ພຣະວໍຣະສານ ໂດຍນັກບຸນ ມັດເທວ

ພາກທີ 12

ເລື່ອງເດັດຮວງເຂົ້າ

1.ໃນເວລານັ້ນ ວັນພຣະວັນໜຶ່ງ, ພຣະເຢຊູເຈົ້າຊົງສະເດັດຜ່ານທົ່ງນາທີ່ມີເຂົ້າກໍາລັງສຸກ, ພວກສາວົກຂອງພຣະອົງຫິວຫລາຍ ເລີຍເດັດຮວງເຂົ້າມາເກັດກິນ. 2.ເຫັນດັ່ງນັ້ນ ພວກຟາຣີເຊວຈຶ່ງເວົ້າຕໍ່ພຣະອົງວ່າ: “ນີ້ແນ່ ພວກລູກສິດຂອງທ່ານເຮັດແນວທີ່ບໍ່ອານຸຍາດໃນວັນພຣະ.” 3.ແຕ່ພຣະເຢຊູເຈົ້າກ່າວຕອບພວກເຂົາວ່າ: “ພວກເຈົ້າບໍ່ໄດ້ອ່ານບໍວ່າ: ກະສັດດາວິດແລະບໍລິວານຂອງເພິ່ນໄດ້ເຮັດແນວໃດເວລາຫິວໂຫຍ? 4.ເພິ່ນໄດ້ເຂົ້າໄປໃນທີ່ພຳນັກຂອງພຣະເປັນເຈົ້າ ແລະພ້ອມກັບບໍລິວານ ໄດ້ກິນປັງທີ່ເສກຖະຫວາຍແລ້ວ. ປັງນັ້ນພວກເພິ່ນບໍ່ມີສິດກິນ ມີແຕ່ພຣະສົງທໍ່ນັ້ນທີ່ກິນໄດ້. 5.ຫລືອີກປະການໜຶ່ງ, ພວກເຈົ້າບໍ່ໄດ້ອ່ານໃນພຣະທຳບັນຢັດບໍວ່າ: ໃນວັນພຣະນັ້ນ ພຣະສົງໃນພຣະວິຫານລະເມີດວັນພຣະໄດ້ໂດຍບໍ່ມີຜິດ? 6.ສ່ວນເຮົາ, ເຮົາກ່າວແກ່ພວກເຈົ້າວ່າ ຢູ່ທີ່ນີ້ມີຜູ້ຍິ່ງໃຫຍ່ກວ່າພຣະວິຫານອີກ. 7.ແລະຖ້າພວກເຈົ້າເຂົ້າໃຈຄໍາທີ່ກ່າວວ່າ: “ເຮົາພໍໃຈນຳຄວາມເມດຕາກະລຸນາ, ບໍ່ແມ່ນນຳເຄື່ອງບູຊາ”, ພວກເຈົ້າຄົງຈະບໍ່ຕັດສິນລົງໂທດພວກບໍ່ມີຜິດ. 8.ດັ່ງນີ້ ບຸດແຫ່ງມະນຸດເປັນເຈົ້າວັນພຣະ.”

 

ຊົງປິ່ນປົວຄົນມືລີບ

9.ເມື່ອເດີນຕໍ່ໄປ ພຣະອົງກໍເຂົ້າໄປໃນໂຮງທຳຂອງພວກເຂົາ. 10.ຢູ່ທີ່ນັ້ນ ພຣະອົງພົບຄົນມືລີບຜູ້ໜຶ່ງ; ພວກເຂົາໄດ້ຖາມພຣະອົງໂດຍຫວັງຈະຈັບຜິດພຣະອົງວ່າ: “ປົວພະຍາດໃນວັນພຣະໄດ້ຫລືບໍ່? 11.ແຕ່ພຣະອົງຊົງຕອບພວກເຂົາວ່າ: “ໃຜໃນພວກເຈົ້າທີ່ມີແກະແຕ່ໂຕດຽວ ແລະບັງເອີນແກະຕົວນັ້ນຕົກລົງຂຸມໃນວັນພຣະ, ຈະບໍ່ໄປດຶງເອົາແກະຕົວນັ້ນຂຶ້ນຈາກຂຸມ? 12.ສ່ວນມະນຸດເຮົາຍັງມີຄ່າກວ່າແກະສັກເທົ່າໃດ! ເພາະສະນັ້ນຈຶ່ງມີອະນຸຍາດໃຫ້ທຳການດີໄດ້ໃນວັນພຣະ”. 13.ແລ້ວພຣະອົງຊົງກ່າວແກ່ຄົນມືລີບນັ້ນວ່າ: “ຢຽດມືອອກ”. ແລະລາວກໍຢຽດອອກ, ແລະມືນັ້ນກໍກັບຫາຍດີເປັນປົກກະຕິເໝືອນກັບມືອີກເບື້ອງໜຶ່ງ. 14.ໃນທັນໃດນັ້ນ ພວກຟາຣີເຊວກໍພາກັນອອກໄປປຶກສາຫາວິທີຈະທຳລາຍພຣະອົງ.

