ຟັງພຣະວໍຣະສານ ບົດຮ່ຳເພິງ ແລະບົດພາວະນາ
ບົດອ່ານທີ 1 (ອຟ. 2:1-10)
“ພຣະເຈົ້າໄດ້ຊົງບັນດານໃຫ້ພວກເຮົາ ໄດ້ຮ່ວມກັບເປັນຄືນມາ ກັບພຣະກຣິສໂຕ ແລະໂຜດໃຫ້ພວກເຮົາ ໄດ້ນັ່ງຮ່ວມສະເຫວີຍຣາດ ກັບພຣະກຣິສໂຕ ຢູ່ສະຫວັນດ້ວຍ.”
ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງສັດຕະບຸຣຸດ ຊາວເມືອງເອເຟໂຊ
ພີ່ນ້ອງທີ່ຮັກ, ພຣະເຈົ້າຊົງບັນດານໃຫ້ພວກພີ່ນ້ອງ ຄືນມີຊີວິດດ້ວຍ, ແມ່ນວ່າ ແຕ່ກ່ອນພວກພີ່ນ້ອງໄດ້ຕາຍ ຍ້ອນຄວາມຜິດ ແລະການບາບ. ໃນສະໄໝກ່ອນ ພວກພີ່ນ້ອງໄດ້ຈຳເລີນຊີວິດ ຢູ່ໃນການບາບຕາມວິຖີຂອງໂລກ ຕາມເຈົ້າຄຸ້ມຄອງອະວະກາດ, ຄືຈິດທີ່ຍັງດຳເນີນງານຂອງມັນຢູ່ໃນຕົວ ຜູ້ທີ່ຂະບົດບໍ່ຍອມເຊື່ອ. ແຕ່ກ່ອນພວກເຮົາ ກໍເປັນຄືກັນກັບພວກເຂົາ, ພວກເຮົາໄດ້ດຳເນີນຊີວິດໄປ ຕາມລາຄະຕັນຫາຂອງເນື້ອໜັງ, ຍອມຕາມຄວາມປາດຖະໜາ ແລະແນວຄິດບໍ່ດີຕ່າງໆຂອງມັນ, ຈົນວ່າ ຕາມສັນດານແລ້ວ, ພວກເຮົາສົມຕ້ອງຖືກພຣະເຈົ້າໂກດຮ້າຍ ຄືກັນກັບຄົນອື່ນໆ. ແຕ່ພຣະເຈົ້າ ຜູ້ຊົງເຕັມພຽບດ້ວຍຄວາມເມດຕາກະລຸນາ ໄດ້ຊົງຮັກແພງພວກເຮົາ ຢ່າງເຫລືອລົ້ນ. ແມ່ນວ່າ ພວກເຮົາໄດ້ຕາຍຍ້ອນບາບກໍຕາມ, ພຣະອົງກໍໄດ້ໃຫ້ພວກເຮົາ ມີຊີວິດໃໝ່ ໃນພຣະກຣິສໂຕ (ແມ່ນ ພຣະຄຸນຂອງພຣະອົງ ຊ່ວຍພວກພີ່ນ້ອງໃຫ້ຮອດ). ພຣະເຈົ້າຊົງບັນດານໃຫ້ພວກເຮົາ ໄດ້ຮ່ວມກັບເປັນຄືນມາ ກັບພຣະກຣິສໂຕ ແລະໂຜດໃຫ້ພວກເຮົາ ໄດ້ນັ່ງຮ່ວມສະເຫວີຍຣາດ ກັບພຣະກຣິສໂຕ ຢູ່ສະຫວັນດ້ວຍ. ທັງນີ້ ກໍເພື່ອສະແດງໃຫ້ຄົນ ໃນທຸກສະໄໝພາຍໜ້າ ໄດ້ເຫັນຄວາມອຸດົມສົມບູນ ແຫ່ງພຣະຄຸນຂອງພຣະອົງ ຍ້ອນພຣະເມດຕາກະລຸນາ ທີ່ພຣະອົງມີຕໍ່ພວກເຮົາ ໃນພຣະເຢຊູກຣິສໂຕເຈົ້າ. ຕາມຈິງແລ້ວ ແມ່ນພຣະຄຸນ ໄດ້ຊ່ວຍພວກພີ່ນ້ອງໃຫ້ຮອດ ດ້ວຍອາໄສຄວາມເຊື່ອ, ແລະຄວາມຮອດນີ້ ບໍ່ໄດ້ມາຈາກພວກພີ່ນ້ອງເອງ, ແຕ່ເປັນຂອງທານຈາກພຣະເຈົ້າ. ທັງບໍ່ແມ່ນຍ້ອນກິດກຸສົນ ທີ່ພວກພີ່ນ້ອງໄດ້ກະທຳ, ເພື່ອບໍ່ໃຫ້ມີໃຜອວດຕົວໄດ້. ເຮົາທຸກຄົນເປັນຜົນງານຂອງພຣະອົງ, ພວກເຮົາ ຖືກສ້າງມາ ໃນພຣະເຢຊູກຣິສໂຕເຈົ້າ ເພື່ອໃຫ້ພວກເຮົາ ໄດ້ປະຕິບັດວຽກການ ອັນດີງາມຕ່າງໆ ຊຶ່ງພຣະເປັນເຈົ້າ ໄດ້ຈັດຕຽມໄວ້ລ່ວງໜ້າແລ້ວ.
