ຟັງພຣະວໍຣະສານ ບົດຮ່ຳເພິງ ແລະບົດພາວະນາ
ບົດອ່ານທີ 1 (ບຊຣ. 27:30:28:1-9)
“ຈົ່ງອະໄພໂທດໃຫ້ໝູ່ເພື່ອນທີ່ທຳຜິດເຈົ້າ ແລ້ວເມື່ອເຈົ້າສວດພາວະນາ ບາບຂອງເຈົ້າຈຶ່ງຈະຫລຸດ.”
ບົດອ່ານຈາກໜັງສື ບຸດຊີຣາ
ການຜູກພະຍາບາດ ແລະຄວາມໂມໂຫໂທໂສ ສອງຢ່າງນີ້ ເປັນພະຍົດຊົ່ວຊ້າໜ້າຂີ້ດຽດ ຊຶ່ງຄົນບາບຫວງແຫນເອົາໄວ້. ຄົນທີ່ແກ້ແຄ້ນ ກໍຈະໄດ້ເຫັນການແກ້ແຄ້ນຂອງພຣະອົງເຈົ້າ ພຣະອົງຈະເອົາໂທດເຂົາຢ່າງເຄັ່ງຄັດ ຍ້ອນບາບຂອງເຂົາ. ຈົ່ງອະໄພໂທດໃຫ້ໝູ່ເພື່ອນ ທີ່ທຳຜິດເຈົ້າ ແລ້ວເມື່ອເຈົ້າສວດພາວະນາ ບາບຂອງເຈົ້າຈຶ່ງຈະຫລຸດ. ຖ້າຜູ້ໃດຫລໍ່ລ້ຽງຄວາມໂມໂຫໂທໂສ ທີ່ມີຕໍ່ຜູ້ອື່ນ ໄວ້ໃນໃຈແລ້ວ ເຂົາຈະຂໍໃຫ້ພຣະເຈົ້າ ປິ່ນປົວປົວໃຫ້ເຂົາຫາຍດີໄດ້ຢ່າງໃດ? ຖ້າເຂົາບໍ່ອີດູສົງສານຄົນອື່ນ ຊຶ່ງເປັນໝູ່ເພື່ອນຂອງຕົນແລ້ວ ເຂົາຈະວິງວອນຂໍພຣະອົງ ຍົກໂທດໂຜດຜິດໃຫ້ຕົວເອງ ໄດ້ຢ່າງໃດ? ເຂົາເປັນພຽງແຕ່ຄົນລ້າໆ, ຍັງມາຜູກພະຍາບາດຜູ້ອື່ນ, ໃຜຈະອະໄພບາບໃຫ້ເຂົາໄດ້? ຈົ່ງລຳລຶກເຖິງໂຊກຊະຕາສຸດທ້າຍຂອງເຈົ້າເຖີດ ແລະຈົ່ງປະຖິ້ມຄວາມຄຽດຊັງນັ້ນເສຍ. ຈົ່ງລຳລຶກເຖິງຄວາມເປື່ອຍເນົ່າ ແລະຄວາມຕາຍຂອງເຈົ້າ ແລະຈົ່ງສັດຊື່ຕໍ່ພຣະບັນຢັດ ແລະຢ່າຜູກພະຍາບາດຜູ້ອື່ນ. ຈົ່ງລຳລຶກເຖິງພຣະສຳພັນໄມຕີຂອງພຣະເຈົ້າ ຜູ້ສູງສຸດ ແລະຢ່າຫົວຊານຳຄວາມຜິດຂອງຜູ້ອື່ນ.
ເພງສັກສິດ (ພສສ. 102:1-2:3-4:9-10:11-12)
ຮັບ: ພຣະອົງເຈົ້າຊົງເປັນຜູ້ເມດຕາອາລີອ່ອນຫວານ.