 

ຜູ້ຮັບໃຊ້ຂອງພຣະເປັນເຈົ້າ

15.ເມື່ອພຣະເຢຊູເຈົ້າຊາບເລື່ອງຂອງພວກເຂົາແລ້ວ ພຣະອົງກໍໜີໄປຈາກທີ່ນັ້ນ. ຝູງຄົນມາກມາຍຕິດຕາມພຣະອົງໄປ ແລະພຣະອົງຊົງປິ່ນປົວພວກເຂົາທຸກຄົນໃຫ້ດີພະຍາດ. 16.ແຕ່ພຣະອົງຊົງຫ້າມພວກເຂົາປະກາດເລື່ອງນີ້ໃຫ້ຜູ້ໃດຮູ້. 17.ທັງນີ້ກໍເພື່ອໃຫ້ສຳເລັດຕາມຄຳທຳນາຍຂອງປະພາສົກອີຊາຢາທີ່ວ່າ: 18.“ນີ້ແຫລະຜູ້ຮັບໃຊ້ທີ່ເຮົາໄດ້ເລືອກສັນໄວ້, ແມ່ນຜູ້ສຸດທີ່ຮັກຂອງເຮົາ, ຜູ້ເຮົາພໍພຣະໄທນຳຢ່າງຍິ່ງ. ເຮົາຈະປະທານພຣະຈິດໃຫ້ທ່ານ ແລະທ່ານຈະປະກາດຄວາມເຊື່ອອັນແທ້ຈິງໃຫ້ນານາຊາດ. 19.ທ່ານຈະບໍ່ມັກໂຕ້ຖຽງແລະບໍ່ມັກຮ້ອງດັງເລີຍ. ບໍ່ມີໃຜເລີຍຈະຍິນສຽງຂອງທ່ານຕາມຖະໜົນຫົນທາງ. 20.ທ່ານຈະບໍ່ຫັກຕົ້ນເລົາທີ່ກົ່ງຢູ່ ແລະທ່ານຈະບໍ່ມອດທຽນທີ່ຍັງມີຄວັນຢູ່, ຈົນກວ່າຈະນຳຄວາມເຊື່ອອັນແທ້ຈິງໄປສູ່ຄວາມມີໄຊ 21.ນານາຊາດຈະມີຄວາມຫວັງໃນພຣະນາມຂອງທ່ານ.”

 

