ຟັງພຣະວໍຣະສານ ບົດຮ່ຳເພິງ ແລະບົດພາວະນາ

ບົດອ່ານທີ 1  (ອຊຢ. 11:1-10)

“ພຣະຈິດຂອງພຣະອົງເຈົ້າຈະສະຖິດຢູ່ເໜືອພຣະອົງ.”

ບົດອ່ານຈາກໜັງສື ຂອງປະພາສົກອີຊາຢາ

ໃນເວລານັ້ນ ງ່າໜຶ່ງ ຈະແຕກອອກຈາກເຫງົ້າຂອງແຢດເຊ ແລະແໜງທີ່ອອກຈາກຮາກ ນັ້ນຈະຈະເລີນເຕີບໂຕຂຶ້ນ ຈົນເກີດດອກອອກຜົນ ແລະພຣະຈິດຂອງພຣະອົງເຈົ້າ ຈະສະຖິດຢູ່ເໜືອແໜງນັ້ນຄື: ພຣະຈິດແຫ່ງຄວາມຮອບຄອບ ສະຕິປັນຍາ ຄວາມກຶກກອງ ກຳລັງ ຄວາມຮູ້ ແລະຄວາມສັດທາ ເພິ່ນຈະເຕັມພຽບດ້ວຍຄວາມຢ້ານຈຽມພຣະອົງເຈົ້າ ເພິ່ນຈະບໍ່ຕັດສິນຕາມທີ່ຕາ ເຫັນ ແລະຫູໄດ້ຍິນ ເພິ່ນຈະພິພາກສາ ຜູ້ຂັດສົນຢ່າງຍຸຕິທຳ ແລະຈະຕັດສິນເພື່ອບ່າວໄພ່ລາດສະດອນຢ່າງທ່ຽງກົງ ເພິ່ນຈະໃຊ້ວາຈາຂອງເພິ່ນຕາງແສ້ ເພື່ອຄວບຄຸມດິນແດນນັ້ນ ແລະຈະປະຫານຄົນຊົ່ວຮ້າຍ ດ້ວຍອາຍປາກຂອງເພິ່ນ ເພິ່ນຈະຖືເອົາຄວາມຊອບທຳເປັນສາຍແອວ ແລະແພມັດແອວຂອງເພິ່ນແມ່ນຄວາມສັດຈິງ.

ໝາຈອກຈະອາໄສຢູ່ຮ່ວມກັບລູກແກະ ເສືອເຫລືອງຈະນອນຢູ່ກັບແບ້. ງົວ ສິງ ແລະ ແກະ ຈະໄປຫາກິນນຳກັນ ເດັກນ້ອຍຈະເປັນຜູ້ລ້ຽງມັນ ງົວແມ່ແລະໝີແມ່ຈະຫາກິນນຳກັນ ສິງຈະກິນຫຍ້າຄືກັນກັບງົວ ເດັກຄານົມຈະຫລິ້ນຫົວຢູ່ໃນຖ້ຳງູເຫົ່າ ເດັກຢ່ານົມແລ້ວຈະເດ່ມືຈົກໂກນງູທຳທານ ຈະບໍ່ມີການທຳຜິດ ບໍ່ມີການທຳລາຍມ້າງເພ ຢູ່ທົ່ວພູເຂົາສັກສິດຂອງເຮົາ. ຍ້ອນວ່າ, ທົ່ວທັງປະເທດຮູ້ຈັກພຣະອົງເຈົ້າຢ່າງບໍລິບູນ ດັ່ງນ້ຳເຕັມທ້ອງທະເລມະຫາສະໝຸດ. ໃນເວລານັ້ນ ແໜງທີ່ປົ່ງອອກຈາກຮາກຂອງແຢດເຊ ຈະຖືກຕັ້ງຂຶ້ນເປັນດັ່ງທຸງໄຊຂອງປະເທດຊາດ ນານາຊາດທັງຫລາຍຈະຊອກຫາເພິ່ນ ແລະທີ່ພຳນັກຈະເປັນບ່ອນທີ່ຂຶ້ນຊື່ລືຊາ.


