ຟັງພຣະວໍຣະສານ ບົດຮ່ຳເພິງ ແລະບົດພາວະນາ

ບົດອ່ານທີ 1  (ກຈ. 22:30; 23:6-11)

“ເຈົ້າກໍຈະຕ້ອງປະກາດເປັນພະຍານ ທີ່ກຸງໂຣມແນວນັ້ນດ້ວຍ.”

ບົດອ່ານຈາກໜັງສື ກິດຈະການ ຂອງພວກອັກຄະທຳມະທູດ

ເປົາໂລ ຖືກຈັບທີ່ກຸງເຢຣູຊາແລມ. ຄັ້ນມື້ຕໍ່ມາ, ຜູ້ບັງຄັບກອງຢາກຮູ້ວ່າ ພວກຢິວກ່າວຫາເປົາໂລ ດ້ວຍເຫດໃດແທ້, ທ່ານຈຶ່ງໄດ້ສັ່ງໃຫ້ແກ້ເປົາໂລ ແລະໃຫ້ພວກມະຫາສົງ ກັບບັນດາສະມາຊິກສານສູງ ເຂົ້າປະຊຸມກັນ; ແລ້ວທ່ານໄດ້ນຳເປົາໂລ ອອກມາປາກົດຕົວຕໍ່ໜ້າພວກນັ້ນ.

ເປົາໂລ ສັງເກດວ່າ ຢູ່ທີ່ນັ້ນສ່ວນໜຶ່ງ ເປັນພວກຊາດູເຊວ ແລະອີກສ່ວນໜຶ່ງ ເປັນພວກຟາຣີເຊວ, ທ່ານຈຶ່ງຮ້ອງຂຶ້ນກາງກອງປະຊຸມວ່າ: “ພີ່ນ້ອງທັງຫລາຍເອີຍ, ເຮົານີ້ເປັນຟາຣີເຊວ ແລະລູກຂອງຟາຣີເຊວ. ການທີ່ເຮົາຖືກພິພາກສານີ້ ກໍເພື່ອຄວາມຫວັງຂອງເຮົາທັງຫລາຍ, ຄືການກັບຄືນຊີບຂອງພວກຜູ້ຕາຍ.” ພໍທ່ານໄດ້ເວົ້າດັ່ງນັ້ນ, ກໍເກີດການຖົກຖຽງກັນຂຶ້ນ ລະຫວ່າງພວກຟາຣີເຊວ ແລະພວກຊາດູເຊວ ແລະກອງປະຊຸມ ກໍຖືກແບ່ງອອກເປັນສອງພວກ. ຕາມຈິງແລ້ວ, ພວກຊາດູເຊວ ປະຕິເສດການກັບຄືນຊີບ, ປະຕິເສດເທວະດາ ແລະຈິດວິນຍານ, ສ່ວນພວກຟາຣີເຊວ ປະກາດສອນທັງສອງຢ່າງ. ຈຶ່ງເກີດອຶກກະທຶກນອງນັນຂຶ້ນ. ພວກນັກທຳບາງຄົນ ໃນພັກພວກຟາຣີເຊວ ໄດ້ລຸກຂຶ້ນຄັດຄ້ານວ່າ: “ພວກເຮົາບໍ່ ເຫັນມີຫຍັງຜິດໃນຄົນຜູ້ນີ້. ແລະຖ້າຫາກແມ່ນພຣະຈິດ ຫລືເທວະດາອົງໃດອົງໜຶ່ງ ໄດ້ກ່າວໃນເຂົາ?” ການຖົກຖຽງຈຶ່ງກາຍເປັນເລື່ອງຮຸນແຮງຂຶ້ນ. ຜູ້ບັງຄັບກອງ ຢ້ານພວກເຂົາຈະຫຸ້ມເຂົ້າດຶງຈີກເປົາໂລ, ທ່ານຈຶ່ງສັ່ງໃຫ້ພວກທະຫານ ໄປຍາດເອົາເປົາໂລ ອອກຈາກພວກເຂົາ ແລະພາທ່ານເຂົ້າໃນຄ້າຍເສຍ. ໃນຄ່ຳຄືນຕໍ່ມານັ້ນເອງ, ພຣະອົງເຈົ້າຊົງປະຈັກມາກ່າວກັບເປົາໂລວ່າ: “ຢ່ານ້ອຍໃຈເລີຍ! ເຈົ້າໄດ້ປະກາດເປັນພະຍານເຖິງເຮົາ ທີ່ນະຄອນເຢຣູຊາແລມແນວໃດ, ເຈົ້າກໍຈະຕ້ອງປະກາດເປັນພະຍານ ທີ່ກຸງໂຣມແນວນັ້ນດ້ວຍ.”


