ພຣະວໍຣະສານ ໂດຍນັກບຸນ ມັດເທວ

ພາກທີ 13

ຄຳນຳ

1.ມື້ນັ້ນ ພຣະເຢຊູເຈົ້າສະເດັດອອກຈາກເຮືອນ ມາປະທັບນັ່ງທີ່ແຄມທະເລ. 2.ຝູງຄົນເປັນອັນມາກພາກັນມາຫ້ອມລ້ອມພຣະອົງ. ຈົນພຣະອົງຈຳເປັນຕ້ອງລົງປະທັບນັ່ງຢູ່ເຮືອລໍາໜຶ່ງ. ສ່ວນຝູງຄົນກໍຈຸ້ມກັນຢູ່ຕາມເທິງຝັ່ງ.

 

ຄວາມປຽບທຽບເລື່ອງຜູ້ຫວ່ານ

3.ແລ້ວພຣະອົງກໍໄດ້ກ່າວແກ່ພວກເຂົາຫລາຍເລື່ອງເປັນຄວາມປຽບທຽບວ່າ: “ນີ້ແຫລະຜູ້ຫວ່ານໄດ້ອອກໄປຫວ່ານເຂົ້າ. 4.ເວລາທີ່ລາວຫວ່ານຢູ່ນັ້ນ, ເຂົ້າບາງເມັດຕົກລົງຕາມແຄມທາງ, ແລະໝູ່ນົກກໍມາຕອດກິນໝົດ. 5.ບາງເມັດຕົກຢູ່ເທິງພະລານຫີນ ບ່ອນມີດິນແຕ່ເລັກນ້ອຍ, ແລະມັນກໍງອກຂຶ້ນທັນທີ ຍ້ອນດິນບໍ່ເລິກ. 6.ແຕ່ພໍເມື່ອຕາເວັນຂຶ້ນແລ້ວ ແດດກໍເຜົາມັນ, ແລະມັນກໍຫ່ຽວແຫ້ງໄປດ້ວຍວ່າຂາດຮາກ. 7.ບາງເມັດຕົກລົງໃນພຸ່ມໜາມ ແລະໜາມກໍຂຶ້ນຫງຳເຂົ້າໃຫ້ຕາຍ. 8.ບາງເມັດຕົກໃສ່ດິນດີ, ຈຶ່ງໃຫ້ໝາກຜົນເຖິງຮ້ອຍເທົ່າ, ຫົກສິບເທົ່າ, ສາມສິບເທົ່າ. 9.ໃຜມີຫູຟັງກໍໃຫ້ຟັງເອົາ.”

 

ເຫດໃດຈຶ່ງກ່າວຄວາມປຽບທຽບ

10.ພວກສາວົກເຂົ້າມາທູນພຣະເຢຊູເຈົ້າວ່າ: “ເປັນຫຍັງພຣະອົງຈຶ່ງກ່າວເປັນຄວາມປຽບທຽບແກ່ພວກເຂົາ?” 11.ພຣະເຢຊູເຈົ້າຕອບພວກສາວົກວ່າ: “ຍ້ອນວ່າສໍາລັບພວກເຈົ້າ ພວກເຈົ້າໄດ້ຮັບພຣະຄຸນໃຫ້ຮູ້ເຖິງຂໍ້ເລິກລັບແຫ່ງອານາຈັກສະຫວັນ; ສ່ວນພວກຄົນອື່ນນັ້ນ ເຂົາບໍ່ໄດ້ຮັບເລີຍ. 12.ດ້ວຍວ່າຜູ້ທີ່ມີແລ້ວຈະໄດ້ຮັບຕື່ມອີກ, ແລະຈະມີຢ່າງອຸດົມສົມບູນ; ແຕ່ສ່ວນຜູ້ທີ່ບໍ່ມີນັ້ນ, ແມ່ນວ່າອັນທີ່ມີແລ້ວກໍຈະຖືກຖອນອອກ. 13.ດ້ວຍເຫດນີ້, ເຮົາຈຶ່ງກ່າວແກ່ພວກເຂົາໂດຍທາງຄວາມປຽບທຽບ; ຍ້ອນວ່າພວກເຂົາເບິ່ງແຕ່ບໍ່ເຫັນ, ພວກເຂົາຟັງແຕ່ບໍ່ໄດ້ຍິນແລະບໍ່ເຂົ້າໃຈ. 14.ຄົນພວກນີ້ຖືກຕ້ອງກັບຄຳທຳນາຍຂອງທ່ານປະພາສົກອີຊາຢາ ທີ່ກ່າວວ່າ: “ພວກເຈົ້າຈະຟັງລ້າໆແຕ່ຈະບໍ່ເຂົ້າໃຈ; ພວກເຈົ້າຈະເບິ່ງລ້າໆແຕ່ຈະບໍ່ເຫັນດອກ. 15.ຍ້ອນວ່າຈິດໃຈຂອງຄົນພວກນີ້ປຶກໜາໄປແລ້ວ: ພວກເຂົາໄດ້ອັດຫູແລະຫລັບຕາໄວ້, ຢ້ານວ່າຕາພວກເຂົາຈະເຫັນ, ຫູພວກເຂົາຈະຍິນ, ຢ້ານວ່າຈິດໃຈຂອງພວກເຂົາຈະເຂົ້າໃຈ, ແລະພວກເຂົາຈະໄດ້ກັບໃຈ, ທັງຢ້ານວ່າເຮົາຈະໄດ້ປິ່ນປົວພວກເຂົາໃຫ້ດີດ້ວຍ.” 16.ສ່ວນພວກເຈົ້າ, ບຸນລາບແກ່ຕາພວກເຈົ້າທີ່ເຫັນ, ບຸນລາບແກ່ຫູພວກເຈົ້າທີ່ຍິນ 17.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ປະພາສົກແລະຜູ້ຊອບທຳຫລາຍຄົນປາດຖະໜາຢາກເຫັນສິ່ງທີ່ພວກເຈົ້າໄດ້ເຫັນ, ແຕ່ກໍບໍ່ໄດ້ເຫັນ, ປາດຖະໜາຍິນສິ່ງທີ່ພວກເຈົ້າໄດ້ ຍິນ ແຕ່ກໍບໍ່ໄດ້ຍິນເລີຍ.