ເພງສັກສິດ  (ພສສ. 71:1-2.7-8.12-13.17)

ຮັບ: ວັນແຫ່ງສັນຕິທຳ ແລະສັນຕິສຸກໃກ້ມາຮອດແລ້ວ.

- ໂອພຣະອົງເຈົ້າ ໂຜດປະທານສິດອຳນາດແກ່ອົງກະສັດ ແລະທານຄວາມຍຸຕິທຳ ໃຫ້ພະລາດຊະໂອລົດຂອງພຣະອົງ ເພື່ອໃຫ້ລາດຊະໂອລົດນັ້ນ ປົກຄອງລາດສະດອນຢ່າງຍຸຕິທຳແລະປ້ອງກັນສິດທິຂອງບັນດາ ທີ່ຖືກບັງບຽດຂົ່ມເຫັງ. (ເຊີນຮັບ)

- ໃນສະໄໝຂອງພຣະອົງນັ້ນ, ຄວາມຍຸຕິທຳຈະງອກງາມເບີກບານ, ຈະມີຄວາມສັນຕິສຸກສົມບູນ ຈົນເຖິງສິ້ນພິພົບ. ພຣະອົງຈະຄອບຄອງ ແຕ່ທະເລນີ້ເຖິງທະເລນັ້ນ, ແຕ່ແມ່ນ້ຳຈົນເຖິງສຸດໂລກ. (ເຊີນຮັບ)

- ຍ້ອນວ່າ ພຣະອົງຈະຊ່ວຍຄົນທຸກຈົນ ທີ່ຮ້ອງຫາ, ແລະຈະຊ່ວຍຄົນອະນາຖາ ທີ່ຂາດຄວາມຊ່ວຍເຫລືອ.ພຣະອົງຈະຊົງພະກະລຸນາ ຕໍ່ຜູ້ອ່ອນແອແລະຂາດເຂີນ, ຈະຊ່ວຍຜູ້ທຸກຈົນ ໃຫ້ຮອດຊີວິດ. (ເຊີນຮັບ)

- ຂໍຖະຫວາຍພອນແດ່ພຣະນາມຂອງພຣະອົງເຈົ້າ ຕະຫລອດນິຣັນດອນ. ພຣະນາມຂອງພຣະອົງ ຈະຍືນຍົງຄົງຢູ່ຈົນດວງຕາເວັນດັບສູນ; ຄົນທັງປວງ ຈະໄດ້ຮັບພຣະພອນໃນພຣະອົງ; ນານາຊາດຈະຍ້ອງຍໍສໍລະເສີນ ຖະຫວາຍສີມຸງຄຸນແດ່ພຣະອົງ. (ເຊີນຮັບ)


ກ່ອນພຣະວໍຣະສານ  

ອັນເລລູຢາ! ອັນເລລູຢາ! ໂອພຣະອົງເຈົ້າ ໂຜດສະເດັດມາ ຂໍໃຫ້ການສະເດັດມາຢ້ຽມຢາມຂອງພຣະອົງ ເປັນສັນຕິສຸກໃຫ້ພວກຂ້າພະເຈົ້າ! ຂໍໃຫ້ດວງໃຈພວກຂ້າພະເຈົ້າ ພົບຄວາມເບີກບານສຳຣານ ໄດ້ພຣະອົງມາຢູ່ນຳ. ອັນເລລູຢາ!


ພຣະວໍຣະສານ  (ລກ. 10:21-24)

“ພຣະເຢຊູເຈົ້າຊົງມ່ວນຊື່ນຍິນດີໃນພຣະຈິດເຈົ້າ.”

