ພຣະວໍຣະສານ ໂດຍນັກບຸນ ມັດເທວ

ພາກທີ 14

ກະສັດເຮຣອດແລະພຣະເຢຊູເຈົ້າ

1.ໃນເວລານັ້ນ, ຊື່ສຽງຂອງພຣະເຢຊູເຈົ້າຊ່າລືໄປເຖິງຫູກະສັດເຮຣອດ; 2.ທ່ານຈຶ່ງເວົ້າກັບພວກໃກ້ຊິດຂອງທ່ານວ່າ: “ຄົນຜູ້ນີ້ແມ່ນຢວງບາບຕິສຕາທີ່ໄດ້ກັບເປັນຄືນມາຈາກພວກຜູ້ຕາຍ: ສະນັ້ນໃນຕົວເຂົາເອງຈຶ່ງມີຣິດອຳນາດທຳອັດສະຈັນໄດ້!”

 

ຢວງບັບຕິສຕາຖືກປະຫານຊີວິດ

3.ທີ່ຈິງ ກະສັດເຮຣອດໄດ້ສັ່ງໃຫ້ຈັບກຸມທ່ານຢວງ ໃສ່ໂສ້ມາຄຸມຂັງໄວ້ໃນຄຸກ, ເນື່ອງຈາກນາງເຮໂຣດີອັດ, ພັນລະຍາຂອງຟີລິບຜູ້ນ້ອງຊາຍ. 4.ຍ້ອນທ່ານຢວງໄດ້ຕິຕຽນກະສັດເຮຣອດວ່າ: “ທ່ານບໍ່ມີສິດຈະຮັບເອົານາງນັ້ນໄວ້.” 5.ເຮຣອດຄຶດຈະປະຫານທ່ານຢວງເສຍ ແຕ່ຍັງຈຽມປະຊາຊົນທີ່ຖືທ່ານເປັນປະພາສົກຜູ້ໜຶ່ງ. 6.ຢູ່ມາມື້ໜຶ່ງ ກະສັດເຮຣອດສະຫລອງວັນເກີດຂອງຕົນເອງ. ບຸດສາວຂອງນາງເຮໂຣດີອັດໄດ້ເຂົ້າມາຟ້ອນລຳຕໍ່ໜ້າພວກຖືກເຊີນ, ເປັນທີ່ຖືກໃຈຂອງເຮຣອດຫລາຍ. 7.ເຮຣອດຈຶ່ງສັນຍາຈະໃຫ້ສິ່ງທີ່ນາງສາວຈະຮ້ອງຂໍຈາກທ່ານ. 8.ສ່ວນນາງສາວ, ດ້ວຍໄດ້ຮັບຄຳສ້ຽມສອນຈາກມານດາ, ນາງຈຶ່ງທູນຂໍວ່າ “ໂຜດປະທານຫົວຂອງທ່ານຢວງບັບຕິສຕາໃສ່ຖາດມາໃຫ້ຜູ້ຂ້າຢູ່ນີ້.” 9.ກະສັດຮູ້ສຶກອຸກໃຈຫລາຍ, ແຕ່ຍ້ອນໄດ້ສາບານແລ້ວ, ແລະຍ້ອນຜູ້ຮັບເຊີນ, ທ່ານຈຶ່ງໄດ້ສັ່ງໃຫ້ເອົາຫົວຂອງທ່ານຢວງມາໃຫ້ນາງ, 10.ແລະໄດ້ໃຊ້ຄົນໄປຕັດຄໍຂອງທ່ານຢວງໃນຄຸກ. 11.ເຂົາໄດ້ເອົາຫົວທ່ານຢວງໃສ່ຖາດມາ ແລະມອບໃຫ້ນາງສາວ, ແລະນາງໄດ້ເອົາໄປໃຫ້ແມ່. 12.ພວກລູກສິດຂອງທ່ານຢວງຈຶ່ງມານຳເອົາສົບຂອງທ່ານໄປຝັງໄວ້, ແລ້ວໄປແຈ້ງຂ່າວໃຫ້ພຣະເຢຊູເຈົ້າຊາບ.