ເພງສັກສິດ  (ພສສ. 15:1-2ກ ແລະ5:7-8:9-10:11)

ຮັບ: ໂອພຣະອົງ ພຣະເຈົ້າຂອງພວກຂ້າພະເຈົ້າ, ໂຜດຮັກສາຂ້າພະເຈົ້າ. ພຣະອົງຊົງເປັນຄວາມຫວັງອັນດຽວຂອງຂ້າພະເຈົ້າ.

ຫລື

ອັລເລລູຢາ

- ໂອພຣະອົງເຈົ້າ, ໂຜດຮັກສາຂ້າພະເຈົ້າ, ຍ້ອນວ່າ ພຣະອົງເປັນບ່ອນເພິ່ງ ອາໄສຂອງຂ້າພະເຈົ້າ. ຂ້າພະເຈົ້າທູນພຣະອົງເຈົ້າວ່າ: ພຣະອົງແມ່ນພຣະເຈົ້າຂອງຂ້າພະເຈົ້າ. ໂອພຣະອົງເຈົ້າ, ພຣະອົງເປັນສ່ວນມໍລະດົກ ແລະເປັນລາງວັນຂອງຂ້າພະເຈົ້າ. ພຣະອົງແມ່ນຜູ້ກຳໂຊກຊາຕາຂອງຂ້າພະເຈົ້າ. (ເຊີນຮັບ)

- ຂ້າພະເຈົ້າຂໍຖະຫວາຍພອນ ແດ່ພຣະອົງເຈົ້າ ຜູ້ເປັນພຣະອາຈານ ຂອງຂ້າພະເຈົ້າແລະແມ່ນໃນຍາມກາງຄືນ ສຽງມະໂນທຳກໍບອກເຕືອນຂ້າພະເຈົ້າ ຂ້າພະເຈົ້າຄິດເຫັນພຣະອົງເຈົ້າ ຢູ່ຕໍ່ໜ້າຂ້າພະເຈົ້າສະເໝີ. ພຣະອົງສະຖິດຢູ່ກ້ຳຂວາຂອງຂ້າພະເຈົ້າ, ຂ້າພະເຈົ້າຈຶ່ງບໍ່ຢ້ານເຊລົ້ມ. (ເຊີນຮັບ)

- ດັ່ງນີ້ ດວງໃຈຂ້າພະເຈົ້າຈຶ່ງເບີກບານຍິນດີ ແລະວິນຍານຂ້າພະເຈົ້າ ປິຕິຊົມຊື່ນ.ເນື້ອໜັງຂອງຂ້າພະເຈົ້າ ກໍຢູ່ໃນຄວາມປອດໄພ. ພຣະອົງບໍ່ຍອມປະໃຫ້ຂ້າພະເຈົ້າຕາຍ ແລະບໍ່ປະໃຫ້ມິດສະຫາຍຂອງພຣະອົງ ຕ້ອງເປື່ອຍເໜົ່າໄປດ້ວຍ. (ເຊີນຮັບ)

- ພຣະອົງສອນຂ້າພະເຈົ້າ ໃຫ້ຮູ້ຈັກເສັ້ນທາງ ພາໄປເຖິງຊີວິດ: ຄວາມຍິນດີອັນເຫລືອລົ້ນ ຢູ່ຕໍ່ພຣະພັກພຣະອົງ! ຢູ່ກ້ຳຂວາຂອງພຣະອົງ ມີຄວາມເບີກບານສຳຣານນິຣັນດອນ! (ເຊີນຮັບ)


ກ່ອນພຣະວໍຣະສານ  (1 ຢງ. 4:16)

ອັລເລລູຢາ! ອັລເລລູຢາ! ພຣະເປັນເຈົ້າແມ່ນຄວາມຮັກ. ຖ້າພວກເຮົາຢູ່ໃນຄວາມຮັກ, ພວກເຮົາກໍຢູ່ໃນພຣະເຈົ້າ. ອັລເລລູຢາ!


