ພຣະວໍຣະສານ ໂດຍນັກບຸນ ມັດເທວ
ພາກທີ 15
ກ່ຽວເລື່ອງຂະໜົບທຳນຽມຂອງພວກຟາຣີເຊວ
1.ເວລານັ້ນ ຟາຣີເຊວແລະອາຈານພຣະຄຳພີບາງຄົນມາຈາກນະຄອນເຢຣູຊາແລມ ເຂົ້າມາຫາພຣະເຢຊູເຈົ້າແລະທູນວ່າ: 2.“ດ້ວຍເຫດໃດພວກລູກສິດຂອງທ່ານຈຶ່ງລະເມີດຂະນົບທຳນຽມຂອງບັນພະບຸຣຸດ? ດ້ວຍວ່າພວກເຂົາບໍ່ລ້າງມືກ່ອນຮັບປະທານອາຫານ”. 3.ພຣະເຢຊູເຈົ້າຊົງກ່າວຕອບພວກເຂົາວ່າ: “ແລະສ່ວນພວກເຈົ້າເອງ, ດ້ວຍເຫດໃດພວກເຈົ້າຈຶ່ງຝ່າຝືນພຣະບັນຢັດຂອງພຣະເປັນເຈົ້າ ຍ້ອນຖືຂະໜົບທຳນຽມຂອງພວກເຈົ້າ? 4.ເຊັ່ນວ່າ: “ຈົ່ງປະຕິບັດໜ້າທີ່ຕໍ່ບິດາມານດາ”, ແລະຍັງເສີມອີກວ່າ “ຜູ້ໃດດ່າປ້ອຍບິດາມານດາ, ຈະຕ້ອງໂທດເຖິງຕາຍ”. 5.ແຕ່ພວກເຈົ້າມາກັບປີ້ນເວົ້າວ່າ: ຜູ້ໃດບອກບິດາຫລືມານດາວ່າ: “ຊັບສິນທີ່ລູກຈະຊ່ວຍຊູພໍ່ແມ່ໄດ້ນັ້ນ, ລູກຖະຫວາຍໃຫ້ພຣະແລ້ວ”. 6.ຜູ້ນັ້ນຫວິດຈາກໜ້າທີ່ຕໍ່ບິດາມານດາ. ດັ່ງນີ້ ພວກເຈົ້າໄດ້ລຶບລ້າງພຣະວາຈາຂອງພຣະເປັນເຈົ້າ ເພື່ອຮັກສາຂະໜົບທຳນຽມຂອງພວກເຈົ້າໄວ້. 7.ຊາດຄົນທຽມໃຈບຸນເອີຍ! ທ່ານອີຊາຢາໄດ້ທຳນາຍເຖິງພວກເຈົ້າຢ່າງຖືກຕ້ອງແທ້ໆ, ເມື່ອທ່ານໄດ້ກ່າວວ່າ: 8.“ສັນຊາດນີ້ນັບຖືເຮົາແຕ່ຮິມສົບເທົ່ານັ້ນ, ແຕ່ໃຈພວກເຂົາຢູ່ຫ່າງໄກເຮົາ. 9.ພວກເຂົາເຄົາລົບບູຊາເຮົາ ແຕ່ກໍບໍ່ມີຜົນເລີຍ, ດ້ວຍວ່າ ຄຳສັ່ງສອນຂອງພວກເຂົາເປັນແຕ່ຄຳສັ່ງສອນຂອງມະນຸດເທົ່ານັ້ນ”. ສິ່ງທີ່ທຳໃຫ້ມະນຸດເປື້ອນໝອງ. 10.ຕໍ່ຈາກນັ້ນ ພຣະເຢຊູເຈົ້າຊົງສັ່ງບອກໃຫ້ປະຊາຊົນຫຍັບເຂົ້າມາໃກ້ໆ ແລະກ່າວແກ່ພວກເຂົາວ່າ: “ຈົ່ງຟັງ ແລະຈົ່ງເຂົ້າໃຈດີໆ! 11.ບໍ່ແມ່ນສິ່ງທີ່ເຂົ້າທາງປາກ ທີ່ພາໃຫ້ມະນຸດເປື້ອນໝອງ, ແຕ່ແມ່ນສິ່ງທີ່ອອກມາຈາກປາກທີ່ທຳໃຫ້ມະນຸດເປື້ອນໝອງ”. 12.ເວລານັ້ນພວກສາວົກເຂົ້າມາຫາພຣະອົງທູນວ່າ: “ພຣະອົງບໍ່ຮູ້ບໍວ່າ ພວກຟາຣີເຊວສະດຸດໃຈຍ້ອນໄດ້ຍິນພຣະອົງກ່າວດັ່ງນີ້?” 13.ພຣະອົງຊົງກ່າວຕອບວ່າ: “ໄມ້ກົກໃດທີ່ພຣະບິດາ ເຈົ້າສະຫວັນບໍ່ໄດ້ປູກ, ຈະຖືກຫລົກຖິ້ມໃຫ້ໝົດ. 14.ຢ່າເຖີດ ຍ້ອນແມ່ນຄົນຕາບອດຈູງຄົນຕາບອດ! ແລະຖ້າຄົນຕາບອດຈູງຄົນຕາບອດ, ທັງສອງກໍຈະພາກັນຕົກຂຸມ”. 