ຟັງພຣະວໍຣະສານ ບົດຮ່ຳເພິງ ແລະບົດພາວະນາ
ກ່ອນແຫ່ໃບລານ
ພຣະວໍຣະສານ (ມກ. 11: 1-10)
“ຂໍຖະຫວາຍພອນໃຫ້ທ່ານຜູ້ສະເດັດມາ ເດຊະພຣະນາມຂອງພຣະອົງເຈົ້າ.”
ພຣະວໍຣະສານ ໂດຍນັກບຸນມັກໂກ
ເມື່ອພຣະເຢຊູເຈົ້າ ກັບພວກລູກສິດ ສະເດັດມາໃກ້ນະຄອນເຢຣູຊາແລມ ແລະມາເຖິງບ້ານເບທານີ ທີ່ຢູ່ຕີນພູໝາກກອກ, ພຣະອົງຊົງໃຊ້ລູກສິດສອງຄົນໄປ ພ້ອມທັງສັ່ງວ່າ: “ຈົ່ງໄປບ້ານ ທີ່ຢູ່ຕໍ່ໜ້າພຸ້ນ, ເມື່ອໄປຮອດແລ້ວ ພວກເຈົ້າຈະເຫັນລູກລາລ່າມຢູ່. ລາຕົວນີ້ ບໍ່ທັນມີໃຜເຄີຍຂີ່. ຈົ່ງແກ້ເອົາ ແລະຈູງມາໃຫ້ເຮົາ. ຖ້າມີໃຜຖາມວ່າ: ເຮັດຫຍັງນັ້ນ? ກໍໃຫ້ຕອບເຂົາວ່າ: ພຣະອົງເຈົ້າຕ້ອງການ ແລະຈະເອົາຄືນມາ ສົ່ງໃຫ້ໃນໄວໆນີ້. ພວກລູກສິດທັງສອງ ກໍພາກັນໄປ ແລະເຫັນລູກລາລ່າມຢູ່ ໜ້າປະຕູນອກທາງ, ຈຶ່ງເຂົ້າໄປແກ້ເອົາ. ໃນພວກທີ່ຢູ່ທີ່ນັ້ນ ມີລາງຄົນຮ້ອງຖາມວ່າ: “ແກ້ເອົາລາໄປເຮັດຫຍັງ?” ພວກລູກສິດກໍຕອບ ຕາມທີ່ພຣະເຢຊູເຈົ້າໄດ້ສັ່ງ. ເຂົາເລີຍປະໃຫ້ແກ້ເອົາໄປ. ແລ້ວລູກສິດທັງສອງ ກໍຈູງລູກລາ ມາຫາພຣະເຢຊູເຈົ້າ. ພວກເຂົາແກ້ເສື້ອຕຸ້ມຂອງຕົນ ມາປູເທິງຫລັງມັນ ແລ້ວເຊີນພຣະເຢຊູເຈົ້າ ສະເດັດປະທັບນັ່ງ. ຫລາຍໆຄົນ ແກ້ເສື້ອຕຸ້ມຂອງຕົນ ມາປູລົງຕາມທາງສະເດັດ. ລາງຄົນກໍເອົາກິ່ງໄມ້ ທີ່ຕັດມາແຕ່ທົ່ງ ປູຢາຍຕາມທາງ. ຝູງຄົນທີ່ແຫ່ຢູ່ທາງໜ້າ ແລະທາງຫລັງ ພ້ອມກັນໂຮຮ້ອງວ່າ: “ໂຮຊັນນາ! ຂໍຖະຫວາຍພອນ ແດ່ທ່ານຜູ້ສະເດັດມາ ເດຊະພຣະນາມຂອງພຣະອົງເຈົ້າ. ຂໍຖະຫວາຍພອນ ໃຫ້ລາດຊະອານາຈັກຂອງພະຍາດາວິດ ບັນພະບຸຣຸດຂອງພວກເຮົາ ທີ່ກຳລັງຈະມາເຖິງ. ໂຮຊັນນາ ຢູ່ສະຫວັນສູງສຸດ”.
ໃນມິຊຊາ
ບົດອ່ານທີ 1 (ອຊຢ. 50:4-7)
“ຂ້າພະເຈົ້າ ຈະບໍ່ປິ່ນໜ້າ ໜີຈາກ ຜູ້ທີ່ຖົ່ມນ້ຳລາຍໃສ່ ຍ້ອນຮູ້ວ່າ ຂ້າພະເຈົ້າຈະບໍ່ຖືກອັບອາຍຂາຍໜ້າ”.
ບົດອ່ານຈາກໜັງສື ຂອງປະພາສົກ ອີຊາຢາ
ພຣະອົງພຣະເຈົ້າ ໄດ້ປະທານໃຫ້ຂ້າພະເຈົ້າມີລີ້ນ ເພື່ອຈະໄດ້ໃຊ້ຕາມທີ່ໄດ້ຮຽນຮູ້ ມາຈາກອາຈານ ສຳລັບຊ່ວຍຜູ້ອ່ອນກຳລັງ ດ້ວຍຖ້ອຍຄຳຂອງຂ້າພະເຈົ້າ; ທຸກໆວັນ ພຣະອົງໄດ້ຮ້ອງໃສ່ຫູ ປຸກຂ້າພະເຈົ້າໃຫ້ຕື່ນ ເພື່ອຟັງອາຈານ ເໝືອນດັ່ງພວກລູກສິດ. ພຣະອົງພຣະເຈົ້າ ໄດ້ເປີດຫູຂ້າພະເຈົ້າ, ສ່ວນຂ້າພະເຈົ້າ ກໍບໍ່ໄດ້ຂັດຂີນ ແລະປິ່ນຫລັງໃສ່. ຂ້າພະເຈົ້າໄດ້ກົ່ງຫລັງ ໃຫ້ເຂົາຕີ ປິ່ນໜ້າໃຫ້ເຂົາຕົບ, ຂ້າພະເຈົ້າບໍ່ໄດ້ປິ່ນໜ້າ ໜີຈາກຜູ້ທີ່ເວົ້າຫຍາບຄາຍ ແລະຖົ່ມນ້ຳລາຍໃສ່. ແຕ່ພຣະອົງເຈົ້າ ຊົງຊ່ວຍຂ້າພະເຈົ້າ ເພາະສະນັ້ນ ຂ້າພະເຈົ້າ ຈຶ່ງບໍ່ເສຍປຽບລຽບໜ້າ. ດ້ວຍເຫດນີ້ ຂ້າພະເຈົ້າ ໄດ້ທຳໃຫ້ໜ້າຂອງຂ້າພະເຈົ້າ ແຂງກະດ້າງ ເໝືອນດັ່ງກ້ອນຫີນ, ຍ້ອນຂ້າພະເຈົ້າຮູ້ວ່າ ຈະບໍ່ຖືກອັບອາຍຂາຍໜ້າ.
ເພງສັກສິດ (ພສສ. 21:8-9:17-18ກ:19-20:23-24)
ຮັບ: “ໂອພຣະອົງເຈົ້າ! ໂອພຣະອົງເຈົ້າ! ເປັນຫຍັງ ພຣະອົງຈຶ່ງປະຖິ້ມຂ້າພະເຈົ້າ?”