ພຣະວໍຣະສານ  (ຢງ. 17:20-25)

“ຂໍໃຫ້ພວກເຂົາເອງໄດ້ເປັນໜຶ່ງດຽວໃນພວກເຮົາ.”

ພຣະວໍຣະສານ ໂດຍນັກບຸນຢວງ

ເວລາທີ່ພຣະເຢຊູຕ້ອງຈາກໂລກ ເມືອຫາພຣະບິດາ ໃກ້ຈະມາເຖິງແລ້ວ ພຣະອົງຊົງເງີຍພຣະພັກຂຶ້ນຟ້າ ພາວະນາວ່າດັ່ງນີ້: “ລູກບໍ່ວອນຂໍສຳລັບແຕ່ພວກເຂົາເທົ່ານັ້ນ, ແຕ່ຍັງວອນຂໍເພື່ອທຸກຄົນ ທີ່ຈະເຊື່ອເຖິງລູກ ຍ້ອນຖ້ອຍຄຳຂອງພວກເຂົາ. ຂໍໃຫ້ທຸກຄົນເປັນໜຶ່ງດຽວ. ໂອພຣະບິດາ, ຄືພຣະອົງຢູ່ໃນລູກ ແລະລູກຢູ່ໃນພຣະອົງ, ຂໍໃຫ້ພວກເຂົາເອງ ໄດ້ເປັນໜຶ່ງດຽວ ໃນພວກເຮົາ, ເພື່ອໃຫ້ໂລກເຊື່ອວ່າ ແມ່ນພຣະອົງໄດ້ຊົງໃຊ້ລູກມາ. ກຽດມຸງຄຸນ ທີ່ລູກໄດ້ຮັບຈາກພຣະອົງນັ້ນ ລູກໄດ້ມອບໃຫ້ພວກເຂົາ, ເພື່ອໃຫ້ພວກເຂົາ ໄດ້ເປັນໜຶ່ງດຽວ ຄືພວກເຮົາເປັນໜຶ່ງດຽວນັ້ນແລ. ຄືວ່າ ລູກຢູ່ໃນພວກເຂົາ ແລະພຣະອົງຢູ່ໃນລູກ ເພື່ອພວກເຂົາ ຈະໄດ້ເປັນໜຶ່ງດຽວຢ່າງຄົບຖ້ວນ ແລະໃຫ້ໂລກຮູ້ວ່າ ພຣະອົງໄດ້ຊົງໃຊ້ລູກມາ ແລະພຣະອົງຊົງຮັກພວກເຂົາ ຄືໄດ້ຊົງຮັກລູກນັ້ນແລ. ໂອພຣະບິດາເຈົ້າ, ລູກຢູ່ບ່ອນໃດ, ກໍຂໍໃຫ້ຜູ້ທີ່ພຣະອົງໄດ້ມອບໃຫ້ ຢູ່ນຳລູກໃນບ່ອນນັ້ນດ້ວຍ ເພື່ອໃຫ້ພວກເຂົາ ຊົມສີມຸງຄຸນ ທີ່ພຣະອົງໄດ້ປະທານໃຫ້ລູກ, ຍ້ອນພຣະອົງຊົງຮັກລູກ ແຕ່ກ່ອນສ້າງໂລກ. ໂອພຣະບິດາ ຜູ້ຊົງຍຸຕິທຳ, ໂລກບໍ່ໄດ້ຮູ້ຈັກພຣະອົງ; ສ່ວນລູກ, ລູກໄດ້ຮູ້ຈັກພຣະອົງ ແລະພວກນີ້ ກໍໄດ້ຮັບຮູ້ວ່າ: ພຣະອົງໄດ້ຊົງໃຊ້ລູກມາ. ລູກໄດ້ໄຂສຳແດງພຣະນາມຂອງພຣະອົງແກ່ພວກເຂົາ ແລະຍັງຈະໄຂສຳແດງອີກ ເພື່ອໃຫ້ຄວາມຮັກ ຂອງພຣະອົງ ຕໍ່ລູກ ໄດ້ຢູ່ໃນພວກເຂົາ ແລະເພື່ອໃຫ້ລູກ ໄດ້ຢູ່ໃນພວກເຂົາ.”