- ວິນຍານຜູ້ຂ້າ ຈົ່ງຖະຫວາຍພອນແດ່ພຣະອົງເຈົ້າ, ແລະທຸກສິ່ງໃນຕົວຜູ້ຂ້າ ຈົ່ງຖະຫວາຍພອນແດ່ພຣະນາມສັກສິດຂອງພຣະອົງວິນຍານຜູ້ຂ້າ ຈົ່ງຖະຫວາຍພອນແດ່ພຣະອົງເຈົ້າ, ແລະຢ່າລືມຄຸນງາມຄວາມດີອັນໃດ ທີ່ພຣະອົງໄດ້ຊົງປະທານໃຫ້ເຈົ້າເລີຍ. (ເຊີນຮັບ)
- ຍ້ອນພຣະອົງເອງ ເປັນຜູ້ຍົກໂທດໂຜດຜິດ ແລະປິ່ນປົວພະຍາດໂລຄາຕ່າງໆຂອງເຈົ້າ. ແມ່ນຜູ້ໄຖ່ເອົາຊີວິດຂອງເຈົ້າ ອອກຈາກແດນມໍລະນາ, ແມ່ນຜູ້ຊົງຮັກແພງ ແລະມີເມດຕາຕໍ່ເຈົ້າຢ່າງເຫລືອລົ້ນ. (ເຊີນຮັບ)
- ພຣະອົງຈະບໍ່ຊົງຫາເລື່ອງໃສ່ໂທດຢູ່ເລື້ອຍ ແລະຈະບໍ່ຜູກພະຍາບາດຕະຫລອດໄປ. ພຣະອົງຈະບໍ່ທຳໂທດເຮົາ ຕາມບາບທີ່ເຮົາກະທຳ ແລະຈະບໍ່ທຳການຕອບແທນ ຕາມຄວາມຜິດຂອງເຮົາ. (ເຊີນຮັບ)
- ດ້ວຍວ່າ ຟ້າສະຫວັນສູງກວ່າແຜ່ນດິນເທົ່າໃດ, ຄວາມຮັກຂອງພຣະອົງ ຕໍ່ຜູ້ຢ້ານຈຽມພຣະອົງ ກໍຍິ່ງໃຫຍ່ເທົ່ານັ້ນ. ທິດຕາເວັນອອກ ໄກຫ່າງຈາກທິດຕາເວັນຕົກ ປານໃດ ພຣະອົງກໍຊົງກວັດແກວ່ງຄວາມຜິດຂອງພວກເຮົາ ອອກໄປໄກຈາກພວກເຮົາປານນັ້ນ. (ເຊີນຮັບ)
ບົດອ່ານທີ 2 (ຣມ. 14:7-9)
“ບໍ່ວ່າພວກເຮົາມີຊີວິດຢູ່ຫລືຕາຍໄປ ພວກເຮົາກໍເປັນຂອງພຣະອົງເຈົ້າ”.
ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງສັດຕະບຸຣຸດ ຊາວນະຄອນໂຣມາ
ພີ່ນ້ອງທີ່ຮັກ, ໃນພວກເຮົາ ບໍ່ມີໃຜມີຊີວິດເພື່ອຕົນເອງ ແລະບໍ່ມີຜູ້ໃດຕາຍເພື່ອຕົນເອງ. ຖ້າຫາກພວກເຮົາມີຊີວິດ, ກໍແມ່ນມີຊີວິດເພື່ອພຣະອົງເຈົ້າ ຖ້າຫາກພວກເຮົາຕາຍ ກໍແມ່ນຕາຍເພື່ອພຣະອົງເຈົ້າ. ດັ່ງນັ້ນ ບໍ່ວ່າເຮົາມີຊີວິດຢູ່ ຫລືຕາຍໄປ ພວກເຮົາກໍເປັນຂອງໆພຣະອົງເຈົ້າ. ດ້ວຍເຫດນີ້ເອງ ພຣະກຣິສໂຕໄດ້ສິ້ນພຣະຊົນແລ້ວ ໄດ້ກັບຄືນຊີບ ກໍເພື່ອຈະໄດ້ເປັນພຣະອົງເຈົ້າ ຂອງພວກຜູ້ຕາຍ ແລະຂອງພວກຜູ້ເປັນດ້ວຍ.
ກ່ອນພຣະວໍຣະສານ (ຢງ. 15:15)
ອັນເລລູຢາ! ອັນເລລູຢາ! ພຣະອົງເຈົ້າຊົງກ່າວວ່າ: “ເຮົາເອີ້ນພວກເຈົ້າວ່າມິດສະຫາຍ ຍ້ອນວ່າ ເຮົາໄດ້ໃຫ້ພວກເຈົ້າຮູ້ຈັກທຸກສິ່ງ ທີ່ເຮົາໄດ້ຍິນຈາກພຣະບິດາຂອງເຮົາ”. ອັນເລລູຢາ!
ພຣະວໍຣະສານ (ມທ. 18:21-35)
“ເຮົາບໍ່ບອກເຈົ້າວ່າ ຕ້ອງອະໄພໂທດໃຫ້ເຂົາເຈັດເທື່ອເທົ່ານັ້ນ ແຕ່ຕ້ອງອະໄພໂທດໃຫ້ເຂົາ ເຈັດສິບເທື່ອຄູນເຈັດພຸ້ນແລ້ວ”.
