ຟັງພຣະວໍຣະສານ ບົດຮ່ຳເພິງ ແລະບົດພາວະນາ

ບົດອ່ານທີ 1  (ອຊຢ. 52:13-53:12)

“ພຣະອົງຖືກແທງ ຍ້ອນບາບຂອງເຮົາ”

ບົດອ່ານຈາກໜັງສື ຂອງປະພາສົກ ອີຊາຢາ

ນີ້ເດ ຂ້າໃຊ້ຂອງເຮົາ ຈະໄດ້ຮັບຄວາມສຳເລັດ, ທ່ານຈະໄດ້ຮັບກຽດສູງຂຶ້ນ ແລະໄດ້ຮັບການ ຍ້ອງຍໍສັນຣະເສີນ ເປັນຢ່າງຍິ່ງ! ຝູງຊົນ ຕື່ນຕົກໃຈ ເມື່ອແນມເຫັນເພິ່ນແນວໃດ ຍ້ອນ ໜ້າຕາຂອງເພິ່ນເສຍໂສມ, ຮູບຮ່າງຂອງເພິ່ນ ກໍຜິດແປກໄປ ຈົນບໍ່ຄືຮ່າງມະນຸດ. ນານາຊາດ ກໍຈະມີຄວາມພິດສະຫວົງແນວນັ້ນ ແລະພວກກະສັດ ກໍຈະປາກບໍ່ອອກ ຍ້ອນວ່າ ເຂົາຈະເຫັນ ເຫດການທີ່ບໍ່ມີໃຜເລົ່າລື ແລະບໍ່ເຄີຍໄດ້ຍິນມາເລີຍ.

ໃຜເຊື່ອໄດ້ ໃນຄວາມທີ່ພວກຂ້າພະເຈົ້າໄດ້ຍິນ? ແລະແຂນຂອງພຣະອົງເຈົ້າ ໄດ້ສຳແດງແກ່ຜູ້ໃດ? ເພິ່ນໄດ້ໃຫຍ່ສູງຂຶ້ນຕໍ່ພຣະພັກພຣະອົງ, ເໝືອນດັ່ງໜໍ່ແໜງນ້ອຍໆ ປົ່ງຂຶ້ນຈາກດິນແຫ້ງ. ເພິ່ນບໍ່ມີຮູບໂສມ ຫລື ຄວາມສວຍງາມພໍ ຈະຕ້ອງຕາເຮົາໄດ້, ແລະໃບໜ້າເພິ່ນ ກໍບໍ່ມີສີສັນພໍຈະຈັບຈິດຈັບໃຈເລີຍ. ບໍ່ມີໃຜສົນໃຈກັບເພິ່ນ, ມະນຸດທັງຊາດປະຖິ້ມເພິ່ນແລ້ວ, ເພິ່ນ ເປັນຄົນທຸກລຳບາກ, ຄຸ້ນເຄີຍກັບຄວາມທຸກທໍຣະມານ. ເໝືອນກັບວ່າ ເວລາພົບພໍ້ເພິ່ນ ໃຜໆກໍຢາກບັງໜ້າໄວ້ ໃຜໆກໍສົບປະໝາດ ແລະເຮົາທັງຫລາຍ ບໍ່ຖືເອົາເພິ່ນເລີຍ. ແຕ່ທີ່ຈິງແລ້ວ ແມ່ນ ພະຍາດໂລຄາຂອງພວກເຮົາ, ທີ່ເພິ່ນໄດ້ຮັບເອົາ, ແມ່ນຄວາມທຸກທໍຣະມານຂອງພວກເຮົາ ທີ່ເພິ່ນໄດ້ຮັບແບກໄວ້ ແລະສ່ວນພວກເຮົາ ກໍພາ ກັນຄິດວ່າ ເພິ່ນຖືກພຣະເຈົ້າລົງໂທດ, ຂ້ຽນຕີ ແລະຢຽບຢ່ຳ. ແຕ່ຍ້ອນວ່າ ເພື່ອຄວາມຜິດຂອງພວກເຮົາ ເພິ່ນຈຶ່ງໄດ້ຖືກຂ້ຽນຕີ, ແລະເພື່ອຄວາມອະທຳຂອງພວກເຮົາ ເພິ່ນຈຶ່ງຖືກຢຽບຢ່ຳ, ການໂທດທີ່ບັນ ດານຄວາມຮອດ ໃຫ້ພວກເຮົານັ້ນ ຈຶ່ງໄດ້ຕົກເຕັງບ່າຂອງເພິ່ນ, ແລະກໍຍ້ອນບາດຊ້ຳຂອງເພິ່ນນັ້ນ ພວກເຮົາຈຶ່ງໄດ້ຫາຍດີ.

ເຮົາທັງຫລາຍ ໄດ້ຫລົງທາງຄືຝູງແກະ, ພວກເຮົາໄດ້ແຍກໄປຕາມເສັ້ນ ທາງໃຜລາວ, ເມື່ອພຣະອົງເຈົ້າ ຖິ້ມໂທດກຳຂອງພວກເຮົາ ໃສ່ບ່າຂອງເພິ່ນ. ເພິ່ນໄດ້ຖືກປະຈານທຸບຕີ, ແລະເພິ່ນໄດ້ຍອມຮັບເອົາ ໂດຍບໍ່ອ້າປາກເລີຍ, ເໝືອນດັ່ງແກະ ຊຶ່ງເຂົາຈູງໄປໂຮງຂ້າສັດ, ຫລືເໝືອນ ດັ່ງແກະ ຢູ່ໃນກຳມືຂອງຜູ້ຕັດຂົນ (ເພິ່ນບໍ່ອ້າປາກເລີຍ). ເພິ່ນໄດ້ຖືກຍົກເອົາໄປ ດ້ວຍການຕັດສິນບໍ່ທ່ຽງກົງ; ຊິມີໃຜນໍ ຄຶດອອກຢາກໄປປ້ອງກັນ ເລື່ອງຂອງເພິ່ນ, ເມື່ອຊື່ຂອງເພິ່ນ ໄດ້ຖືກຂີດອອກຈາກບັນຊີ ຂອງບັນດາຜູ້ມີຊີວິດແລ້ວ, ເມື່ອເພິ່ນໄດ້ຖືກຕັດສິນ ປະຫານຊີວິດ ຍ້ອນບາບຂອງປະຊາກອນຂອງເຮົາ? ບັນດາມະ ນຸດ ໄດ້ຄາດໝາຍຂຸມຝັງເພິ່ນໄວ້ ໃກ້ກັບພວກຄົນຮ້າຍ, ແລະເມື່ອເພິ່ນຕາຍແລ້ວ, ກໍໄດ້ເອົາເພິ່ນໄວ້ ກັບພວກຂະໂມຍ, ແມ່ນວ່າ ເພິ່ນບໍ່ໄດ້ສ້າງຄວາມອະທຳ ແຕ່ຂໍ້ດຽວ ແລະຄວາມຕົວະຫລອກ ບໍ່ໄດ້ອອກຈາກປາກຂອງເພິ່ນຈັກເທື່ອ. ແຕ່ພຣະອົງເຈົ້າໄດ້ຊົງພໍພຣະໄທບີບຫຍ້ຳເພິ່ນ ດ້ວຍຄວາມທຸກທໍຣະມານ; ຖ້າເພິ່ນຖະຫວາຍຊີວິດເປັນການບູຊາ ໃຊ້ໂທດບາບ, ເພິ່ນຈະເຫັນບຸດຫລານ ຈະມີຊີວິດຍືນຍາວ, ນ້ຳພຣະໄທຂອງພຣະອົງເຈົ້າ ກໍຈະສຳເລັດໃນ ເພິ່ນ. ເມື່ອໄດ້ ທົນທຸກລຳບາກ ດ້ວຍຕົວເອງແລ້ວ, ເພິ່ນກໍຈະຮູ້ສຶກ ມີຄວາມສຸກຍິນດີ. ດ້ວຍໄດ້ຮູ້ໄດ້ຜ່ານຄວາມທຸກລຳບາກ ຂ້າໃຊ້ ຜູ້ຊອບທຳຂອງເຮົາ ຈະກະທຳໃຫ້ມະນຸດມາກມາຍ ກາຍເປັນຜູ້ຊອບທຳດ້ວຍ ແລະສ່ວນເພິ່ນເອງ ເພິ່ນຈະຮັບແບກເອົາ ຄວາມອະທຳຂອງມະນຸດໄວ້. ດ້ວຍເຫດນີ້ ເຮົາຈະມອບໃຫ້ເພິ່ນ ມີສ່ວນກັບພວກຜູ້ໃຫຍ່, ແລະເພິ່ນຈະແບ່ງເອົາ ສິ່ງຂອງທີ່ຢຶດໄດ້ ຈາກສັດຕູ ຮ່ວມກັບບັນດາຜູ້ມີສິດ ຍ້ອນວ່າ ເພິ່ນໄດ້ມອບຊີວິດຕົວເອງ ແລະຍອມໃຫ້ນັບເຂົ້າ ໃນຈຳນວນຄົນບາບ, ໂດຍຮັບແບກເອົາບາບ ຂອງມະນຸດທັງຫລາຍ ແລະທູນຂໍອະໄພ ແທນບັນ ດາຜູ້ມີໂທດ.