ເພງສັກສິດ (ພສສ. 99:1-2:3:4:5)
ຮັບ: ພຣະເຈົ້າໄດ້ສ້າງພວກເຮົາ ແລະພວກເຮົາເປັນຊັບຂອງພຣະອົງ.
- ທົ່ວແຜ່ນດິນ ຈົ່ງໂຮຮ້ອງສັນຣະເສີນພຣະອົງເຈົ້າ ຈົ່ງຮັບໃຊ້ພຣະອົງເຈົ້າ ດ້ວຍຄວາມຊື່ນ ບານ ຈົ່ງປະສານເພງຍິນດີເຂົ້າຫາພຣະອົງ. (ເຊີນຮັບ)
- ຈົ່ງຮູ້ໄວ້ເຖີດວ່າ ພຣະອົງເປັນພຣະເຈົ້າ ພຣະອົງໄດ້ຊົງສ້າງພວກເຮົາມາ ພວກເຮົາເປັນຂອງພຣະອົງ: ເປັນປະຊາກອນ ແລະເປັນຝູງແກະຂອງພຣະອົງດ້ວຍ. (ເຊີນຮັບ)
- ຈົ່ງເຂົ້າໄປໃນເຄຫາຂອງພຣະອົງ ດ້ວຍຮ້ອງເພງໂມທະນາ ເຂົ້າໄປສູ່ລານໜ້າພຣະວິຫານ ຂອງພຣະອົງ ດ້ວຍຮ້ອງເພງສັນຣະເສີນ ຈົ່ງຂອບພຣະຄຸນ ແລະຖະຫວາຍພອນແດ່ພຣະ ນາມຂອງພຣະອົງ. (ເຊີນຮັບ)
- ແມ່ນແທ້, ພຣະອົງເຈົ້າຊົງພຣະໄທດີ, ຮັກນິລັນບໍ່ຜັນແປ ຊົງສັດຈິງຢູ່ ໃນທຸກເຊັ່ນທຸກສະໄໝ. (ເຊີນຮັບ)
ກ່ອນພຣະວໍຣະສານ (ອຟ. 1:17-18)
ອັນເລລູຢາ! ອັນເລລູຢາ! ຂໍພຣະບິດາຂອງພຣະເຢຊູກຣິສໂຕ ພຣະອົງເຈົ້າຂອງພວກເຮົາ ສ່ອງແສງສະຫວ່າງຂອງພຣະອົງ ເຂົ້າໃນດວງໃຈຂອງພວກເຮົາ ແລ້ວພວກເຮົາຈະໄດ້ຮູ້ຈັກຄວາມຫວັງແຕ່ອັນດຽວ ທີ່ພຣະອົງໄດ້ຊົງປະທານໃຫ້ ດ້ວຍອາໄສກະແສຮຽກຂອງພຣະອົງ. ອັນເລລູຢາ!