ພຣະວໍຣະສານ ໂດຍນັກບຸນມັດເທວ
ໃນເວລານັ້ນ, ເປໂຕເຂົ້າມາຂາບທູນພຣະເຢຊູເຈົ້າວ່າ: “ພຣະອົງເຈົ້າ, ຂ້ານ້ອຍຕ້ອງຍົກໂທດໂຜດຜິດ ໃຫ້ພີ່ນ້ອງຂອງຂ້ານ້ອຍ ຈັກທໍ່ໃດເທື່ອ? ຈົນເຖິງເຈັດເທື່ອບໍ?” ພຣະເຢຊູເຈົ້າຊົງຕອບວ່າ: “ເຮົາບໍ່ບອກເຈົ້າວ່າ ຕ້ອງຍົກໂທດໃຫ້ເຈັດເທື່ອ ດອກ ແຕ່ຕ້ອງຍົກໂທດໃຫ້ເຖິງເຈັດສິບເທື່ອເຈັດ”.
“ເພາະສະນັ້ນ ອານາຈັກສະຫວັນ ຈຶ່ງປຽບດັ່ງກະສັດອົງໜຶ່ງ ທີ່ປະສົງຈະຄິດບັນຊີ ກັບພວກຄົນໃຊ້. ໃນເວລາກຳລັງຄິດບັນຊີຢູ່ນັ້ນ ພໍດີ ເຂົານຳຄົນຜູ້ໜຶ່ງ ທີ່ຕິດໜີ້ຢູ່ໝື່ນຫລຽນທອງຄຳເຂົ້າມາ. ແຕ່ຍ້ອນຄົນຜູ້ນັ້ນ ບໍ່ມີຫຍັງຈະໃຊ້ໜີ້ໄດ້ ກະສັດຈຶ່ງຮັບສັ່ງ: ໃຫ້ຂາຍຄົນຜູ້ນັ້ນ ພ້ອມທັງບຸດ ພັນລະຍາ ແລະຊັບສິນຈົນໝົດເພື່ອໃຊ້ໜີ້. ຄົນໃຊ້ຜູ້ນັ້ນ ຈຶ່ງຂາບລົງໄຫວ້ວອນວ່າ: “ຂໍກະລຸນາໂຈະໄວ້ກ່ອນ ແລ້ວຂ້າພະເຈົ້າຈະໃຊ້ແທນໃຫ້ໝົດ”. ຜູ້ເປັນນາຍຮູ້ສຶກສົງສານ ຈຶ່ງປ່ອຍຜູ້ນັ້ນໄປ ພ້ອມທັງຍົກໜີ້ທັງໝົດໃຫ້ດ້ວຍ. ພໍອອກໄປແລ້ວ ເຂົາພົບເພື່ອນຄົນໜຶ່ງ ທີ່ເປັນໜີ້ເຂົາຮ້ອຍຫລຽນ ເຂົາກໍໂດດເຂົ້າບີບຄໍ ເພື່ອນພ້ອມທັງຂູ່ວ່າ: “ໃຊ້ໜີ້ທັງໝົດໃຫ້ເຮົາ”. ເພື່ອນຄົນນັ້ນຈຶ່ງຂາບລົງໄຫວ້ວອນວ່າ: “ຂໍກະລຸນາໂຈະໄວ້ກ່ອນ ແລ້ວເຮົາຈະໃຊ້ແທນ”. ແຕ່ຄົນຜູ້ນັ້ນ ບໍ່ຍອມຟັງເລີຍ ຍິ່ງກວ່ານັ້ນອີກ ເຂົາຍັງເອົາເພື່ອນໄປຂັງຄຸກໄວ້ ຈົນກວ່າຈະໃຊ້ໜີ້ນັ້ນ. ເພື່ອນຄົນອື່ນເຫັນດັ່ງນັ້ນ ກໍມີຄວາມເສົ້າໃຈຢ່າງໃຫຍ່ ແລະໄດ້ໄປລາຍງານເລື່ອງນີ້ ໃຫ້ຜູ້ເປັນນາຍຊາບ. ນາຍຈຶ່ງສັ່ງໃຫ້ນຳຕົວຄົນນັ້ນ ເຂົ້າມາແລະກ່າວວ່າ: “ຄົນໃຊ້ໂຫດຮ້າຍ ເຮົາໄດ້ຍົກໜີ້ໃຫ້ເຈົ້າຈົນໝົດ ຍ້ອນເຈົ້າວອນຂໍເຮົາ! ສ່ວນເຈົ້າເອງ ເຈົ້າຕ້ອງມີຄວາມສົງສານ ຕໍ່ເພື່ອນຂອງເຈົ້າ ຄືເຮົາໄດ້ມີຄວາມສົງສານ ຕໍ່ເຈົ້າແມ່ນບໍ? ນາຍມີຄວາມໂກດຮ້າຍ ຈຶ່ງມອບຄົນຜູ້ນັ້ນ ໃຫ້ພວກທຳມະໂລງ ຈົນກວ່າເຂົາຈະໃຊ້ໜີ້ໃຫ້ໝົດໄດ້. ພຣະບິດາຂອງເຮົາ ຜູ້ສະຖິດຢູ່ສະຫວັນ ກໍຈະກະທຳຕໍ່ພວກເຈົ້າດັ່ງນີ້ດ້ວຍ ຖ້າຫາກວ່າ ຜູ້ໜຶ່ງຜູ້ໃດໃນພວກເຈົ້າ ບໍ່ຍອມອະໄພໂທດ ໃຫ້ພີ່ນ້ອງຂອງຕົນຢ່າງຈິງໃຈ.”