ເພງສັກສິດ  (ພສສ. 30:2. 6. 12-13:15-16:17:25)

ຮັບ: ໂອພຣະບິດາເຈົ້າ ຂ້າພະເຈົ້າຂໍມອບວິນຍານໄວ້ໃນພຣະຫັດຂອງພຣະອົງ.

- ໂອພຣະອົງເຈົ້າ ພຣະອົງແມ່ນບ່ອນລີ້ໄພຂອງຂ້າພະເຈົ້າ ຂໍຢ່າໃຫ້ຂ້າພະເຈົ້າ ຕ້ອງອັບອາຍຂາຍໜ້າເລີຍ! ເດຊະຄວາມຍຸຕິທຳຂອງພຣະອົງ ໂຜດປົດປ່ອຍຂ້າພະເຈົ້າເທີ້ນ! ໂອພຣະອົງເຈົ້າ, ພຣະເຈົ້າຜູ້ທ່ຽງທຳ, ຂ້າພະເຈົ້າຂໍມອບວິນຍານ ໃນພຣະຫັດຂອງພຣະອົງ, ແມ່ນພຣະອົງເອງ ເປັນຜູ້ກູ້ໄຖ່ຂ້າພະເຈົ້າ. (ເຊີນຮັບ)

- ພວກສັດຕູຖືວ່າ ຂ້າພະເຈົ້າເປັນຄົນຊົ່ວຊ້າ, ພວກເພື່ອນບ້ານມີຄວາມເປີດໜ່າຍ ແລະພວກມິດສະຫາຍຢ້ານກົວຂ້າພະເຈົ້າ, ພວກທີ່ເຫັນຂ້າພະເຈົ້າຕາມທາງ ກໍພາກັນເປີດໜີ. ດວງໃຈໃດກໍຫລົງລືມຂ້າພະເຈົ້າ ຄືກັນກັບວ່າ ຂ້າພະເຈົ້າຕາຍແລ້ວ ແລະເປັນເໝືອນດັ່ງຂອງຖິ້ມ. (ເຊີນຮັບ).

- ໂອພຣະອົງເຈົ້າ ຂ້າພະເຈົ້າວາງໃຈໃນພຣະອົງ, ຂ້າພະເຈົ້າຈຶ່ງກ່າວວ່າ: ພຣະອົງເປັນພຣະເຈົ້າຂອງຂ້າພະເຈົ້າ. ໂຊກຊາຕາຂອງຂ້າພະເຈົ້າ ຢູ່ໃນກຳມືຂອງພຣະເຈົ້າ,ໂຜດປົດປ່ອຍຂ້າພະເຈົ້າ ໃຫ້ພົ້ນຈາກເງື່ອມມື ພວກທີ່ປອງຮ້າຍ ແລະຂົ່ມເຫັງຂ້າພະເຈົ້າ. (ເຊີນຮັບ)

- ຂໍໃຫ້ພຣະພັກພຣະອົງຮຸ່ງແຈ້ງ ຢູ່ເໜືອຂ້າໃຊ້ຂອງພຣະອົງ ເດຊະພຣະຄຸນຂອງພຣະອົງ, ໂຜດຊ່ວຍຂ້າພະເຈົ້າໃຫ້ຮອດ. ທ່ານທັງຫລາຍ ຜູ້ໄວ້ໃຈນຳພຣະອົງເຈົ້າ, ຈົ່ງກ້າຫານ ແລະມີໃຈເຂັ້ມແຂງເຖີດ. (ເຊີນຮັບ)


ບົດອ່ານທີ 2  (ຮບ 4:14-16; 5:7-9)

“ຍ້ອນພຣະອົງຊົງຮຽນເອົາຄວາມນົບນອບ, ພຣະອົງຈຶ່ງເປັນບໍ່ເກີດແຫ່ງຄວາມຮອດ ແກ່ທຸກຄົນທີ່ເຊື່ອຟັງພຣະອົງ”.

ບົດອ່ານຈາກຈົດໝາຍ ຂຽນເຖິງຊາວເຮເບີຣ

ພີ່ນ້ອງທີ່ຮັກ, ຍ້ອນວ່າ ພວກເຮົາມີມະຫາສົງ ຜູ້ຍິ່ງໃຫຍ່ ຜູ້ໄດ້ຜ່ານສະຫວັນ ຊັ້ນຟ້າແລ້ວ, ນັ້ນຄື ພຣະເຢຊູ ພຣະບຸດຂອງພຣະເຈົ້າ. ພວກເຮົາຈົ່ງຕັ້ງໝັ້ນ ໃນການສຳແດງຄວາມເຊື່ອເຖີດ. ເຫດວ່າ ພວກເຮົາບໍ່ມີມະຫາສົງ ທີ່ບໍ່ສາມາດເວດທະນາ ນຳຄວາມອ່ອນແອ ຂອງພວກເຮົາ; ແຕ່ພຣະອົງໄດ້ຜ່ານການທົດລອງ ໃນທຸກຢ່າງມາແລ້ວ ຕາມທຳນອງດຽວກັນ ກັບພວກເຮົາ, ເວັ້ນເສຍແຕ່ການບາບ. ດັ່ງນີ້ ພວກເຮົາຈົ່ງແນ່ໃຈ ກ້າວສູ່ພະທີ່ນັ່ງ ແຫ່ງພຣະຄຸນ ເພື່ອຈະໄດ້ຮັບພຣະເມດຕາກະລຸນາ ແລະຈະໄດ້ພົບພຣະຄຸນມາຊ່ວຍເຫລືອ ໃນເວລາອັນເໝາະສົມ.