15.ເປໂຕຈຶ່ງທູນພຣະອົງວ່າ: “ຂໍພຣະອົງອະທິບາຍຄວາມປຽບທຽບນີ້ໃຫ້ພວກຂ້ານ້ອຍຟັງແດ່”. 16.ພຣະເຢຊູເຈົ້າກ່າວຕອບວ່າ: “ເປັນຈັ່ງໃດ, ພວກເຈົ້າກໍຍັງໂງ່ປານນີ້ດ້ວຍບໍ? 17.ພວກເຈົ້າບໍ່ເຂົ້າໃຈບໍວ່າ: ສິ່ງທີ່ເຂົ້າໄປທາງປາກກໍລ່ວງລົງໄປໃນທ້ອງ, ແລະຖ່າຍອອກໃນບ່ອນຖ່າຍ. 18.ແຕ່ສິ່ງທີ່ອອກຈາກປາກກໍມາແຕ່ຫົວໃຈ, ແລະແມ່ນສິ່ງນັ້ນແລ້ວທີ່ທຳໃຫ້ມະນຸດເປື້ອນໝອງ! 19.ທີ່ຈິງແລ້ວ, ຫົວໃຈເປັນບໍ່ເກີດແຫ່ງຄວາມຄິດບໍ່ດີ, ການຂ້າ, ການລ່ວງປະເວນີ, ການຊົ່ວລາມົກ, ການລັກຂະໂມຍ, ການເປັນພະຍານເທັດ, ການສັບສໍ່ໃສ່ຄວາມ. 20.ສິ່ງເຫລົ່ານີ້ແລ້ວທຳໃຫ້ມະນຸດເປື້ອນໝອງ; ແຕ່ວ່າ ການກິນເຂົ້າໂດຍບໍ່ລ້າງມືນັ້ນ ບໍ່ທຳໃຫ້ມະນຸດເປື້ອນໝອງຍ້ອນ ດອກ”.
ຍິງຊາວຄານາອານ
21.ເມື່ອສະເດັດອອກຈາກທີ່ນັ້ນແລ້ວ, ພຣະເຢຊູເຈົ້າສະເດັດໄປສູ່ເຂດເມືອງຕີໂຣແລະຊີດອນ. 22.ພໍດີມີຍິງຊາວຄານາອານຄົນໜຶ່ງອອກມາຈາກບໍລິເວນນັ້ນ, ຮ້ອງຫາພຣະອົງວ່າ: “ໂອພຣະອົງເຈົ້າ, ບຸດຂອງກະສັດດາວິດເອີຍ! ໂຜດເມດຕາຂ້ານ້ອຍແດ່ທ້ອນ! ລູກສາວຂ້ານ້ອຍກຳລັງຖືກຜີປີສາດທໍຣະມານຢ່າງຮ້າຍແຮງ.” 23.ແຕ່ພຣະເຢຊູເຈົ້າບໍ່ຕອບຫຍັງ; ພວກສາວົກຈຶ່ງເຂົ້າໄປທູນພຣະອົງວ່າ: “ເຊີນພຣະອົງໂຜດໃຫ້ນາງທ້ອນ, ຍ້ອນນາງຮ້ອງຕາມຫລັງພວກເຮົາຢູ່ບໍ່ເຊົາ.” 24.ພຣະເຢຊູເຈົ້າຊົງກ່າວຕອບວ່າ: “ເຮົາໄດ້ຖືກໃຊ້ມາກໍເພື່ອແກະທີ່ເສຍໄປໃນຊາດອິສຣາແອນເທົ່ານັ້ນ.” 25.ແຕ່ຍິງນັ້ນໄດ້ຫຍັບເຂົ້າໃກ້ໆພຣະອົງ ແລະຂາບລົງແທບພະບາດທູນວ່າ: “ໂອພຣະອົງເຈົ້າ, ໂຜດມາຊ່ວຍຂ້ານ້ອຍແດ່ທ້ອນ.” 26.ພຣະເຢຊູເຈົ້າ ຊົງກ່າວຕອບນາງວ່າ: “ບໍ່ຄວນຈະເອົາເຂົ້າຂອງລູກຖິ້ມໃຫ້ໝານ້ອຍ.” 27.ນາງທູນຢ້ຳວ່າ: “ແມ່ນຢູ່ແລ້ວພຣະອົງເອີຍ, ແຕ່ວ່າໝານ້ອຍກໍຍັງກິນເສດອາຫານທີ່ຕົກຈາກໂຕະເຈົ້າຂອງ.” 28.ພຣະເຢຊູເຈົ້າຈຶ່ງກ່າວຕອບນາງວ່າ: “ນາງເອີຍ, ຄວາມເຊື່ອຂອງເຈົ້າໃຫຍ່ແທ້! ຈົ່ງເປັນໄປຕາມຄວາມປາດຖະໜາຂອງເຈົ້າເຖີດ!” ແລະລູກສາວຂອງນາງກໍຫາຍດີນັບແຕ່ເວລານັ້ນ ເອງ.