- ທຸກຄົນທີ່ແນມເຫັນຂ້າພະເຈົ້າ ກໍເຢີ້ຍຢັນ, ພວກເຂົາເບະສົບໃສ່ ສັ່ນຫົວ ແລະເວົ້າວ່າ: “ມັນມອບຕົນໃຫ້ພຣະອົງເຈົ້າແລ້ວ, ກໍໃຫ້ພຣະອົງຊ່ວຍມັນ ໃຫ້ພຣະອົງຊ່ວຍມັນໃຫ້ຮອດ ຍ້ອນມັນຊອບພຣະໄທຂອງພຣະອົງ”. (ເຊີນຮັບ)
- ຝູງໝາອ້ອມຮອບຂ້າພະເຈົ້າແລ້ວ, ພວກຄົນຊົ່ວເດີນເລາະອ້ອມຂ້າພະເຈົ້າ, ພວກເຂົາໄດ້ແທງຕີນ ແລະມືຂອງຂ້າພະເຈົ້າ ຈົນຊອດ. ຂ້າພະເຈົ້ານັບກະດູກຂອງຂ້າພະເຈົ້າເອງ ໄດ້ໝົດທຸກອັນ. (ເຊີນຮັບ)
- ພວກເຂົາໄດ້ແບ່ງປັນເສື້ອຜ້າຂອງຂ້າພະເຈົ້າ, ສ່ວນເສື້ອຕຸ້ມນັ້ນ ເຂົາໄດ້ຈົກສະຫລາກເອົາໂອພຣະອົງເຈົ້າ ໂຜດຢ່າໄປໄກຫ່າງຂ້າພະເຈົ້າເລີຍ, ພຣະອົງແມ່ນກຳລັງຂອງຂ້າພະເຈົ້າ, ໂຜດຟ້າວສະເດັດມາຊ່ວຍດ້ວຍ. (ເຊີນຮັບ)
- ຂ້າພະເຈົ້າຈະປ່າວປະກາດພຣະນາມຂອງພຣະອົງໃຫ້ພວກພີ່ນ້ອງຊາບ ແລະຈະຍ້ອງຍໍສໍລະເສີນພຣະອົງ ຢູ່ກາງຊຸມນຸມຊົນ. ພວກທ່ານ ຜູ້ຢ້ານຈຽມພຣະອົງເຈົ້າ ຈົ່ງສັນຣະເສີນພຣະອົງ. ພວກທ່ານທຸກຄົນ ຜູ້ເປັນເຊື້ອສາຍຂອງຢາກັອບ, ຈົ່ງຖະຫວາຍສີມຸງຄຸນແດ່ພຣະອົງ ພວກທ່ານ ຜູ້ເປັນເຊື້ອສາຍຂອງອິສຣາແອນ ຈົ່ງເກງກົວພຣະອົງ. (ເຊີນຮັບ)
ບົດອ່ານທີ 2 (ຟລ. 2:6-11)
“ພຣະອົງໄດ້ຖ່ອມຕົວລົງ: ດ້ວຍເຫດນີ້ ພຣະເປັນເຈົ້າໄດ້ຍົກຍໍພຣະອົງ”.
ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງສັດຕະບຸຣຸດ ຊາວເມືອງຟິລິບ
ພີ່ນ້ອງທີ່ຮັກ, ແມ່ນວ່າ ຊົງມີສະພາບ ເປັນພຣະເປັນເຈົ້າກໍຕາມ, ພຣະເຢຊູເຈົ້າ ກໍບໍ່ໄດ້ຫວງແຫນ ຄວາມສະເໝີພາບ ກັບພຣະເປັນເຈົ້າ. ກົງຂ້າມ, ພຣະອົງໄດ້ ຍອມເສຍສະລະທຸກຢ່າງ ມາຮັບເອົາສະພາບ ເປັນຂ້ອຍທາດ ແລະກາຍເປັນມະນຸດ ຄືທຸກຄົນ. ພຣະອົງໄດ້ຖືຕົວ ຄືມະນຸດໃນທຸກຢ່າງ ພຣະອົງຍັງຖ່ອມຕົວລົງ ແລະນົບນອບ ຈົນເຖິງສິ້ນພຣະຊົນ ແລະສິ້ນພຣະຊົນ ຄຶງໃສ່ກາງເຂນ. ດ້ວຍເຫດນີ້ ພຣະເປັນເຈົ້າ ໄດ້ຍົກຍໍພຣະອົງ ແລະປະທານພຣະນາມສູງເດັ່ນ ອັນເລີດກ່ວາ ພຣະນາມທັງໝົດໃຫ້. ເພື່ອວ່າ ເມື່ອໄດ້ຍິນອອກພຣະນາມ “ເຢຊູ” ທັງຊາວສະຫວັນ ຊາວໂລກ ແລະຊາວນະລົກ ຈົ່ງຄຸເຂົ່າຂາບໄຫວ້, ແລະທຸກຊາດທຸກພາສາ ປະກາດວ່າ: ພຣະເຢຊູກຣິສໂຕ ເປັນພຣະອົງເຈົ້າ ເພື່ອຖະຫວາຍສີມຸງຄຸນແດ່ພຣະບິດາເຈົ້າ.
ກ່ອນພຣະວໍຣະສານ (ຟລ. 2:8-9)
ພຣະກຣິສໂຕເຈົ້າ ໄດ້ນົບນອບຈົນເຖິງສິ້ນພຣະຊົນ ແລະສິ້ນພຣະຊົນຄຶງໃສ່ກາງເຂນ ເພື່ອພວກເຮົາ. ດ້ວຍເຫດນີ້ ພຣະເປັນເຈົ້າ ໄດ້ຍົກຍໍພຣະອົງ ແລະປະທານພຣະນາມສູງເດັ່ນ ອັນເລີດກວ່າ ພຣະນາມທັງໝົດໃຫ້.
ພຣະວໍຣະສານ (ມກ. 14:1-15:47)
ພຣະມະຫາທໍຣະມານຂອງພຣະເຢຊູເຈົ້າ ໂດຍນັກບຸນມັກໂກ
ເລົ່າເລື່ອງ: ອີກສອງມື້ ຈະເຖິງກຳໜົດປາສກາ ແລະປັງບໍ່ມີເຊື້ອ; ພວກຫົວໜ້າສົງ ແລະພວກອາຈານພຣະຄຳພີ ຄິດຫາກົນອຸບາຍຈັບພຣະເຢຊູເຈົ້າ ເພື່ອປະຫານຊີວິດ. ພວກເຂົາ ເວົ້າກັນວ່າ: “ບໍ່ຕ້ອງທຳ ໃນວັນສະຫລອງ, ຢ້ານເກີດການວຸ້ນວາຍ ໃນໝູ່ປະຊາຊົນ”.
ເວລານັ້ນ ພຣະເຢຊູເຈົ້າ ປະທັບຢູ່ບ້ານເບທານີ, ໃນເຮືອນຂອງຊີມອນ ຜູ້ເປັນຂີ້ທູດ. ເມື່ອກຳລັງນັ່ງໂຕະ ຮັບປະທານອາຫານ, ກໍມີຍິງຜູ້ໜຶ່ງ ເຂົ້າມາຫາພຣະອົງ; ນາງຖືເຕົ້າຫີນອ່ອນ ເຕັມດ້ວຍນ້ຳຫອມ ລາຄາແພງ. ນາງທັບເຕົ້ານັ້ນໃຫ້ແຕກ, ແລ້ວຖອກນ້ຳຫອມລົງໃສ່ສີສະຂອງພຣະອົງ. ມີລາງຄົນຮູ້ສຶກແຄ້ນໃຈ ເວົ້າກັນວ່າ:
ລາງຄົນ: “ເປັນຫຍັງ ຈຶ່ງເຮັດເສຍລ້າໆ? ຖ້າຂາຍ, ຄົງຈະໄດ້ເງິນກວ່າສາມຮ້ອຍຫລຽນ, ແລະເອົາໄປທານໃຫ້ຄົນທຸກຈົນ”.
