ຟັງພຣະວໍຣະສານ ບົດຮ່ຳເພິງ ແລະບົດພາວະນາ
ບົດອ່ານທີ 1 (1 ຢງ. 4:7-10)
“ພຣະເຈົ້າຄືອົງຄວາມຮັກ.”
ບົດອ່ານ ຈາກຈົດໝາຍນັກບຸນຢວງ ສະບັບທີ 1
ພີ່ນ້ອງທີ່ຮັກ ຈົ່ງຮັກກັນແລະກັນ ດ້ວຍວ່າ ຄວາມຮັກມາຈາກພຣະເຈົ້າ ຜູ້ໃດຮັກ ຜູ້ນັ້ນກໍເກີດມາຈາກພຣະເຈົ້າ ແລະຮູ້ຈັກພຣະອົງ ຜູ້ບໍ່ຮັກ ຜູ້ນັ້ນບໍ່ຮູ້ຈັກພຣະເຈົ້າ ຍ້ອນວ່າ ພຣະເຈົ້າຄືອົງຄວາມຮັກ ຄວາມຮັກຂອງພຣະເຈົ້າ ປະຈັກແຈ້ງອອກມາ ແກ່ພວກເຮົາ ດັ່ງນີ້ຄື ພຣະອົງໄດ້ສົ່ງພຣະເອກະບຸດ ມາໃນໂລກນີ້ ເພື່ອໃຫ້ພວກເຮົາມີຊີວິດ ເດຊະພຣະອົງ ຄວາມຮັກແມ່ນດັ່ງນີ້ຄື ບໍ່ແມ່ນພວກເຮົາ ໄດ້ຮັກພຣະເຈົ້າ ແຕ່ແມ່ນພຣະເຈົ້າ ໄດ້ຊົງຮັກພວກເຮົາ ແລະໄດ້ສົ່ງອົງພຣະບຸດ ມາໃຊ້ໂທດບາບແທນພວກເຮົາ.
ເພງສັກສິດ (ພສສ. 71:2. 3-4ກຂ. 7-8)
ຮັບ: ໂອພຣະອົງເຈົ້າ ນານາຊາດທົ່ວແຜ່ນດິນ ຈະມາຂາບໄຫວ້ພຣະອົງ.
- ໂອພຣະເຈົ້າ, ໂຜດປະທານສິດອຳນາດ ຂອງພຣະອົງ ແກ່ອົງກະສັດ ໂຜດປະທານຄວາມຍຸຕິທຳ ຂອງພຣະອົງແກ່ລາດຊະໂອລົດ.ເພື່ອໃຫ້ເພິ່ນປົກຄອງ ປະຊາກອນຂອງພຣະອົງ ຢ່າງຍຸຕິທຳ ແລະປະຕິບັດ ຕໍ່ຜູ້ຕ່ຳຕ້ອຍ ຢ່າງທ່ຽງກົງ. (ເຊີນຮັບ)
- ພູເຂົາເຫລົ່າເນີນ ຈົ່ງນຳເອົາສັນຕິສຸກ ແລະຄວາມຍຸຕິທຳມາໃຫ້ປະຊາຊົນ.ຂໍໃຫ້ເພິ່ນປະຕິບັດ ຕໍ່ຜູ້ຕ່ຳຕ້ອຍ ໃນໝູ່ປະຊາຊົນ ຢ່າງທ່ຽງກົງ. ໃຫ້ເພິ່ນຊ່ວຍເອົາຊີວິດພວກທຸກຈົນ ແລະຜາບຜູ້ທີ່ຂູດຮີດ. (ເຊີນຮັບ)
- ໃນວັນເຫລົ່ານັ້ນ ຄວາມຍຸຕິທຳຈະເບັ່ງບານ ຈະມີສຸກອັນຍິ່ງໃຫຍ່ ຈົນເຖິງເວລາ ບໍ່ມີເດືອນອີກເລີຍ.ເພິ່ນຈະປົກຄອງແຕ່ທະເລນີ້ ເຖິງທະເລນັ້ນ ແລະແຕ່ແມ່ນ້ຳນີ້ ຈົນເຖິງສຸດໂລກ. (ເຊີນຮັບ)
ກ່ອນພຣະວໍຣະສານ (ພສສ. 147:12. 16)
ອັນເລລູຢາ! ອັນເລລູຢາ! ໂອເຢຣູຊາແລມ, ຈົ່ງຖະຫວາຍສີມຸງຄຸນ ແດ່ພຣະອົງເຈົ້າ! ພຣະອົງຊົງສົ່ງພຣະວາຈາຂອງພຣະອົງ ລົງມາບົນແຜ່ນດິນ, ພຣະອົງຈະປະທານປັງ ຈາກສະຫວັນໃຫ້ເຈົ້າ ຈົນອິ່ມສຳຣານ. ອັນເລລູຢາ!