ບົດຮ່ຳເພິງ

ວາຈາພຣະເຈົ້າວັນນີ້ກໍສືບຕໍ່ຄໍາພາວນະຂອງພຣະເຢຊູເຈົ້າຫາພຣະບິດາກ່ຽວກັບຄວາມເປັນໜຶ່ງດຽວກັນ. ມື້ວານນີ້, ພວກເຮົາເຫັນວ່າຄວາມເປັນໜຶ່ງດຽວກັບພຣະບິດາເຈົ້າຄືການຢູ່ໃນຄວາມສັກສິດແລະຄວາມຈິງ. ຍ້ອນພຣະອົງເປັນອົງແຫ່ງຄວາມສັກສິດແລະຄວາມຈິງ. ແລະແມ່ນວາຈາຂອງພຣະອົງທີ່ທໍາໃຫ້ພວກເຮົາສັກສິດແລະຢູ່ໃນຄວາມຈິງ.

ວັນນີ້, ວາຈາພຣະເຈົ້າກໍຊ່ວຍພວກເຮົາໃຫ້ເຂົ້າໃຈຕື່ມອີກວ່າ ເມື່ອພວກເຮົາເປັນໜຶ່ງດຽວກັນແລະເປັນໜຶ່ງດຽວກັບພຣະບິດານັ້ນແມ່ນພວກເຮົາໄດ້ປະກາດແລະເປັນພິຍານເຖິງພຣະອົງແລ້ວ. ເພາະພຣະເຈົ້າທີ່ພວກເຮົາເຊື່ອນີ້ແມ່ນພຣະເຈົ້າໜຶ່ງດຽວ. ພຣະບິດາເປັນໜຶ່ງດຽວກັບພຣະບຸດ ແລະພຣະບຸດເປັນໜຶ່ງດຽວກັບພຣະບິດາແລະພຣະຈິດ. ທັງສາມພຣະອົງລ້ວນແຕ່ເປັນພຣະເຈົ້າໜຶ່ງດຽວ. ດ້ວຍເຫດນີ້, ຖ້າພວກເຮົາເປັນໜຶ່ງດຽວກັນ, ພວກເຮົາກໍເປັນພິຍານເຖິງພຣະບິດາ, ພຣະບຸດແລະພຣະຈິດ. ແລະສິ່ງທີ່ທໍາໃຫ້ພວກເຮົາເປັນໜຶຶ່ງດຽວກັບພຣະເຈົ້ານັ້ນຄືວາຈາຂອງພຣະອົງນັ້ນເອງ. ເພາະວາຈາຂອງພຣະອົງເປັນຄວາມຈິງແລະຄວາມຮັກ. ຖ້າພວກເຮົາປະຕິບັດຕາມວາຈາແຫ່ງຄວາມຈິງແລະຄວາມຮັກຂອງພຣະເຈົ້າແລ້ວ, ພວກເຮົາກໍເປັນໜຶ່ງດຽວກັນໃນຄວາມຮັກແລະຄວາມຈິງຂອງພຣະອົງດ້ວຍ.


ບົດພາວະນາ

ໂອພຣະເຢຊູເຈົ້າ ໂຜດຊ່ວຍລູກໃຫ້ເປັນໜຶ່ງດຽວກັບພຣະອົງແລະພຣະບິດາ. ໂຜດຊ່ວຍລູກໃຫ້ເປັນໜຶ່ງດຽວກັນໃນຄອບຄົວ, ໃນສັງຄົມແລະໃນພຣະກຣິສຕະຈັກດ້ວຍ. ເພາະຄວາມເປັນໜຶ່ງດຽວນີ້ມາຈາກພຣະອົງຜູ້ເປັນພຣະເຈົ້າໜຶ່ງດຽວນັ້ນເອງ. ອາແມນ.


(ຄຸນພໍ່ ອັງຕວນ ກຽດຕິສັກ)