ເລົ່າເລື່ອງ: ແລ້ວພວກນັ້ນກໍຕິຕຽນນາງ. ແຕ່ພຣະເຢຊູເຈົ້າກ່າວວ່າ:
ພຣະເຢຊູ: “ປະໃຫ້ນາງທຳ; ເປັນຫຍັງ ໃຫ້ນາງເສຍໃຈ? ການທີ່ນາງປະຕິບັດ ຕໍ່ເຮົານີ້ ກໍເປັນການດີແລ້ວ. ທີ່ຈິງ ພວກຄົນທຸກຈົນຈະມີຢູ່ນຳພວກເຈົ້າສະເໝີ, ແລະໃຫ້ທານແກ່ພວກເຂົາ ເວລາໃດກໍໄດ້. ສ່ວນເຮົານັ້ນ, ພວກເຈົ້າຈະບໍ່ໄດ້ມີຢູ່ນຳສະເໝີໄປດອກ. ນາງທຳຕາມຄວາມສາມາດຂອງນາງ; ນາງໄດ້ເອົານ້ຳຫອມ ຊະໂລມກາຍ ຂອງເຮົາ ໄວ້ລ່ວງໜ້າ ເພື່ອການປົງສົບຂອງເຮົາ. ເຮົາກ່າວແກ່ພວກເຈົ້າ ເປັນຄວາມຈິງວ່າ: ຢູ່ບ່ອນໃດໃນໂລກ ທີ່ມີການປະກາດຂ່າວປະເສີດ, ເຂົາກໍຈະເລົ່າລື ສິ່ງທີ່ນາງໄດ້ກະທຳນີ້ ເປັນທີ່ລະລຶກເຖິງນາງ”.
ເລົ່າເລື່ອງ: ແລ້ວ ຢູດາອິສກາຣີອົດ, ຜູ້ໜຶ່ງໃນພວກສິບສອງ, ກໍອອກໄປຫາພວກຫົວໜ້າສົງ ເພື່ອມອບພຣະອົງ. ພໍໄດ້ຂ່າວນີ້, ພວກເຂົາກໍມີຄວາມຊື່ນຊົມຍິນດີ ແລະສັນຍາວ່າ ຈະເອົາເງິນໃຫ້. ຢູດາ ຈຶ່ງຫາໂອກາດເໝາະ ເພື່ອມອບພຣະອົງ.
ມື້ຕົ້ນເທດສະການກິນປັງ ບໍ່ມີເຊື້ອ ອັນແມ່ນເວລາເຂົາຂ້າລູກແກະປາສກາ, ພວກສາວົກທູນພຣະອົງວ່າ:
ສາວົກ: “ພຣະອາຈານ ຢາກໃຫ້ພວກຂ້ານ້ອຍ ໄປຈັດຕຽມການກິນລ້ຽງປາສກາຢູ່ບ່ອນໃດ?”
ເລົ່າເລື່ອງ: ພຣະອົງຈຶ່ງສົ່ງສາວົກສອງຄົນໄປ ພ້ອມທັງສັ່ງວ່າ:
ພຣະເຢຊູ: “ຈົ່ງເຂົ້າໄປໃນເມືອງ; ພວກເຈົ້າຈະພົບຄົນຜູ້ໜຶ່ງ ມີໄຫນ້ຳທູນຫົວ. ຈົ່ງຕິດຕາມເຂົາໄປ. ເຂົາເຂົ້າບ່ອນໃດ, ກໍໃຫ້ພວກເຈົ້າບອກກັບເຈົ້າເຮືອນນັ້ນວ່າ ພຣະອາຈານ ບອກ ໃຫ້ຖາມວ່າ ຫ້ອງບ່ອນພຣະອົງ ຈະກິນລ້ຽງປາສກາ ກັບພວກສາວົກນັ້ນ ຢູ່ບ່ອນໃດ? ເຂົາກໍຈະບອກວ່າ ຢູ່ຊັ້ນເທິງ ມີຫ້ອງໃຫຍ່ ທີ່ຈັດປູໄວ້ພ້ອມແລ້ວ. ພວກເຈົ້າຈົ່ງຕຽມການກິນລ້ຽງ ຢູ່ທີ່ນັ້ນ”.
ເລົ່າເລື່ອງ: ສາວົກທັງສອງກໍເຂົ້າໄປໃນເມືອງ ແລະໄດ້ພົບເຫັນທຸກຢ່າງຕາມທີ່ພຣະອົງໄດ້ບອກ, ແລ້ວກໍພາກັນຈັດຕຽມ ສະຫລອງປາສກາ.
ພໍຕົກຄ່ຳ ພຣະເຢຊູເຈົ້າ ກໍສະເດັດມາເຖິງ ພ້ອມກັບພວກສາວົກ ທັງສິບສອງ. ໃນເວລາ ຮັບປະທານອາຫານ ຢູ່ນັ້ນ, ພຣະເຢຊູເຈົ້າກ່າວວ່າ:
ພຣະເຢຊູ: “ເຮົາກ່າວແກ່ພວກເຈົ້າ ເປັນຄວາມຈິງວ່າ: ຜູ້ໜຶ່ງໃນພວກເຈົ້າ ທີ່ຮັບປະທານ ຮ່ວມກັບເຮົາ ຈະມອບເຮົາ”.
ເລົ່າເລື່ອງ: ພວກສາວົກເກີດເສົ້າໃຈຫລາຍ, ຈຶ່ງພາກັນ ທູນຖາມພຣະອົງເທື່ອລະຄົນວ່າ:
ສາວົກ: “ແມ່ນຂ້ານ້ອຍບໍ?”
ເລົ່າເລື່ອງ: ພຣະອົງຕອບພວກເຂົາວ່າ:
ພຣະເຢຊູ: “ແມ່ນຜູ້ໜຶ່ງ ໃນພວກສິບສອງ, ຜູ້ທີ່ຍື່ນມືລົງ ໃນຈານດຽວພ້ອມກັນກັບເຮົາ. ແມ່ນແລ້ວ, ບຸດແຫ່ງມະນຸດ ກຳລັງຈະຈາກໄປ, ຕາມທີ່ໄດ້ຂຽນໄວ້ ກ່ຽວກັບພຣະອົງ. ແຕ່ເວນກຳແກ່ຜູ້ທີ່ມອບບຸດແຫ່ງມະນຸດ. ຄົນຜູ້ນັ້ນບໍ່ເກີດມາ ຄົງຈະດີກວ່າ”.
ເລົ່າເລື່ອງ: ໃນເວລາ ກຳລັງຮັບປະທານອາຫານ ຢູ່ນັ້ນ, ພຣະອົງຊົງຈັບເອົາ ເຂົ້າໜົມປັງ, ຊົງສົມມະນາພຣະຄຸນ, ຊົງບິແບ່ງ, ແລ້ວຍື່ນໃຫ້ພວກສາວົກ ພ້ອມທັງກ່າວວ່າ:
ພຣະເຢຊູ: “ຈົ່ງຮັບເອົາເຖີດ. ນີ້ແຫລະກາຍຂອງເຮົາ”.
ເລົ່າເລື່ອງ: ແລ້ວພຣະອົງ ຊົງຈັບເອົາຈອກ, ຊົງສົມມະນາພຣະຄຸນ, ແລ້ວຍື່ນໃຫ້ພວກສາວົກ ແລະທຸກຄົນ ກໍໄດ້ດື່ມ. ແລ້ວພຣະອົງກ່າວວ່າ:
ພຣະເຢຊູ: “ນີ້ແຫລະ ໂລຫິດຂອງເຮົາ, ແມ່ນໂລຫິດ ແຫ່ງພຣະສຳພັນໄມຕີ ທີ່ຈະໄຫລຫລັ່ງ ອອກມາ ເພື່ອຄົນທັງຫລາຍ. ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ເຮົາຈະບໍ່ດື່ມນ້ຳອະງຸ່ນອີກເລີຍ, ຈົນຮອດມື້ ເຮົາຈະດື່ມນ້ຳອະງຸ່ນໃໝ່ ໃນອານາຈັກຂອງພຣະເປັນເຈົ້າ”.