ພຣະວໍຣະສານ (ມກ. 6:34-44)
ພຣະວໍຣະສານ ໂດຍນັກບຸນມັກໂກ
ເມື່ອສະເດັດອອກຈາກເຮືອ, ພຣະເຢຊູເຈົ້າເຫັນຝູງຊົນຫລວງຫລາຍ, ກໍມີຄວາມເວດທະນາສົງສານ, ຍ້ອນພວກເຂົາ ເປັນດັ່ງໝູ່ແກະ ທີ່ຂາດນາຍຊຸມພາບານ. ພຣະອົງຈຶ່ງເລີ່ມເທດສອນພວກເຂົາຢ່າງຍືດຍາວ. ເມື່ອເວລາລ່ວງເລີຍໄປຫລາຍແລ້ວ, ພວກສາວົກກໍເຂົ້າໄປ ທູນພຣະອົງວ່າ: “ບ່ອນນີ້ເປັນທີ່ປ່ຽວ, ແລະເວລາກໍລ່ວງເລີຍໄປຫລາຍແລ້ວ. ຂໍພຣະອົງສົ່ງຄົນພວກນີ້ ໄປຫາຊື້ກິນຕາມບ້ານນ້ອຍໃຫຍ່ໃກ້ໆນີ້ເຖີດ.” ພຣະເຢຊູເຈົ້າກ່າວວ່າ: “ໃຫ້ພວກເຈົ້າເອງ ເອົາອາຫານລ້ຽງພວກເຂົາເຖີດ.” ພວກສາວົກທູນວ່າ: “ພວກຂ້ານ້ອຍ ຈະຕ້ອງຈ່າຍເງິນເຖິງສອງຮ້ອຍຫລຽນບໍ ເພື່ອຊື້ຂະໜົມປັງໃຫ້ພວກນີ້ກິນ?” ພຣະອົງກ່າວວ່າ: “ພວກເຈົ້າມີຂະໜົມປັງຈັກກ້ອນ? ໄປເບິ່ງດູ.” ເມື່ອໄປເບິ່ງແລ້ວ, ພວກເຂົາກໍທູນວ່າ: ມີຫ້າກ້ອນກັບປາສອງໂຕ.” ພຣະອົງຈຶ່ງສັ່ງພວກສາວົກ ໃຫ້ບອກຝູງຊົນນັ່ງລົງ ເປັນໝູ່ຕາມຫຍ້າຂຽວ. ພວກເຂົາກໍພາກັນນັ່ງລົງ ກັບດິນເປັນໝູ່ຮ້ອຍ, ໝູ່ຫ້າສິບກໍມີ. ພຣະອົງຊົງຈັບເອົາ ຂະໜົມປັງຫ້າກ້ອນ ແລະປາສອງໂຕ, ຊົງເງີຍພຣະພັກຂຶ້ນຟ້າ, ຊົງກ່າວສົມມະນາພຣະຄຸນ, ຊົງບິຂະໜົມປັງນັ້ນ ແລ້ວຍື່ນໃຫ້ພວກສາວົກເອົາໄປແຈກຢາຍ. ພຣະອົງຍັງໄດ້ແບ່ງປັນປາສອງໂຕ ໃຫ້ທຸກຄົນກິນອີກ. ທຸກຄົນໄດ້ກິນອິ່ມ. ແລະຍັງໄດ້ເກັບຂະໜົມປັງ ແລະປາທີ່ເຫລືອກິນໄວ້ອີກ ເຕັມສິບສອງກະບຸງ. ໃນພວກທີ່ໄດ້ຮັບປະທານເທື່ອນີ້ ມີຜູ້ຊາຍປະມານຫ້າພັນຄົນ.