ພຣະອົງນີ້ແຫລະ ໃນເວລາຈຳເລີນຊີວິດ ເປັນມະນຸດ ໄດ້ຂາບໄຫວ້ ວອນຂໍ ຕໍ່ພຣະຜູ້ຊົງສາມາດຈະຊ່ວຍ ໃຫ້ພົ້ນຄວາມຕາຍໄດ້ ດ້ວຍສຽງດັງແລະນ້ຳຕາ, ແລະກໍໄດ້ສົມປາດຖະໜາ ຍ້ອນເຫັນແກ່ ຄວາມເຄົາລົບຢຳເກງຂອງພຣະອົງ. ແມ່ນວ່າ ພຣະອົງຊົງເປັນພຣະບຸດເຈົ້າແທ້ ກໍຍັງຍອມຮຽນເອົາຄວາມນົບນອບ ຈາກການທົນທຸກທໍຣະມານ ທີ່ພຣະອົງໄດ້ຮັບ. ແລະເມື່ອພຣະອົງ ໄດ້ຊົງພຽບພ້ອມບໍລິບູນແລ້ວ ກໍກາຍເປັນບໍ່ເກີດແຫ່ງຄວາມຮອດນິຣັນດອນ ແກ່ທຸກຄົນ ທີ່ເຊື່ອຟັງພຣະອົງ.


ກ່ອນພຣະວໍຣະສານ  (ຟລ. 2:8-9)

ພຣະກຣິສໂຕເຈົ້າ ໄດ້ຖ່ອມຕົວລົງ ຈົນເຖິງສິ້ນພຣະຊົນ ແລະສິ້ນພຣະຊົນເທິງໄມ້ກາງເຂນ ດ້ວຍເຫດນີ້ ພຣະເປັນເຈົ້າ ໄດ້ຍົກຍໍພຣະອົງ ແລະປະທານພຣະນາມ ອັນເລີດກວ່າ ພຣະນາມທັງໝົດໃຫ້.


ພຣະວໍຣະສານ  (ຢງ. 18:1-40 ; 19:1-42)

ພຣະມະຫາທໍຣະມານຂອງພຣະເຢຊູເຈົ້າ ໂດຍນັກບຸນຢວງ

ເລົ່າເລື່ອງ: ໃນເວລານັ້ນ, ພຣະເຢຊູເຈົ້າ ສະເດັດຂ້າມຫ້ວຍເຊດຣອນ ພ້ອມກັບພວກລູກສິດຂອງພຣະອົງ. ຢູ່ຟາກນັ້ນມີສວນ, ພຣະອົງທັງພວກລູກສິດກໍພາກັນເຂົ້າໄປໃນສວນນັ້ນ.

ຢູດາ ຜູ້ທໍລະຍົດ ຮູ້ຈັກບ່ອນນັ້ນດີ ຍ້ອນພຣະເຢຊູເຈົ້າກັບພວກລູກສິດເຄີຍໄປຊຸມກັນຢູ່ບ່ອນນັ້ນຫລາຍເທື່ອມາແລ້ວ. ຢູດາພາພວກທະຫານ ແລະຄົນໃຊ້ຂອງພວກພະສົງຜູ້ໃຫຍ່ ແລະຂອງພວກຟາຣີເຊວ ມາໃນສວນນັ້ນ ຖືທັງໂຄມກະບອງ ແລະເຄື່ອງອາວຸດພ້ອມດ້ວຍ. ສ່ວນພຣະເຢຊູເຈົ້າ ພຣະອົງຮູ້ຈັກທຸກສິ່ງທຸກຢ່າງ ທີ່ຈະເປັນມາແກ່ຕົວ ພຣະອົງ, ພຣະອົງເລີຍອອກໄປຫາພວກເຂົາ ແລ້ວກ່າວກັບເຂົາວ່າ:

ພຣະເຢຊູ: “ພວກເຈົ້າມາຊອກຫາຜູ້ໃດ?”

ເລົ່າເລື່ອງ: ພວກເຂົາຕອບວ່າ:

ຝູງຄົນ: “ມາຫາເຢຊູຊາວບ້ານນາຊາແຣັດ.”

ເລົ່າເລື່ອງ: ພຣະເຢຊູເຈົ້າກ່າວຕອບວ່າ:

ພຣະເຢຊູ: “ແມ່ນເຮົານີ້ແລ້ວ.”

ເລົ່າເລື່ອງ: ຢູດາ ຜູ້ມອບພຣະອົງ ກໍຢູ່ນຳໝູ່ດ້ວຍ. ພໍພຣະອົງກ່າວວ່າ: “ແມ່ນເຮົານີ້ແລ້ວ.” ພວກເຂົາກໍຖອຍຫລັງ ແລະລົ້ມຟາດລົງດິນ. ພຣະອົງເລີຍຖາມເຂົາໃໝ່ອີກວ່າ:

ພຣະເຢຊູ: “ພວກເຈົ້າມາຊອກຫາຜູ້ໃດ?”

ເລົ່າເລື່ອງ: ພວກເຂົາຕອບວ່າ:

ຝູງຄົນ: “ມາຫາເຢຊູຊາວບ້ານນາຊາແຣັດ.”

ເລົ່າເລື່ອງ: ພຣະເຢຊູເຈົ້າກ່າວວ່າ:

ພຣະເຢຊູ: “ເຮົາບອກພວກເຈົ້າແລ້ວວ່າ ເຢຊູຊາວບ້ານນາຊາແຣັດ ແມ່ນເຮົາເອງ. ຖ້າແມ່ນພວກເຈົ້າ ມາຊອກຫາເຮົາຈິງ, ກໍໃຫ້ປ່ອຍພວກຊຸມນີ້ໄປເສຍ.”

ເລົ່າເລື່ອງ: ດັ່ງນີ້ ກໍຖືກຕາມພຣະຄຳພີ ທີ່ໄດ້ຂຽນບອກວ່າ: “ພວກທີ່ພຣະອົງໄດ້ມອບໝາຍໃຫ້ລູກນີ້, ລູກບໍ່ໄດ້ເຮັດໃຫ້ເສຍຈັກຄົນ.”

ຊີມອນເປໂຕ ມີງ້າວດວງໜຶ່ງ ເລີຍດຶງອອກຈາກຟັກ ແລະຟັນຄົນໃຊ້ຂອງຫົວໜ້າພຣະສົງ ຖືກໃບຫູເບື້ອງຂວາຂາດ. ຄົນໃຊ້ນັ້ນຊື່ວ່າ “ມັນໂກ”. ພຣະເຢຊູເຈົ້າເລີຍກ່າວກັບເປໂຕວ່າ:

ພຣະເຢຊູ: “ເອົາງ້າວເຂົ້າຟັກເສຍ. ຈອກກາລິດ ທີ່ພຣະບິດາມອບໃຫ້ເຮົານັ້ນ ເຮົາຈະບໍ່ດື່ມບໍ?”