ພຣະວໍຣະສານ ໂດຍນັກບຸນລູກາ

ໃນເວລານັ້ນ ພຣະເຢຊູເຈົ້າຊົງມ່ວນຊື່ນຍິນດີ ໃນພຣະຈິດເຈົ້າຈຶ່ງກ່າວວ່າ: “ໂອພຣະບິດາ ພຣະອົງເຈົ້າແຫ່ງສະຫວັນແລະແຜ່ນດິນ ລູກຂໍຖະຫວາຍພອນແດ່ພຣະອົງ ຍ້ອນພຣະອົງໄດ້ປິດບັງສິ່ງເຫລົ່ານີ້ ແກ່ພວກສະຫລາດຫລັກແຫລມ ແລະໄດ້ໄຂສຳແດງແກ່ບັນດາຜູ້ຕ່ຳຕ້ອຍນ້ອຍປັນຍາ. ໂອພຣະບິດາເຈົ້າ ພຣະອົງຊົງພໍພຣະໄທດັ່ງນີ້ ພຣະບິດາໄດ້ຊົງມອບທຸກສິ່ງໃຫ້ແກ່ລູກ ແລະບໍ່ມີໃຜຮູ້ວ່າ: ພຣະບຸດແມ່ນຜູ້ໃດ, ນອກຈາກພຣະບິດາ ແລະບໍ່ມີໄຜຮູ້ຈັກ ພຣະບິດາ ນອກຈາກພຣະບຸດ ແລະຜູ້ທີ່ພຣະບຸດພໍໃຈໄຂສຳແດງໃຫ້ຮູ້.” ແລ້ວພຣະອົງຊົງຫັນພຣະພັກມາ ກ່າວແກ່ພວກສາວົກໂດຍສະເພາະວ່າ: “ບຸນລາບແກ່ໜ່ວຍຕາ ທີ່ເຫັນສິ່ງທີ່ພວກເຈົ້າເຫັນເຮົາກ່າວແກ່ພວກເຈົ້າວ່າ: ປະກາສົກ ແລະກະສັດເປັນຈຳນວນມາກມາຍ ປາດຖະໜາຢາກເຫັນ ສິ່ງທີ່ພວກເຈົ້າເຫັນນີ້ ແຕ່ກໍບໍ່ໄດ້ເຫັນເລີຍ ຢາກຍິນສິ່ງທີ່ພວກເຈົ້າຍິນນີ້ ແຕ່ກໍບໍ່ໄດ້ຍິນເລີຍ.”


