ພຣະວໍຣະສານ ໂດຍນັກບຸນ ມັດເທວ

ພາກທີ 10

ຈັດສົ່ງພວກອັກຄະສາວົກ

1.ເມື່ອພຣະເຢຊູເຈົ້າໄດ້ຊົງຮຽກເອົາອັກຄະສາວົກສິບສອງຄົນແລ້ວ, ພຣະອົງໄດ້ຊົງມອບສິດອຳນາດໃຫ້ພວກເຂົາບັງຄັບຈິດຊົ່ວຮ້າຍຕ່າງໆ, ທັງສາມາດຂັບໄລ່ຜີ ແລະປິ່ນປົວພະຍາດໂລຄາທຸກຊະໜິດໄດ້. 2.ຊື່ຂອງອັກຄະສາວົກສິບສອງຄົນຄື: ຜູ້ກົກໝູ່ແມ່ນຊີ ມອນ, ຜູ້ໄດ້ຮັບຊື່ໃໝ່ວ່າເປໂຕ, ກັບອັນເດຣຜູ້ນ້ອງຊາຍ; ຕໍ່ໄປແມ່ນຢາໂກເບ, ບຸດຂອງເຊເບເດ, ກັບຢວງຜູ້ນ້ອງຊາຍ, 3.ຟີລິບແລະບາກໂທໂລເມ; ໂທມາແລະມັດເທວຄົນເກັບສ່ວຍ; ຢາໂກເບ, ບຸດຂອງອັລເຟແລະທັດເດ. 4.ຊີມອນຜູ້ໃຈຮ້ອນຮົນແລະຢູດາອິສກາຣີອົດ ຜູ້ໄດ້ມອບພຣະອົງ. 5.ພຣະເຢຊູເຈົ້າຊົງໃຊ້ອັກຄະສາວົກທັງສິບສອງນີ້ໄປເທດສະໜາສັ່ງສອນ ໂດຍໃຫ້ຄວາມແນະນຳດັ່ງຕໍ່ໄປນີ້: “ຢ່າໄປຕາມເສັ້ນທາງພວກຄົນຕ່າງຊາດ, ແລະຢ່າເຂົ້າໄປໃນເມືອງຊາວຊາມາຣີ. 6.ແຕ່ວ່າກ່ອນອື່ນ ຈົ່ງໄປຫາແກະແຫ່ງຊາດອິສຣາແອນທີ່ເສຍໄປ. 7.ໃນເວລາເດີນທ່ຽວໄປດັ່ງນີ້, ຈົ່ງປະກາດວ່າ: “ພຣະຣາໄຊສະຫວັນໃກ້ໆເຂົ້າມາແລ້ວ.” 8.ຈົ່ງປິ່ນປົວຄົນປ່ວຍ, ປຸກຄົນຕາຍໃຫ້ກັບເປັນຄືນມາ, ຊຳຣະຄົນເປັນຂີ້ທູດເປັນເຮື້ອນໃຫ້ສະອາດບໍລິສຸດ, ຂັບໄລ່ຜີປີສາດ. ພວກເຈົ້າໄດ້ຮັບມາລ້າໆ ກໍຈົ່ງໃຫ້ເຂົາລ້າໆດ້ວຍ. 9.ຢ່າຂັດໄຖ່ເງິນຄຳຕິດຕົວໄປນຳ. 10.ຢ່າຖືພົກຖືຖົງຫລືເອົາເສື້ອໄປນຳສອງໂຕ. ຢ່າໃສ່ເກີບຫລືຖືໄມ້ຄ້ອນເທົ້າໄປນຳ ເຫດວ່າຄົນງານກໍມີສິດຮັບຄ່າຈ້າງຢູ່ແລ້ວ. 11.ພວກເຈົ້າຈະເຂົ້າໄປໃນບ້ານໃດເມືອງໃດ ຈົ່ງສືບຫາບຸກຄົນຜູ້ເປັນທີ່ນັບຖືໃນນັ້ນ ແລະໃຫ້ພັກເຊົາຢູ່ນຳເພິ່ນຈົນກວ່າຈະຈາກໄປ. 12.ເວລາເຂົ້າໄປໃນເຮືອນເພິ່ນກໍຈົ່ງສະແດງຄວາມເຄົາລົບ. 13.ຖ້າຫາກວ່າເຮືອນນັ້ນສົມຄວນຮັບ, ພອນສັນຕິສຸກກໍຈະມາສູ່ເຮືອນນັ້ນ. ຖ້າເຮືອນນັ້ນບໍ່ສົມຈະຮັບ, ພອນສັນຕິສຸກກໍຈະກັບມາສູ່ພວກເຈົ້າເອງ. 14.ແລະຖ້າເຂົາປະຕິເສດບໍ່ຍອມຮັບ, ແລະບໍ່ຟັງໂອວາດຂອງພວກເຈົ້າ, ຈົ່ງອອກຈາກເຮືອນນັ້ນຫລືເມືອງນັ້ນໄປ ພ້ອມທັງສັ່ນຝຸ່ນທີ່ຕິດຕີນພວກເຈົ້າອອກເສຍ. 15.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ ເມື່ອວັນພິພາກສາ ຊາວເມືອງໂຊດົມແລະໂກມໍຍັງຈະມີໂທດເບົາກວ່າຊາວເມືອງນັ້ນອີກ. ໃນເວລານັ້ນ ພຣະເຢຊູເຈົ້າຊົງກ່າວແກ່ພວກລູກສິດວ່າ: 16.“ນີ້ແຫລະ ເຮົາສົ່ງພວກເຈົ້າໄປ ເໝືອນດັ່ງສົ່ງແກະໄປຢູ່ກາງໝູ່ໝາໄນ. ພວກເຈົ້າຈົ່ງສະຫລາດຫລັກແຫລມ ເໝືອນດັ່ງງູ, ແລະຊື່ໆເໝືອນດັ່ງນົກກາງແກ.ການບຽດບຽນ