ພຣະເຢຊູເຈົ້າແລະເບແອນເຊບຸນ

22.ເວລານັ້ນ ມີຜູ້ນຳເອົາຄົນຖືກຜີສິງ ຕາບອດ ປາກກືກຜູ້ໜຶ່ງ ເຂົ້າມາຫາພຣະເຢຊູເຈົ້າ ແລະພຣະອົງກໍຊົງປິ່ນປົວລາວໃຫ້ດີ, ຄືໃຫ້ຄົນກືກນັ້ນປາກໄດ້ແລະເຫັນແຈ້ງ. 23.ຝູງຄົນກໍງົງງຶດແລະເວົ້າກັນວ່າ: “ຄົນຜູ້ນີ້ແມ່ນບຸດກະສັດດາວິດບໍ?” 24.ແຕ່ພວກຟາຣີເຊວ ເມື່ອໄດ້ຍິນດັ່ງນັ້ນກໍເວົ້າວ່າ: “ຄົນຜູ້ນີ້ໄລ່ຜີປີສາດດ້ວຍລິດຂອງເບແອນເຊບຸນ ຜູ້ເປັນເຈົ້າຈອມຂອງຜີປິສາດເທົ່ານັ້ນແລ້ວ!” 25.ພຣະອົງຊົງຫລິງເຫັນຄວາມຄິດຂອງພວກເຂົາ ຈຶ່ງກ່າວແກ່ພວກເຂົາວ່າ: “ອານາຈັກໃດແຕກແຍກກັນ, ອານາຈັກນັ້ນກໍພິນາດໄປ, ແລະບໍ່ມີເມືອງໃດຫລືເຮືອນໃດທີ່ແຕກສາມັກຄີກັນຈະຄົງຢູ່ໄດ້. 26.ດ້ວຍເຫດນີ້ ຖ້າຜີຊາຕານຫາກໄລ່ຊາຕານເອງ, ກໍແປວ່າຜີຊາຕານແຕກແຍກກັນແລ້ວ, ແລະອານາຈັກຂອງມັນຈະຄົງຢູ່ໄດ້ຢ່າງໃດ? 27.ແລະຖ້າຫາກເຮົາໄລ່ຜີປີສາດດ້ວຍລິດຂອງເບແອນເຊບຸນ, ລູກສິດຂອງພວກເຈົ້າກໍໄລ່ຜີປີສາດດ້ວຍອຳນາດຂອງຜູ້ໃດ? ດ້ວຍເຫດນີ້ ລູກສິດຂອງພວກເຈົ້າເອງຈະເປັນຜູ້ຕັດສິນພວກເຈົ້າ. 28.ແຕ່ວ່າ ຖ້າເຮົາຫາກໄລ່ຜີປີສາດເດຊະພຣະຈິດຂອງພຣະເປັນເຈົ້າ, ກໍແປວ່າ ພຣະຣາໄຊຂອງພຣະເປັນເຈົ້າມາເຖິງພວກເຈົ້າແລ້ວ. 29.ຫລືອີກຢ່າງໜຶ່ງ, ຜູ້ໃດຜູ້ໜຶ່ງຈະສາມາດເຂົ້າເຮືອນແລະປຸ້ນເອົາຊັບສິນຂອງຄົນຜູ້ໜຶ່ງທີ່ມີແຮງມີກຳລັງຫລາຍ ໄດ້ຢ່າງໃດ, ຖ້າບໍ່ຜູກມັດຜູ້ມີແຮງນັ້ນໄວ້ເສຍກ່ອນ? ແລະບັດນັ້ນແຫລະ ຈຶ່ງຈະປຸ້ນເຮືອນເຂົາໄດ້. 30.ຜູ້ໃດບໍ່ຢູ່ກັບເຮົາ ຜູ້ນັ້ນຂັດສູ້ເຣົາ. ຜູ້ໃດບໍ່ຮິບໂຮມຮ່ວມກັບເຮົາ ຜູ້ນັ້ນຈະຈ່າຍຊັບສິນເສຍໝົດ. 31.ດັ່ງນີ້ ເຮົາກ່າວແກ່ພວກເຈົ້າວ່າ: ບາບແລະຄຳປະໝາດປະຈານທຸກຊະໜິດທີ່ມະນຸດກະທຳ ຈະໄດ້ຮັບການອະໄພ, ແຕ່ວ່າຄຳປະໝາດປະຈານຕໍ່ພຣະຈິດເຈົ້າ ຈະບໍ່ໄດ້ຮັບການອະໄພເລີຍ. 32.ແລະຖ້າຜູ້ໃດຜູ້ໜຶ່ງຫາກເວົ້າຜິດຕໍ່ບຸດແຫ່ງມະນຸດ, ຄວາມຜິດນັ້ນຈະໄດ້ຮັບອະໄພ; ແຕ່ວ່າ ຖ້າຜູ້ນັ້ນຫາກເວົ້າຜິດຕໍ່ພຣະຈິດເຈົ້າ, ຄວາມຜິດນັ້ນຈະບໍ່ໄດ້ຮັບອະໄພເລີຍ, ທັງໃນໂລກນີ້ແລະໃນໂລກໜ້າດ້ວຍ.