ພຣະວໍຣະສານ (ລກ. 12:13-21)
“ສິ່ງທີ່ເຈົ້າໄດ້ສະສົມໄວ້ນັ້ນຈະຕົກເປັນຂອງໃຜ?”
ພຣະວໍຣະສານ ໂດຍນັກບຸນລູກາ
ໃນເວລານັ້ນ, ຜູ້ໜຶ່ງໃນຝູງຊົນ ທູນພຣະເຢຊູເຈົ້າວ່າ: “ພຣະອາຈານເຈົ້າ, ຂໍພຣະອົງຊ່ອຍໂອບໂລມ ໃຫ້ອ້າຍຂ້ານ້ອຍ ປັນມູນມໍລະດົກໃຫ້ຂ້ານ້ອຍແດ່.” ພຣະເຢຊູເຈົ້າ ຊົງກ່າວຕອບເຂົາວ່າ: “ສະຫາຍເອີຍ, ແມ່ນໃຜ ໄດ້ແຕ່ງຕັ້ງໃຫ້ເຮົາ ເປັນຜູ້ຕັດສິນ ຫລືເປັນຜູ້ຈັດການ ໃນເລື່ອງແບ່ງປັນມູນມໍລະດົກ ຂອງພວກເຈົ້າ?” ຕໍ່ໄປ ພຣະອົງຊົງກ່າວກັບປະຊາຊົນວ່າ: “ໃຫ້ພວກເຈົ້າ ລະວັງຕົວຕໍ່ຄວາມມັກໄດ້; ຍ້ອນວ່າ ມະນຸດຈະຮັ່ງມີສີສຸກປານໃດ ຊີວິດຂອງເຂົາ ກໍບໍ່ສຸດແລ້ວ ແຕ່ຊັບສິນນັ້ນດອກ.”
ແລ້ວພຣະອົງຊົງກ່າວຄວາມປຽບທຽບວ່າດັ່ງນີ້: “ຍັງມີເສດຖີຜູ້ໜຶ່ງ ມີທີ່ດິນຊຶ່ງໃຫ້ໝາກຜົນມາກຫລາຍ. ລາວຮຳເພິງໃນໃຈວ່າ ຂ້ອຍຈະເຮັດແນວໃດ? ຍ້ອນວ່າ ຂ້ອຍບໍ່ມີບ່ອນຈະໃສ່ພືດຜົນເລີຍ! ລາວເວົ້າຕໍ່ໄປວ່າ ຂ້ອຍຈະເຮັດດັ່ງນີ້: ຂ້ອຍຈະມ້າງເລົ້າຫລັງເກົ່າ ແລະຈະເຮັດເລົ້າ ໃໝ່ໃຫຍ່ກວ່າ ແລ້ວຈະເອົາເຂົ້າພ້ອມຊັບສິນທັງໝົດໃສ່ໄວ້ໃນນັ້ນ, ແລ້ວຂ້ອຍຈະເວົ້າກັບວິນຍານຂ້ອຍວ່າ: ວິນຍານເອີຍ, ເຈົ້າມີຊັບສົມບັດມາກມູນທ້ອນໄວ້ ເພື່ອຫລາຍປີ, ບັດນີ້ ຈົ່ງພັກຜ່ອນ, ຈົ່ງກິນ, ຈົ່ງດື່ມ ແລະຫລິ້ນມ່ວນຊື່ນເຖີດ. ແຕ່ພຣະເປັນເຈົ້າຊົງກ່າວແກ່ເຂົາວ່າ: ຄົນໂງ່ເອີຍ, ຄືນນີ້ແລ້ວ ເຂົາຈະທວງເອົາວິນຍານເຈົ້າໄປ ແລະສິ່ງທີ່ເຈົ້າໄດ້ສະສົມໄວ້ນັ້ນ ຈະຕົກເປັນຂອງໃຜ? ຜູ້ທີ່ຮິບໂຮມຊັບສົມບັດເພື່ອຕົວເອງ, ແທນທີ່ຈະຮັ່ງມີ ຕໍ່ພຣະພັກພຣະເປັນເຈົ້າ ກໍເປັນດັ່ງນີ້ແລ.”