ເລົ່າເລື່ອງ: ເມື່ອຂັບຮ້ອງ ບົດເພງສັກສິດແລ້ວ, ພຣະເຢຊູເຈົ້າກໍສະເດັດໄປ ໂນນສວນໝາກກອກ ພ້ອມກັບພວກສາວົກ. ພຣະອົງກ່າວວ່າ:
ພຣະເຢຊູ: “ພວກເຈົ້າທຸກຄົນ ຈະສະດຸດໃຈ, ດັ່ງມີຂຽນໄວ້ວ່າ: “ເຮົາຈະທຸບຕີນາຍຊຸມພາບານ, ແລະໝູ່ແກະ ຈະແຕກກັນ ໄປທົ່ວທີບ”. ແຕ່ເມື່ອເຮົາກັບເປັນຄືນມາແລ້ວ, ເຮົາຈະໄປຄອງຖ້າພວກເຈົ້າ ຢູ່ແຂວງຄາລີເລ”.
ເລົ່າເລື່ອງ: ເປໂຕທູນວ່າ:
ເປໂຕ : “ແມ່ນໃຜຈະສະດຸດໃຈກໍຕາມ. ສ່ວນຂ້ານ້ອຍຈະບໍ່ເປັນດັ່ງນັ້ນ”.
ເລົ່າເລື່ອງ: ພຣະເຢຊູເຈົ້າກ່າວວ່າ:
ພຣະເຢຊູ: “ເຮົາກ່າວແກ່ເຈົ້າ ເປັນຄວາມຈິງວ່າ: ມື້ນີ້, ໃນຄືນນີ້ເອງ, ກ່ອນໄກ່ຂັນສອງເທື່ອ, ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ”
ເລົ່າເລື່ອງ: ແຕ່ເປໂຕເວົ້າຄັດຄ້ານ ຢ່າງແຂ່ງຂັນວ່າ:
ເປໂຕ: “ແມ່ນຈະຕ້ອງຕາຍກັບພຣະອົງ, ຂ້ານ້ອຍ ກໍຈະບໍ່ຍອມປະຕິເສດພຣະອົງ”.
ເລົ່າເລື່ອງ: ແລະທຸກຄົນ ກໍເວົ້າດັ່ງດຽວກັນ. ແລ້ວກໍມາເຖິງສວນ ບ່ອນໜຶ່ງຊື່ວ່າ ແຢດເຊມານີ. ພຣະເຢຊູເຈົ້າກ່າວກັບພວກສາວົກວ່າ:
ພຣະເຢຊູ: “ຈົ່ງພາກັນນັ່ງຢູ່ນີ້; ເຮົາຈະໄປສວດພາວະນາ”.
ເລົ່າເລື່ອງ: ແລ້ວພຣະອົງກໍເອົາເປໂຕ, ຢາໂກເບ ແລະຢວງ ໄປນຳ, ແລະພຣະອົງ ກໍຮູ້ສຶກສັ່ນຢ້ານ ແລະອຸກອັ້ນ ຕັນພຣະໄທເຕັມທີ. ຈຶ່ງກ່າວກັບທັງສາມວ່າ:
ພຣະເຢຊູ: “ວິນຍານຂອງເຮົາໂສກເສົ້າ ຈົນເກືອບຈະຕາຍ; ພວກເຈົ້າຈົ່ງຢູ່ບ່ອນນີ້ ແລະຕື່ນເຝົ້າຢູ່”.
ເລົ່າເລື່ອງ: ພຣະອົງສະເດັດໄປ ໄກກວ່າອີກໜ້ອຍໜຶ່ງ, ຊົງໝູບລົງຈຸດິນແລະພາວະນາ ເພື່ອຂໍໃຫ້ໂມງເວລານີ້ ໜີໄປໄກຈາກພຣະອົງ ຖ້າຫາກພໍເປັນໄປໄດ້. ພຣະອົງພາວະນາວ່າ:
ພຣະເຢຊູ: “ໂອພຣະບິດາເຈົ້າ, ພຣະອົງຊົງກະທຳໄດ້ທຸກສິ່ງ, ຂໍໃຫ້ເອົາຈອກນີ້ໄປ ໄກຈາກລູກເຖີດ! ແຕ່ທັງນັ້ນກໍດີ ຂໍຢ່າໃຫ້ເປັນໄປ ຕາມນ້ຳໃຈຂອງລູກ, ແຕ່ຂໍໃຫ້ເປັນໄປ ຕາມນ້ຳພຣະໄທຂອງພຣະອົງເອງ”.
ເລົ່າເລື່ອງ: ແລ້ວພຣະອົງຫລົບມາຫາພວກສາວົກ, ແລະເຫັນພວກເຂົາກຳລັງນອນຫລັບຢູ່; ພຣະອົງຈຶ່ງກ່າວກັບເປໂຕວ່າ:
ພຣະເຢຊູ: “ຊີມອນເອີຍ! ເຈົ້ານອນຫລັບບໍ! ເຈົ້າຕື່ນເຝົ້າຢູ່ສັກໂມງໜຶ່ງ ບໍ່ໄດ້ບໍ? ຈົ່ງຕື່ນເຝົ້າ ແລະພາວະນາເພື່ອບໍ່ໃຫ້ເສຍທີໃນເວລາຖືກຫລອກລວງ;ຈິດໃຈວ່ອງໄວ, ແຕ່ເນື້ອໜັງອ່ອນແອ”.
ເລົ່າເລື່ອງ: ແລ້ວພຣະອົງສະເດັດຫລົບໄປອີກ ແລະພາວະນາຄວາມເກົ່າ. ພຣະອົງຄືນມາອີກ ກໍເຫັນພວກເຂົາ ກຳລັງນອນຫລັບຢູ່, ຍ້ອນພວກເຂົາ ມືນຕາບໍ່ຂຶ້ນ ແລະບໍ່ຈັກຈະຕອບພຣະອົງແນວໃດ. ພຣະອົງຫລົບຄືນມາອີກ ເປັນເທື່ອທີສາມ ແລ້ວກ່າວກັບພວກເຂົາວ່າ:
ພຣະເຢຊູ: “ບັດນີ້ ໃຫ້ພາກັນນອນ ແລະພັກຜ່ອນໄດ້...ແລ້ວໆ, ເຖິງເວລາແລ້ວ.ບຸດແຫ່ງມະນຸດ ຈະຖືກມອບຢູ່ໃນກຳມືຂອງພວກຄົນບາບ. ຈົ່ງລຸກຂຶ້ນແລະພ້ອມກັນໄປເຖີດ ຜູ້ມອບເຮົາໃກ້ຈະມາຮອດແລ້ວ”
ເລົ່າເລື່ອງ: ໃນເວລາ ພຣະເຢຊູເຈົ້າ ກຳລັງກ່າວຢູ່ນັ້ນ, ຢູດາ, ຜູ້ໜຶ່ງໃນພວກສາວົກ ທັງສິບສອງ ກໍມາຮອດ ພ້ອມກັບພວກໝູ່ຫລາຍຄົນ ຖືງ້າວແລະຄ້ອນ; ແມ່ນພວກຫົວໜ້າສົງ, ພວກອາຈານພຣະຄຳພີ ແລະພວກເຖົ້າແກ່ ບ້ານເມືອງ ສົ່ງພວກເຂົາມາ. ຜູ້ທໍລະຍົດ ໄດ້ໃຫ້ສຳຄັນແກ່ໝູ່ວ່າ:
ຢູດາ: “ເຮົາຈູບຜູ້ໃດ ກໍແມ່ນຜູ້ນັ້ນ; ໃຫ້ຈັບກຸມ ແລະຄຸມຕົວໄປຢ່າງລະມັດລະວັງ”.