 

ຄວາມເວົ້າພາໃຫ້ຮູ້ຈິດໃຈ

33.“ຈົ່ງທຳໃຫ້ກົກໄມ້ດີ ແລະໝາກຜົນຂອງມັນກໍຈະດີ; ຈົ່ງທຳໃຫ້ກົກໄມ້ບໍ່ດີ ແລະໝາກຜົນຂອງມັນກໍຈະບໍ່ດີ: ດ້ວຍວ່າພຽງແຕ່ເຫັນໝາກຜົນ ກໍຮູ້ຈັກຕົ້ນຂອງມັນ. 34.ສັນຊາດງູພິດເອີຍ! ພວກເຈົ້າຈະປາກເວົ້າດີໄດ້ບໍ ເມື່ອພວກເຈົ້າເອງເປັນຄົນຊົ່ວຢູ່ແລ້ວ? ດ້ວຍວ່າ ປາກຍ່ອມເວົ້າແຕ່ສິ່ງທີ່ລົ້ນອອກຈາກຫົວໃຈ. 35.ຄົນຜູ້ດີຍ່ອມເປີດເຜີຍແຕ່ຄຸນງາມຄວາມດີໃນໂຕອອກມາ; ຄົນຜູ້ຊົ່ວຍ່ອມເວົ້າແຕ່ຄວາມຊົ່ວໃນໂຕອອກມາ. 36.ສ່ວນເຮົາ ເຮົາກ່າວແກ່ພວກເຈົ້າວ່າ: ຄວາມເວົ້າທຸກໆຄວາມທີ່ມະນຸດໄດ້ເວົ້າອອກຢ່າງໄຮ້ປະໂຫຍດ, ໃນວັນພິພາກສາ ມະນຸດຍັງຈະຕ້ອງເອົາອອກມາລາຍງານ. 37.ດ້ວຍເຫດວ່າ ເຈົ້າຈະຖືກຕັດສິນວ່າເປັນຜູ້ຊອບທຳຫລືຕ້ອງຮັບໂທດ ກໍຍ້ອນຄວາມເວົ້າຂອງເຈົ້ານັ້ນເອງ”.

 

ເຄື່ອງໝາຍຂອງໂຢນາ

38.ໃນເວລານັ້ນ ອາຈານພຣະຄຳພີແລະຟາຣີເຊວບາງຄົນຈຶ່ງທູນພຣະເຢຊູເຈົ້າວ່າ: “ພຣະອາຈານ! ພວກເຮົາຢາກເຫັນເຄື່ອງໝາຍອັນໜຶ່ງຈາກທ່ານ!” 39.ພຣະອົງຊົງກ່າວຕອບພວກເຂົາວ່າ: “ສັນຊາດຊົ່ວແລະລ່ວງປະເວນີ! ພວກເຂົາຂໍເຫັນເຄື່ອງໝາຍ, ແຕ່ພວກເຂົາຈະບໍ່ໄດ້ເຫັນດອກ ນອກຈາກເຄື່ອງໝາຍປະພາສົກໂຢນາເທົ່ານັ້ນ. 40.ໂຢນາໄດ້ຢູ່ໃນທ້ອງປາທະເລສາມວັນສາມຄືນຢ່າງໃດ, ບຸດແຫ່ງມະນຸດກໍຈະຢູ່ໃນດິນສາມວັນສາມຄືນຢ່າງນັ້ນດ້ວຍ. 41.ໃນວັນພິພາກສາ ຊາວເມືອງນີນີເວຈະລຸກຂຶ້ນພ້ອມກັບຄົນເຊັ່່ນນີ້ ແລະຈະກ່າວຟ້ອງພວກເຂົາ, ຍ້ອນວ່າຊາວເມືອງນີນີເວໄດ້ທຳການໃຊ້ໂທດບາບຕາມຄຳປ່າວປະກາດ ຂອງທ່ານໂຢນາ, ແລະຢູ່ທີ່ນີ້ກໍມີຜູ້ຍິ່ງໃຫຍ່ກວ່າທ່ານໂຢນາເສຍອີກ. 42.ໃນວັນພິພາກສາ, ລາຊີນີແຫ່ງທິດໃຕ້ຈະລຸກຂຶ້ນພ້ອມກັບຄົນເຊັ່ນນີ້ ແລະຈະກ່າວໂທດໃສ່ພວກເຂົາ, ຍ້ອນວ່ານາງໄດ້ມາຈາກແຜ່ນດິນສຸດ ເພື່ອຟັງຄວາມສະຫລາດສຸຂຸມຂອງກະສັດຊາໂລມອນ, ແລະຢູ່ທີ່ນີ້ກໍມີຜູ້ຍິ່ງໃຫຍ່ກວ່າກະສັດຊາໂລມອນເສັຽອີກ.

