ພຣະວໍຣະສານ ໂດຍນັກບຸນ ມັດເທວ
ພາກທີ 16
ເຄື່ອງໝາຍຈາກທ້ອງຟ້າ
1.ພວກຟາຣີເຊວແລະຊາດູເຊວ, ເພື່ອຈະທົດລອງພຣະເຢຊູເຈົ້າ, ກໍພ້ອມກັນເຂົ້າມາຂໍພຣະອົງສະແດງເຄື່ອງໝາຍຈາກທ້ອງຟ້າ. 2.ພຣະອົງຊົງຕອບພວກເຂົາວ່າ: “ເວລາຕາເວັນໃກ້ຈະຕົກ, ພວກເຈົ້າກໍເວົ້າວ່າ: ອາກາດຈະດີ ດ້ວຍວ່າທ້ອງຟ້າແດງແຈ້ງ. 3.ເມື່ອເວລາຕາເວັນອອກ ກໍວ່າ: ມື້ນີ້ອາກາດບໍ່ດີ, ຍ້ອນທ້ອງຟ້າແດງມົວ. ດັ່ງນີ້ ພວກເຈົ້າຕວງອາກາດໄດ້ດ້ວຍສີຂອງທ້ອງຟ້າ, ແຕ່ເຄື່ອງໝາຍຂອງການເວລານັ້ນ ພວກເຈົ້າບໍ່ສາມາດຕີຄວາມໝາຍໄດ້ເລີຍ! 4.ສັນຊາດຊົ່ວຊ້າແລະລ່ວງປະເວນີຂໍເຫັນເຄື່ອງໝາຍ ແຕ່ພວກເຂົາຈະບໍ່ໄດ້ເຫັນ ນອກຈາກເຄື່ອງໝາຍຂອງປະພາສົກໂຢນາ”. ກ່າວດັ່ງນີ້ແລ້ວ, ພຣະເຢຊູເຈົ້າກໍສະເດັດໄປ ປະພວກເຂົາຢູ່ບ່ອນນັ້ນ.
ເຊື້ອແປ້ງຂອງພວກຟາຣີເຊວ
5.ເມື່ອຂ້າມເຮືອໄປເຖິງຝັ່ງນັ້ນແລ້ວ, ພວກສາວົກຮູ້ເມື່ອວ່າໄດ້ລືມເອົາເຂົ້າໜົມປັງ. 6.ພຣະເຢຊູເຈົ້າຊົງກ່າວແກ່ພວກເຂົາວ່າ: “ລະວັງ! ຢ່າໄວ້ໃຈໃນເຊື້ອແປ້ງຂອງພວກຟາຣີເຊວແລະພວກຊາດູເຊວ!” 7.ສ່ວນພວກສາວົກຕ່າງກໍຄຶດໃນໃຈວ່າ: “ເປັນດ້ວຍພວກເຮົາໄດ້ລືມເອົາເຂົ້າໜົມປັງ”. 8.ແຕ່ພຣະເຢຊູເຈົ້າຊົງຊາບ ຈຶ່ງກ່າວວ່າ: “ໂອຄົນຄວາມເຊື່ອນ້ອຍເອີຍ! ເປັນຫຍັງຈຶ່ງຄິດເຖິງເລື່ອງທີ່ພວກເຈົ້າບໍ່ມີເຂົ້າໜົມປັງ? 9.ພວກເຈົ້າຍັງບໍ່ເຂົ້າໃຈບໍ? ພວກເຈົ້າບໍ່ຈື່ບໍເລື່ອງເຂົ້າໜົມປັງຫ້າກ້ອນລ້ຽງຄົນຫ້າພັນຄົນ, ແລະພວກເຈົ້າເກັບຄືນໄດ້ຈັກກະບຸງ? 10.ແລະເລື່ອງເຂົ້າໜົມປັງເຈັດກ້ອນລ້ຽງສີ່ພັນຄົນ, ແລະພວກເຈົ້າເກັບຄືນໄດ້ຈັກກະບຸງ? 11.ຈັ່ງໃດພວກເຈົ້າຈຶ່ງບໍ່ເຂົ້າໃຈວ່າ ຄຳເວົ້າຂອງເຮົາບໍ່ໝາຍເຖິງເຂົ້າໜົມປັງເລີຍ? ເຮົາກ່າວຊ້ຳອີກວ່າ: “ຈົ່ງເຝົ້າລະວັງຕໍ່ເຊື້ອແປ້ງຂອງພວກຟາຣີເຊວແລະພວກຊາດູເຊວ”. 12.ເວລານັ້ນ ພວກສາວົກຈຶ່ງເຂົ້າໃຈວ່າ ບໍ່ແມ່ນໃຫ້ເຝົ້າລະວັງຕໍ່ເຊື້ອແປ້ງທີ່ໃຊ້ທຳເຂົ້າໜົມປັງ, ແຕ່ໃຫ້ເຝົ້າລະວັງຕໍ່ຄຳສັ່ງສອນຂອງພວກຟາຣີເຊວແລະພວກຊາດູເຊວ.