ເລົ່າເລື່ອງ: ພໍມາຮອດ, ຢູດາກໍເຂົ້າໄປຫາພຣະອົງ ທູນວ່າ:
ຢູດາ: “ພຣະອາຈານ”.
ເລົ່າເລື່ອງ: ແລ້ວກໍຈູບພຣະອົງ. ຄົນອື່ນກໍເຂົ້າຈັບກຸມພຣະອົງ. ຄົນໜຶ່ງ ທີ່ຢູ່ບ່ອນນັ້ນ ຖອດງ້າວອອກຈາກຟັກ, ຟັນຄົນໃຊ້ຂອງເຈົ້າຄະນະສົງ ຖືກໃບຫູຂາດ. ພຣະເຢຊູເຈົ້າ ກ່າວກັບພວກນັ້ນວ່າ:
ພຣະເຢຊູ: “ພວກເຈົ້າຖືງ້າວຖືຄ້ອນ ມາຈັບເຮົາຄືຫາຈັບໂຈນ ຜູ້ຮ້າຍນໍ! ທຸກໆວັນ ເຮົາເຄີຍສັ່ງສອນ ຢູ່ກາງພວກເຈົ້າ ໃນພຣະວິຫານ ແລະພວກເຈົ້າ ກໍບໍ່ໄດ້ຈັບກຸມເຮົາ. ແຕ່ນີ້ ກໍເພື່ອໃຫ້ສຳເລັດໄປ ຕາມພຣະຄຳພີເທົ່ານັ້ນ”.
ເລົ່າເລື່ອງ: ແລ້ວພວກສາວົກ ກໍພາກັນປະພຣະອົງ ໜີໄປໝົດ. ມີຊາຍໜຸ່ມ ຜູ້ໜຶ່ງນຸ່ງແພ ຕິດຕາມພຣະອົງໄປ. ພວກນັ້ນຫຸ້ມຈັບເຂົາ. ແຕ່ເຂົາໄດ້ປະແພ ເປືອຍຕົວແລ່ນໜີໄປ.
ພວກເຂົາໄດ້ຄຸມຕົວພຣະເຢຊູເຈົ້າໄປວັງຂອງເຈົ້າຄະນະສົງ; ແລະພວກຫົວໜ້າສົງ, ພວກເຖົ້າແກ່ ແລະພວກອາຈານພຣະຄຳພີທັງຫລາຍ ກໍມາຮ່ວມປະຊຸມກັນ. ເປໂຕ ກໍຕິດຕາມພຣະອົງໄປ ແຕ່ໄກ ຈົນຮອດເດີ່ນ ໃນວັງຂອງເຈົ້າຄະນະສົງ, ແລ້ວກໍນັ່ງຜີງໄຟ ກັບພວກຄົນໃຊ້.
ພວກຫົວໜ້າສົງ ແລະທີ່ປຶກສາສານສູງ ຊອກຫາຫລັກຖານໃສ່ຮ້າຍພຣະເຢຊູເຈົ້າ ເພື່ອຈະໄດ້ປະຫານຊີວິດພຣະອົງ, ແຕ່ບໍ່ເຫັນ ມີຫລັກຖານຫຍັງ. ຕາມຈິງ ກໍມີຫລາຍຄົນອ້າງຫລັກຖານເທັດໃສ່ພຣະອົງ, ແຕ່ຫລັກຖານຂອງພວກເຂົາ ຂັດແຍ່ງກັນ. ມີພະຍານເທັດລາງຄົນ ລຸກຂຶ້ນໃສ່ຮ້າຍພຣະອົງວ່າ:
ພະຍານ: “ພວກຂ້າພະເຈົ້າໄດ້ຍິນຄົນຜູ້ນີ້ເວົ້າວ່າ: ເຮົາຈະມ້າງພຣະວິຫານທີ່ສ້າງດ້ວຍ ມືຄົນນີ້, ແລ້ວຈະສ້າງພຣະວິຫານທີ່ບໍ່ແມ່ນດ້ວຍມືຄົນຂຶ້ນໃໝ່ພາຍໃນສາມວັນ”.
ເລົ່າເລື່ອງ: ແຕ່ຄຳໃຫ້ການຂອງພວກເຂົາ ກໍຍັງຂັດແຍ່ງກັນອີກ. ເຈົ້າຄະນະສົງຈຶ່ງລຸກຂຶ້ນກາງສະພາແລະຖາມພຣະອົງວ່າ:
ເຈົ້າພຣະສົງ: “ທ່ານບໍ່ຕອບຫຍັງບໍ? ຄົນຊຸມນີ້ກ່າວຫາທ່ານເລື່ອງຫຍັງ?”
ເລົ່າເລື່ອງ: ແຕ່ພຣະເຢຊູເຈົ້າ ຊົງມິດຢູ່ ແລະບໍ່ຕອບຫຍັງ. ເຈົ້າຄະນະສົງຈຶ່ງຖາມພຣະອົງອີກວ່າ:
ເຈົ້າພຣະສົງ: “ທ່ານແມ່ນພຣະກຣິສໂຕ, ພຣະບຸດຂອງອົງ ຜູ້ສັກສິດບໍ?”
ເລົ່າເລື່ອງ: ພຣະເຢຊູເຈົ້າກ່າວຕອບວ່າ:
ພຣະເຢຊູ: “ແມ່ນແລ້ວ, ແລະທ່ານຈະໄດ້ເຫັນ ບຸດແຫ່ງມະນຸດ ປະທັບຢູ່ເບື້ອງຂວາຂອງອົງ ຜູ້ຊົງລິດ, ແລະສະເດັດມາເທິງເມກ ໃນທ້ອງຟ້າ”.
ເລົ່າເລື່ອງ: ເຈົ້າຄະນະສົງ ເລີຍຈີກເສື້ອຂອງຕົນ ພ້ອມທັງເວົ້າວ່າ:
ເຈົ້າພຣະສົງ: “ພວກເຮົາຍັງຕ້ອງການ ພະຍານຫຍັງອີກບໍ? ພວກທ່ານເອງ ກໍໄດ້ຍິນຄຳປະໝາດປະຈານນີ້ແລ້ວ. ພວກທ່ານຈະຄຶດແນວໃດ?”
ເລົ່າເລື່ອງ: ທຸກຄົນຕັດສິນວ່າ ພຣະອົງສົມຕ້ອງຕາຍ. ແລ້ວລາງຄົນ ກໍລົງມືຖົ່ມນ້ຳລາຍໃສ່ພຣະອົງ, ເອົາແພປົກບັງໜ້າ, ຕົບຕີພ້ອມທັງເວົ້າວ່າ:
ລາງຄົນ: “ເຊີນທວາຍເບິ່ງ!”
ເລົ່າເລື່ອງ: ແລ້ວພວກຄົນໃຊ້ ກໍພາກັນເຂົ້າຫຸ້ມຕີພຣະອົງ. ສ່ວນເປໂຕນັ້ນ ນັ່ງຢູ່ເດີ່ນທາງລຸ່ມ; ມີຍິງຄົນໃຊ້ ຜູ້ໜຶ່ງຂອງເຈົ້າຄະນະສົງຍ່າງມາ, ແນມເຫັນເປໂຕ ຜີງໄຟຢູ່, ຈຶ່ງເບິ່ງໜ້າລາວ ແລະເວົ້າວ່າ:
ຍິງຄົນໃຊ້: “ເຈົ້າກໍເຄີຍຢູ່ກັບເຢຊູໄທນາຊາແຣັດດ້ວຍ!”
ເລົ່າເລື່ອງ: ແຕ່ເປໂຕ ປະຕິເສດວ່າ:
ເປໂຕ: “ຂ້ອຍບໍ່ຈັກ ທັງບໍ່ເຂົ້າໃຈວ່າ ເຈົ້າເວົ້າຫຍັງ”.