 

ຊົງທະວີເຂົ້າໜົມປັງ

13.ເມື່ອຊາບຂ່າວນີ້, ພຣະເຢຊູເຈົ້າກໍສະເດັດຈາກທີ່ນັ້ນ, ລົງເຮືອໄປທີ່ປ່ຽວແຫ່ງໜຶ່ງຕ່າງຫາກ. ພໍຮູ້ວ່າພຣະອົງສະເດັດໄປທາງນັ້ນ, ປະຊາຊົນຈາກເມືອງຕ່າງໆກໍຍ່າງໄປຫາພຣະອົງ. 14.ເມື່ອສະເດັດຂຶ້ນຈາກເຮືອ, ພຣະອົງຊົງທອດພຣະເນດເຫັນຝູງຄົນມາກມາຍ; ພຣະອົງຊົງຮູ້ສຶກສົງສານພວກເຂົາ, ແລະປິ່ນປົວຄົນເຈັບໂຊໃຫ້ດີ. 15.ເມື່ອຕົກຄ່ຳແລ້ວ, ພວກສາວົກຫຍັບເຂົ້າມາທູນພຣະອົງວ່າ: “ບ່ອນນີ້ເປັນທີ່ປ່ຽວ ແລະເວລາກໍລ່ວງເລີຍໄປຫລາຍແລ້ວ, ຂໍ ພຣະອົງສົ່ງຄົນພວກນີ້ເມືອທ້ອນ, ໃຫ້ພວກເຂົາໄປຊື້ອາຫານຂອງກິນຕາມໝູ່ບ້ານ”. 16.ແຕ່ພຣະເຢຊູເຈົ້າກ່າວແກ່ພວກສາວົກວ່າ: “ບໍ່ຈຳເປັນໃຫ້ພວກເຂົາໄປດອກ ໃຫ້ພວກເຈົ້າເອງເອົາອາຫານລ້ຽງພວກເຂົາເຖີດ.” 17.ພວກສາວົກຈຶ່ງທູນຕອບພຣະອົງວ່າ: “ພວກຂ້ານ້ອຍມີຂະ ໜົມປັງແຕ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ!” 18.ພຣະອົງຊົງກ່າວວ່າ “ຈົ່ງເອົາມາໃຫ້ເຮົາເຖີດ.” 19.ແລະເມື່ອໄດ້ສັ່ງບອກໃຫ້ຝູງຄົນນັ່ງລົງຕາມຫຍ້າແລ້ວ, ພຣະອົງຊົງຈັບເອົາຂະໜົມປັງຫ້າກ້ອນແລະປາສອງໂຕນັ້ນ, ຊົງທອດພຣະເນດຂຶ້ນຟ້າ ແລະກ່າວຄຳສົມມະນາຄຸນ; ຕໍ່ໄປພຣະອົງຊົງບິຂະໜົມປັງ ແລະຍື່ນໃຫ້ພວກສາວົກເອົາໄປຢາຍໃຫ້ຝູງຄົນ. 20.ທຸກຄົນໄດ້ຮັບກິນຈົນອີ່ມ, ແລ້ວຍັງເກັບເອົາເສດອາຫານທີ່ເຫລືອກິນນັ້ນໄດ້ເຕັມສິບສອງກະບຸງ 21.ແລະຈຳນວນຄົນທີ່ໄດ້ກິນນັ້ນ ນັບໄດ້ຫ້າພັນຄົນ, ບໍ່ນັບຜູ້ຍິງແລະເດັກນ້ອຍ. 

 

