ພຣະວໍຣະສານ ໂດຍນັກບຸນ ມັດເທວ

ພາກທີ 18

ຄວາມມັກໃຫຍ່ໃຝ່ສູງ

1.ໃນເວລານັ້ນ, ພວກສາວົກໄດ້ເຂົ້າມາທູນພຣະເຢຊູເຈົ້າວ່າ: “ແມ່ນໃຜໃຫຍ່ ກວ່າໝູ່ໃນອານາຈັກສະຫວັນ?” 2.ພຣະເຢຊູເຈົ້າຊົງຮຽກເອົາເດັກນ້ອຍຜູ້ໜຶ່ງເຂົ້າມາຢູ່ກາງພວກສາວົກ, 3.ແລະກ່າວວ່າ: “ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ ຖ້າພວກເຈົ້າບໍ່ກັບຄືນເປັນຄືເດັກນ້ອຍຜູ້ນີ້. ພວກເຈົ້າຈະເຂົ້າໃນອານາຈັກສະຫວັນບໍ່ໄດ້ເລີຍ. 4.ດັ່ງນັ້ນ ຜູ້ໃດຍອມກັບເປັນຜູ້ນ້ອຍໆຄືເດັກນ້ອຍຜູ້ນີ້ ຜູ້ນັ້ນແລ້ວຈະເປັນໃຫຍ່ກວ່າໝູ່ໃນອານາຈັກສະຫວັນ.

 

ເລື່ອງການສະດຸດ

5.“ຜູ້ໃດຕ້ອນຮັບເດັກນ້ອຍຄືຜູ້ນີ້ໃນນາມຂອງເຮົາ, ກໍແມ່ນຕ້ອນຮັບເຮົາເອງ. 6.ແຕ່ຖ້າໃຜເປັນທີ່ສະດຸດແກ່ເດັດນ້ອຍຜູ້ໃດຜູ້ໜຶ່ງໃນໝູ່ເດັກນ້ອຍນີ້ທີ່ເຊື່ອໃນເຮົາ, ໃຫ້ເອົາຫີນໂມ້ທີ່ລາແກ່ມາມັດໃສ່ຄໍຜູ້ເປັນທີ່ສະດຸດນັ້ນ, ແລ້ວເອົາໄປຖິ້ມລົງກາງທະເລກໍຍັງດີກວ່າ. 7.ເວນກຳແກ່ໂລກຍ້ອນຄວາມສະດຸດ! ຈຳເປັນຢູ່ແລ້ວທີ່ຈະມີຄວາມສະດຸດ; ແຕ່ເວນກຳແກ່ຜູ້ທີ່ຈະເປັນຕົ້ນເຫດໃຫ້ຄວາມສະດຸດເກີດຂຶ້ນມາ! 8.ຖ້າມືຫລືຕີນຂອງເຈົ້າເປັນໂອກາດໃຫ້ເຈົ້າທຳບາບ, ໃຫ້ເຈົ້າຕັດມັນຖິ້ມເສຍ: ມີມືດຽວຕີນດຽວເຂົ້ສູ່ຊີວິດ, ດີກວ່າມີສອງມືສອງຕີນແຕ່ຖືກຖິ້ມລົງໃນໄຟນິຣັນດອນ. 9.ແລະຖ້າຕາເຈົ້າເປັນໂອກາດໃຫ້ເຈົ້າທຳບາບ, ໃຫ້ເຈົ້າຄວັດມັນຖິ້ມເສຍ: ມີຕາໜ່ວຍດຽວເຂົ້າສູ່ຊີວິດ ຍັງດີກວ່າມີສອງຕາແລະຖືກຖິ້ມໃນຂຸມໄຟ. 10.ຈົ່ງລະວັງ! ຢ່າໝິ່ນປະໝາດເດັກນ້ອຍຜູ້ໜຶ່ງຜູ້ໃດ”. 11.ດ້ວຍວ່າເຮົາບອກພວກເຈົ້າວ່າ: ເທວະດາຂອງພວກເຂົາຢູ່ສະຫວັນ ຊົມເຊີຍພຣະພັກພຣະບິດາຂອງເຮົາຜູ້ສະຖິດຢູ່ສະຫວັນສະເໝີ.

