ພຣະວໍຣະສານ ໂດຍນັກບຸນ ມັດເທວ
ພາກທີ 17
ພຣະເຢຊູເຈົ້າຊົງປ່ຽນສະພາບ
1.ຫົກວັນຕໍ່ມາ, ພຣະເຢຊູເຈົ້າໄດ້ເອົາເປໂຕ ຢາໂກເບແລະຢວງຜູ້ນ້ອງໄປນຳ, ແລ້ວພາຂຶ້ນພູສູງໜ່ວຍໜຶ່ງ. 2.ແລ້ວພຣະອົງໄດ້ສຳແດງພຣະອົງຮຸ່ງເຮືອງຕໍ່ໜ້າພວກເຂົາ. ພຣະພັກຂອງພຣະອົງຮຸ່ງແຈ້ງຄືດວງຕາເວັນ, ເຄື່ອງທົງຂອງພຣະອົງຂາວຜ່ອງຜຸດດັ່ງແສງສະຫວ່າງ. 3.ແລ້ວສາວົກທັງສາມກໍເຫັນໂມແຊກັບເອລີປະຈັກມາສົນທະນາກັບພຣະອົງ. 4.ດັ່ງນັ້ນເປໂຕຈຶ່ງເວົ້າກັບພຣະເຢຊູເຈົ້າວ່າ: “ພຣະອາຈານເອີຍ, ຢູ່ບ່ອນນີ້ເກີນວ່າມ່ວນຫລາຍ! ຖ້າຫາກວ່າພຣະອາຈານພໍໃຈນຳ ພວກຂ້ານ້ອຍຈະປຸກຕູບສາມຫລັງຂຶ້ນ, ຫລັງໜຶ່ງຖະຫວາຍພຣະອາຈານ, ຫລັງໜຶ່ງຖະຫວາຍທ່ານໂມແຊ ແລະອີກຫລັງໜຶ່ງຖະຫວາຍທ່ານເອລີ. 5.ໃນເວລາເປໂຕພວມເວົ້າຢູ່ນັ້ນ, ກໍມີເມກຮຸ່ງເຫລື້ອມກ້ອນໜຶ່ງມາປົກບັງພວກເພິ່ນໄວ້ ແລ້ວມີສຽງກ່າວອອກມາແຕ່ເມກວ່າ: “ຜູ້ນີ້ແມ່ນບຸດສຸດທີ່ຮັກຂອງເຮົາ, ເຮົາພໍໃຈນຳເປັນຢ່າງຍິ່ງ, ພວກເຈົ້າຈົ່ງເຊື່ອຟັງພຣະອົງເຖີດ”. 6.ໄດ້ຍິນຄວາມນີ້ ພວກລູກສິດກໍພາກັນໝູບຕິດດິນ ແລະມີຄວາມຢ້ານກົວເປັນຢ່າງຍິ່ງ. 7.ພຣະເຢຊູເຈົ້າສະເດັດມາໃກ້ພວກເຂົາ ບາຍຕ້ອງພວກເຂົາ ແລະກ່າວວ່າ: “ຈົ່ງລຸກຂຶ້ນ ຢ່າຢ້ານກົວເລີຍ”. 8.ພວກລູກສິດມືນຕາຂຶ້ນແນມເບິ່ງ ບໍ່ເຫັນມີໃຜ, ເຫັນແຕ່ພຣະເຢຊູເຈົ້າຜູ້ດຽວ.
ປັນຫາເລື່ອງເອລີ
9.ເມື່ອພ້ອມກັນລົງຈາກພູ ພຣະເຢຊູເຈົ້າໄດ້ສັ່ງບອກພວກເຂົາວ່າ: “ຢ່າເວົ້າສິ່ງທີ່ໄດ້ເຫັນນັ້ນໃຫ້ຜູ້ໃດຟັງ, ຈົນຮອດເວລາບຸດມະນຸດຈະໄດ້ກັບເປັນຄືນຊີບຈາກພວກຜູ້ຕາຍ”.10.
ແລະພວກສາວົກເລີຍໄດ້ທູນຖາມພຣະເຢຊູເຈົ້າວ່າ: “ພວກອາຈານພຣະຄຳພີວ່າຈັ່ງໃດ ວ່າທ່ານເອລີຕ້ອງມາກ່ອນຊັ້ນບໍ?” 11.ພຣະອົງຕອບວ່າ ແມ່ນແລ້ວ ທ່ານເອລີຕ້ອງມາຈັດທຸກສິ່ງໃຫ້ເປັນລະບຽບ. 12.ແຕ່ເຮົາກ່າວແກ່ພວກເຈົ້າວ່າ: ເອລີໄດ້ມາແລ້ວ ແລະພວກເຂົາບໍ່ໄດ້ຮັບຮູ້ທ່ານ ແຕ່ໄດ້ກະທຳຕໍ່ທ່ານຕາມໃຈມັກຂອງພວກເຂົາ. ດັ່ງດຽວກັນ ບຸດແຫ່ງມະນຸດກໍຈະຕ້ອງທົນທຸກທໍຣະມານຍ້ອນເຂົາດ້ວຍ. 13.ພວກສາວົກຈຶ່ງເຂົ້າໃຈວ່າ ຄຳກ່າວຂອງພຣະເຢຊູເຈົ້າ ໝາຍເຖິງທ່ານຢວງບັບຕິສຕາ.