ບົດຮ່ຳເພິງ
ຫລັງຈາກພວກສາວົກໄດ້ກັບມາແຕ່ວຽກອະພິບານການປະກາດອານາຈັກຂອງພຣະເຈົ້າ, ພວກເຂົາໄດ້ເລົ່າທຸກສິ່ງຢ່າງໃຫ້ພຣະເຢຊູເຈົ້າຟັງ. ພຣະເຢຊູເຈົ້າກໍບອກພວກເຂົາໃຫ້ອອກໄປໃນທີ່ປ່ຽວເພື່ອພັກຜ່ອນໜ້ອຍໜຶ່ງ. ແລະກໍແມ່ນໃນປ່ຽວນີ້ເອງທີ່ພຣະເຢຊູເຈົ້າໄດ້ທະວີເຂົ້າໜົມປັງຫ້າກ້ອນກັບປາສອງໂຕເພື່ອລ້ຽງຝູງຄົນເປັນຈໍານວນຫ້າພັນຄົນ. ກ່ອນທີ່ພຣະເຢຊູເຈົ້າຈະລ້ຽງເກືອຝູງຄົນ, ພຣະອົງກໍຊົງມີຄວາມຮັກເມດຕາຕໍ່ຝູງຄົນ ເໝືອນດັ່ງຝູງແກະທີ່ຂາດນາຍຊຸມພາບານ. ແລະພຣະອົງກໍຢາກໃຫ້ພວກສາວົກມີດວງໃຈຂອງນາຍຊຸມພາບານທີ່ດີເໝືອນກັບພຣະອົງ. ສິ່ງນີ້ສະແດງອອກໃນຄໍາເວົ້າຂອງພຣະເຢຊູເຈົ້າທີ່ກ່າວກັບພວກສາວົກວ່າ: “ໃຫ້ພວກເຈົ້າລ້ຽງເກືອພວກເຂົາເຖີດ”. ຮູບພາບນາຍຊຸມພາບານທີ່ລ້ຽງເກືອຝູງແກະໃນທີ່ນີ້ບໍ່ພຽງແຕ່ແມ່ນພຣະເຢຊູເຈົ້າເທົ່ານັ້ນ, ແຕ່ພຣະອົງຢາກໃຫ້ພວກສາວົກຂອງພຣະອົງເປັນນາຍຊຸມພາບານທີ່ດີເຊັ່ນດຽວກັນ.ດ້ວຍເຫດນີ້, ເມື່ອພຣະເຢຊູເຈົ້າບິເຂົ້າໜົມປັງ, ພຣະອົງກໍໄດ້ຍື່ນໃຫ້ພວກສາວົກເພື່ອໃຫ້ພວກເຂົານໍາໄປແຈກຢາຍໃຫ້ຝູງຄົນ ເພື່ອລ້ຽງເກືອພວກເຂົາ.
ສິ່ງທີ່ພຣະເຢຊູເຈົ້າສອນພວກສາວົກວັນນີ້, ພຣະອົງກໍສອນພວກເຮົາເຊັ່ນດຽວກັນ. ຍ້ອນພວກເຮົາລ້ວນແຕ່ເປັນສິດຂອງພຣະອົງ. ແລະພຣະອົງກໍປາດຖະໜາໃຫ້ພວກເຮົາມີດວງໃຈຮັກເມດຕາເໝືອນກັບພຣະອົງ ຄືການມີຄວາມສົງສານຕໍ່ຄົນອື່ນ, ການຮູ້ຈັກຊ່ວຍເຫລືອຄົນອື່ນ, ການຮູ້ຈັກແບ່ງປັນສິ່ງທີ່ພວກເຮົາມີໃຫ້ກັບຄົນທີ່ຕ້ອງການຄວາມຊ່ວຍເຫລືອຈາກພວກເຮົາ.
ບົດພາວະນາ
ໂອພຣະເຢຊູເຈົ້າ ລູກຂໍຂອບພຣະຄຸນພຣະອົງທີ່ໄດ້ເລືອກສັນລູກໃຫ້ເປັນສິດຂອງພຣະອົງ. ແລະຍັງໄດ້ສົ່ງລູກໄປໃຫ້ເປັນພິຍານເຖິງຄວາມຮັກພຣະອົງທ່າມກາງເພື່ອນພີ່ນ້ອງຂອງລູກ. ໂຜດໃຫ້ລູກສໍາພັດໄດ້ເຖິງຄວາມຮັກທີ່ພຣະອົງມີຕໍ່ລູກ ເພື່ອລູກຈະໄດ້ນໍາຄວາມຮັກນັ້ນໄປແບ່ງປັນໃຫ້ຄົນອື່ນດ້ວຍ. ອາແມນ.
(ຄຸນພໍ່ ອັງຕວນ ກຽດຕິສັກ)