ເລົ່າເລື່ອງ: ແລ້ວພວກທະຫານທັງຫົວໜ້າ ແລະພວກຄົນໃຊ້ຢິວ ຫຸ້ມກັນຈັບພຣະເຢຊູເຈົ້າ ແລະມັດພຣະອົງໄວ້. ພວກເຂົານຳພຣະອົງ ໄປວັງຂອງອັນນາ ເສຍກ່ອນ, ຍ້ອນອັນນານັ້ນ ແມ່ນພໍ່ເຖົ້າຂອງໄກຟາ ຜູ້ເປັນຫົວພຣະສົງ ໃນປີນັ້ນ. ໄກຟາແມ່ນຜູ້ໄດ້ໃຫ້ຄວາມຄິດຄວາມເຫັນອັນນີ້ ແກ່ພວກຢິວ ຄື “ໃຫ້ຄົນຜູ້ດຽວຕາຍ ຕາງລາດສະດອນທັງໝົດ ກໍດີກວ່າ.”

ຊີມອນເປໂຕ ກັບລູກສິດອີກຜູ້ໜຶ່ງ ກໍຕິດຕາມພຣະເຢຊູເຈົ້າໄປດ້ວຍ. ລູກສິດຜູ້ນັ້ນຮູ້ຈັກດີ ກັບຫົວໜ້າພຣະສົງ ຈຶ່ງໄດ້ເຂົ້າໄປ ໃນລານລາດຊະວັງຂອງ ຫົວໜ້າພຣະສົງ ນຳພຣະເຢຊູເຈົ້າ. ສ່ວນເປໂຕ ຢຸດຢູ່ປະຕູທາງນອກ, ລູກສິດຜູ້ຮູ້ຈັກກັບຫົວໜ້າພຣະສົງໄດ້ອອກມາເວົ້າສອງສາມຄວາມ ກັບຍິງຜູ້ເຝົ້າ ປະຕູ ແລ້ວກໍພາເປໂຕ ເຂົ້າໄປໃນນຳ. ສາວຜູ້ເຝົ້າປະຕູເວົ້າກັບເປໂຕວ່າ:

ຍິງຄົນໃຊ້: “ເຈົ້ານີ້ບໍ່ແມ່ນລູກສິດຂອງຄົນນັ້ນບໍ?”

ເລົ່າເລື່ອງ: ເປໂຕຕອບວ່າ:

ເປໂຕ: “ບໍ່ແມ່ນດອກ.”

ເລົ່າເລື່ອງ: ພວກຄົນໃຊ້ ກັບພວກທະຫານ ພາກັນດັງໄຟ ຍ້ອນມັນໜາວ ແລະນັ່ງຜິງໄຟຢູ່. ເປໂຕ ກໍຢູ່ນຳເຂົາ ແລະຜີງໄຟດ້ວຍ.

ຫົວໜ້າພຣະສົງ ເລີຍຖາມພຣະເຢຊູເຈົ້າ ເລື່ອງພວກລູກສິດ ແລະຄຳສອນຂອງພຣະອົງ. ພຣະເຢຊູເຈົ້າກ່າວຕອບວ່າ:

ພຣະເຢຊູ: “ເຮົາໄດ້ປາກເວົ້າ ຜູ້ຄົນຢ່າງເປີດເຜີຍ, ເຮົາໄດ້ສັ່ງສອນຢູ່ໃນໂຮງທຳ ແລະຢູ່ໃນພຣະວິຫານ, ບ່ອນພວກຢິວເຄີຍມາຊຸມນຸມກັນສະເໝີ. ເຮົາບໍ່ໄດ້ສອນຫຍັງຢູ່ບ່ອນລີ້ລັບເລີຍ. ເຫດໃດທ່ານຈຶ່ງຖາມເຮົາ? ເຊີນຖາມພວກທີ່ໄດ້ຍິນໄດ້ຟັງ ສິ່ງທີ່ເຮົາໄດ້ສັ່ງສອນເຂົານັ້ນເສຍ ເຂົາຮູ້ຈັກດີວ່າ ເຮົາໄດ້ເວົ້າສິ່ງໃດແດ່.”

ເລົ່າເລື່ອງ: ພໍພຣະອົງຊົງເວົ້າຄວາມນີ້ແລ້ວ, ກໍມີທະຫານເຝົ້າຜູ້ໜຶ່ງທີ່ຢູ່ທີ່ນັ້ນ ຟາດໜ້າພຣະອົງ ພ້ອມທັງເວົ້າວ່າ:

ທະຫານ: “ເຈົ້າຕອບກັບຫົວໜ້າພຣະສົງແບບນີ້ບໍ?”

ເລົ່າເລື່ອງ: ພຣະເຢຊູເຈົ້າກ່າວຕອບວ່າ:

ພຣະເຢຊູ: “ຖ້າເຮົາເວົ້າຜິດ ກໍໃຫ້ສະແດງຄວາມຜິດນັ້ນອອກມາ, ແຕ່ຖ້າວ່າເຮົາເວົ້າຖືກຕ້ອງ ເປັນຫຍັງເຈົ້າຈຶ່ງຕີເຮົາ?”

ເລົ່າເລື່ອງ: ອັນນາເລີຍສົ່ງພຣະເຢຊູເຈົ້າ ທີ່ຍັງຖືກມັດຢູ່ ໄປຫາໄກຟາ ຜູ້ເປັນຫົວໜ້າພຣະສົງໃນປີນັ້ນ. ໃນເວລານັ້ນ ຊີມອນເປໂຕກໍຜີງໄຟຢູ່. ພວກຄົນ ຜີງໄຟນຳກັນເວົ້າໃສ່ເປໂຕວ່າ:

ຝູງຄົນ: “ເຈົ້າບໍ່ແມ່ນລູກສິດຂອງຄົນນັ້ນບໍ?”

ເລົ່າເລື່ອງ: ເປໂຕ ປະຕິເສດວ່າ:

ເປໂຕ: “ບໍ່ແມ່ນດອກ.”

ເລົ່າເລື່ອງ: ມີທະຫານເຝົ້າຜູ້ໜຶ່ງ ຊຶ່ງເປັນພີ່ນ້ອງ ກັບຄົນທີ່ຖືກເປໂຕຕັດຫູເວົ້າວ່າ:

ທະຫານ: “ບໍ່ແມ່ນຂ້ອຍໄດ້ເຫັນເຈົ້າຢູ່ໃນສວນກັບຄົນຜູ້ນັ້ນບໍ?”

ເລົ່າເລື່ອງ: ເປໂຕປະຕິເສດອີກ. ທັນໃດນັ້ນໄກ່ກໍຂັນ.

ແລ້ວພວກເຂົາໄດ້ພາພຣະເຢຊູເຈົ້າ ອອກຈາກວັງຂອງໄກຟາໄປສານ. ເວລານັ້ນແມ່ນເວລາເຊົ້າ, ພວກເຂົາເອງບໍ່ເຂົ້າໄປໃນສານ ເພື່ອບໍ່ໃຫ້ຖືກເປື້ອນໝອງ, ແລະດັ່ງນີ້ຈຶ່ງຮັບກິນລູກແກະປາສກາໄດ້. ປີລາໂຕເລີຍອອກມາທາງນອກ ແລະບອກວ່າ:

ປີລາໂຕ: “ພວກເຈົ້າຟ້ອງຄົນນີ້ໃນເລື່ອງໃດ?”