ພຣະເຢຊູເຈົ້າຊົງໄຕ່ຫລັງນ້ຳ

22.ທັນທີ ພຣະອົງກໍສັ່ງບອກພວກສາວົກໃຫ້ລົງເຮືອອີກ ແລະຂ້າມໄປຝັ່ງນັ້ນກ່ອນພຣະອົງ, ຂະນະທີ່ພຣະອົງກຳລັງບອກຝູງຄົນໃຫ້ກັບເມືອ. 23.ແລະເມື່ອທຸກຄົນໄປໝົດແລ້ວ, ພຣະອົງກໍສະເດັດຂຶ້ນພູເພື່ອພາວະນາຕ່າງຫາກ. ຈົນຄ່ຳລົງ ພຣະອົງກໍຢູ່ທີ່ນັ້ນລໍາພັງແຕ່ຜູ້ດຽວ. 24.ສ່ວນເຮືອກໍອອກໄປຮອດກາງທະເລແລ້ວ ຟອງກຳລັງຊັດເຂົ້າເຮືອຍ້ອນໄປທວນລົມ. 25.ພໍເຖິງເວລາສີ່ໂມງເຊົ້າ, ພຣະອົງກໍສະເດັດຍ່າງເທິງຫລັງນ້ຳທະເລໄປຫາພວກເຂົາ. 26.ເມື່ອເຫັນພຣະເຢຊູເຈົ້າໄຕ່ຫລັງນ້ຳທະເລມາດັ່ງນັ້ນ, ພວກສາວົກຕ່າງຄົນກໍຕົກໃຈເວົ້າກັນວ່າ: “ຜີຫລອກ!” ທຸກຄົນຢ້ານແລະພາກັນຮ້ອງຂຶ້ນ. 27.ແຕ່ວ່າທັນໃດນັ້ນ ພຣະເຢຊູເຈົ້າກ່າວແກ່ພວກເຂົາວ່າ: “ຈົ່ງໝັ້ນໃຈເຖີດ! ແມ່ນເຮົາເອງ, ຢ່າຢ້ານເລີຍ.” 28.ຍິນດັ່ງນັ້ນ, ເປໂຕທູນຕອບວ່າ: “ພຣະອົງເຈົ້າ, ຖ້າຫາກແມ່ນພຣະອົງແລ້ວ ໂຜດສັ່ງໃຫ້ຂ້ານ້ອຍຍ່າງເທິງຫລັງນ້ຳໄປຫາພຣະອົງເທີ້ນ.” 29.ພຣະເຢຊູເຈົ້າກ່າວວ່າ “ມາໂລດ.” ເປໂຕລົງຈາກເຮືອແລະຍ່າງເທິງຫລັງນ້ຳໄປຫາພຣະອົງ.30.ແຕ່ເມື່ອເຫັນລົມແຮງຫລາຍ, ເປໂຕກໍຮູ້ສຶກຢ້ານ, ແລະເລີ່ມຈະຈົມລົງ. ເພິ່ນຈຶ່ງຮ້ອງຂຶ້ນວ່າ: “ພຣະອົງເຈົ້າ! ຊ່ວຍຂ້ານ້ອຍແດ່ທ້ອນ!” 31.ທັນທີພຣະເຢຊູເຈົ້າກໍເດ່ພະຫັດຈັບເອົາ, ພ້ອມກ່າວວ່າ: “ຄົນຄວາມເຊື່ອນ້ອຍ! ເປັນຫຍັງເຈົ້າຈຶ່ງໄດ້ສົງໃສ?” 32.ແລະເມື່ອທັງສອງຂຶ້ນເຮືອແລ້ວ, ລົມກໍສະຫງັດລົງ. 33.ສ່ວນພວກທີ່ຢູ່ໃນເຮືອ ທຸກຄົນຂາບລົງຕໍ່ພຣະພັກພຣະອົງ, ພ້ອມທູນວ່າ: “ຈິງແທ້, ພຣະອົງແມ່ນພຣະບຸດຂອງພຣະເປັນເຈົ້າ.”

 

ຊົງປິ່ນປົວຄົນເຈັບໂຊຕ່າງໆ

34.ພຣະເຢຊູເຈົ້າແລະພວກສາວົກຂ້າມທະເລແລ້ວ, ພໍດີຖືກຝັ່ງບ້ານເຢເນຊາແຣັດ. 35.ຊາວບ້ານຈື່ພຣະອົງ; ເຂົາຈຶ່ງບອກຂ່າວໄປທົ່ວບໍລິເວນນັ້ນ, ແລະນຳເອົາຄົນປ່ວຍທຸກຄົນມາຫາພຣະອົງ. 36.ເຂົາຂໍພຣະອົງປະໃຫ້ຄົນປ່ວຍບາຍຍອຍເສື້ອຕຸ້ມຂອງພຣະອົງ, ແລະໃຜໆທີ່ໄດ້ບາຍກໍດີພະຍາດໝົດ.