17.“ພວກເຈົ້າຈົ່ງລະມັດລະວັງຕົວຕໍ່ມະນຸດ, ຍ້ອນພວກເຂົາຈະມອບພວກເຈົ້າໃຫ້ສານ ແລະຈະຂ້ຽນຕີພວກເຈົ້າໃນໂຮງທຳຂອງພວກເຂົາ. 18.ພວກເຈົ້າຈະຖືກນຳໄປຕໍ່ໜ້າ ຜູ້ວ່າລາດຊະການ ແລະຕໍ່ໜ້າກະສັດຍ້ອນເຮົາ, ເພື່ອເປັນພະຍານຢືນຢັນຕໍ່ໜ້າພວກເຂົາ ແລະຕໍ່ໜ້າຄົນຕ່າງຊາດ. 19.ແຕ່ວ່າເມື່ອພວກເຈົ້າຈະຖືກມອບຕົວ, ພວກເຈົ້າຢ່າເປັນຫ່ວງຫາວິທີຈະເວົ້າຫລືຈະຕອບຢ່າງໃດ: ສິ່ງທີ່ພວກເຈົ້າຕ້ອງເວົ້າຈະໄດ້ຮັບດົນໃຈໃນເວລານັ້ນ ເອງ. 20.ດ້ວຍວ່າບໍ່ແມ່ນພວກເຈົ້າທີ່ຈະປາກທີ່ຈະເວົ້າ: ແຕ່ແມ່ນພຣະຈິດຂອງພຣະບິດາເຈົ້າທີ່ຈະກ່າວໃນຕົວຂອງພວກເຈົ້າ. 21.ອ້າຍນ້ອງດຽວກັນຈະຟ້ອງຫາກັນເຖິງຕາຍ, ແລະພໍ່ຈະຟ້ອງລູກ. ພວກລູກຈະລຸກຂຶ້ນຕໍ່ສູ້ພໍ່ແມ່ໃຫ້ຕາຍ. 22.ແລະຄົນທົ່ວໄປຈະຄຽດຊັງພວກເຈົ້າ ຍ້ອນນາມຂອງເຮົາ; ແຕ່ວ່າຜູ້ໃດຕັ້ງໝັ້ນຢູ່ຈົນເຖິງຂັ້ນສຸດທ້າຍ, ຜູ້ນັ້ນຈະໄດ້ເອົາຕົວຮອດ. 23.ຖ້າເຂົາຊອກບຽດບຽນພວກເຈົ້າໃນເມືອງນີ້, ໃຫ້ໜີໄປເມືອງນັ້ນ. ແລະຖ້າເຂົາຍັງຊອກຫາບຽດບຽນໃນເມືອງນັ້ນ, ໃຫ້ໜີໄປເມືອງອື່ນອີກ. ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ພວກເຈົ້າຍັງບໍ່ທັນໄປທົ່ວຫົວເມືອງອິສຣາແອນ, ບຸດແຫ່ງມະນຸດກໍຈະສະເດັດມາແລ້ວ.” 24.“ລູກສິດບໍ່ລື່ນອາຈານ, ຄົນໃຊ້ບໍ່ລື່ນນາຍ. 25.ຂໍແຕ່ລູກສິດສະເໝີອາຈານ ແລະຄົນໃຊ້ສະເໝີນາຍກໍພໍແລ້ວ. ຖ້າເຂົາຖືເຈົ້າເຮືອນເປັນ“ເບແອລເຊບຸລ”ແລ້ວ, ຈັ່ງໃດເຂົາຈະບໍ່ຖືຄົນອື່ນໃນເຮືອນຍິ່ງກວ່ານັ້ນອີກ!