ຊົງປິ່ນປົວຄົນບ້າໝູ
14.ເມື່ອກັບມາຫາຝູງຄົນແລ້ວ, ກໍມີຄົນຜູ້ໜຶ່ງຫຍັບເຂົ້າມາຂາບລົງຕໍ່ພຣະພັກພຣະອົງ ທູນວ່າ: 15.“ພຣະອົງເຈົ້າ ໂຜດເອັນດູລູກຊາຍຂອງຂ້ານ້ອຍແດ່ທ້ອນ, ມັນເປັນບ້າໝູຢ່າງໜັກ; ລາງເທື່ອກໍລົ້ມໃສ່ໄຟ, ລາງເທື່ອກໍຕົກລົງນ້ຳ. 16.ຂ້ານ້ອຍໄດ້ເອົາມາຫາພວກລູກສິດຂອງພຣະອົງ, ແຕ່ພວກເພິ່ນບໍ່ສາມາດປົວໃຫ້ດີໄດ້.” 17.ພຣະເຢຊູເຈົ້າກ່າວຕອບວ່າ: “ໂອສັນຊາດບໍ່ມີຄວາມເຊື່ອແລະຊົ່ວຊ້າເອີຍ! ເຮົາຈະຕ້ອງຢູ່ກັບພວກເຈົ້າອີກຮອດມື້ໃດ? ເຮົາຈະຕ້ອງທົນພວກເຈົ້າອີກເຫິງປານໃດ? ຈົ່ງເອົາເດັກນັ້ນມາຫາເຮົາຢູ່ນີ້.” 18.ແລ້ວພຣະເຢຊູເຈົ້າ ກ່າວຂົ່ມຂູ່ຜີປີສາດ, ມັນກໍອອກຈາກເດັກນ້ອຍ ແລະທັນທີເດັກນ້ອຍກໍຫາຍດີ. 19.ຕໍ່ໄປພວກສາວົກຫຍັບເຂົ້າຫາພຣະເຢຊູເຈົ້າເປັນສ່ວນຕົວແລະທູນວ່າ: “ເປັນຫຍັງພວກຂ້ານ້ອຍຈຶ່ງໄລ່ມັນບໍ່ອອກ?” 20.ພຣະອົງຊົງກ່າວຕອບພວກເຂົາວ່າ: “ຍ້ອນວ່າພວກເຈົ້າມີຄວາມເຊື່ອນ້ອຍ. ດັ່ງນີ້ເຮົາບອກເຈົ້າເປັນຄວາມຈິງວ່າ: ຖ້າພວກເຈົ້າມີຄວາມເຊື່ອໃຫຍ່ເທົ່າເມັດໝາກງາ, ພວກເຈົ້າຈະບອກພູໜ່ວຍນີ້ວ່າ: ຈົ່ງຍ້າຍຈາກນີ້ໄປພຸ້ນ, ແລະມັນກໍຈະໄປ; ແລະບໍ່ມີຫຍັງທີ່ພວກເຈົ້າຈະເຮັດບໍ່ໄດ້.” (21) (ຜີຊະໜິດນີ້ຕ້ອງໄລ່ດ້ວຍຄຳພາວະນາແລະການອົດອາຫານເທົ່ານັ້ນ)
ຊົງທຳນາຍເຖິງມະຫາທໍຣະມານເທື່ອທີສອງ
22.ມື້ໜຶ່ງ, ເມີ່ອຍັງປະທັບຢູ່ພ້ອມພວກສາວົກໃນແຂວງກາລີເລ, ພຣະເຢຊູເຈົ້າກ່າວວ່າ: “ບຸດແຫ່ງມະນຸດຈະຕ້ອງຖືກມອບໃນກຳມືຂອງຄົນ ແລະເຂົາຈະປະຫານຊີວິດພຣະອົງ ແລະວັນທີສາມພຣະອົງຈະກັບເປັນຄືນມາ.” 23.ແລະພວກສາວົກກໍມີຄວາມເສົ້າໂສກຫລາຍ
ເງິນເສຍສ່ວຍ
24.ແລ້ວນັ້ນ ພຣະເຢຊູເຈົ້າກໍສະເດັດເຂົ້າໃນເມືອງກາຟາກນາອຸມພ້ອມກັບພວກສາວົກ ແລະພວກເກັບເງິນກໍເຂົ້າມາຖາມເປໂຕວ່າ: “ພຣະອາຈານຂອງທ່ານບໍ່ເສຍເງິນບຳລຸງບໍ?” 25.ເປໂຕຕອບວ່າ: “ເສຍຄືກັນ.” ແລະພໍເປໂຕເຂົ້າໄປໃນເຮືອນ, ພຣະເຢຊູເຈົ້າກ່າວຂຶ້ນກ່ອນວ່າ: “ເຈົ້າຄຶດແນວໃດຊີມອນ? ກະສັດໃນໂລກນີ້ເຄີຍເກັບພາສີຫລືເກັບສ່ວຍຈາກໃຜ? ຈາກພວກລູກຕົນເອງຫລືຈາກຄົນອື່ນໆ?” 26.ເປໂຕທູນຕອບວ່າ: “ຈາກຄົນອື່ນໆ.” ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ຖ້າຢ່າງນັ້ນ, ພວກລູກຕົນເອງກໍຖືກຍົກເວັ້ນ. 27.ແຕ່ຢ່າງໃດກໍດີ ເພື່ອບໍ່ໃຫ້ເປັນທີ່ສະດຸດແກ່ຄົນພວກນີ້ ໃຫ້ເຈົ້າເອົາເບັດໄປຕຶກໃນທະເລ ຕຶກໄດ້ປາໂຕທີໜຶ່ງຂຶ້ນມາ, ໃຫ້ເຈົ້າງະປາກມັນອອກ ແລະເຈົ້າຈະເຫັນເງິນໜຶ່ງຫລຽນ ໃຫ້ເຈົ້າເອົາເງິນນັ້ນໄປເສຍໃຫ້ພວກເຂົາສຳລັບເຮົາແລະເຈົ້າ.”