 

ຊົງອະທິບາຍເລື່ອງຜູ້ຫວ່ານ

18.“ດັ່ງນີ້ ພວກເຈົ້າຈົ່ງຟັງຄວາມປຽບທຽບເລື່ອງຜູ້ຫວ່ານເຂົ້າ: 19.ຜູ້ໃດຟັງໂອວາດເລື່ອງອານາຈັກສະຫວັນໂດຍບໍ່ເຂົ້າໃຈ, ມານຮ້າຍກໍມາຫລົກຖອນເອົາອັນທີ່ຫວ່ານລົງໃນໃຈເຂົານັ້ນ: ນີ້ແມ່ນຜູ້ທີ່ຮັບເອົາເມັດເຂົ້າທີ່ຕົກລົງຕາມແຄມທາງ. 20.ເມັດທີ່ຕົກລົງຕາມພະລານຫີນ ຄືຜູ້ໄດ້ຟັງພຣະວາຈາ ແລ້ວກໍຮັບໄວ້ທັນທີດ້ວຍຄວາມຍິນດີ. 21.ແຕ່ຍ້ອນຕົວເອງບໍ່ມີຮາກ ຈຶ່ງບໍ່ຖາວອນໄດ້: ພໍແຕ່ຖືກຄວາມລຳບາກຫລືການບຽດບຽນຍ້ອນພຣະວາຈານັ້ນ ເຂົາກໍພະລາດລົ້ມທັນທີ. 22.ເມັດທີ່ຕົກໃນພຸ່ມໜາມ ຄືຜູ້ທີ່ໄດ້ຟັງພຣະວາຈາ, ແຕ່ຄວາມກັງວົນຝ່າຍໂລກແລະຄວາມຜູກພັນກັບຊັບສົມບັດມາຫງຳ. ພຣະວາຈານັ້ນຈຶ່ງເກີດຜົນບໍ່ໄດ້. 23.ເມັດທີ່ຕົກໃສ່ດິນດີ ຄືຜູ້ທີ່ໄດ້ຟັງພຣະວາຈາແລະເຂົ້າໃຈ, ຈຶ່ງເກີດໝາກຜົນເຖິງຮ້ອຍເທົ່າ, ຫົກສິບເທົ່າ, ສາມສິບເທົ່າ.”