 

ແກະທີ່ເສຍໄປ

12.“ພວກເຈົ້າຈະຄຶດຢ່າງໃດ? ຖ້າຄົນຜູ້ໜຶ່ງມີແກະຢູ່ຮ້ອຍໂຕ, ແລະມີແກະໂຕໜຶ່ງເສຍໄປ. ຄົນຜູ້ນັ້ນຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ເທິງພູ ເພື່ອໄປນຳແກະໂຕທີ່ເສຍໄປນັ້ນບໍ? 13.ແລະເມື່ອລາວຈະພົບພໍ້ແກະໂຕທີ່ເສຍນັ້ນແລ້ວ. ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ລາວຈະມີຄວາມຍິນດີຍ້ອນແກະໂຕນັ້ນ ຫລາຍກວ່າຍ້ອນແກະເກົ້າສິບເກົ້າໂຕທີ່ບໍ່ໄດ້ເສຍໄປ. 14.ດັ່ງດຽວກັນ ພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ສະຫວັນ ກໍບໍ່ຢາກໃຫ້ເດັກ ນ້ອຍເຫລົ່ານີ້ເສຍໄປແມ່ນແຕ່ຜູ້ດຽວ.

 

ຈົ່ງຕິຕຽນຕັກເຕືອນກັນ

15.“ຖ້າອ້າຍຫລືນ້ອງຂອງເຈົ້າທຳຜິດ ໃຫ້ໄປເວົ້າກັນກັບເຂົາສອງຕໍ່ສອງ ຖ້າເຂົາຟັງ ເຈົ້າ ເຈົ້າກໍຈະຊ່ວຍເຂົາໃຫ້ກັບຄືນເປັນຜູ້ດີ. 16.ຖ້າເຂົາບໍ່ຟັງເຈົ້າ ຈົ່ງເຊີນເອົາຜູ້ໜຶ່ງຫລືສອງຄົນໄປນຳ ເພື່ອຈະຕັດສິນເລື່ອງໃຫ້ຮຽບຮ້ອຍ ອາໄສຄວາມເວົ້າຂອງພະຍານສອງຫລືສາມຄົນ. 17.ຖ້າເຂົາປະຕິເສດບໍ່ຟັງຄວາມພວກນີ້ແລ້ວ ຈົ່ງແຈ້ງໃຫ້ສະມາຄົມ. ແລະຖ້າເຂົາຍັງບໍ່ຍອມຟັງສະມາຄົມອີກ ຈົ່ງຖືເຂົາເປັນຄົນຕ່າງຊາດຫລືຄົນເກັນສ່ວຍ. 18.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ ທຸກສິ່ງທີ່ພວກເຈົ້າຈະຜູກມັດໃນແຜ່ນດິນນີ້ ຈະຖືກຜູກມັດໃນສະຫວັນ ແລະທຸກສິ່ງທີ່ພວກເຈົ້າຈະແກ້ປ່ອຍໃນແຜ່ນດິນນີ້ ຈະຖືກແກ້ປ່ອຍໃນສະຫວັນດ້ວຍ.”

 

ການພາວະນາພ້ອມກັນ

19.“ດັ່ງດຽວກັນ ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ໃນແຜ່ນດິນນີ້ ຖ້າສອງຄົນໃນພວກເຈົ້າພ້ອມໃຈກັນວິງວອນຂໍສິ່ງໃດສິ່ງໜຶ່ງ. ພວກເຂົາຈະໄດ້ຮັບຈາກພຣະບິດາເຈົ້າສະ ຫວັນ. 20.ດ້ວຍວ່າມີສອງຫລືສາມຄົນປະຊຸມກັນໃນນາມຂອງເຮົາ ເຮົາກໍຢູ່ບ່ອນນັ້ນໃນທ່າມກາງພວກເຂົາ.”

 

ການຍົກໂທດໂຜດຜິດຫ້ກັນແລະກັນ

21.ແລ້ວນັ້ນ ເປໂຕເຂົ້າມາຂາບທູນພຣະເຢຊູເຈົ້າວ່າ: “ພຣະອົງເຈົ້າ, ຂ້ານ້ອຍຕ້ອງຍົກໂທດໂຜດຜິດໃຫ້ພີ່ນ້ອງຂອງຂ້ານ້ອຍຈັກທໍ່ໃດເທື່ອ? ຈົນເຖິງເຈັດເທື່ອບໍ?” 22.ພຣະເຢຊູເຈົ້າຊົງຕອບວ່າ: “ເຮົາບໍ່ບອກເຈົ້າວ່າ ຕ້ອງຍົກໂທດໃຫ້ເຈັດເທື່ອດອກ ແຕ່ຕ້ອງຍົກໂທດໃຫ້ເຖິງເຈັດສິບເທື່ອເຈັດ.”