 

ຈິດຊົ່ວຊ້າ

43.ເມື່ອຈິດຊົ່ວອອກຈາກຄົນຜູ້ໜຶ່ງແລ້ວ, ມັນກໍເດີນທ່ຽວຊັດເຊໄປມາຕາມຖິ່ນແຫ້ງແລ້ງ ຊອກຫາບ່ອນພັກເຊົາ, ແຕ່ມັນບໍ່ພົບພໍ້ເລີຍ. 44.ມັນຈຶ່ງເວົ້າກັບຕົວເອງວ່າ: “ກູຈະກັບເມືອເຮືອນຫລັງເກົ່າຂອງກູ ບ່ອນກູອອກມານັ້ນ”. ເມື່ອມາຮອດແລ້ວ, ມັນກໍເຫັນເຮືອນເປົ່າວ່າງ, ປັດກວາດແລະຈັດຕຽມເປັນລະບຽບຮຽບຮ້ອຍດີ. 45.ມັນຈຶ່ງໄປສູ່ເອົາໝູ່ຈິດຊົ່ວທີ່ຮ້າຍກວ່າມັນອີກເຈັດຕົວ ແລະພາກັນມາອາໄສຢູ່ທີ່ນັ້ນ. ແລະຜົນສຸດທ້າຍຂອງຄົນຜູ້ນັ້ນ ເລີຍຮ້າຍແຮງກວ່າແຕ່ກ່ອນອີກ. ສຳລັບຄົນຊົ່ວຊ້າເຊັ່ນນີ້ກໍຈະເປັນດັ່ງດຽວກັນ”.

 

ພີ່ນ້ອງແທ້ຂອງພຣະເຢຊູເຈົ້າ

46.ໃນເວລາທີ່ພຣະເຢຊູເຈົ້າກຳລັງກ່າວແກ່ຝູງຊົນຢູ່, ພໍດີພຣະມານດາແລະພີ່ນ້ອງຂອງ ພຣະອົງມາເຖິງ, ຄອງຖ້າຢູ່ທາງນອກ, ຕ້ອງການຢາກເວົ້ານຳພຣະອົງ. 47.ຈຶ່ງມີຜູ້ໜຶ່ງທູນພຣະອົງວ່າ: “ແມ່ແລະພວກພີ່ນ້ອງຂອງພຣະອົງຖ້າຢູ່ທາງນອກ ຢາກເວົ້ານຳພຣະອົງ.” 48.ແຕ່ພຣະເຢຊູເຈົ້າກ່າວຕອບຜູ້ນັ້ນວ່າ: “ໃຜເປັນແມ່ຂອງເຮົາ, ແລະໃຜເປັນພີ່ນ້ອງຂອງເຮົາ?” 49.ແລ້ວພຣະອົງຊົງຊີ້ໃສ່ພວກສາວົກພ້ອມທັງກ່າວວ່າ: “ນີ້ເດ ແມ່ແລະພີ່ນ້ອງຂອງເຮົາ. 50.ຍ້ອນວ່າຜູ້ໃດທຳຕາມນ້ຳພຣະໄທພຣະບິດາຂອງເຮົາຜູ້ສະຖິດຢູ່ສະຫວັນ, ຜູ້ນັ້ນແມ່ນອ້າຍເຮົາ, ເອື້ອຍເຮົາ ແລະແມ່ເຮົາ”