ພຣະວໍຣະສານ ໂດຍນັກບຸນ ມັດເທວ
ພາກທີ 11
IV. ຂໍ້ເລິກລັບແຫ່ງອານາຈັກສະຫວັນ
1.ເມື່ອພຣະເຢຊູເຈົ້າໄດ້ໃຫ້ຄຳແນະນຳສັ່ງສອນແກ່ອັກຄະສາວົກທັງສິບສອງແລ້ວ, ພຣະອົງໄດ້ສະເດັດໄປເທດສອນຕາມເມືອງຂອງພວກເຂົາ.
ຢວງສືບຄວາມແລະໄດ້ຮັບຄວາມຍ້ອງຍໍ
2.ໃນເວລານັ້ນ, ທ່ານຢວງຢູ່ໃນຄຸກໄດ້ຍິນເວົ້າເຖິງກິດຈະການຂອງພຣະກຣິສໂຕເຈົ້າ, ເລີຍໃຊ້ລູກສິດສອງຄົນໄປທູນຖາມພຣະອົງວ່າ: 3.“ທ່ານຄືຜູ້ທີ່ຈະມານັ້ນບໍ ຫລືຈະໃຫ້ພວກເຮົາຄອງຖ້າຄົນອື່ນອີກ?” 4.ພຣະເຢຊູເຈົ້າກ່າວຕອບວ່າ: “ຈົ່ງໄປບອກຢວງເຖິງສິ່ງທີ່ພວກເຈົ້າໄດ້ຍິນແລະໄດ້ເຫັນ: 5.ຄົນຕາບອດເຫັນຮຸ່ງ, ຄົນເປ້ຍຍ່າງໄດ້, ຄົນຂີ້ທູດສະອາດບໍລິສຸດ, ຄົນຫູໜວກໄດ້ຍິນ, ຄົນຕາຍກັບເປັນຄືນມາ, ຄົນທຸກຈົນໄດ້ຮັບຂ່າວປະເສີດ. 6.ບຸນມະຫາລາບແກ່ຜູ້ທີ່ບໍ່ຖືເອົາເຮົາເປັນສະດຸດຍ້ອນເຮົາ”.
7.ໃນເວລາລູກສິດຂອງຢວງກຳລັງເດີນທາງກັບ, ພຣະເຢຊູເຈົ້າເລີຍກ່າວກັບຝູງຄົນກ່ຽວເຖິງຢວງວ່າ: “ພວກທ່ານໄປເບິ່ງຫຍັງຢູ່ໃນທີ່ປ່ຽວ? ໄປເບິ່ງກົກເລົາທີ່ຕີງໄປມາຕາມລົມບໍ? 8.ດັ່ງນັ້ນພວກທ່ານໄປເບິ່ງຫຍັງ? ໄປເບິ່ງຄົນນຸ່ງຫົ່ມເສື້ອຜ້າອ່ອນນວມຈົບງາມບໍ? ຄົນນຸ່ງຫົ່ມເສື້ອຜ້າອ່ອນນວມຈົບງາມນີ້ ກໍມີຢູ່ແຕ່ໃນລາດຊະວັງ. 9.ແຕ່ວ່າພວກທ່ານໄປເບິ່ງຫຍັງແທ້? ໄປເບິ່ງປະພາສົກບໍ? ແມ່ນແລ້ວ ແລະຍັງຍິ່ງໃຫຍ່ກວ່າປະພາສົກອີກດ້ວຍ”. 10.ຍ້ອນພຣະຄຳພີໄດ້ກ່າວເຖິງທ່ານຜູ້ນັ້ນວ່າ: “ນັ້ນເດ, ເຮົາສົ່ງຜູ້ຖືສານຂອງເຮົາໄປຕຽມທາງໄວ້ລ່ວງໜ້າທ່ານ 11.ເຮົາບອກພວກເຈົ້າເປັນຄວາມຈິງວ່າ: ໃນບັນດາຜູ້ທີ່ເກີດຈາກຜູ້ຍິງ ບໍ່ມີໃຜຍິ່ງໃຫຍ່ກວ່າຢວງບັບຕິສຕາ. ແຕ່ຜູ້ໃດຕ່ຳຕ້ອຍກວ່າໃນອານາຈັກສະຫວັນ, ຜູ້ນັ້ນກໍໃຫຍ່ກວ່າຢວງອີກ”.