ເລົ່າເລື່ອງ: ແລ້ວເປໂຕ ກໍອອກໄປ ຢູ່ທີ່ຊຸ້ມປະຕູ; ທັນທີໄກ່ກໍຂັນ. ຍິງຄົນໃຊ້ຜູ້ນັ້ນ ເຫັນເປໂຕ ກໍບອກກັບພວກຢູ່ທີ່ນັ້ນວ່າ:
ຍິງຄົນໃຊ້: “ຜູ້ນີ້ ກໍແມ່ນໝູ່ກັບພວກນັ້ນ”.
ເລົ່າເລື່ອງ: ເປໂຕ ກໍປະຕິເສດອີກ. ຕໍ່ມາຄາວໜຶ່ງ, ພວກຢູ່ທີ່ນັ້ນ ຈຶ່ງ ເວົ້າກັບເປໂຕວ່າ:
ຝູງຄົນ: “ເຈົ້າແມ່ນໝູ່ກັບພວກນັ້ນແທ້, ຍ້ອນເຈົ້າເປັນໄທຄາລີເລ”.
ເລົ່າເລື່ອງ: ເປໂຕຈຶ່ງແຊ່ງສາບານວ່າ:
ເປໂຕ: “ຂ້ອຍບໍ່ຮູ້ຈັກຜູ້ເຈົ້າເວົ້ານັ້ນເລີຍ”.
ເລົ່າເລື່ອງ: ທັນທີ ໄກ່ກໍຂັນຂຶ້ນ ເປັນເທື່ອທີສອງ. ເປໂຕຈື່ຂໍ້ຄວາມ ທີ່ພຣະເຢຊູເຈົ້າ ໄດ້ບອກກັບຕົນວ່າ: “ກ່ອນໄກ່ຂັນສອງເທື່ອ, ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ”. ແລ້ວເປໂຕກໍຮ້ອງໄຫ້.
ມື້ຕໍ່ມາແຕ່ເຊົ້າໆ, ພວກຫົວໜ້າສົງ, ພວກເຖົ້າແກ່, ພວກອາຈານພຣະຄຳພີ ແລະສະມາຊິກ ສານສູງທັງໝົດ ກໍເຂົ້າປະຊຸມ. ແລະເມື່ອພວກເຂົາ ໄດ້ຜູກມັດພຣະເຢຊູເຈົ້າແລ້ວ, ກໍເອົາພຣະອົງໄປ ມອບໃຫ້ພະຍາປີລາໂຕ. ປີລາໂຕທູນຖາມພຣະອົງວ່າ:
ປີລາໂຕ: “ທ່ານແມ່ນກະສັດຂອງຊາວຢິວບໍ?”
ເລົ່າເລື່ອງ: ພຣະເຢຊູເຈົ້າກ່າວຕອບວ່າ:
ພຣະເຢຊູ: “ແມ່ນຄືທ່ານເວົ້າ”.
ເລົ່າເລື່ອງ: ພວກຫົວໜ້າສົງ ຟ້ອງຫາພຣະອົງ ຕື່ມອີກຫລາຍຂໍ້. ປີລາໂຕທູນຖາມພຣະອົງອີກວ່າ:
ປີລາໂຕ: “ທ່ານບໍ່ຕອບຫຍັງບໍ? ເຫັນບໍ ພວກເຂົາຟ້ອງຮ້ອງທ່ານ ໃນຫລາຍເລື່ອງແທ້”.
ເລົ່າເລື່ອງ: ພຣະເຢຊູເຈົ້າ ບໍ່ຕອບຫຍັງ ຈົນປີລາໂຕ ມີຄວາມປະຫລາດໃຈ.
ທຸກວັນສະຫລອງໃຫຍ່, ປີລາໂຕເຄີຍປ່ອຍນັກໂທດ ຜູ້ໜຶ່ງ, ຕາມແຕ່ປະຊາຊົນຮ້ອງຂໍ. ໃນເວລານັ້ນ ມີຄົນຜູ້ໜຶ່ງ ຢູ່ໃນຄຸກ ຊື່ ບາຣາບັດ. ເຂົາໄດ້ຖືກຈັບ ພ້ອມກັບພວກກະບົດ ທີ່ໄດ້ຂ້າຄົນ ໃນເວລາກໍ່ການວຸ້ນວາຍ. ຝູງຊົນກໍຂຶ້ນມາຮ້ອງຂໍ ສິ່ງທີ່ປີລາໂຕເຄີຍປະທານໃຫ້. ປີລາໂຕຖາມພວກເຂົາວ່າ:
ປີລາໂຕ: “ພວກເຈົ້າຢາກໃຫ້ເຮົາປ່ອຍກະສັດຂອງຊາວຢິວບໍ?”
ເລົ່າເລື່ອງ: ປີລາໂຕຮູ້ດີວ່າ ພວກຫົວໜ້າສົງ ໄດ້ມອບພຣະເຢຊູເຈົ້າຍ້ອນຄວາມອິດສາ. ແຕ່ພວກຫົວໜ້າສົງ ໄດ້ຍຸຍົງຝູງຊົນ ໃຫ້ຂໍປ່ອຍບາຣາບັດດີກວ່າ. ປີລາໂຕ ຈຶ່ງເວົ້າກັບພວກເຂົາອີກວ່າ:
ປີລາໂຕ: “ພວກເຈົ້າຢາກໃຫ້ເຮົາທຳສິ່ງໃດ ກັບຜູ້ທີ່ພວກເຈົ້າເອີ້ນວ່າ ກະສັດຂອງຊາວຢິວ?”
ເລົ່າເລື່ອງ: ພວກເຂົາພາກັນຮ້ອງຂຶ້ນອີກວ່າ:
ຝູງຊົນ: “ໃຫ້ເອົາໄປຄຶງກາງເຂນ”.
ເລົ່າເລື່ອງ: ປີລາໂຕເວົ້າວ່າ:
ປີລາໂຕ: “ເພິ່ນໄດ້ເຮັດຜິດຫຍັງ?”
ເລົ່າເລື່ອງ: ແຕ່ພວກເຂົາ ແຮງຮ້ອງດັງຂຶ້ນກວ່າອີກວ່າ:
ຝູງຊົນ: “ໃຫ້ເອົາໄປຄຶງກາງເຂນ”.
ເລົ່າເລື່ອງ: ເພື່ອໃຫ້ພໍອົກພໍໃຈປະຊາຊົນ, ປີລາໂຕ ຈຶ່ງປ່ອຍບາຣາບັດ. ສ່ວນພຣະເຢຊູເຈົ້ານັ້ນ ປີລາໂຕກໍໄດ້ສັ່ງ ໃຫ້ພວກເຂົາຂ້ຽນຕີ, ແລ້ວ ມອບໃຫ້ເອົາໄປຄຶງກາງເຂນ.
ພວກທະຫານ ຄຸມພຣະອົງເຂົ້າ ໄປດ້ານໃນຂອງວັງ ຄືວ່າ ບ່ອນສານຕັດສິນ. ແລ້ວຮຽກເອົາໝູ່ມາໝົດກອງ. ພວກເຂົາໄດ້ເອົາເສື້ອແດງ ມາຫົ່ມໃຫ້ພຣະອົງ, ຂົດໜາມເປັນມົງກຸດ ມາສຸບໃສ່ສີສະພຣະອົງ. ພວກເຂົາພາກັນ ສະແດງຄາລະວະ ຕໍ່ພຣະອົງວ່າ:
ຝູງຊົນ: “ຂໍກະສັດຊາວຢິວຊົງພະຈະເລີນ!”