ບົດຮ່ຳເພິງ
ບົດອ່ານທັງສາມບົດຊຶ່ງພວກເຮົາໄດ້ຟັງວັນອາທິດນີ້ເປັນຕອນທີ່ມີຄວາມໝາຍທີ່ສຸດ. ເພາະທັງສາມລ້ວນແຕ່ກ່າວເຖິງຄວາມຮັກແລະການໃຫ້ອະໄພ.
ໃນບົດອ່ານທີໜຶ່ງຈາກໜັງສືບຸດຊີຣາ, ທ່ານໄດ້ສອນພວກເຮົາເໝືອນກັບຜູ້ເປັນປູ່ສອນຫລານໂດຍກ່າວວ່າ: “ຈົ່ງອະໄພໂທດໃຫ້ໝູ່ເພື່ອນທີ່ທຳຜິດເຈົ້າ ແລ້ວເມື່ອເຈົ້າສວດພາວະນາບາບຂອງເຈົ້າຈຶ່ງຈະຫລຸດ” (ບຊຣ 28, 2). ໝາຍວ່າຄໍາພາວະນາທີ່ຊອບພຣະໄທພຣະເຈົ້າທີ່ສຸດ ຄືຄວາມຮັກເມດຕາທີ່ພວກເຮົາມີຕໍ່ຄົນອື່ນ. ເມື່ອພວກເຮົາມີຄວາມເມດຕາສົງສານແລະໃຫ້ອະໄພແກ່ຄົນອື່ນແລ້ວ, ເວລາພວກເຮົາສວດພາວະນາວິງວອນພຣະເຈົ້າ ພຣະອົງກໍຈະສະດັບຟັງແລະໃຫ້ອະໄພແກ່ພວກເຮົາ.
ສ່ວນໃນບົດອ່ານທີສອງ, ນັກບຸນເປົາໂລສົມທຽບໃຫ້ພວກເຮົາເຂົ້າໃຈວ່າ ບໍ່ມີໃຜມີຊີວິດເພື່ອຕົວເອງ. ແມ່ນແຕ່ພຣະເຢຊູເຈົ້າເອງ, ຊີວິດຂອງພຣະອົງແມ່ນໃນພຣະບິດາ. ແລະການຕາຍຂອງພຣະອົງແມ່ນເພື່ອໄຖ່ບາບພວກເຮົາ. ດັ່ງນັ້ນ, ພວກເຮົາເອງກໍຕ້ອງມີຊີວິດເພື່ອພຣະເຈົ້າແລະເພື່ອຄົນອື່ນ.