 

ຈົ່ງປະກາດຢ່າງເປີດເຜີຍ

26.ບໍ່ໃຫ້ພວກເຈົ້າຢ້ານກົວພວກນີ້ເລີຍ; ຍ້ອນວ່າບໍ່ມີຫຍັງທີ່ປິດບັງຢູ່ຈະບໍ່ຖືກເປີດເຜີຍ, ແລະບໍ່ມີຫຍັງທີ່ລີ້ລັບຈະບໍ່ປາກົດອອກມາໃຫ້ຮູ້ເຫັນ. 27.ສິ່ງທີ່ເຮົາບອກພວກເຈົ້າໃນທີ່ມືດ, ໃຫ້ພວກເຈົ້າກ່າວອອກໃນທີ່ແຈ້ງ; ສິ່ງທີ່ເຮົາຊິ່ມໃສ່ຫູ ໃຫ້ພວກເຈົ້າປະກາດເທິງຫລັງຄາເຮືອນ. 28.ພວກເຈົ້າຢ່າຢ້ານພວກທີ່ຂ້າໄດ້ແຕ່ກາຍ, ແຕ່ບໍ່ສາມາດຂ້າວິນຍານໄດ້. ແຕ່ໃຫ້ຢ້ານຜູ້ທີ່ຈະທຳລາຍທັງກາຍແລະວິນຍານໃຫ້ພິນາດໃນໄຟນະລົກດີກວ່າ. 29.ລາຄານົກຈອກບໍ່ແມ່ນຄູ່ລະອັດຊັ້ນບໍ? ເຖິງປານນັ້ນກໍດີ, ບໍ່ມີໂຕໃດຈະຕົກດິນນອກຈາກພຣະບິດາໃຫ້ອະນຸຍາດ. 30.ສຳລັບພວກເຈົ້າເອງ ຜົມທຸກເສັ້ນເທິງຫົວຂອງພວກເຈົ້າກໍຖືກນັບໄວ້ແລ້ວ! 31.ດັ່ງນີີ້ພວກເຈົ້າຢ່າຢ້ານກົວເລີຍ, ຍ້ອນພວກເຈົ້າແຕ່ລະຄົນມີລາຄາຫລາຍກວ່ານົກຈອກທັງຝູງ 32.ຜູ້ໃດຈະຮັບຮູ້ເຮົາຕໍ່ໜ້າມະນຸດ, ເຮົາກໍຈະຮັບຮູ້ຜູ້ນັ້ນຕໍ່ພຣະພັກພຣະບິດາຂອງເຮົາ ຜູ້ສະຖິດຢູ່ສະຫວັນ. 33.ແຕ່ວ່າ ຜູ້ໃດຈະປະຕິເສດເຮົາຕໍ່ໜ້າມະນຸດ ເຮົາກໍຈະປະຕິເສດຜູ້ນັ້ນຕໍ່ພຣະພັກພຣະບິດາຂອງເຮົາຜູ້ສະຖິດຢູ່ສະຫວັນດ້ວຍ.”