ເລົ່າເລື່ອງ: ແລ້ວເອົາກົກເລົາ ຕີສີສະພຣະອົງ, ຖົ່ມນ້ຳລາຍໃສ່ ແລະຄູ້ເຂົ່າໄຫວ້. ເມື່ອໄດ້ເຢີ້ຍຫຍັນພຣະອົງ ຫລິ້ນດັ່ງນີ້ແລ້ວ, ກໍແກ້ເສື້ອແດງອອກ, ເອົາເສື້ອຂອງພຣະອົງເອງ ຄືນມາໃຫ້ ແລ້ວເອົາພຣະອົງໄປຄຶງກາງເຂນ.
ມີຄົນຜູ້ໜຶ່ງ ຊື່ຊີມອນ ຊາວຊີເຣເນ, ພໍ່ຂອງທ້າວອາແລັກຊັງ ແລະຣູຟູດ, ຫລົບມາແຕ່ນາ ກາຍມາທາງນັ້ນ; ພວກເຂົາຈຳໃຫ້ລາວແບກກາງເຂນຂອງພຣະອົງ. ພວກເຂົາພາພຣະອົງ ໄປເຖິງບ່ອນທີ່ຊື່ວ່າ: “ຄອນໂຄທາ” ແປວ່າ: “ໂພນກະໂຫລກຫົວ”.
ຢູ່ທີ່ນັ້ນ ພວກເຂົາໄດ້ເອົານ້ຳອະງຸ່ນ ປົນຢາງໄມ້ຫອມ ໃຫ້ພຣະອົງດື່ມ, ແຕ່ພຣະອົງບໍ່ຍອມຮັບ. ພວກເຂົາຈຶ່ງໄດ້ຄຶງພຣະອົງ ໃສ່ກາງເຂນ, ແລ້ວພວກເຂົາ ໄດ້ຈັບສະຫລາກ ແບ່ງປັນເສື້ອຜ້າຂອງພຣະອົງ ເພື່ອໃຫ້ຮູ້ວ່າ ໃຜຈະໄດ້ອັນໃດ. ເມື່ອພວກເຂົາຄຶງກາງເຂນພຣະອົງນັ້ນ, ແມ່ນເວລາປະມານເກົ້າໂມງເຊົ້າ. ມີປ້າຍຂຽນຄຳກ່າວໂທດພຣະອົງວ່າ: “ອົງກະສັດຂອງຊາວຢິວ”. ພວກເຂົາໄດ້ຄຶງກາງເຂນນັກໂທດສອງຄົນ ຮ່ວມກັບພຣະອົງ, ຜູ້ໜຶ່ງຢູ່ເບື້ອງຂວາ, ຜູ້ໜຶ່ງຢູ່ເບື້ອງຊ້າຍ. ທັງນີ້ເພື່ອໃຫ້ເປັນຈິງ ຕາມທີ່ມີກ່າວໄວ້ ໃນພຣະຄຳພີວ່າ: “ເພິ່ນຕ້ອງຖືກນັບເຂົ້າ ໃນພວກຄາຕະກອນ”. ພວກຜູ້ຄົນທີ່ກາຍໄປມາ, ພາກັນສັ່ນຫົວ ແລະດ່າປ້ອຍພຣະອົງວ່າ:
ພວກຜູ້ຄົນ: “ເປັນແນວໃດ, ເຈົ້າຜູ້ມ້າງພຣະວິຫານ ແລະສ້າງຂຶ້ນໃໝ່ພາຍໃນສາມວັນ, ເຊີນຊ່ວຍຕົວເອງ ແລະລົງຈາກກາງເຂນເຖີດ”.
ເລົ່າເລື່ອງ: ພວກຫົວໜ້າສົງ ແລະພວກອາຈານພຣະຄຳພີ ກໍພາກັນເວົ້າເຢີ້ຍຫຍັນພຣະອົງດັ່ງດຽວກັນວ່າ:
ພວກຜູ້ຄົນ: “ມັນຊ່ວຍຜູ້ອື່ນໄດ້ ແຕ່ບັດນີ້ ຊ່ວຍຕົວເອງບໍ່ໄດ້ຊ້ຳ! ໃຫ້ພຣະກຣິສໂຕ ອົງກະສັດແຫ່ງປະເທດອິສຣາແອນ ສະເດັດລົງຈາກກາງເຂນດຽວນີ້ຊາ, ເພື່ອໃຫ້ພວກເຮົາເຫັນແລະເຊື່ອ”.
ເລົ່າເລື່ອງ: ແມ່ນແຕ່ພວກທີ່ຖືກຄຶງກາງເຂນ ຮ່ວມກັບພຣະອົງ ກໍພາກັນສົບປະໝາດພຣະອົງດ້ວຍ. ພໍເຖິງເວລາທ່ຽງ ກໍເກີດມີຄວາມມືດມົວ ທົ່ວເຂດແຂວງ ຈົນເຖິງບ່າຍສາມໂມງ. ເວລາບ່າຍສາມໂມງ, ພຣະເຢຊູເຈົ້າຮ້ອງສຽງດັງວ່າ:
ພຣະເຢຊູ: “ເອໂລອີ! ເອໂລອີ! ລຳມາຊາບັກທານີ?”
ເລົ່າເລື່ອງ: ແປວ່າ:
ພຣະເຢຊູ: “ໂອພຣະເຈົ້າ! ໂອພຣະເຈົ້າ! ເປັນຫຍັງ ພຣະອົງຈຶ່ງໄດ້ປະຖິ້ມ ຂ້າພະເຈົ້າ?”
ເລົ່າເລື່ອງ: ລາງຄົນຢູ່ທີ່ນັ້ນ ໄດ້ຍິນ ເລີຍເວົ້າວ່າ:
ລາງຄົນ: “ໄດ້ຍິນບໍ! ມັນຮ້ອງຫາເອລີ!”
ເລົ່າເລື່ອງ: ມີຜູ້ໜຶ່ງ ໃນພວກນັ້ນ ແລ່ນໄປເອົາຟອງທະເລ ຈຸ່ມນ້ຳສົ້ມ ສຽບໃສ່ປາຍເລົາ, ແລ້ວ ຍື່ນໃຫ້ພຣະອົງສະເຫວີຍ ພ້ອມທັງເວົ້າວ່າ:
ຜູ້ໜຶ່ງ: “ຖ້າເບິ່ງ, ຈະເຫັນເອລີມາເອົາມັນລົງບໍ?”
ເລົ່າເລື່ອງ: ແຕ່ພຣະເຢຊູເຈົ້າ ໄດ້ຮ້ອງສຽງດັງ ແລ້ວສິ້ນພຣະຊົນ.
(ຮອດເວລານີ້ ຢຸດເຊົາ ແລ້ວຄູ້ເຂົ່າລົງຄາວໜຶ່ງເສຍກ່ອນ)
ເລົ່າເລື່ອງ: ເວລານັ້ນ ຜ້າກັ້ງຢູ່ພຣະວິຫານ ກໍຈີກແຫລ່ງອອກ ເປັນສອງ ແຕ່ເທິງຮອດລຸ່ມ. ນາຍຮ້ອຍທະຫານ ທີ່ຢືນຢູ່ ຕໍ່ພຣະພັກພຣະເຢຊູເຈົ້າ ເຫັນພຣະອົງສິ້ນພຣະຊົນ ດັ່ງນີ້ ຈຶ່ງເວົ້າວ່າ:
ນາຍຮ້ອຍ: “ຄົນຜູ້ນີ້ແມ່ນບຸດຂອງພຣະເປັນເຈົ້າແທ້ແລ້ວ”.