ແລະໃນພຣະວໍລະສານວັນນີ້, ພຣະເຢຊູເຈົ້າກໍສອນນັກບຸນເປໂຕໃຫ້ຍົກໂທດໂຜດຜິດຕໍ່ຜູ້ທີ່ທໍາຜິດຕໍ່ເຂົາເຖິງເຈັດສິບເທື່ອເຈັດ. ໝາຍວ່າຕ້ອງໃຫ້ອະໄພເລື້ອຍໆໄປ. ຈາກນັ້ນ, ພຣະເຢຊູເຈົ້າກໍເລົ່າຄວາມປຽບທຽບເລື່ອງກະສັດແລະຜູ້ເປັນໜີ້ສິນທ່ານ. ສິ່ງທີ່ທໍາໃຫ້ກະສັດຍົກໜີ້ທັງໝົດໃຫ້ຜູ້ເປັນໜີ້ສິນທ່ານກໍຄື: ຄວາມເມດຕາສົງສານ. ເມື່ອຜູ້ທີ່ໄດ້ຮັບຄວາມເມດຕາສົງສານຈາກກະສັດແລ້ວ ແທນທີ່ເຂົາຈະມີຄວາມເມດຕາສົງສານຕໍ່ຄົນອື່ນ ແລະເປັນຕົ້ນຄົນທີ່ເປັນໜີ້ສິນເຂົາ, ເຂົາພັດບໍ່ມີຄວາມເມດຕາສົງສານຕໍ່ຜູ້ນັ້ນເລີຍ. ເມື່ອເຂົາບໍ່ມີຄວາມສົງສານຄົນອື່ນ, ກະສັດກໍຈະບໍ່ມີຄວາມສົງສານຕໍ່ເຂົາເຊັ່ນດຽວກັນ. ຄວາມປຽບທຽບເລື່ອງນີ້ທໍາໃຫ້ພວກເຮົາຄິດຫາຄໍາສັ່ງສອນອັນໃດຂອງພຣະເຢຊູເຈົ້າ? ແນ່ນອນ, ຄວາມປຽບທຽບນີ້ທໍາໃຫ້ພວກເຮົາຄິດຫາບົດພາວະນາຊຶ່ງພຣະເຢຊູເຈົ້າເອງໄດ້ສອນພວກເຮົານັ້ນຄື “ບົດໂອພຣະບິດາ”. ໃນບົດໂອພຣະບິດານີ້, ພວກເຮົາວອນຂໍພຣະອົງຍົກໂທດໂຜດຜິດໃຫ້ພວກເຮົາ, ເໝືອນກັບພວກເຮົາຍົກໂທດໂຜດຜິດໃຫ້ຜູ້ອື່ນ. ແຕ່ສ່ວນຫລາຍ, ພວກເຮົາບໍ່ມັກຍົກໂທດໂຜດຜິດໃຫ້ຜູ້ອື່ນ ເພາະເປັນສິ່ງທີ່ຍາກໃນການປະຕິບັດ. ແຕ່ພວກເຮົາລືມໄປວ່າ ຖ້າພວກເຮົາບໍ່ຍົກໂທດໂຜດຜິດໃຫ້ຜູ້ອື່ນ, ພຣະບິດາສະຫວັນກໍຈະບໍ່ຍົກໂຜດໂຜດຜິດໃຫ້ພວກເຮົາເຊັ່ນດຽວກັນ. ດ້ວຍເຫດນີ້, ຖ້າພວກເຮົາຢາກໃຫ້ບາບໂທດຂອງພວກເຮົາຫລຸດພົ້ນໄປ, ພວກເຮົາກໍຕ້ອງຮູ້ຈັກໃຫ້ອະໄພຕໍ່ຜູ້ອື່ນ. ດັ່ງໃນບົດອ່ານທີໜຶ່ງຈາກໜັງສືບຸດຊີຣາທີ່ພວກເຮົາໄດ້ຟັງວັນນີ້ກ່າວວ່າ: “ຈົ່ງອະໄພໂທດໃຫ້ໝູ່ເພື່ອນທີ່ທຳຜິດເຈົ້າ ແລ້ວເມື່ອເຈົ້າສວດພາວະນາບາບຂອງເຈົ້າຈຶ່ງຈະຫລຸດ” (ບຊຣ 28, 2). ເພາະ “ຖ້າເຈົ້າບໍ່ອີດູສົງສານຄົນອື່ນຊຶ່ງເປັນໝູ່ເພື່ອນຂອງຕົນແລ້ວ ເຈົ້າຈະວິງວອນຂໍພຣະອົງຍົກໂທດໂຜດຜິດໃຫ້ຕົວເອງໄດ້ຢ່າງໃດ?” (ບຊຣ 28, 3).
ບົດພາວະນາ
ໂອພຣະເຈົ້າ, ໂຜດປະທານດວງໃຈໃໝ່ໃຫ້ລູກ ເພື່ອລູກຈະມີດວງໃຈທີ່ເປັນກ້ອນເນື້ອຮູ້ຈັກຮັກ, ເມດຕາ,ສົງສານແລະໃຫ້ອະໄພແກ່ຜູ້ທີ່ທໍາຜິດຕໍ່ລູກ. ເໝືອນກັບພຣະອົງໄດ້ໃຫ້ອະໄພລູກເມື່ອລູກທໍາບາບຜິດຕໍ່ພຣະອົງ. ອາແມນ.
(ຄຸນພໍ່ ອັງຕວນ ກຽດຕິສັກ)