ເລົ່າເລື່ອງ: ພວກເຂົາຕອບວ່າ:

ຝູງຄົນ: “ຖ້າຜູ້ນີ້ ບໍ່ແມ່ນຄົນທຳຜິດກົດໝາຍແລ້ວ, ພວກເຮົາກໍບໍ່ເອົາມາມອບໃຫ້ທ່ານດອກ.”

ເລົ່າເລື່ອງ: ປີລາໂຕຈຶ່ງເວົ້ານຳພວກເຂົາວ່າ:

ປີລາໂຕ: “ໃຫ້ພວກເຈົ້າຮັບເອົາເພິ່ນໄປເສຍ, ແລ້ວຕັດສິນລົງໂທດເພິ່ນຕາມກົດໝາຍຂອງພວກເຈົ້າ.”

ເລົ່າເລື່ອງ: ພວກຢິວຕອບວ່າ:

ຝູງຄົນ: “ພວກເຮົາບໍ່ມີສິດຂ້າໃຜໄດ້.”

ເລົ່າເລື່ອງ: ທັງນີ້ ເພື່ອຖືກຕາມພຣະວາຈາຂອງພຣະເຢຊູເຈົ້າ, ຊຶ່ງພຣະອົງເຄີຍເວົ້າມາແລ້ວວ່າ ພຣະອົງຈະສິ້ນພຣະຊົນຢ່າງໃດ. ແລ້ວປີລາໂຕກໍເຂົ້າໄປໃນສານ ຮຽກເອົາຕົວພຣະເຢຊູເຈົ້າ, ແລ້ວຖາມ ພຣະອົງວ່າ:

ປີລາໂຕ: “ທ່ານແມ່ນກະສັດຂອງພວກຢິວບໍ?”

ເລົ່າເລື່ອງ: ພຣະເຢຊູເຈົ້າກ່າວຕອບວ່າ:

ພຣະເຢຊູ: “ທ່ານເວົ້າຄວາມນີ້ດ້ວຍຕົວທ່ານເອງບໍ, ຫລືໄດ້ຍິນຄົນອື່ນເວົ້າກັບທ່ານເຖິງຕົວເຮົາກ່ອນແລ້ວບໍ?”

ເລົ່າເລື່ອງ: ປີລາໂຕຕອບວ່າ:

ປີລາໂຕ: “ເຮົານີ້ ແມ່ນຄົນຊາດຢິວບໍ? ແມ່ນຄົນຊາດຂອງທ່ານ ແລະພວກຫົວໜ້າສົງມອບທ່ານໃຫ້ເຮົາ, ດັ່ງນີ້ ທ່ານໄດ້ທຳສິ່ງໃດ?”

ເລົ່າເລື່ອງ: ພຣະເຢຊູເຈົ້າກ່າວຕອບວ່າ:

ພຣະເຢຊູ: “ອານາຈັກຂອງເຮົາບໍ່ແມ່ນຢູ່ໃນໂລກນີ້ດອກ, ຖ້າວ່າ ອານາຈັກຂອງເຮົາ ຢູ່ໃນໂລກນີ້ ບ່າວໄພ່ຂອງເຮົາກໍຈະພາກັນຕໍ່ສູ້ ເພື່ອບໍ່ໃຫ້ເຮົາຕ້ອງຕົກ ໃນມືຂອງພວກຢິວ ເປັນອັນຂາດ, ແຕ່ວ່າ ອານາຈັກຂອງເຮົາ ບໍ່ແມ່ນຢູ່ໃນໂລກນີ້.”

ເລົ່າເລື່ອງ: ປີລາໂຕເລີຍຖາມຊ້ຳອີກວ່າ:

ປີລາໂຕ: ດັ່ງນັ້ນທ່ານແມ່ນກະສັດບໍ?

ເລົ່າເລື່ອງ: ພຣະເຢຊູເຈົ້າກ່າວຕອບວ່າ:

ພຣະເຢຊູ: “ແມ່ນຄືທ່ານເວົ້າ. ເຮົາແມ່ນກະສັດ, ເຮົາເກີດມາແລະໄດ້ມາໃນໂລກນີ້ ເພື່ອເປັນຫລັກຖານພະຍານເຖິງຄວາມຈິງ, ຜູ້ໃດຢູ່ຝ່າຍຄວາມຈິງ ຜູ້ນັ້ນກໍຟັງສຽງຂອງເຮົາ.”

ເລົ່າເລື່ອງ: ປີລາໂຕເລີຍຖາມວ່າ:

ປີລາໂຕ: “ຄວາມຈິງແມ່ນຫຍັງ?”

ເລົ່າເລື່ອງ: ເວົ້າແລ້ວກໍອອກໄປຫາພວກຢິວອີກ, ແລະເວົ້າວ່າ:

ປີລາໂຕ: “ເຮົາບໍ່ເຫັນມີຫຍັງ ພໍລົງໂທດຄົນນີ້ເລີຍ, ແຕ່ພວກເຈົ້າເຄີຍມີທຳນຽມ ໃຫ້ເຮົາປ່ອຍນັກໂທດຜູ້ໜຶ່ງ ໃນວັນສະຫລອງປາສກາ. ດັ່ງນີ້ ພວກເຈົ້າຢາກໃຫ້ເຮົາປ່ອຍກະສັດຂອງຊາວຢິວບໍ?”

ເລົ່າເລື່ອງ: ພວກເຂົາຈຶ່ງພາກັນຮ້ອງສຽງດັງຂຶ້ນວ່າ:

ຝູງຄົນ: “ຢ່າປ່ອຍຄົນນີ້ ແຕ່ໃຫ້ປ່ອຍບາຣາບັດ.”

ເລົ່າເລື່ອງ: ບາຣາບັດນີ້ ແມ່ນນັກປຸ້ນ. ແລ້ວນັ້ນ ປີລາໂຕສັ່ງໃຫ້ຄຸມພຣະເຢຊູເຈົ້າໄປ, ແລະບອກໃຫ້ຂ້ຽນຕີພຣະອົງ. ພວກທະຫານໄດ້ເອົາໜາມມາຂົດເປັນວົງ ແລ້ວເອົາວາງໃສ່ສີສະພຣະອົງ, ແລະຍັງເອົາເສື້ອຍາວສີແດງ ມາຫົ່ມໃຫ້ພຣະອົງອີກດ້ວຍ. ພວກເຂົາພາກັນມາຫາພຣະອົງ ແລະເວົ້າວ່າ:

ທະຫານ: “ຂໍຂາບໄຫວ້ເຈົ້າຊີວິດຂອງຊາວຢິວ.”