 

ພຣະເຢຊູເຈົ້າເປັນຕົ້ນເຫດໃຫ້ແຕກແຍກ

34.“ພວກເຈົ້າຢ່າເຊື່ອວ່າ ເຮົາໄດ້ມາເພື່ອນຳເອົາສັນຕິສຸກມາສູ່ໂລກ, ເຮົາບໍ່ໄດ້ມາ ເພື່ອນຳສັນຕິສຸກມາດອກ, ແຕ່ເພື່ອນຳເອົາດາບມາ. 35.ດ້ວຍວ່າເຮົາໄດ້ມາເພື່ອທຳໃຫ້ລູກຊາຍຕໍ່ສູ້ພໍ່, ລູກສາວຕໍ່ສູ້ແມ່, ແລະລູກໄພ້ຕໍ່ສູ້ແມ່ຍ່າ. 36.ຄົນຮ່ວມຄອບຄົວດຽວກັນຈະກາຍເປັນສັດຕູກັນ.”

 

ເສຍສະລະເພື່ອຕິດຕາມພຣະເຢຊູເຈົ້າ

37.“ຜູ້ໃດຮັກພໍ່ຫລືແມ່ລື່ນເຮົາບໍ່ສົມກັບເຮົາ. ຜູ້ໃດຮັກລູກຊາຍຫລືລູກສາວລື່ນເຮົາ ກໍບໍ່ສົມກັບເຮົາດ້ວຍ. 38.ຜູ້ໃດບໍ່ຍອມແບກກາງເຂນແລະຕິດຕາມເຮົາມາ, ກໍບໍ່ສົມກັບເຮົາ. 39.ຜູ້ໃດຮັກສາຊີວິດຂອງຕົນໄວ້, ຈະເສຍຊີວິດນັ້ນໄປ; ຜູ້ໃດຍອມສະລະຊີວິດຂອງຕົນຍ້ອນເຮົາ, ຈະພົບຊີວິດນັ້ນເສຍໃໝ່.”

 

ລາງວັນແຫ່ງການຕອບແທນ

40.“ຜູ້ໃດຕ້ອນຮັບພວກເຈົ້າ, ກໍແມ່ນຕ້ອນຮັບເຮົາເອງ; ແລະຜູ້ໃດຕ້ອນຮັບເຮົາ, ກໍແມ່ນຕ້ອນຮັບຜູ້ທີ່ໄດ້ຊົງໃຊ້ເຮົາມາ. 41.ຜູ້ໃດຕ້ອນຮັບປະພາສົກໃນຖານະເປັນປະພາສົກ, ຈະໄດ້ຮັບບຳເໜັດຢ່າງປະພາສົກ; ຜູ້ໃດຕ້ອນຮັບຜູ້ຊອບທຳໃນຖານະເປັນຜູ້ຊອບທຳ, ຈະໄດ້ບຳເໜັດຢ່າງຜູ້ຊອບທຳດ້ວຍ. 42.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ຜູ້ໃດໃຫ້ນ້ຳເຢັນພຽງແຕ່ຈອກດຽວແກ່ຄົນໜຶ່ງໃນຜູ້ນ້ອຍເຫລົ່ານີ້ ໃນຖານະເປັນລູກສິດຂອງເຮົາ, ຜູ້ນັ້ນຈະບໍ່ຂາດລາງວັນເລີຍ.”