ບົດຮ່ຳເພິງ
ວັນນີ້,ພຣະເຢຊູເຈົ້າໄດ້ຕອບຜູ້ໜຶ່ງໃນຝູງຊົນທີ່ມາຂໍໃຫ້ພຣະອົງຕັດສິນຄວາມໃຫ້ເຂົາວ່າ: “ສະຫາຍເອີຍ, ແມ່ນໃຜໄດ້ແຕ່ງຕັ້ງໃຫ້ເຮົາເປັນຜູ້ຕັດສິນຫລືເປັນຜູ້ຈັດການໃນເລື່ອງແບ່ງປັນມູນມໍລະດົກຂອງພວກເຈົ້າ?” ຄໍາເວົ້ານີ້ຂອງພຣະເຢຊູເຈົ້າສະແດງໃຫ້ເຫັນວ່າສິ່ງທີ່ພຣະເຢຊູເຈົ້າສອນແລະກະທໍາມາເຖິງບັດນີ້ບໍ່ໄດ້ກ່ຽວກັບເລື່ອງມູນມໍລະດົກແລະຄວາມຮັ່ງມີໃນໂລກນີ້,ແຕ່ແມ່ນເລື່ອງອານາຈັກສະຫວັນແລະຄວາມຮັ່ງມີໃນໂລກໜ້າ. ຍ້ອນວ່າມະນຸດຈະຮັ່ງມີສີສຸກປານໃດກໍຕາມ, ຊີວິດຂອງເຂົາກໍບໍ່ສຸດແລ້ວແຕ່ນໍາຊັບສິນນັ້ນດອກ.
ຄໍາຖາມຂອງຄົນທີ່ມາຖາມພຣະເຢຊູເຈົ້າວັນນີ້ ກໍອາດຈະເປັນຄໍາຖາມຂອງພວກເຮົາແຕ່ລະຄົນເຊັ່ນດຽວກັນ. ຍ້ອນຫລາຍຄັ້ງ, ສິ່ງທີ່ພວກເຮົາເປັນຫ່ວງແລະກັງວົນທີ່ສຸດບໍ່ແມ່ນເລື່ອງອານາຈັກສະຫວັນແລະເລື່ອງຊີວິດໃນໂລກໜ້າ, ແຕ່ແມ່ນຊີວິດການເປັນຢູ່ໃນໂລກນີ້, ຄວາມຮັ່ງມີ, ຊື່ສຽງແລະຍົດສັກໃນຊີວິດສັງຄົມ. ສິ່ງເຫລົ່ານີ້ທໍາໃຫ້ພວກເຮົາບໍ່ໃສ່ໃຈວາຈາຂອງພຣະເຈົ້າແລະລືມພຣະອົງໄປ. ເພາະສະນັ້ນ, ວັນນີ້ພຣະເຢຊູເຈົ້າຈຶ່ງຕັກເຕືອນພວກເຮົາວ່າ ຈະມີປະໂຫຍດຫຍັງຫາກພວກເຮົາໄດ້ໂລກທັງໝົດມາເປັນກໍາມະສິດ, ຫາກຕ້ອງສູນເສຍວິນຍານໄປ.
ບົດພາວະນາ
ໂອພຣະເຢຊູເຈົ້າ ໂຜດສອນລູກໃຫ້ຮູ້ຈັກໄວ້ວາງໃຈໃນຄວາມຮັກເມດຕາຂອງພຣະບິດາ ແລະຊອກຫາອານາຈັກສະຫວັນກ່ອນ. ແລ້ວສິ່ງອື່ນ, ພຣະອົງຈະປະທານໃຫ້ລູກຫລາຍກວ່າສິ່ງທີ່ລູກວອນຂໍນໍາພຣະອົງຊໍ້າ. ໂຜດສອນລູກໃຫ້ຮູ້ຈັກຊອກຫາຄວາມຮັ່ງມີໃນໂລກໜ້າໃນວາຈາຂອງພຣະອົງ. ເພາະມະນຸດຈະຮັ່ງມີສີສຸກປານໃດກໍຕາມ, ຊີວິດຂອງເຂົາກໍບໍ່ສຸດແລ້ວແຕ່ນໍາຊັບສິນນັ້ນດອກ. ອາແທນ.
(ຄຸນພໍ່ ອັງຕວນ ກຽດຕິສັກ)