ເລົ່າເລື່ອງ: ແລ້ວກໍຕົບໜ້າພຣະອົງ. ປີລາໂຕອອກມາຂ້າງນອກອີກ ແລະເວົ້າກັບພວກຢິວວ່າ:

ປີລາໂຕ: “ບັດນີ້ ເຮົາຈະໃຫ້ພາຄົນນີ້ອອກມາທາງນອກ, ເພື່ອໃຫ້ພວກເຈົ້າຮູ້ວ່າ ເຮົາບໍ່ເຫັນມີຫຍັງພໍລົງໂທດເພິ່ນໄດ້.”

ເລົ່າເລື່ອງ: ພຣະເຢຊູເຈົ້າຈຶ່ງອອກມາ ສວມມຸງກຸດໜາມ ແລະຫົ່ມເສື້ອສີແດງ. ປີລາໂຕ ເລີຍເວົ້າກັບພວກຢິວວ່າ:

ປີລາໂຕ: “ນີ້ແລ້ວ ຄົນຜູ້ນັ້ນ.”

ເລົ່າເລື່ອງ: ພໍເຫັນພຣະເຢຊູເຈົ້າ ພວກພຣະສົງຜູ້ໃຫຍ່ ແລະພວກຄົນໃຊ້ ພາກັນຮ້ອງຂຶ້ນວ່າ:

ຝູງຄົນ: “ເອົາມັນໄປຄຶງກາງເຂນ! ເອົາມັນໄປຄຶງກາງເຂນ!”

ເລົ່າເລື່ອງ: ປີລາໂຕເລີຍວ່າ:

ປີລາໂຕ: “ໃຫ້ພວກເຈົ້າຈັບເອົາໄປເອງ ແລະຄຶງກາງເຂນເພິ່ນເສຍ. ສ່ວນເຮົາ, ເຮົາບໍ່ເຫັນເພິ່ນມີຜິດຫຍັງເລີຍ.”

ເລົ່າເລື່ອງ: ພວກຢິວຕອບວ່າ:

ຝູງຄົນ: “ພວກເຮົາມີກົດໝາຍ ແລະຕາມກົດໝາຍນັ້ນ ຄົນນີ້ຕ້ອງຕາຍ ຍ້ອນເຂົາໄດ້ອວດຕົວເອງວ່າ ເປັນບຸດຂອງພຣະເປັນເຈົ້າ.”

ເລົ່າເລື່ອງ: ໄດ້ຍິນຄວາມນີ້ ປີລາໂຕກໍແຮງຕົກໃຈກວ່າອີກ. ຈຶ່ງຫລົບເຂົ້າໄປໃນສານ ແລະຖາມພຣະເຢຊູເຈົ້າອີກວ່າ:

ປີລາໂຕ: “ທ່ານມາແຕ່ໃສ?”

ເລົ່າເລື່ອງ: ແຕ່ພຣະເຢຊູເຈົ້າບໍ່ຊົງຕອບຫຍັງ. ປີລາໂຕເລີຍວ່າ:

ປີລາໂຕ: “ທ່ານບໍ່ຕອບຫຍັງເຮົາບໍ? ທ່ານບໍ່ຮູ້ບໍວ່າ ເຮົາມີສິດຄຶງກາງເຂນທ່ານ, ແລະ ມີສິດປ່ອຍທ່ານ?”

ເລົ່າເລື່ອງ: ພຣະເຢຊູເຈົ້າກ່າວຕອບວ່າ:

ພຣະເຢຊູ: “ທ່ານບໍ່ມີສິດຫຍັງ ໃນຕົວເຮົາເລີຍ, ຖ້າວ່າ ເບື້ອງບົນບໍ່ທານສິດນັ້ນໃຫ້. ດັ່ງນີ້ ພວກທີ່ມອບເຮົາໃຫ້ທ່ານຈຶ່ງມີບາບໜັກກວ່າ.”

ເລົ່າເລື່ອງ: ແຕ່ນັ້ນມາ ປີລາໂຕກໍຫາທາງປ່ອຍພຣະອົງ. ແຕ່ພວກຢິວຮ້ອງຂຶ້ນວ່າ:

ຝູງຄົນ: “ຖ້າທ່ານປ່ອຍຄົນນີ້, ທ່ານກໍຈະບໍ່ເປັນມິດສະຫາຍ ກັບພຣະເຈົ້າເຊຊາ ຍ້ອນວ່າ ຜູ້ໃດຖືຕົວເປັນເຈົ້າຊີວິດ ຜູ້ນັ້ນກໍຂັດສູ້ກັບພຣະເຈົ້າເຊຊາ.

ເລົ່າເລື່ອງ: ໄດ້ຍິນດັ່ງນີ້, ປີລາໂຕເລີຍນຳພຣະເຢຊູເຈົ້າ ອອກມາຂ້າງນອກ ແລ້ວ ນັ່ງຕັດສິນ ຢູ່ບ່ອນອັນຊື່ວ່າ “ກັບບາທາ” ມື້ນັ້ນ ແມ່ນມື້ຕຽມສະຫລອງປາສກາ ແລະແມ່ນເວລາປະມານທ່ຽງ. ປີລາໂຕເລີຍບອກພວກຢິວວ່າ:

ປີລາໂຕ: “ນີ້ແລ້ວ ເຈົ້າຊີວິດຂອງພວກເຈົ້າ.”

ເລົ່າເລື່ອງ: ພວກເຂົາເລີຍຮ້ອງຂຶ້ນວ່າ:

ຝູງຄົນ: ເອົາໄປຂ້າ! ເອົາໄປຂ້າ! ເອົາໄປຄຶງກາງເຂນ.”

ເລົ່າເລື່ອງ: ປີລາໂຕຕອບວ່າ:

ປີລາໂຕ: “ຈະໃຫ້ເຮົາຄຶງກາງເຂນເຈົ້າຊີວິດຂອງພວກເຈົ້າບໍ?”

ເລົ່າເລື່ອງ: ພວກພຣະສົງຜູ້ໃຫຍ່ຕອບວ່າ:

ພຣະສົງ: ນອກຈາກພຣະເຈົ້າເຊຊາແລ້ວ ພວກເຮົາບໍ່ມີເຈົ້າຊີວິດອົງອື່ນອີກເລີຍ.

ເລົ່າເລື່ອງ: ປີລາໂຕເລີຍມອບພຣະອົງ ໃຫ້ພວກເຂົາເອົາໄປຄຶງກາງເຂນ, ພວກເຂົາເລີຍຈັບກຸມເອົາພຣະເຢຊູເຈົ້າໄປ.