12.ນັບແຕ່ສະໄໝຂອງທ່ານຢວງບັບຕິສຕາຈົນເຖິງປັດຈຸບັນນີ້ ເພື່ອເຂົ້າອານາຈັກສະຫວັນໄດ້ ຕ້ອງຂະຫຍັນຂັນແຂງ ມີແຕ່ຜູ້ຂະຫຍັບຂັນແຂງທໍ່ນັ້ນທີ່ເຂົ້າອານາຈັກສະຫວັນໄດ້. 13.ທີ່ຈິງ ປະພາສົກທັງຫລາຍແລະພຣະທຳບັນຢັດກໍໄດ້ທຳນາຍໄວ້ຈົນເຖິງທ່ານຢວງ 14.ຖ້າພວກເຈົ້າພໍໃຈເຊື່ອເຮົາ ທ່ານຢວງນີ້ເອງ ແມ່ນທ່ານເອລີທີ່ຕ້ອງກັບມາ 15.ໃຜມີຫູ ຟັງກໍໃຫ້ຟັງເອົາ. ຄຳຕັດສິນຂອງພຣະເຢຊູເຈົ້າ. 16.“ແຕ່ວ່າ ເຮົາຈະປຽບຄົນເຊັ່ນນີ້ໃສ່ໃຜໜໍ? ເບິ່ງກໍຄືກັບໝູ່ເດັກນ້ອຍທີ່ນັ່ງຊຸມກັນຫລິ້ນຕາມສະໜາມຫລວງ ແລະຮ້ອງໃສ່ໝູ່ເພື່ອນອື່ນໆວ່າ: 17.ພວກເຮົາໄດ້ເປົ່າຂຸ່ຍ ແລະພວກເຈົ້າກໍບໍ່ໄດ້ຟ້ອນລຳ ພວກເຮົາໄດ້ຮ້ອງບົດເພງໄວ້ທຸກ ແລະພວກເຈົ້າກໍບໍ່ໄດ້ຕີເອິກ.” 18.ທີ່ຈິງ ທ່ານຢວງມາຮອດ ບໍ່ກິນບໍ່ດື່ມ ແລະ ເຂົາກໍວ່າເປັນຄົນຖືກຜີສິງ!” 19.ຕໍ່ມາ ບຸດແຫ່ງມະນຸດສະເດັດມາທັງກິນແລະດື່ມພ້ອມ ແລະເຂົາກໍວ່າ: ນີ້ແຫລະນັກກິນນັກດື່ມ! ເປັນໝູ່ຂອງຄົນເກັບສ່ວຍແລະຄົນບາບ.” ແຕ່ວ່າພະປີຊາສະຫລາດໄດ້ຮັບຄຳຍ້ອງຍໍ ກໍເນື່ອງຈາກກິດຈະການຂອງພຣະອົງເອງ.