ເລົ່າເລື່ອງ: ຢູ່ທີ່ນັ້ນ ມີຍິງພວກໜຶ່ງ ຢືນເບິ່ງຢູ່ແຕ່ໄກ; ໃນຈຳນວນນີ້ ມີນາງມາຣີອາມັກດາເລນາ, ນາງມາຣີອາ ແມ່ຂອງຢາໂກເບນ້ອຍ, ຢໍແຊ ແລະນາງຊາໂລເມ. ພວກນາງນັ້ນ ໄດ້ຕິດຕາມຮັບໃຊ້ພຣະເຢຊູເຈົ້າ ເມື່ອເວລາຢູ່ແຂວງຄາລີເລ. ຍັງມີຍິງອີກຫລາຍຄົນ ທີ່ໄດ້ຂຶ້ນມານະຄອນເຢຣູຊາແລມພ້ອມກັບພຣະອົງ.
ມີບຸລຸດຜູ້ໜຶ່ງ ຊື່ຢໍແຊ ແຫ່ງອາຣີມາທີ, ເປັນສະມາຊິກ ສຳຄັນຄົນໜຶ່ງ ຂອງສະພາສູງ; ເພິ່ນກຳລັງຄອງຖ້າ ພຣະຣາໄຊຂອງພຣະເປັນເຈົ້າດ້ວຍ. ພໍຕົກຄ່ຳແລ້ວ, ແລະເປັນມື້ຕຽມບຸນ ຄືມື້ກ່ອນວັນພຣະ, ເພິ່ນເດັດດ່ຽວກ້າຫານ ເຂົ້າຫາປີລາໂຕ ເພື່ອຂໍເອົາພຣະສົບ ຂອງພຣະເຢຊູເຈົ້າ. ປີລາໂຕ ມີຄວາມປະຫລາດໃຈ ເມື່ອຮູ້ວ່າ ພຣະເຢຊູເຈົ້າ ສິ້ນພຣະຊົນແລ້ວ, ຈຶ່ງຮຽກນາຍຮ້ອຍທະຫານມາຫາ ແລະຖາມວ່າ ພຣະອົງສິ້ນພຣະຊົນແລ້ວ ຫລືບໍ່? ເມື່ອໄດ້ຮັບລາຍງານ ແນ່ນອນ ຈາກນາຍຮ້ອຍທະຫານແລ້ວ, ປີລາໂຕ ກໍມອບພຣະສົບໃຫ້ຢໍແຊ. ເມື່ອຊື້ແພໂລມສົບແລ້ວ, ຢໍແຊ ກໍເອົາພຣະສົບພຣະເຢຊູເຈົ້າ ລົງຈາກກາງເຂນ, ເອົາແພມາຫໍ່ ແລະວາງໄວ້ໃນຄູຫາ ທີ່ເຈາະຢູ່ໃນຫີນ. ແລ້ວກື່ງກ້ອນຫີນ ອັດປາກຄູຫາໄວ້. ສ່ວນ ນາງມາຣີອາມັກດາເລນາ ແລະນາງມາຣີອາ ແມ່ຂອງຢໍແຊ ກໍໄດ້ໄປເບິ່ງບ່ອນເຂົາວາງພຣະສົບດ້ວຍ.
ບົດຮ່ຳເພິງ
ວັນນີ້, ພວກເຮົາພ້ອມກັບພຣະເຢຊູເຈົ້າສະເດັດເຂົ້າໃນນະຄອນເຢລູຊາແລມ, ບ່ອນຊຶ່ງພຣະອົງຈະຕ້ອງຮັບທໍລະມານແລະຕາຍ. ພຣະເຢຊູເຈົ້າສະເດັດເຂົ້າໃນນະຄອນເຢລູຊາແລມເໝືອນດັ່ງກະສັດ, ແຕ່ແມ່ນກະສັດທີ່ນັ່ງຢູ່ບົນຫລັງລາ. ໝາຍວ່າແມ່ນກະສັດທີ່ສຸພາບອ່ອນນ້ອມ, ກະສັດທີ່ບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້, ແຕ່ເພື່ອຮັບໃຊ້ຄົນອື່ນແລະເພື່ອມອບຊີວິດຂອງຕົນເພື່ອພວກເຂົາ. ມີສິ່ງໜຶ່ງອີກທິີ່ໜ້າສັງເກດໃນຂະບວນແຫ່ເຂົ້ານະຄອນເຢລູຊາແລມນັ້ນແມ່ນຝູງຊົນ. ຝູງຊົນໄດ້ໂຮຮ້ອງສັນລະເສີນພຣະເຢຊູເຈົ້າໂດຍກ່າວວ່າ: “ໂຮຊັນນາ, ບຸດພະຍາດາວິດ! ຂໍຖະຫວາຍພອນໃຫ້ທ່ານຜູ້ສະເດັດມາໃນນາມຂອງພຣະເຈົ້າ”. ພວກເຂົາສັນລະເສີນພຣະເຢຊູເຈົ້າ ຍ້ອນພວກເຂົາໄດ້ເຫັນອັດສະຈັນທີ່ພຣະອົງຊົງກະທໍາ. ພວກເຂົາໂຮຮ້ອງສັນລະເສີນພຣະເຢຊູເຈົ້າ ຍ້ອນພວກເຂົາຢາກໃຫ້ພຣະອົງມາເປັນກະສັດຂອງພວກເຂົາ. ແຕ່ອານາຈັກຂອງພຣະເຢຊູເຈົ້າບໍ່ໄດ້ຢູ່ໃນໂລກນີ້. ຝູງຊົນທີ່ໂຮຮ້ອງສັນລະເສີນພຣະເຢຊູເຈົ້າດຽວນີ້, ອີກບໍ່ນານກໍຈະແມ່ນພວກເຂົາເອງທີ່ຮ້ອງສຽງດັງວ່າ: ເອົາມັນໄປຂ້າ, ເອົາມັນໄປຄຶງກາງເຂນ. ແນ່ນອນ, ຜູ້ໜຶ່ງໃນຝູງຊົນນີ້ອາດຈະແມ່ນພວກເຮົາຜູ້ຕິດຕາມພຣະເຢຊູເຈົ້າ, ຜູ້ເປັນສິດຂອງພຣະອົງ. ເຖິງປານນັ້ນກໍດີ, ພຣະເຢຊູເຈົ້າກໍກ່າວບົນກາງເຂນກ່ອນທີ່ພຣະອົງຈະສິ້ນໃຈວ່າ: “ໂອພຣະບິດາເຈົ້າ, ໂຜດຍົກໂທດໂຜດຜິດໃຫ້ພວກເຂົາ. ຍ້ອນພວກເຂົາບໍ່ຮູ້ຈັກສິ່ງທີ່ພວກເຂົາກະທໍາ”. ສິ່ງນີ້ສະທ້ອນໃຫ້ເຫັນເຖິງຄວາມຮັກເມດຕາທີ່ພຣະເຢຊູເຈົ້າມີຕໍ່ພວກເຮົາຜູ້ເປັນຄົນບາບ, ຄົນທໍລະຍົດຕໍ່ພຣະອົງ.
ບົດພາວະນາ
ໂອພຣະເຢຊູເຈົ້າ ໃນວັນອາທິດໃບລານນີ້, ແທນທີ່ລູກຈະພ້ອມກັບຝູງຊົນໂຮຮ້ອງສັນລະເສີນພຣະອົງເຂົ້າໄປນະຄອນເຢລູຊາແລມ, ຂໍໃຫ້ລູກຮູ້ຈັກຮ້ອງໄຫ້ເຖິງບາບຜິດທີ່ລູກໄດ້ກະທໍາຕໍ່ພຣະອົງ. ເພື່ອລູກຈະໄດ້ມີຄວາມເດັດດ່ຽວໃນການຄຽດຊັງບາບ, ພະຍາຍາມບໍ່ກະທໍາຜິດຕໍ່ພຣະອົງອີກແລະກັບມາຄືນດີກັບພຣະອົງຢ່າງຈິງໃຈດ້ວຍເທີ້ນ. ອາແມນ.
(ຄຸນພໍ່ ອັງຕວນ ກຽດຕິສັກ)