ພຣະອົງໄດ້ແບກກາງເຂນດ້ວຍຕົນເອງ ອອກຈາກເມືອງໄປຫາບ່ອນທີ່ຊື່ວ່າ: “ໂພນກະໂຫລກຫົວ”, ພາສາຢິວເອີ້ນວ່າ: “ຄອນໂຄທາ”. ຢູ່ບ່ອນນັ້ນແລ້ວ, ພວກເຂົາໄດ້ຄຶງກາງເຂນພຣະອົງ, ແລະຍັງໄດ້ຄຶງສອງຄົນອີກຢູ່ຄົນລະຂ້າງ, ພຣະເຢຊູເຈົ້າຢູ່ກາງ. ປີລາໂຕໄດ້ແຕ່ງປ້າຍ ແລະສັ່ງບອກໃຫ້ຕອກຕິດໃສ່ກາງເຂນ. ໃນປ້າຍນັ້ນມີຂໍ້ຄວາມຂຽນໄວ້ວ່າ: “ເຢຊູຊາວບ້ານນາຊາແຣັດ ເຈົ້າຊີວິດຂອງຊາດຢິວ.” ມີພວກຢິວອ່ານປ້າຍນີ້ໄດ້ ຍ້ອນວ່າ ບ່ອນເຂົາຄຶງກາງເຂນພຣະເຢຊູເຈົ້ານັ້ນ ຢູ່ໃກ້ໆເມືອງ, ແລະປ້າຍນັ້ນຂຽນເປັນພາສາຢິວ ພາສາລາຕິນ ແລະພາສາເກັຣກ. ພວກພຣະສົງຜູ້ໃຫຍ່ໄດ້ທູນປີລາໂຕວ່າ:

ພຣະສົງ: “ບໍ່ຕ້ອງຂຽນວ່າ: ເຈົ້າຊີວິດຂອງຊາດຢິວ, ແຕ່ໃຫ້ຂຽນວ່າ: “ຄົນຜູ້ນີ້ໄດ້ເວົ້າວ່າ ເຮົາແມ່ນເຈົ້າຊີວິດຂອງຊາດຢິວ.”

ເລົ່າເລື່ອງ: ປີລາໂຕຕອບວ່າ:

ປີລາໂຕ: “ເຮົາໄດ້ຂຽນແນວໃດ ກໍປະໄວ້ແນວນັ້ນ.”

ເລົ່າເລື່ອງ: ເມື່ອເວລາພວກທະຫານ ໄດ້ຄຶງກາງເຂນພຣະເຢຊູເຈົ້າແລ້ວ, ພວກເຂົາກໍໄດ້ເອົາເສື້ອຜ້າຂອງພຣະອົງ ມາແບ່ງເປັນສີ່ສ່ວນ, ທະຫານຜູ້ໜຶ່ງເອົາສ່ວນໜຶ່ງ. ເສື້ອຍາວເຂົາກໍເອົາດ້ວຍ, ເສື້ອຍາວນີ້ບໍ່ມີບ່ອນຫຍິບ, ຕ່ຳອອກເປັນຜືນເລີຍ. ພວກເຂົາເວົ້າກັນວ່າ:

ທະຫານ: “ຢ່າຈີກເສື້ອນີ້ເລີຍ, ແຕ່ໃຫ້ຈັບສະຫລາກເອົາວ່າ ໃຜຈະໄດ້.”

ເລົ່າເລື່ອງ: ນີ້ກໍເພື່ອໃຫ້ຖືກຕ້ອງຕາມພຣະຄຳພີ ທີ່ໄດ້ຂຽນບອກວ່າ: “ເຂົາຈະເອົາເສື້ອຜ້າໄປແບ່ງປັນກັນ. ສ່ວນເສື້ອຍາວນັ້ນ ເຂົາໄດ້ຈັບສະຫລາກເອົາ.” ພວກທະຫານກໍໄດ້ທຳຕາມດັ່ງນີ້ແລ້ວ.

ຢູ່ຕີນກາງເຂນຂອງພຣະເຢຊູເຈົ້າ ມີພຣະມານດາ ເອື້ອຍພຣະມານດາ, ນາງມາຣີພັນລະຍາຂອງໂກລປາດ, ແລະນາງມາຣີອາມັກດາເລນາຢືນຢູ່. ພຣະເຢຊູເຈົ້າ ຊົງທອດພຣະເນດເຫັນພຣະມານດາ, ແລະຢູ່ໃກ້ໆພຣະມານດາ ມີລູກສິດທີ່ພຣະອົງຮັກຢືນຢູ່. ພຣະອົງເລີຍກ່າວກັບພຣະມານດາວ່າ:

ພຣະເຢຊູ: “ແມ່ເອີຍ! ນີ້ແລ້ວລູກຂອງແມ່.”

ເລົ່າເລື່ອງ: ແລ້ວກ່າວກັບລູກສິດຜູ້ນັ້ນວ່າ:

ພຣະເຢຊູ: “ນີ້ແລ້ວ! ແມ່ຂອງເຈົ້າ.”

ເລົ່າເລື່ອງ: ແຕ່ນັ້ນມາ, ລູກສິດຜູ້ນັ້ນກໍຮັບເອົາພຣະມານດາ ເມືອຢູ່ເຮືອນຂອງຕົນ. ເມື່ອພຣະເຢຊູເຈົ້າຮູ້ທຸກສິ່ງທຸກຢ່າງ ໄດ້ສຳເຫລັດຮຽບຮ້ອຍແລ້ວ, ທັງເພື່ອໃຫ້ຖືກຕ້ອງຕາມພຣະຄຳພີ, ພຣະອົງເລີຍກ່າວວ່າ:

ພຣະເຢຊູ: “ເຮົາຫິວນ້ຳ.”

ເລົ່າເລື່ອງ: ຢູ່ບ່ອນນັ້ນ ມີນ້ຳເຕົ້າເຕັມດ້ວຍນ້ຳສົ້ມ, ເຂົາເລີຍເອົາຟອງທະເລຈຸ່ມນ້ຳສົ້ມ ສຽບໃສ່ປາຍຫອກ ແປະໃສ່ພຣະໂອດໃຫ້ພຣະອົງ. ຮັບແລ້ວ ພຣະອົງເລີຍກ່າວວ່າ:

ພຣະເຢຊູ: “ທຸກສິ່ງສຳເຫລັດຮຽບຮ້ອຍແລ້ວ.”

ເລົ່າເລື່ອງ: ແລ້ວກໍງ່ຽງສີສະ ແລະສິ້ນພຣະຊົນ.

(ຮອດເວລານີ້ຢຸດເຊົາ ແລ້ວຄູ້ເຂົ່າລົງຄາວໜຶ່ງເສຍກ່ອນ)

ເລົ່າເລື່ອງ: ມື້ນັ້ນ ແມ່ນມື້ຕຽມບຸນປາສກາ, ແລະເພື່ອບໍ່ໃຫ້ມີສົບຄ້າງຢູ່ເທິງກາງເຂນໃນວັນເສົາ, ຍ້ອນວັນເສົານັ້ນ ແມ່ນວັນສະຫລອງໃຫຍ່. ພວກຢິວຈຶ່ງຂໍອະນຸຍາດນຳປີລາໂຕ ຫັກຂາພວກນັກໂທດ ແລ້ວເອົາສົບໜີ. ພວກທະຫານ ກໍໄດ້ພາກັນມາຫັກຂານັກໂທດ ຄົນທີໜຶ່ງ ແລະຄົນທີສອງ ທີ່ຖືກຄຶງພ້ອມກັບພຣະເຢຊູເຈົ້າ. ພໍມາຮອດພຣະເຢຊູເຈົ້າ ແລະເຫັນວ່າ ພຣະອົງສິ້ນພຣະຊົນແລ້ວ ກໍເລີຍບໍ່ຫັກຂາພຣະອົງ, ແຕ່ມີທະຫານຜູ້ໜຶ່ງ ເອົາຫອກແທງສ້ວງພຣະອົງ, ເລີຍມີເລືອດແລະນ້ຳໄຫລອອກມາ. ຜູ້ໄດ້ເຫັນກໍໃຫ້ພະຍານຫລັກຖານກ່ຽວກັບເລື່ອງນີ້. ແມ່ນຫລັກຖານອັນແທ້ຈິງ, ແລະຜູ້ນັ້ນຮູ້ດີວ່າເພິ່ນເວົ້າຈິງ ເພື່ອໃຫ້ພວກທ່ານເຊື່ອນຳດ້ວຍ. ຍ້ອນວ່າ ສິ່ງເຫລົ່ານີ້ໄດ້ເປັນມາ ກໍເພື່ອໃຫ້ຖືກຕ້ອງຕາມທີ່ໄດ້ຂຽນໄວ້ວ່າ: “ເຂົາຈະບໍ່ຫັກກະດູກຂອງເພິ່ນ ແມ່ນແຕ່ອັນດຽວ” ແລະອີກບ່ອນໜຶ່ງກໍໄດ້ຂຽນໄວ້ວ່າ: “ພວກເຂົາຈະຈ້ອງຕາເບິ່ງ ຜູ້ທີ່ເຂົາໄດ້ແທງ.”