ເວນກຳແກ່ເມືອງຕາມແຄມທະເລສາບ
20.ແລ້ວພຣະເຢຊູເຈົ້າໄດ້ຊົງຕິຕຽນບັນດາເມືອງຕ່າງໆ ທີ່ໄດ້ເຫັນອັດສະຈັນມາກມາຍ ຂອງພຣະອົງ, ແຕ່ບໍ່ໄດ້ຍອມເປັນທຸກກັບໃຈເລີຍວ່າ: 21.“ເວນກຳແກ່ເຈົ້າໂຄໂຣຊາອິນ! ເວນກຳແກ່ເຈົ້າເບັດໄຊດາ! ດ້ວຍເຫດວ່າ ຖ້າຫາກວ່າເມືອງຕີໂຣແລະຊີດອນໄດ້ເຫັນອັດສະຈັນທີ່ພວກເຈົ້າໄດ້ເຫັນ, ພວກເຂົານັ້ນຄົງຈະໄດ້ນຸ່ງກະສອບແລະໂຮຍເທົ່າໃຊ້ໂທດບາບ ມາຕັ້ງແຕ່ນານແລ້ວ 22.ດ້ວຍເຫດນີ້, ເຮົາກ່າວແກ່ພວກເຈົ້າວ່າ: ໃນວັນພິພາກສາ ຊາວເມືອງຕີໂຣແລະຊີດອນຈະຮັບໂທດເບົາກວ່າພວກເຈົ້າ. 23.ແລະສ່ວນເຈົ້າເອງກາຟາກນາອຸມ, ເຈົ້າເຊື່ອບໍວ່າເຈົ້າຈະຖືກຍົກຂຶ້ນເຖິງສະຫວັນ? ເຈົ້າຈະຖືກຖິ້ມລົງຈົນຮອດນະລົກ, ດ້ວຍເຫດວ່າ ຖ້າຫາກເມືອງໂຊດົມໄດ້ເຫັນອັດສະຈັນທີ່ເຈົ້າໄດ້ເຫັນ, ເຂົາຈະຄົງຢູ່ຈົນຮອດທຸກວັນນີ້. 24.ດ້ວຍເຫດນີ້ ເຮົາກ່າວແກ່ພວກເຈົ້າວ່າ: “ໃນວັນພິພາກສາ ຊາວເມືອງໂຊດົມຈະຮັບໂທດເບົາກວ່າເຈົ້າ.”
ພຣະບິດາແລະພຣະບຸດ
25.ໃນເວລານັ້ນ ພຣະເຢຊູເຈົ້າຊົງກ່າວວ່າ: “ໂອພຣະບິດາ ເຈົ້າສະຫວັນແລະແຜ່ນດິນ! ລູກຂໍສັນຣະເສີນພຣະອົງ, ດ້ວຍໄດ້ຊົງປິດບັງສິ່ງເຫລົ່ານີ້ແກ່ບັນດາຜູ້ສະຫລາດຫລັກແຫລມແລະໄດ້ຊົງໄຂສຳແດງແກ່ບັນດາຜູ້ຕ່ຳຕ້ອຍດ້ອຍປັນຍາ. 26.ແມ່ນແລ້ວ! ໂອພຣະບິດາເຈົ້າ ພຣະອົງຊົງພໍພຣະໄທດັ່ງນີ້. 27.ພຣະບິດາໄດ້ຊົງມອບທຸກສິ່ງໃຫ້ແກ່ລູກ ແລະບໍ່ມີໃຜຮູ້ພຣະບຸດ ເວັ້ນແຕ່ພຣະບິດາ, ດັ່ງດຽວກັນ ບໍ່ມີໃຜຮູ້ພຣະບິດາ, ເວັ້ນແຕ່ພຣະບຸດ ແລະຜູ້ພຣະບຸດຊົງພໍພຣະໄທໄຂສຳແດງໃຫ້ຮູ້ເທົ່ານັ້ນ”.
ພຣະອາຈານຜູ້ໃຈອ່ອນຫວານແລະສຸພາບ
28.“ພວກເຈົ້າທັງຫລາຍຜູ້ທົນທຸກແລະແບກໜັກ, ຈົ່ງມາຫາເຮົາເຖີດ, ແລະເຮົາຈະທຸເລົາເບົາໃຈພວກເຈົ້າ. 29.ຈົ່ງຮັບແບກເອົາແອກຂອງເຮົາ ແລະກາຍເປັນລູກສິດເຮົາ, ຍ້ອນວ່າເຮົາມີໃຈອ່ອນຫວານແລະສຸພາບ, ແລະພວກເຈົ້າຈະໄດ້ຮັບຄວາມທຸເລົາບັນເທົາໃຈ. 30.ແມ່ນແລ້ວ ແອກຂອງເຮົາແບກໄດ້ງ່າຍ ແລະຂອງທີ່ຕ້ອງແບກນັ້ນກໍເບົາດ້ວຍ.”