 

ຄວາມປຽບທຽບເລື່ອງຫຍ້າເຂົ້ານົກ

24.ພຣະເຢຊູເຈົ້າຊົງກ່າວຄວາມປຽບທຽບໃຫ້ປະຊາຊົນຟັງອີກເລື່ອງໜຶ່ງວ່າ: “ອານາຈັກສະຫວັນປຽບຄືຄົນຜູ້ໜຶ່ງເອົາເຂົ້າປູກແນວດີຫວ່ານລົງໃນນາຂອງຕົນ. 25.ໃນເວລາທີ່ພວກລູກຈ້າງນອນຫລັບ ສັດຕູກໍໄດ້ເອົາເມັດຫຍ້າເຂົ້ານົກມາຫວ່ານປົນກັບເຂົ້າປູກແນວດີ ແລ້ວກໍໜີໄປ. 26.ເມື່ອເຂົ້າອອກຮວງ, ຫຍ້າເຂົ້ານົກກໍປາກົດອອກມາດ້ວຍ. 27.ລູກຈ້າງຈຶ່ງໄປບອກເຈົ້າເຮືອນວ່າ: “ນາຍເອີຍ, ນາຍໄດ້ຫວ່ານເຂົ້າປູກແນວດີໃນນາແມ່ນບໍ? ແລ້ວຫຍ້າເຂົ້ານົກນີ້ມາແຕ່ໃສ?” 28.ນາຍເຈົ້າເຮືອນຕອບວ່າ: “ສັດຕູເອົາມາຫວ່ານໃສ່.” ລູກຈ້າງຈຶ່ງຖາມວ່າ: “ນາຍຢາກໃຫ້ໝູ່ຂ້ານ້ອຍໄປຫລົກມັນຖິ້ມບໍ?” ນາຍຕອບວ່າ: 29.“ຢ່າຫລົກມັນ, ຢ້ານວ່າເວລາພວກເຈົ້າຫລົກຫຍ້ານັ້ນ ພວກເຈົ້າຈະຫລົກທັງເຂົ້າດີດ້ວຍ. 30.ຈົ່ງປະທັງສອງໄວ້ຈົນຮອດຍາມກ່ຽວ, ແລ້ວເມື່ອເວລາກ່ຽວ, ເຮົາຈະບອກພວກຄົນກ່ຽວວ່າ: ຈົ່ງກ່ຽວເອົາຫຍ້າເຂົ້ານົກກ່ອນ, ແລ້ວມັດໄວ້ເປັນໂຄ້ນໆ, ເພື່ອເອົາໄປສຸມໄຟ, ສ່ວນເຂົ້າດີນັ້ນໃຫ້ຂົນຂຶ້ນໃສ່ເລົ້າຂອງເຮົາ.”

 

ຄວາມປຽບທຽບເລື່ອງເມັດໝາກງາ

31.ພຣະເຢຊູເຈົ້າຍັງກ່າວຄວາມປຽບທຽບໃຫ້ປະຊາຊົນຟັງອີກເລື່ອງໜຶ່ງວ່າ: “ອານາຈັກສະຫວັນປຽບໄດ້ກັບເມັດຜັກກາດເມັດໜຶ່ງ, ຊຶ່ງຄົນຜູ້ໜຶ່ງເອົາໄປຫວ່ານລົງໃນສວນຂອງຕົນ. 32.ເປັນເມັດນ້ອຍກວ່າເມັດທຸກຊະໜິດ. ເມື່ອມັນງອກເປັນຕົ້ນຂຶ້ນແລ້ວ, ມັນໃຫຍ່ ກວ່າພືດຜັກອື່ນໆໃນສວນ, ຈົນກາຍເປັນກົກໄມ້ ແລະໝູ່ນົກຕາມອາກາດມາເຮັດຮັງຢູ່ງ່າຂອງມັນໄດ້.”

 

ຄວາມປຽບທຽບເລື່ອງເຊື້ອແປ້ງ

33.ພຣະອົງຊົງກ່າວຄວາມປຽບທຽບໃຫ້ປະຊາຊົນຟັງອີກເລື່ອງໜຶ່ງວ່າ: “ອານາຈັກສະຫວັນປຽບໄດ້ກັບເຊື້ອແປ້ງ ທີ່ແມ່ເຮືອນຜູ້ໜຶ່ງເອົາມານວດປະສົມກັບແປ້ງສາມແອ່ງ ຈົນວ່າ ແປ້ງທັງໝົດຟູຟອງຂຶ້ນ.”