ແລ້ວນັ້ນ ທ່ານຢໍແຊຊາວບ້ານອາຣີມາທີ ຜູ້ເປັນລູກສິດຂອງພຣະເຢຊູເຈົ້າ ແຕ່ວ່າຢ່າງລັບໆ ຍ້ອນຢ້ານພວກຢິວ. ເພິ່ນໄດ້ໄປຂໍອະນຸຍາດນຳປີລາໂຕ ເພື່ອເອົາພຣະສົບຂອງພຣະເຢຊູເຈົ້າ ລົງຈາກກາງເຂນ. ປີລາໂຕກໍໄດ້ອະນຸຍາດໃຫ້. ແລ້ວເພິ່ນກໍໄດ້ເອົາພຣະສົບຂອງພຣະອົງໄປ. ທ່ານນີໂກແດມກໍມາດ້ວຍ, ແມ່ນເພິ່ນນີ້ແລ້ວ ແຕ່ກ່ອນໄດ້ມາຫາພຣະເຢຊູເຈົ້າ ໃນເວລາກາງຄືນ. ເພິ່ນໄດ້ເອົານ້ຳຫອມປະເສີດ ໜັກປະມານສາມໝື່ນມາພ້ອມດ້ວຍ. ເມື່ອໄດ້ເຊີນ ພຣະສົບຂອງພຣະເຢຊູເຈົ້າ ລົງມາແລ້ວ, ເອົາແພຫໍ່, ເອົານ້ຳຫອມອາບໃຫ້ ຕາມປະເພນີທີ່ພວກຢິວ ເຄີຍທຳເວລາຝັງສົບ. ຢູ່ບ່ອນພຣະອົງ ຖືກຄຶງໃສ່ກາງເຂນນັ້ນ ມີສວນຢູ່ສວນໜຶ່ງ ແລະໃນສວນນັ້ນມີຄູຫາໃໝ່ໆ ບໍ່ທັນຝັງຜູ້ໃດໃສ່ເລີຍ. ດັ່ງນີ້, ຍ້ອນແມ່ນມື້ຕຽມບຸນປາສກາ ແລະຍ້ອນມີຄູຫາ ຢູ່ໃກ້ໆພ້ອມແລ້ວ, ພວກເຂົາຈຶ່ງໄດ້ຝັງ ພຣະສົບຂອງພຣະເຢຊູເຈົ້າ ຢູ່ບ່ອນນັ້ນເລີຍ.


ບົດຮ່ຳເພິງ

ວັນນີ້ເປັນວັນດຽວໃນປີພິທີກຳທີ່ພຣະກຣິສຕະຈັກບໍ່ຖະຫວາຍບູຊາມິຊຊາ. ເປັນວັນດຽວຊຶ່ງພວກເຮົາບໍ່ເຫັນຮູບພາບສັກສິດອື່ນໃນວັດ, ນອກຈາກໄມ້ກາງເຂນ. ຍ້ອນວ່າ, ເປັນວັນທີ່ພຣະກຣິສຕະຈັກເຊື້ອເຊີນພວກເຮົາໃຫ້ເພັ່ງຊົມໄມ້ກາງເຂນຂອງພຣະເຢຊູເຈົ້າອັນເປັນເຄື່ອງໝາຍແຫ່ງຄວາມຮັກ, ຄວາມຫວັງແລະຄວາມຮອດຂອງມວນມະນຸດ.

- ຄວາມຮັກ: ຍ້ອນພຣະບິດາເຈົ້າໄດ້ຮັກມະນຸດຫລາຍຈົນໄດ້ປະທານລູກຊາຍດຽວຂອງພຣະອົງໃຫ້. ເພື່ອທຸກຄົນທີ່ເຊື່ອໃນພຣະບຸດນີ້ຈະໄດ້ຮອດຊີວິດ.

- ຄວາມຫວັງ: ເພາະພວກເຮົາຫວັງວ່າ ຖ້າພວກເຮົາຮ່ວມທຸກທໍລະມານນໍາພຣະອົງ, ນໍາພຣະອົງພວກເຮົາຈະໄດ້ຮອດ. ຖ້າພວກເຮົາຮ່ວມຕາຍນໍາພຣະອົງ, ນໍາພຣະອົງພວກເຮົາຈະມີຊີວິດ.

- ຄວາມຮອດ: ອາໄສການຕາຍຂອງພຣະເຢຊູເຈົ້າບົນໄມ້ກາງເຂນ, ພຣະອົງໄດ້ນໍາເອົາພຣະຄຸນແຫ່ງການໄຖ່ກູ້ມາໃຫ້ພວກເຮົາ. ເພາະນ້ຳທີ່ໄຫລອອກຈາກພຣະສີຂ້າງຂອງພຣະອົງນັ້ນໄດ້ຊໍາລະລ້າງພວກເຮົາໃຫ້ບໍລິສຸດ, ແລະເລືອດທີ່ອອກຈາກພຣະສີຂ້າງຂອງພຣະອົງນັ້ນໄດ້ເປັນອາຫານລ້ຽງວິນຍານພວກເຮົາ.


ບົດພາວະນາ

ຂໍໃຫ້ວັນສຸກສັກສິດນີ້, ວັນທີ່ພຣະເຢຊູເຈົ້າສິ້ນພຣະຊົນບົນໄມ້ກາງເຂນເພື່ອພວກເຮົາ ຊ່ວຍພວກເຮົາສໍານຶກເຖິງບາບຜິດທີ່ພວກເຮົາໄດ້ກະທໍາ ອັນແມ່ນສາເຫດທໍາໃຫ້ພຣະເຢຊູເຈົ້າຕ້ອງຕາຍ. ຂໍໃຫ້ພວກເຮົາມີໃຈຄຽດຊັງບາບແລະພະຍາຍາມບໍ່ກະທໍາຜິດຕໍ່ພຣະອົງອີກ. ແລ້ວຫັນມາຮັບການອະໄພຈາກພຣະອົງດ້ວຍເທີ້ນ. ອາແມນ.


(ຄຸນພໍ່ ອັງຕວນ ກຽດຕິສັກ)