ຄຳຢືນຢັນຂອງເປໂຕ
13.ເມື່ອສະເດັດມາເຖິງເມືອງເຊຊາເຣແຫ່ງຟີລິບ, ພຣະເຢຊູເຈົ້າຊົງກ່າວຖາມພວກສາວົກວ່າ: “ຄົນທັງຫລາຍເວົ້າກັນວ່າ ບຸດແຫ່ງມະນຸດແມ່ນໃຜ?” 14.ພວກສາວົກທູນຕອບວ່າ: “ພວກໜຶ່ງວ່າຢວງບັບຕິສຕາ; ພວກໜຶ່ງວ່າເອລີ; ພວກອື່ນອີກວ່າແມ່ນເຢເຣມີ ຫລືປະພາສົກຜູ້ໃດຜູ້ໜຶ່ງ.” 15.ແຕ່ພຣະອົງຊົງກ່າວແກ່ພວກເຂົາວ່າ: “ສ່ວນພວກເຈົ້າເອງເດ ພວກເຈົ້າວ່າເຮົາແມ່ນໃຜ?” 16.ຊີມອນເປໂຕຈຶ່ງທູນພຣະອົງວ່າ: “ພຣະອົງແມ່ນພຣະກຣິສໂຕເຈົ້າ ພຣະບຸດຂອງພຣະເປັນເຈົ້າຜູ້ຊົງຊີວິດ”. 17.ພຣະເຢຊູເຈົ້າຊົງກ່າວຕອບຊີມອນວ່າ: “ຊີມອນລູກຂອງໂຢນາດເອີຍ! ເຈົ້າມີບຸນຫລາຍ ດ້ວຍເຫດວ່າ ບໍ່ແມ່ນເລືອດເນື້ອຂອງມະນຸດທີ່ໄຂສະແດງເລື່ອງນີ້ໃຫ້ເຈົ້າຮູ້, ແຕ່ແມ່ນພຣະບິດາຂອງເຮົາຜູ້ສະຖິດຢູ່ສະຫວັນ. 18.ດ້ວຍເຫດນີ້, ເຮົາຈຶ່ງກ່າວແກ່ເຈົ້າວ່າ: ເຈົ້າແມ່ນສີລາ ແລະຢູ່ເທິງສີລານີ້ ເຮົາຈະຕັ້ງພຣະກຣິສຕະຈັກຂອງເຮົາ, ແລະປະຕູນະລົກຈະບໍ່ມີໄຊຊະນະຕໍ່ພຣະກຣິສຕະຈັກນັ້ນໄດ້ເລີຍ. 19.ເຮົາຈະມອບກະແຈແຫ່ງອານາຈັກສະຫວັນໃຫ້ເຈົ້າ. ທຸກສິ່ງທີ່ເຈົ້າຈະຜູກມັດໃນແຜ່ນດິນນີ້, ຈະຖືກຜູກມັດໃນສະຫວັນ; ແລະທຸກສິ່ງທີ່ເຈົ້າຈະແກ້ປ່ອຍໃນແຜ່ນດິນນີ້ ກໍຈະຖືກແກ້ປ່ອຍໃນສະຫວັນດ້ວຍ.” 20.ແລ້ວນັ້ນພຣະອົງກໍເຕືອນພວກສາວົກບໍ່ໃຫ້ເປີດເຜີຍໃຫ້ຜູ້ອື່ນຮູ້ວ່າ ພຣະອົງແມ່ນພຣະກຣິສໂຕເຈົ້າ.