 

ຝູງຄົນຍິນແຕ່ຄວາມປຽບທຽບ

34.ທຸກເລື່ອງນີ້, ພຣະເຢຊູເຈົ້າຊົງກ່າວແກ່ປະຊາຊົນແຕ່ທາງປຽບທຽບ, ແລະພຣະອົງບໍ່ກ່າວຫຍັງແກ່ພວກເຂົາໂດຍບໍ່ໃຊ້ຄວາມປຽບທຽບ. 35.ທັງນີ້ກໍເພື່ອໃຫ້ສຳເລັດຕາມຄຳທຳນາຍຂອງປະພາສົກທີ່ວ່າ: “ເຮົາຈະກ່າວແຕ່ຄວາມປຽບທຽບ; ເຮົາຈະປະກາດເລື່ອງລັບລີ້ຕັ້ງ ແຕ່ວັນສ້າງໂລກມາ.”

 

ຊົງອະທິບາຍເລື່ອງຫຍ້າເຂົ້ານົກ

36.ເມື່ອໄດ້ສັ່ງໃຫ້ຝູງຄົນກັບໄປແລ້ວ, ພຣະເຢຊູເຈົ້າກໍເຂົ້າໄປໃນເຮືອນ ແລະພວກສາວົກກໍເຂົ້າມາຫາພຣະອົງທູນວ່າ: “ຂໍພຣະອົງອະທິບາຍແຈ້ງໆໃຫ້ພວກຂ້ານ້ອຍຮູ້ເລື່ອງຫຍ້າເຂົ້ານົກໃນນາ.” 37.ພຣະອົງຈຶ່ງກ່າວຕອບພວກເຂົາວ່າ: “ຜູ້ທີ່ຫວ່ານເຂົ້າປູກແນວດີແມ່ນບຸດແຫ່ງມະນຸດ; 38.ທົ່ງນາແມ່ນໂລກພິພົບ; ເມັດເຂົ້າປູກແນວດີແມ່ນບຸດແຫ່ງອານາຈັກ; ຫຍ້າເຂົ້ານົກແມ່ນລູກຂອງຜີປີສາດ. 39.ສັດຕູທີ່ມາຫວ່ານຫຍ້າເຂົ້ານົກແມ່ນຜີປີສາດ. ລະດູກ່ຽວ ແມ່ນວັນສິ້ນພິພົບ. ພວກຄົນກ່ຽວແມ່ນພວກເທວະດາ. 40.ຫຍ້າເຂົ້ານົກໄດ້ຖືກຕັດກ່ຽວແລະຖືກເຜົາໄຟແນວໃດ, ເມື່ອວັນສິ້ນພິພົບກໍຈະເປັນແນວນັ້ນດ້ວຍ. 41.ບຸດແຫ່ງມະນຸດຈະສົ່ງເທວະດາມາຄັດແຍກການສະດຸດທຸກຊະໜິດ ແລະຄົນອະທຳທັງຫລາຍອອກຈາກອານາຈັກ, 42.ແລະຈະຖິ້ມພວກເຂົາລົງໃນຂຸມໄຟ; ຢູ່ບ່ອນນັ້ນຈະມີແຕ່ສຽງຮ້ອງໄຫ້ແລະກັດແຂ້ວ. 43.ສ່ວນພວກຊອບທຳ, ພວກເຂົາຈະຮຸ່ງເຮືອງເຫລືືອງເຫລື້ອມຄືດວງຕາເວັນໃນອານາຈັກຂອງພຣະເປັນເຈົ້າ. ຜູ້ໃດມີຫູຈົ່ງຟັງເອົາ!

 

ຄວາມປຽບທຽບເລື່ອງຂຸມຊັບແລະແກ້ວມຸກດາ

44.“ອານາຈັກສະຫວັນປຽບໄດ້ກັບຂຸມຊັບຝັງຢູ່ໃນນາແຫ່ງໜຶ່ງ ຄົນທີ່ພົບພໍ້ກໍເຊື່ອງໄວ້ອີກ, ແລະດ້ວຍຄວາມຍິນດີ ເຂົາຈະຂາຍທຸກສິ່ງທີ່ຕົວມີ ເພື່ອມາຊື້ນາທົ່ງນັ້ນ”.

45.“ອານາຈັກສະຫວັນຍັງປຽບໄດ້ກັບພໍ່ຄ້າຄົນໜຶ່ງ ທີ່ຊອກຊື້ແກ້ວມຸກດາໜ່່ວຍງາມໆ 46.ເມື່ອພົບເຫັນແກ້ວໜ່່ວຍລາຄາສູງແລ້ວ, ເຂົາກໍຈະໄປຂາຍທຸກສິ່ງທີ່ຕົວມີ, ເພື່ອມາຊື້ ເອົາແກ້ວມຸກດາໜ່່ວຍນັ້ນໄວ້”.

