຊາຍຜູ້ໜຶ່ງເຂົ້າມາທູນພຣະເຢຊູເຈົ້າວ່າ: “ພຣະອາຈານ! ຂ້ານ້ອຍຕ້ອງເຮັດແນວໃດດີເພື່ອຈະໄດ້ມີຊີວິດນິຣັນດອນ?” 17.ພຣະເຢຊູເຈົ້າກ່າວຕອບວ່າ: “ເປັນຫຍັງເຈົ້າຈຶ່ງມາຖາມວ່າ ຈະເຮັດແນວໃດດີ? ຜູ້ດີມີແຕ່ຜູ້ດຽວເທົ່ານັ້ນ; ຖ້າເຈົ້າຢາກເຂົ້າສູ່ຊີວິດ ຈົ່ງປະຕິບັດຕາມພຣະບັນຢັດ.” 18.ເຂົາທູນຕອບວ່າ: “ແມ່ນພຣະບັນຢັດຂໍ້ໃດ?” ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ຢ່າຂ້າຄົນ, ຢ່າລ່ວງປະເວນີ, ຢ່າລັກຂອງເຂົາ, ຢ່າໃຫ້ການບໍ່ຈິງ. 19.ໃຫ້ນັບຖືບິດາມານດາ ແລະໃຫ້ຮັກຜູ້ອື່ນຄືຮັກຕົວເອງ.” 20.ຊາຍໜຸ່ມທູນຕອບວ່າ: “ທຸກສິ່ງນັ້ນ ຂ້ານ້ອຍເຄີຍຖືມາຢູ່ແລ້ວ ຍັງຂາດຫຍັງອີກ?” 21.ພຣະອົງກ່າວຕອບວ່າ: “ຖ້າເຈົ້າຢາກເປັນຜູ້ດີຄົບບໍລິບູນ, ໃຫ້ເຈົ້າໄປຂາຍໝົດທຸກສິ່ງທີ່ເຈົ້າມີຢູ່ ແລະແຈກຢາຍໃຫ້ຄົນທຸກຈົນ ແລະເຈົ້າຈະມີຂຸມຊັບໃນສະຫວັນ; ແລ້ວຈົ່ງຕິດຕາມເຮົາໄປ.” 22.ເມື່ອໄດ້ຍິນຄຳກ່າວນີ້ ຊາຍໜຸ່ມຜູ້ນັ້ນກໍໜີໄປ, ມີຄວາມອຸກທຸກໃຈ ດ້ວຍວ່າເຂົາມີຊັບສົມບັດມາກມາຍ.
ໄພອັນຕະລາຍແຫ່ງຊັບສິນ
23.ໃນເວລານັ້ນ ພຣະເຢຊູເຈົ້າຊົງກ່າວແກ່ພວກສາວົກວ່າ: “ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ເປັນການຍາກທີ່ເສດຖີຈະເຂົ້າໃນອານາຈັກສະຫວັນໄດ້. 24.ຈິງແທ້ ເຮົາ ກ່າວຊ້ຳອີກວ່າ: ອູດໂຕໜຶ່ງຈະລອດເຂົ້າຮູເຂັມ ຍັງງ່າຍກວ່າເສດຖີຜູ້ໜຶ່ງຈະເຂົ້າໃນອານາຈັກສະຫວັນໄດ້.” 25.ເມື່ອໄດ້ຍິນຄຳກ່າວນີ້ ພວກສາວົກກໍຕົກສະເງີ້ແລະທູນວ່າ: “ຊັ້ນແມ່ນ ໃຜຈະເອົາຕົວລອດໄດ້?” 26.ພຣະເຢຊູເຈົ້າທອດພຣະເນດພວກສາວົກແລ້ວກ່າວວ່າ: “ສຳລັບມະນຸດເອງ ເປັນໄປບໍ່ໄດ້ ແຕ່ສຳລັບພຣະເປັນເຈົ້າທຸກສິ່ງກໍເປັນໄປໄດ້”.
ລາງວັນຂອງຜູ້ຍອມເສຍສະລະ
27.ເປໂຕຈຶ່ງທູນວ່າ: “ແລະສ່ວນພວກຂ້ານ້ອຍທີ່ໄດ້ສະລະໝົດທຸກສິ່ງ ແລະຕິດຕາມພຣະອົງໄປ, ພວກຂ້ານ້ອຍຈະໄດ້ຮັບຫຍັງ?” 28.ພຣະເຢຊູເຈົ້າກ່າວວ່າ: “ເຮົາກ່າວແກ່ພວກ ເຈົ້າເປັນຄວາມຈິງວ່າ: ສຳລັບພວກເຈົ້າທີ່ໄດ້ຕິດຕາມເຮົາມາ, ເມື່ອເຖິງການຟື້ນຟູແຫ່ງໂລກພິພົບ. ເມື່ອບຸດແຫ່ງມະນຸດຈະປະທັບນັ່ງຢູ່ເໜືອພຣະບັນລັງແຫ່ງສີມຸງຄຸນຂອງພຣະອົງແລ້ວ, ພວກເຈົ້າດ້ວຍຈະນັ່ງຢູ່ເທິງບັນລັງສິບສອງອັນ ເພື່ອພິພາກສາຕະກູນທັງສິບສອງ ແຫ່ງອິສຣາແອນ. 29.ແລະຜູ້ໃດທີ່ຈະໄດ້ສະລະບ້ານເຮືອນ, ພີ່ນ້ອງ, ພໍ່ແມ່, ລູກເຕົ້າ, ຫລືໄຮ່ ນາ, ຍ້ອນເຫັນແກ່ພຣະນາມຂອງເຮົາ. ຜູ້ນັ້ນຈະໄດ້ຮັບບຳເໜັດເຖິງຮ້ອຍເທົ່າ ແລະຈະໄດ້ສ່ວນໃນຊີວິດນິຣັນດອນ. 30.ພວກເປັນທີ່ຕົ້ນຫລາຍຄົນ ຈະກັບເປັນພວກທີ່ສຸດທ້າຍ, ແລະພວກທີ່ສຸດທ້າຍຈະກັບເປັນພວກທີ່ຕົ້ນ.