ຊົງທຳນາຍເຖິງມະຫາທໍຣະມານເທື່ອທີໜຶ່ງ
21.ນັບແຕ່ມື້ນັ້ນມາ, ພຣະເຢຊູເຈົ້າໄດ້ເລີ່ມຊີ້ແຈງໃຫ້ພວກສາວົກຮູ້ວ່າ ພຣະອົງຈະຕ້ອງສະເດັດໄປນະຄອນເຢຣູຊາແລມເພື່ອຮັບທໍຣະມານຫລາຍຢ່າງຈາກພວກເຖົ້າແກ່, ພວກຫົວໜ້າສົງແລະອາຈານພຣະຄຳພີ, ເພື່ອຈະຖືກປະຫານຊີວິດ ແລະຈະກັບເປັນຄືນມາໃນວັນທີສາມ. 22.ເປໂຕຈຶ່ງດຶງພຣະອົງມາຫາແລະຄັດຄ້ານວ່າ: “ພຣະອົງເຈົ້າເອີຍ, ບໍ່ໄດ້! ເລື່ອງນີ້ຈະບໍ່ເປັນມາສຳລັບພຣະອົງດອກ!” 23.ແຕ່ພຣະເຢຊູເຈົ້າຊົງຫັນພຣະພັກມາ ກ່າວກັບເປໂຕວ່າ “ຜີຊາຕານເອີຍ, ໜີໄປໃຫ້ພົ້ນ! ເຈົ້າສະດຸດກີດຂວາງເຮົາ, ດ້ວຍວ່າເຈົ້າບໍ່ຄຶດຢ່າງພຣະເປັນເຈົ້າ ແຕ່ຄຶດຕາມປະສາມະນຸດ”.
ຈົ່ງສະລະຕົວເອງເພື່ອຕິດຕາມພຣະເຢຊູເຈົ້າ
24.ແລ້ວນັ້ນ ພຣະເຢຊູເຈົ້າຊົງກ່າວແກ່ພວກສາວົກວ່າ: “ຖ້າຜູ້ໃດຢາກຕິດຕາມເຮົາມາ ຈົ່ງສະລະຕົນເອງ, ຍອມຮັບແບກກາງເຂນແລະຕິດຕາມເຮົາມາ. 25.ດ້ວຍວ່າ ຜູ້ໃດຢາກຮັກສາຊີວິດໄວ້ ຈະເສຍຊີວິດນັ້ນຊ້ຳ; ແຕ່ຜູ້ໃດຍອມສະລະຊີວິດຍ້ອນເຮົາ ຈະພົບຊີວິດນັ້ນເສຍໃໝ່. 26.ຈະມີປະໂຫຍດຫຍັງໃຫ້ມະນຸດທີ່ໄດ້ໂລກພິພົບທັງໝົດມາເປັນກຳມະສິດ, ຖ້າຫາກຊີວິດຂອງຕົນຕ້ອງພິນາດໄປ? ຫລືວ່າມະນຸດຈະເອົາຫຍັງມາແລກປ່ຽນກັບຊີວິດຂອງຕົນໄດ້? 27.ດ້ວຍວ່າບຸດແຫ່ງມະນຸດຈະສະເດັດມາໃນສີມຸງຄຸນຂອງພຣະບິດາ, ພ້ອມກັບບັນດາເທວະດາຂອງພຣະອົງ ເພື່ອຕອບແທນໃຫ້ທຸກຄົນຕາມກິດຈະການຂອງໃຜລາວ. 28.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ມີຄົນທີ່ຢູ່ນີ້ເວລານີ້ຈະບໍ່ທັນຕາຍ ກ່ອນທີ່ຈະໄດ້ເຫັນບຸດແຫ່ງມະນຸດສະເດັດມາໃນອານາຈັກຂອງພຣະອົງ.”