ບົດຮ່ຳເພິງ

ວາຈາພຣະເຈົ້າຊຶ່ງພວກເຮົາໄດ້ຟັງວັນນີ້ແມ່ນຕໍ່ຈາກຕອນເມື່ອພວກສາວົກເຈັດສິບສອງຄົນໄດ້ຮັບຄວາມສໍາເລັດໃນການປະກາດອານາຈັກສະຫວັນ, ການຂັບໄລ່ຜີປີສາດແລະການປິ່ນປົວພະຍາດໂລຄາທຸກຊະນິດ. ພວກເຂົາກັບມາດ້ວຍຄວາມຊື່ນຍິນດີແລະໄດ້ເລົ່າສິ່ງທີ່ເປັນມາໃຫ້ພຣະເຢຊູເຈົ້າຮູ້ຈັກ. ພຣະອົງກ່າວກັບພວກເຂົາວ່າ: “ພວກເຈົ້າຢ່າຊື່ນຊົມຍິນ¬ດີທີ່ຜີປີ¬ສາດນົບນອບຕໍ່ພວກເຈົ້າ, ແຕ່ຈົ່ງຊື່ນຊົມຍິນ¬ດີຍ້ອນວ່າລາຍຊື່ຂອງພວກເຈົ້າໄດ້ຖືກຈົດບັນທຶກໄວ້ໃນສະ¬ຫວັນແລ້ວ” (ລກ. 10, 20). ຄໍາເວົ້ານີ້ຂອງພຣະເຢຊູເຈົ້າມີຄວາມໝາຍແນວໃດ? ແນ່ນອນ, ເມື່ອພວກສາວົກເຈັດສິບສອງຄົນໄດ້ຮັບຄວາມສໍາເລັດໃນການປະກາດຂ່າວດີແຫ່ງອານາຈັກສະຫວັນພວກເຂົາກໍມີຄວາມຍິນດີ. ຄວາມຍິນດີນີ້ອາດເປັນຄວາມອວດອົ່ງທະນົງຕົວຍ້ອນພວກເຂົາຄິດວ່າຄວາມສໍາເລັດທີ່ພວກເຂົາໄດ້ຮັບນັ້ນແມ່ນມາຈາກຄວາມຮູ້, ຄວາມສາມາດຂອງພວກເຂົາເອງ. ດ້ວຍເຫດນີ້, ພຣະເຢຊູເຈົ້າຈຶ່ງກ່າວກັບພວກເຂົາວ່າ ຄວາມຍິນດີທີ່ແທ້ຈິງນັ້ນບໍ່ໄດ້ມາຈາກຄວາມສໍາເລັດທີ່ພວກເຈົ້າໄດ້ຮັບແຕ່ມາຈາກພຣະເຈົ້າ. ຍ້ອນພຣະອົງໄດ້ເລືອກສັນພວກເຈົ້າແລະໄດ້ສົ່ງພວກເຈົ້າໄປ. ແລະກໍຍັງແມ່ນພຣະອົງທີ່ໄດ້ກະທໍາສິ່ງມະຫັດສະຈັນຕ່າງໆຜ່ານທາງຕົວພວກເຈົ້າ.

ວັນນີ້, ພຣະເຢຊູເຈົ້າກໍກ່າວຢ່າງເປີດເຜີຍໃນຄໍາພາວະນາຂອງພຣະອົງຕໍ່ພຣະບິດາເຈົ້າວ່າ: “ໂອພຣະບິດາ, ພຣະອົງເຈົ້າແຫ່ງສະຫວັນແລະແຜ່ນດິນ. ລູກຂໍຖະຫວາຍພອນແດ່ພຣະອົງຍ້ອນພຣະອົງໄດ້ປິດບັງສິ່ງເຫລົ່ານີ້ແກ່ພວກສະຫລາດຫລັກແຫລມແລະໄດ້ໄຂສຳແດງແກ່ບັນດາຜູ້ຕ່ຳຕ້ອຍນ້ອຍປັນຍາ”. ໝາຍວ່າຄວາມສະຫລາດຫລັກແຫລມທີ່ພວກສາວົກມີແລະຄວາມສໍາເລັດໃນການປະກາດຂ່າວດີນີ້ແມ່ນມາຈາກພຣະບິດາເຈົ້າ.


ບົດພາວະນາ

ໂອພຣະເຢຊູເຈົ້າ, ລູກຂໍຂອບພຣະຄຸນພຣະອົງສໍາລັບພຣະຄຸນທຸກຢ່າງທີ່ລູກໄດ້ຮັບໃນຊີວິດ. ໂດຍສະເພາະແມ່ນພຣະຄຸນແຫ່ງການເປັນລູກຂອງພຣະອົງ. ຈາກນັ້ນ, ພຣະອົງຍັງຊົງຮຽກເອີ້ນລູກໃຫ້ເປັນພິຍານແລະເປັນຜູ້ປະກາດເຖິງຄວາມຮັກຂອງພຣະອົງໃຫ້ກັບຄົນອື່ນ. ໂຜດໃຫ້ລູກສໍານຶກໄດ້ວ່າລູກເປັນພຽງແຕ່ຄົນໃຊ້ທີ່ໄຮ້ປະໂຫຍດຕໍ່ໜ້າພຣະອົງເທົ່ານັ້ນ. ອາແມນ.


(ຄຸນພໍ່ ອັງຕວນ ກຽດຕິສັກ)