 

ຄວາມປຽບທຽບເລື່ອງມອງ

47.“ອານາຈັກສະຫວັນຍັງປຽບກັບມອງຊຸມໜຶ່ງອີກທີ່ຖິ້ມລົງໄປໃນທະເລ ແລະກວາດເອົາປາທຸກຊະໜິດ. 48.ເມື່ອປາເຕັມມອງແລ້ວ, ຊາວປະມົງກໍຈະແກ່ມອງຂຶ້ນຝັ່ງ ແລະນັ່ງລົງເລືອກເອົາປາແຊບດີໃສ່ກະຕ່າ; ສ່ວນປາບໍ່ແຊບນັ້ນ ພວກເຂົາຈະແກວ່ງຖິ້ມ. 49.ເມື່ອວັນສິ້ນພິພົບກໍຈະເປັນດັ່ງນີີ້ດ້ວຍ, ເທວະດາຈະລົງມາແຍກຄົນຊົ່ວອອກຈາກຄົນດີ 50.ເພື່ອຖິ້ມພວກເຂົາລົງໃນຂຸມໄຟ ຢູ່ບ່ອນນັ້ນຈະມີແຕ່ສຽງຮ້ອງໄຫ້ແລະກັດແຂ້ວ”.

51.ພວກເຈົ້າເຂົ້າໃຈເລື່ອງທັງໝົດນີ້ແລ້ວບໍ?” ພວກສາວົກທູນຕອບວ່າ: “ໂດຍ! ພວກ ຂ້ານ້ອຍເຂົ້າໃຈແລ້ວ.” 52.ແລະພຣະອົງຊົງກ່າວແກ່ພວກເຂົາວ່າ: “ດ້ວຍເຫດນີ້ ອາຈານພຣະຄຳພີຜູ້ໃດທີ່ມາເປັນລູກສິດແຫ່ງອານາຈັກສະຫວັນ ກໍປຽບໄດ້ກັບເຈົ້າເຮືອນ ທີ່ເອົາຊັບສິນທັງໃໝ່ແລະເກົ່າອອກຈາກຂຸມຊັບຂອງຕົນ.”

 

V. ພຣະກຣິສຕະຈັກຂັ້ນຕົ້ນແຫ່ງອານາຈັກສະຫວັນ

 

ຊົງສະເດັດໄປບ້ານນາຊາແຣັດ

53.ເມື່ອພຣະເຢຊູເຈົ້າກ່າວຄວາມປຽບທຽບສິ້ນສຸດແລ້ວ, ພຣະອົງກໍສະເດັດໄປຈາກທີ່ນັ້ນ. 54.ແລ້ວພຣະອົງໄດ້ສະເດັດໄປໃນບ້ານຂອງພຣະອົງ, ແລະຊົງເທດສະໜາສັ່ງສອນປະຊາຊົນໃນໂຮງທຳ. ຄົນທັງຫລາຍເກີດມີຄວາມພິດສະຫວົງ ແລະອອກປາກເວົ້າວ່າ: “ເພິ່ນ ໄດ້ຮັບຄວາມສະຫລາດສຸຂຸມແລະການອັດສະຈັນນີ້ມາແຕ່ໃສ? 55.ບໍ່ແມ່ນລູກຊ່າງໄມ້ນັ້ນບໍ? ແລະອ້າຍນ້ອງຂອງເພິ່ນບໍ່ແມ່ນຢໍແຊ ຊີມອນແລະຢູດານັ້ນບໍ? 56.ແລະເອື້ອຍນ້ອງຂອງເພິ່ນທັງໝົດ ກໍບໍ່ແມ່ນຢູ່ກາງພວກເຮົານີ້ບໍ? ເພິ່ນໄດ້ຮັບຄວາມຮູ້ນີ້ມາແຕ່ໃສ?” 57.ແລະພວກເຂົາທັງຫລາຍກໍຮູ້ສຶກສະດຸດໃຈໃນເລື່ອງຂອງພຣະອົງ; ແຕ່ພຣະເຢຊູເຈົ້າຊົງກ່າວແກ່ພວກເຂົາວ່າ: “ປະພາສົກຈະຖືກສົບປະໝາດກໍແຕ່ໃນປະເທດ ແລະໃນເຮືອນຂອງຕົນເທົ່ານັ້ນ.” 58.ແລະພຣະອົງບໍ່ໄດ້ທຳອັດສະຈັນຫລາຍແນວຢູ່ທີ່ນັ້ນ ຍ້ອນພວກເຂົາຂາດຄວາມເຊື່ອ.