 

ຄວາມປຽບທຽບຄົນໃຊ້ທີ່ຕິດໜີ້

23.“ເພາະສະນັ້ນ ອານາຈັກສະຫວັນຈຶ່ງປຽບດັ່ງກະສັດອົງໜຶ່ງ ທີ່ປະສົງຈະຄິດບັນຊີກັບພວກຄົນໃຊ້. 24.ໃນເວລາກຳລັງຄິດບັນຊີຢູ່ນັ້ນ ພໍດີເຂົານຳຄົນຜູ້ໜຶ່ງທີ່ຕິດໜີ້ຢູ່ໝື່ນຫລຽນທອງຄຳເຂົ້າມາ. 25.ແຕ່ຍ້ອນຄົນຜູ້ນັ້ນບໍ່ມີຫຍັງຈະໃຊ້ໜີ້ໄດ້ ກະສັດຈຶ່ງຮັບສັ່ງໃຫ້ຂາຍຄົນຜູ້ນັ້ນ ພ້ອມທັງບຸດ ພັນລະຍາ ແລະຊັບສິນຈົນໝົດ ເພື່ອໃຊ້ໜີ້. 26.ຄົນໃຊ້ຜູ້ນັ້ນຈຶ່ງຂາບລົງໄຫວ້ວອນວ່າ: “ຂໍກະລຸນາໂຈະໄວ້ກ່ອນ ແລ້ວຂ້າພະເຈົ້າຈະໃຊ້ແທນໃຫ້ໝົດ.” 27.ຜູ້ເປັນນາຍຮູ້ສຶກສົງສານ ຈຶ່ງປ່ອຍຜູ້ນັ້ນໄປພ້ອມທັງຍົກໜີ້ທັງໝົດໃຫ້ດ້ວຍ. 28.ພໍອອກໄປແລ້ວ ເຂົາພົບເພື່ອນຄົນໜຶ່ງທີ່ເປັນໜີ້ເຂົາຮ້ອຍຫລຽນ ເຂົາກໍໂດດເຂົ້າບີບຄໍເພື່ອນພ້ອມທັງຂູ່ວ່າ: “ໃຊ້ໜີ້ທັງໝົດໃຫ້ເຮົາ.” 29.ເພື່ອນຄົນນັ້ນຈຶ່ງຂາບລົງໄຫວ້ວອນວ່າ: “ຂໍກະລຸນາໂຈະໄວ້ກ່ອນ ແລ້ວເຮົາຈະໃຊ້ແທນ.” 30.ແຕ່ຄົນຜູ້ນັ້ນບໍ່ຍອມຟັງເລີຍ ຍິ່ງກວ່ານັ້ນອີກ ເຂົາຍັງເອົາເພື່ອນໄປຂັງຄຸກໄວ້ຈົນກວ່າຈະໃຊ້ໜີ້ນັ້ນ. 31.ເພື່ອນຄົນອື່ນເຫັນດັ່ງນັ້ນກໍມີຄວາມເສົ້າໃຈຢ່າງໃຫຍ່ ແລະໄດ້ໄປລາຍງານເລື່ອງນີ້ໃຫ້ຜູ້ເປັນນາຍຊາບ. 32.ນາຍຈຶ່ງສັ່ງໃຫ້ນຳຕົວຄົນນັ້ນເຂົ້າມາ ແລະກ່າວວ່າ: “ຄົນໃຊ້ໂຫດຮ້າຍ ເຮົາໄດ້ຍົກໜີ້ໃຫ້ເຈົ້າຈົນໝົດຍ້ອນເຈົ້າວອນຂໍເຮົາ! 33.ສ່ວນເຈົ້າເອງ ເຈົ້າຕ້ອງມີຄວາມສົງສານຕໍ່ເພື່ອນຂອງເຈົ້າ ຄືເຮົາໄດ້ມີຄວາມສົງສານຕໍ່ເຈົ້າແມ່ນບໍ? 34.ນາຍມີຄວາມໂກດຮ້າຍ ຈຶ່ງມອບຄົນຜູ້ນັ້ນໃຫ້ພວກທຳມະໂລງ ຈົນກວ່າເຂົາຈະໃຊ້ໜີ້ໃຫ້ໝົດໄດ້. 35.ພຣະບິດາຂອງເຮົາຜູ້ສະຖິດຢູ່ສະຫວັນກໍຈະກະທຳຕໍ່ພວກເຈົ້າດັ່ງນີ້ດ້ວຍ ຖ້າຫາກວ່າຜູ້ໜຶ່ງຜູ້ໃດໃນພວກເຈົ້າ ບໍ່ຍອມອະໄພໂທດໃຫ້ພີ່ນ້ອງຂອງຕົນຢ່າງຈິງໃຈ.”