ຫລາຍຄົນຫາຍດີຈາກພະຍາດ
29.ແລ້ວພຣະເຢຊູເຈົ້າສະເດັດຈາກທີ່ນັ້ນໄປສູ່ຝັ່ງທະເລກາລີເລ ພຣະອົງສະເດັດຂຶ້ນພູ ແລະຊົງປະທັບນັ່ງ. 30.ຝູງຄົນເປັນຈຳນວນມາກກໍເຂົ້າມາຫາພຣະອົງ ພ້ອມນຳເອົາຄົນຂາເຄ, ຄົນເປ້ຍ, ຕາບອດ, ປາກກືກ ແລະອື່ນໆອີກເຂົ້າມາແທບພະບາດພຣະອົງ ແລະພຣະອົງກໍຊົງປິ່ນປົວພວກເຂົາໃຫ້ດີພະຍາດ 31.ແລະຝູງຄົນຕ່າງກໍພິດສະຫວົງທີ່ເຫັນຄົນກືກປາກໄດ້ ຄົນເປ້ຍຫາຍດີ ຄົນພິການຍ່າງໄດ້ ແລະຄົນຕາບອດເຫັນແຈ້ງ ແລະພວກເຂົາກໍພ້ອມກັນສັນຣະເສີນພຣະເປັນເຈົ້າແຫ່ງອິສຣາແອນ.
ຊົງທະວີເຂົ້າໜົມປັງເທື່ອທີສອງ
32.ແລ້ວນັ້ນພຣະເຢຊູເຈົ້າຊົງຮຽກພວກສາວົກເຂົ້າມາ ແລະກ່າວວ່າ: “ເຮົາຮູ້ສຶກສົງສານຝູງຊົນນີ້ ດ້ວຍວ່າ ແຕ່ສາມວັນແລ້ວ ພວກເຂົາຕິດຕາມເຮົາມາ ແລະພວກເຂົາບໍ່ມີຫຍັງກິນແລ້ວ ເຮົາຈະສົ່ງພວກເຂົາກັບໄປ ໂດຍບໍ່ໄດ້ກິນຫຍັງເລີຍກໍບໍ່ໄດ້ ພວກເຂົາຄົງຈະອ່ອນແຮງ ລົ້ມໄປຕາມທາງ.” 33.ພວກສາວົກທູນພຣະອົງວ່າ: “ໃນທີ່ປ່ຽວແນວນີ້ ຈະເອົາເຂົ້າໜົມປັງມາແຕ່ໃສເພື່ອລ້ຽງຄົນຫລາຍປານນີ້ໃຫ້ອີ່ມໄດ້.” 34.ພຣະເຢຊູເຈົ້າກ່າວຕໍ່ພວກເຂົາວ່າ: “ພວກເຈົ້າຍັງມີເຂົ້າໜົມປັງຫລາຍປານໃດ?” ພວກເຂົາຕອບວ່າ: “ຍັງມີຢູ່ເຈັດກ້ອນແລະປານ້ອຍລາງໂຕ.” 35.ພຣະອົງຈຶ່ງສັ່ງໃຫ້ຝູງຄົນນັ່ງລົງ 36.ແລ້ວນັ້ນພຣະອົງຊົງຈັບເອົາເຂົ້າໜົມປັງເຈັດກ້ອນແລະປານັ້ນ ຊົງກ່າວສົມມະນາຄຸນ ບິອອກ ແລະສົ່ງໃຫ້ພວກສາວົກ ເອົາໄປແຈກຢາຍໃຫ້ຝູງຄົນ 37.ທຸກຄົນໄດ້ຮັບກິນອິ່ມໜຳສຳຣານ ແລະຍັງເກັບເສດເຫລືອໄດ້ອີກເຕັມເຈັດກະບຸງ. 38.ແລະພວກຄົນທີ່ໄດ້ຮັບກິນມີຈຳນວນຢູ່ສີ່ພັນຄົນ ໂດຍບໍ່ນັບຜູ້ຍິງແລະເດັກນ້ອຍ. 39.ເມື່ອໄດ້ຊົງປ່ອຍໃຫ້ຝູງຄົນໄປແລ້ວ, ພຣະອົງກໍສະເດັດລົງເຮືອ ແລະມາເຖິງເມືອງມາກາດານ.